ເຮັດໃຫ້ນັກຄົ້ນຄວ້າວິທະຍາສາດສຸມໃສ່ວຽກງານຄົ້ນຄວ້າຢ່າງເຕັມທີ່

ເຮັດໃຫ້ນັກຄົ້ນຄວ້າວິທະຍາສາດສຸມໃສ່ວຽກງານຄົ້ນຄວ້າຢ່າງເຕັມທີ່

ເຮັດໃຫ້ນັກຄົ້ນຄວ້າວິທະຍາສາດສຸມໃສ່ວຽກງານຄົ້ນຄວ້າຢ່າງເຕັມທີ່
ວັນທີ 30 ພຶດສະພາ ແມ່ນວັນພະນັກງານວິທະຍາສາດເຕັກໂນໂລຊີແຫ່ງຊາດຈີນຄົບຮອບ 9 ປີ. ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ເອົາໃຈໃສ່ຕໍ່ພະນັກງານວິທະຍາສາດເຕັກໂນໂລຊີມາໂດຍຕະຫຼາດ, ຖືພວກເຂົາເປັນ “ກຳລັງຫຼັກແຫຼ່ງແຫ່ງການຊຸກຍູ້ຂະບວນການສ້າງຄວາມທັນສະໄໝແບບຈີນ” ແລະ ເປັນ “ຜູ້ແບກ ຫາບໜ້າທີ່ສຳຄັນຂອງການສ້າງສາປະເທດຊາດໃຫ້ເຂັ້ມແຂງດ້ວຍວິທະຍາສາດເຕັກໂນໂລຊີ”.

 

 

ໃນໂອກາດພົບປະກັບພະນັກງານວິທະຍາສາດເຕັກໂນໂລຊີ, ທ່ານ ສີຈິ້ນຜິງ ຊີ້ແຈງເລື້ອຍໆເຖິງຄວາມສຳຄັນຂອງບຸກຄະລາກອນວິທະຍາສາດເຕັກໂນໂລຊີ. ທ່ານ ສີຈິ້ນຜິງ ເຫັນວ່າ, “ແຫຼ່ງພື້ນຖານແຫ່ງກຳລັງປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີແຫ່ງຊາດແມ່ນຢູ່ນຳຄົນ”, “ໝາກຜົນການປະດິດສ້າງທຸກຢ່າງແລ້ວແຕ່ແມ່ນເປັນຜູ້ສ້າງ”, “ຖ້າຢາກບັນລຸເປົ້າໝາຍການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນຄືນໃໝ່, ມີບຸກຄະລາກອນຍິ່ງຫຼາຍຍິ່ງດີ, ມີຄວາມສາມາດຍິ່ງຫຼາຍຍິ່ງດີ”.

ເພື່ອປຸກລະດົມຄວາມຫ້າວຫັນດ້ານການປະດິດສ້າງຂອງບຸກຄະລາກອນວິທະຍາສາດເຕັກໂນໂລຊີ, ທ່ານ ສີຈິ້ນຜິງ ໄດ້ຄົ້ນຄິດ ແລະ ວາງແຜນດ້ວຍຕົນເອງ. “ເຮັດໃຫ້ນັກຄົ້ນຄວ້າວິທະຍາສາດສຸມໃສ່ວຽກງານຄົ້ນຄວ້າຢ່າງເຕັມທີ່” ເປັນຈຸດສຳຄັນທີ່ທ່ານເນັ້ນໜັກຢູ່ເລື້ອຍໆ. ທ່ານຮຽກຮ້ອງໃຫ້ຫຼຸດຜ່ອນພາລະຂອງບຸກຄະລາກອນວິທະຍາສາດເຕັກໂນໂລຊີຢ່າງແທ້ຈິງ: “ເດັດຂາດບໍ່ໃຫ້ພະນັກງານວິທະຍາສາດເຕັກໂນໂລຊີຕ້ອງທຸ້ມເທເວລາຈຳນວນຫຼວງຫຼາຍເຂົ້າໃນກິດຈະກຳທີ່ບໍ່ມີປະໂຫຍດເຊັ່ນ: ການຮັບຮອງແຂກ ແລະ ເວລາໃນກິດຈະກຳການປະເມີນ ແລະ ຕີລາຄາແບບບໍ່ຈຳເປັນ, ເສຍເວລາໃນກິດຈະກຳຕ່າງໆທີ່ເປັນລັດທິຮູບການ ແລະ ລັດທິອາດຍາສິດ !” ຄວາມເວົ້າທີ່ເຂັ້ມແຂວງດັ່ງກ່າວ, ໄດ້ລຶບລ້າງສິ່ງກີດຂວາງບົນເສັ້ນທາງຄົ້ນຄວ້າວິທະຍາສາດຂອງພະນັກງານວິທະຍາສາດເຕັກໂນໂລຊີ.

