ເຫີເຟີຍ ແຂວງອານຮຸຍ ສປ ຈີນ ເມືອງອຸດສະຫະກໍາຊັ້ນນໍໍາ

ເຫີເຟີຍ ແຂວງອານຮຸຍ ສປ ຈີນ ເມືອງອຸດສະຫະກໍາຊັ້ນນໍໍາ

ເຫີເຟີຍ ແຂວງອານຮຸຍ ສປ ຈີນ ເມືອງອຸດສະຫະກໍາຊັ້ນນໍໍາ
ແຂວງອານຮຸຍ ຕັ້ງຢູ່ພາກຕາເວັນອອກຂອງ ສປ ຈີນ ມີເນື້ອທີ່ທັງໝົດ 140,100 ຕາລາງກິໂລແມັດ ແລະ ມີປະຊາກອນ 61.21 ລ້ານຄົນ. ແຂວງອານຮຸຍ ມີທ່າແຮງໃນການຜະລິດຖ່ານຫີນ ແລະ ໄຟຟ້າ, ເຫຼັກ ແລະ ເຫຼັກກ້າ, ໂລຫະບໍ່ແມ່ນເຫຼັກ, ວັດຖຸກໍ່ສ້າງ, ອຸດສາຫະກຳເຄມີ ແລະ ເສັ້ນດ້າຍ. ສ່ວນອຸດສາຫະກຳໃໝ່ທີ່ສຳຄັນໄດ້ແກ່: ພາຫະນະພະລັງງານ ໃໝ່, ພະລັງງານແສງອາທິດທີ່ລໍ້າໜ້າ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຍຸກໃໝ່, ປັນຍາປະດິດ, ອຸປະກອນທີ່ລ້ຳໜ້າ, ສຸຂະພາບ ແລະ ຊີວິດ, ອາຫານສີຂຽວຄຸນນະພາບສູງ, ວັດຖຸດິບໃໝ່ ແລະ ຄວາມຄິດສ້າງສັນດີຈີຕອນ.
ເຫເຟຍ ແຂວງອານຮຍ ສປ ຈນ ເມອງອດສະຫະກາຊນນາ - image 1
 

 

ເມືອງເຫີເຟີຍ ເປັນເມືອງເອກ ຂອງແຂວງອານຮຸຍ ມີເນື້ອທີ່ 11,400 ຕາລາງກິໂລແມັດ ແລະ ມີປະຊາກອນ 12.34 ລ້ານຄົນ. ໃນປີ 2024 GDP ຂອງເມືອງເຫີເຟີຍ ບັນລຸ 1,350.77 ຕື້ຢວນ (ປະມານ 185.9 ຕື້ໂດລາ) ຈັດຢູ່ອັນດັບທີ 20 ຂອງເມືອງຕ່າງໆຂອງຈີນ.

ເຫເຟຍ ແຂວງອານຮຍ ສປ ຈນ ເມອງອດສະຫະກາຊນນາ - image 2
 

ໃນຊຸມປີຜ່ານມານີ້, ເມືອງເຫີເຟີຍ ໄດ້ຈັດຕັ້ງປະຕິບັດຍຸດທະສາດພັດທະນາອຸດສາຫະກຳພາຫະນະພະລັງງານໃໝ່ຢ່າງເຕັມສ່ວນ ໂດຍສ້າງລະບົບຜະລິດຕະພັນທີ່ຄຸ້ມຄອງທຸກຂະແໜງການ ແລະ ພະຍາຍາມສ້າງເມືອງເປັນ "ນະຄອນພາຫະນະພະລັງງານໃໝ່" ທຽບລະດັບສາກົນ.

ໃນປີ 2023 ຜ່ານມາ, ກຸ່ມອຸດສາຫະກຳພາຫະນະພະລັງງານໃໝ່ ແລະ ພາຫະນະເຊື່ອມຕໍ່ອິນເຕີເນັດຂອງເມືອງເຫີເຟີຍ ບັນລຸລາຍຮັບເຖິງ 400 ຕື້ຢວນ ເພີ່ມຂຶ້ນ 31.5% ເມື່ອທຽບໃສ່ປີກ່ອນ. ໃນປີ 2024 ຜະລິດພາຫະນະພະລັງງານ ໃໝ່ໄດ້ 1.38 ລ້ານຄັນ ຈັດຢູ່ອັນດັບທີ 4 ຂອງເມືອງຕ່າງໆໃນປະເທດຈີນ. ສ່ວນດ້ານບໍລິການຫຼັງການຂາຍ ໄດ້ສ້າງຕັ້ງສະຖານີສາກລົດໄຟຟ້າຊະນິດຕ່າງໆ ຈໍານວນ 252,700 ແຫ່ງ ແລະ ສະຖານີປ່ຽນຖ່າຍແບັດເຕີຣີ 100 ແຫ່ງ ໃຫ້ກັບລົດສ່ວນຕົວ, ລົດແທັກຊີ, ລົດຂົນສົ່ງເຄື່ອງນ້ອຍ ແລະ ລົດຂົນສົ່ງເຄື່ອງໃຫຍ່.