ການຝາກຄວາມຫວັງ ແລະ ການວາງແຜນຢ່າງຕິດແທດຕົວຈິງຂອງທ່ານ ສີຈິ້ນຜິງ, ແມ່ນການສະໜັບສະໜູນ ແລະ ການລະດົມຈິດໃຈທີ່ເຂັ້ມແຂງທີ່ສຸດສຳລັບພະນັກງານວິທະຍາສາດເຕັກໂນໂລຊີທົ່ວປະເທດຈີນ ຊຶ່ງຈະກໍ່ໃຫ້ເກີດມີແຮງຂັບເຄື່ອນດ້ານການປະດິດສ້າງທີ່ມີຊີວິດຊີວາຍິ່ງຂຶ້ນ.

ໂດຍ: ຊີອາໄອ

ຄໍາເຫັນ

ຂ່າວຕ່າງປະເທດ

ກຳປູເຈຍ ໃຊ້ງົບປະມານຫຼາຍກວ່າ 1.2 ຕື້ໂດລາ ນຳເຂົ້ານໍ້າມັນ ແລະ ອາຍແກ໊ສ

ກຳປູເຈຍ ໃຊ້ງົບປະມານຫຼາຍກວ່າ 1.2 ຕື້ໂດລາ ນຳເຂົ້ານໍ້າມັນ ແລະ ອາຍແກ໊ສ

ຂ່າວຕ່າງປະເທດລາຍງານ ໃນວັນທີ 17 ກໍລະກົດ ຜ່ານມາ; ກະຊວງ​ການ​ຄ້າ​ກຳປູ​ເຈຍ​ລາຍ​ງານ​ວ່າ: ການ​ນຳ​ເຂົ້າ​ນ້ຳມັນ​ກາ​ຊວນ, ນ້ຳມັນແອັດຊັງ ​ແລະ ​ອາຍ​ແກ໊ສທີ່ສາມາດ​ເຜົາ​ໄໝ້​ໄດ້ (combustion gas)ຂອງ​ກຳປູ​ເຈຍ​ໃນ​ເຄິ່ງປີ​ທຳ​ອິດ​ຂອງ​ປີ 2025 ​​ຫຼຸດ​ລົງ 13.2%.
ຍີ່ປຸ່ນ ເກີນດຸນການຄ້າຫຼຸດລົງ 30.8% ໃນເດືອນມິຖຸນາ

ຍີ່ປຸ່ນ ເກີນດຸນການຄ້າຫຼຸດລົງ 30.8% ໃນເດືອນມິຖຸນາ

ຂ່າວຕ່າງປະເທດລາຍງານ ໃນວັນທີ 17 ກໍລະກົດ ຜ່ານມາວ່າ: ກະຊວງການເງິນຂອງຍີ່ປຸ່ນລາຍງານຍອດເກີນດຸນການຄ້າໃນເດືອນມິຖຸນາ ຫຼຸດລົງ 30.8% ຈາກປີກ່ອນ ມາເປັນ 153 ຕື້ເຢນ, ເນື່ອງຈາກການສົ່ງອອກໄປ ສະຫະລັດ ອາເມຣິກາ ສືບຕໍ່ຫຼຸດລົງຍ້ອນຜົນກະທົບຂອງອັດຕາພາສີ.
ມູນ​ຄ່າ​ການ​ຄ້າ​ສິນ​ຄ້າ​ວັດ​ຖຸ​ຂາ​ເຂົ້າ​-ຂາ​ອອກ​ ຂອງ​ຈີນ​ໃນ​ 6 ເດືອນ​ຕົ້ນ​ປີ​ ບັນ​ລຸ 21.790 ຕື້ຢວນ

ມູນ​ຄ່າ​ການ​ຄ້າ​ສິນ​ຄ້າ​ວັດ​ຖຸ​ຂາ​ເຂົ້າ​-ຂາ​ອອກ​ ຂອງ​ຈີນ​ໃນ​ 6 ເດືອນ​ຕົ້ນ​ປີ​ ບັນ​ລຸ 21.790 ຕື້ຢວນ

ຂ່າວສານຊີອາໄອລາຍງານ ຫວ່າງມໍ່ໆມານີ້ວ່າ: ຕາມສະ​ຖິ​ຕິ​ຂອງ​ດ່ານ​ພາ​ສີ​ຈີນ, ​ໃນ​ 6 ເດືອນ​ຕົ້ນ​ປີ​ນີ້, ມູນ​ຄ່າ​ການ​ຄ້າ​ສິນ​ຄ້າວັດ​ຖຸ​ຂາ​ເຂົ້າ​-ຂາ​ອອກ​ຂອງ​ຈີນໄດ້​ບັນ​ລຸ 21.790 ຕື້ ຢວນ, ເພີ່ມ​ຂຶ້ນ 2.9% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ.
ການ​ຫັນ​ເປັນ​ດີຈີ​ຕອນ​ພາກ​ລັດ - ປະ​ຖົມ​ປັດ​ໄຈ​ໃຫ້​ແກ່​ການ​ພັດ​ທ​ະ​ນາ​ເສດ​ຖະ​ກິດ-​ສັງ​ຄົມ

ການ​ຫັນ​ເປັນ​ດີຈີ​ຕອນ​ພາກ​ລັດ - ປະ​ຖົມ​ປັດ​ໄຈ​ໃຫ້​ແກ່​ການ​ພັດ​ທ​ະ​ນາ​ເສດ​ຖະ​ກິດ-​ສັງ​ຄົມ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເວທີປາໄສຫັນເປັນດີຈີຕອນພາກລັດ - ປະຖົມປັດໄຈໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ໂດຍສື່ເອເລັກໂຕນິກວິທະຍຸກະຈາຍສຽງຫວຽດນາມ ຈັດຂຶ້ນໃນວັນທີ 17 ກໍລະກົດ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ.
ຫວຽດນາມ ພ້ອມແລ້ວຈະແບ່ງປັນບົດຮຽນ ແລະ ແຫຼ່ງກຳລັງພັດທະນາ OCOP

ຫວຽດນາມ ພ້ອມແລ້ວຈະແບ່ງປັນບົດຮຽນ ແລະ ແຫຼ່ງກຳລັງພັດທະນາ OCOP

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 16 ກໍລະກົດ ຜ່ານມາວ່າ: ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນແຫຼ່ງກຳລັງ, ແຫຼ່ງຊັບພະຍາກອນມະນຸດ, ວິທະຍາສາດເຕັກໂນໂລຊີກັບບັນດາປະເທດມີເງື່ອນໄຂຄ້າຍຄືກັນດ້ານດິນຟ້າອາກາດ ເພື່ອພັດທະນາຜະລິດຕະພັນ OCOP ແລະ ພື້ນຖານກະສິກຳແບບຍືນຍົງ”. ນີ້ແມ່ນຄຳຢືນຢັນຂອງທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ໃນການຕ້ອນຮັບຄະນະຜູ້ແທນບັນດາລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນສູງດ້ານກະສິກຳ ທີ່ເຂົ້າຮ່ວມເວທີປາໄສແລກປ່ຽນບົດຮຽນຂັ້ນສູງລະຫວ່າງບັນດາພາກພື້ນກ່ຽວກັບຮູບແບບແຕ່ລະຕາແສງມີຜະລິດຕະພັນໜຶ່ງ (OCOP), ໂດຍກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ສົມທົບກັບອົງການອາຫານ ແລະ ການກະເສດ (FAO) ຈັດຂຶ້ນໃນວັນທີ 15 ກໍລະກົດ ຜ່ານມາ ຢູ່ສຳນັກງານລັດຖະບານ ທີ່ນະຄອນຫຼວງຮ່າໂນ້ຍ.
ການຄ້າທົ່ວໂລກ ຂະຫຍາຍຕົວຫຼາຍກວ່າ 5% ໃນໄຕມາດທຳອິດ

ການຄ້າທົ່ວໂລກ ຂະຫຍາຍຕົວຫຼາຍກວ່າ 5% ໃນໄຕມາດທຳອິດ

ຂ່າວຕ່າງປະເທດລາຍງານ; ອົງການ​ການ​ຄ້າ​ໂລກ (WTO) ເປີດເຜີຍໃນວັນທີ 15 ກໍລະກົດ ຜ່ານມາວ່າ: ປະລິມານ​ການ​ຄ້າ​ທົ່ວ​ໂລກ​ຂະຫຍາຍ​ຕົວ​ຢ່າງ​ແຂງ​ແຮງ​ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ 2025, ແຕ່​ຄາດວ່າອັດຕາການຂະຫຍາຍຕົວ​ດ້ານ​ການ​ຄ້າ​ໃນ​ປີ 2025 ຈະ​ຊ້າ​ລົງ​ຍ້ອນ​ຜົນ​ກະທົບ​ຈາກ​ອັດຕາ​ພາສີ.
ຍີ່ປຸ່ນ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດໃນເຄິ່ງປີທຳອິດ 21.5 ລ້ານຄົນ

ຍີ່ປຸ່ນ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດໃນເຄິ່ງປີທຳອິດ 21.5 ລ້ານຄົນ

ຂ່າວຕ່າງປະເທດລາຍງານວ່າ: ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຍີ່ປຸ່ນ (JNTO) ເປີດເຜີຍຂໍ້ມູນໃນວັນທີ 16 ກໍລະກົດ ຜ່ານມາວ່າ: ຍີ່ປຸ່ນ ຕ້ອນຮັບນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດຈຳນວນ 21.5 ລ້ານ​​ຄົນ​ໃນ​ເຄິ່ງປີ​ທຳ​ອິດ​ ຂອງ​ປີ 2025, ​ໂດຍ​ຄວາມ​ຕ້ອງການ​ການເດີນທາງ​ຍັງ​ຄົງ​ແຂງ​ແຮງ ​ເຖິງແມ່ນວ່າຢູ່​ນອກ​ລະດູ​ການທ່ອງທ່ຽວ.
ທ່ານ ຮຸນມາເນດ ສັ່ງປາບປາມກຸ່ມສໍ້ໂກງທາງອອນລາຍ

ທ່ານ ຮຸນມາເນດ ສັ່ງປາບປາມກຸ່ມສໍ້ໂກງທາງອອນລາຍ

ຂ່າວຕ່າງປະເທດລາຍງານ ໃນວັນທີ 16 ກໍລະກົດ ຜ່ານມານີ້ວ່າ: ທ່ານ ຮຸນມາເນດ ນາຍົກ ລັດຖະມົນຕີກຳປູເຈຍ ໄດ້ລົງນາມໃນຄຳສັ່ງປາບປາມເຄືອຂ່າຍການສໍ້ໂກງທາງອອນລາຍທີ່ແຜ່ຂະຫຍາຍໄປທົ່ວປະເທດ ໂດຍເຕືອນວ່າ: ເຈົ້າໜ້າທີ່ທີ່ຂັດຂວາງການປາບປາມອາດຖືກໄລ່ອອກຈາກວຽກ.
6 ເດືອນ​ຕົ້ນ​ປີ​ນີ້ຄົນ​ຕ່າງ​ປະ​ເທດເດີນ​ທາງ​ເຂົ້າ​​​ຈີນ​ແບບ​ຍົກ​ເວັ້ນ​ວີຊາ ເພີ່ມ​ຂຶ້ນ 53.9%

6 ເດືອນ​ຕົ້ນ​ປີ​ນີ້ຄົນ​ຕ່າງ​ປະ​ເທດເດີນ​ທາງ​ເຂົ້າ​​​ຈີນ​ແບບ​ຍົກ​ເວັ້ນ​ວີຊາ ເພີ່ມ​ຂຶ້ນ 53.9%

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 16 ກໍ​ລະ​ກົດ ຜ່ານມາ​, ກົມ​ຄຸ້ມ​ຄອງຄົນ​ເຂົ້າ​-ອອກ​ເມືອງ​ແຫ່ງ​ຊາດ​ຈີນ​ໄດ້​ຈັດກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ, ໂດຍ​ໃຫ້​ຮູ້​ວ່າ: ໃນ 6 ເດືອນ​ຕົ້ນ​ປີ​ນີ້, ຈີນ​ໄດ້​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຍົກ​ເວັ້ນ​ວີຊາ​ສຳ​ລັບ​ກຸ່ມ​ນັກ​ທ່ອງ​ທ່ຽວ​ຈາກປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ທີ່​ຜ່ານດ່ານ​ຢູ່​ກິ່ງ​ແຂວ​ງ​ສິບ​ສອງ​ພັນ​ນາ ​ແຂວງ​ຢຸນ​ນານ​ ແລະ ​ເພີ່ມອິນ​ໂດ​ເນ​ເຊຍ​ເຂົ້າເປັນ​ປະ​ເທດ​ທີ່​​ສາ​ມາດ​​ນຳໃຊ້​ນະ​ໂຍ​ບາຍ​ຜ່ານ​ແດນຈີນ​ແບບ​​ຍົກ​ເວັ້ນ​ວີ​ຊາ​ພາຍ​ໃນ 240 ຊົ່ວ​ໂມງ.
ຫວຽດນາມ ຈັດກອງປະຊຸມທາງໄກທົ່ວປະເທດກ່ຽວກັບແຜນການເຕີບໂຕ

ຫວຽດນາມ ຈັດກອງປະຊຸມທາງໄກທົ່ວປະເທດກ່ຽວກັບແຜນການເຕີບໂຕ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 16 ກໍລະກົດ ຜ່ານມາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມທາງໄກລະຫວ່າງລັດຖະບານກັບທ້ອງຖິ່ນ ກ່ຽວກັບແຜນການເຕີບໂຕເສດຖະກິດ ປີ 2025 ແລະ ບັນດາໜ້າທີ່, ມາດຕະການແກ້ໄຂ ເພື່ອປະຕິບັດເປົ້າໝາຍເຕີບໂຕປີ 2025. ກອງປະຊຸມໄດ້ຈັດຂຶ້ນໂດຍກົງຢູ່ສຳນັກງານລັດຖະບານ ທີ່ນະຄອນຫຼວງຮ່າໂນ້ຍ, ໂດຍເຊື່ອມຕໍ່ກັບ 34 ແຂວງ, ນະຄອນ ແລະ 3.300 ກວ່າຕາແສງ, ເຂດພິເສດໃນທົ່ວປະເທດ.
ເພີ່ມເຕີມ