ເຫເຟຍ ແຂວງອານຮຍ ສປ ຈນ ເມອງອດສະຫະກາຊນນາ - image 3
 

ປັດຈຸບັນ, ເມືອງເຫີເຟີຍ ໄດ້ຮວບຮວມທຸລະກິດຜະລິດຍານພາຫະນະ 6 ບໍລິສັດໄດ້ ແກ່ JAC, BYD, NIO,

Volkswagen, Changan ແລະ Ankai ສ້າງການຈັດຕັ້ງຜະລິດພາຫະນະຫຼາກຫຼາຍປະເພດ. ພ້ອມດຽວກັນນີ້ ຍັງມີທຸລະກິດຜະລິດຊິ້ນສ່ວນອຸປະກອນພາຫະນະອື່ນໆອີກປະມານ 300 ກວ່າຮ້ານ ເຊັ່ນ: Gotion High-tech, CALB, JEE.

ແຂວງອານຮຸຍ ຍັງມີ ເມືອງຫວງຊານ ຊຶ່ງຕັ້ງຢູ່ພາກໃຕ້ສຸດຂອງແຂວງອານຮຸຍ ມີເນື້ອທີ່ 9,807 ຕາລາງກິໂລແມັດ ແລະ ມີປະຊາກອນຖາວອນ 1.317 ລ້ານຄົນ. ໃນປີ 2024 GDP ຂອງເມືອງຫວງຊານ ບັນລຸ 113.4 ຕື້ຢວນ ເພີ່ມຂຶ້ນ 5.9%. ຫວງຊານ ເປັນມໍລະດົກວັດທະນະທໍາ ແລະ ທໍາມະຊາດຂອງໂລກ ແລະ ເປັນອຸທິຍານທີວທັດໂລກ. ພ້ອມກັບແມ່ນ້ຳຢັງຊີ, ກຳແພງເມືອງຈີນ ແລະ ແມ່ນ້ຳເຫຼືອງ ຖືກຍົກຍ້ອງເປັນຕົວແທນອັນດີເດັ່ນຂອງພູເຂົາອັນງົດງາມ ແລະ ວັດທະນະທຳອັນລືຊາຂອງຈີນ. ຫວງຊານ ໄດ້ຮັບການຂະໜານນາມວ່າເປັນ "ສະຫວັນຊັ້ນດິນ" ແລະ "ພູເຂົາອັກສອນທີ່ສວຍງາມທີ່ສຸດໃນໂລກ" ແລະ ເປັນທີ່ຮູ້ຈັກກັນດີໃນ "5 ສິ່ງມະຫັດສະຈັນ" ໄດ້ແກ່: ຕົ້ນແປກ, ຫີນແປກ, ທະເລເມກ, ນ້ຳພຸ ແລະ ຫິມະຕົກ.

ຄໍາເຫັນ

ຂ່າວຕ່າງປະເທດ

ຫວຽດ​ນາມ ແລະ ​ອິນ​ໂດ​ເນ​ເຊຍ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຫຼາຍ​ດ້ານ

ຫວຽດ​ນາມ ແລະ ​ອິນ​ໂດ​ເນ​ເຊຍ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຫຼາຍ​ດ້ານ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້ຢູ່ສຳນັກງານລັດຖະບານ ນະຄອນຫຼວງຮ່າໂນ້ຍ, ທ່ານ ຟ້າມຢາຕຸກ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ໄດ້ໃຫ້ການຕ້ອນຮັບ ທ່ານ ອາມານາທາ ຄຣິສຕຽນ ນາຊີຣ ລັດຖະມົນຕີກະຊວງການຕ່າງປະເທດ ສ ອິນໂດເນເຊຍ ເນື່ອງໃນໂອກາດຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 20 – 22 ພະຈິກ ນີ້.
ສຳຜັດສະເໜ່ສະໜາມຫຼວງເກົ່າ ທີ່ບັນຈຸປະຫວັດສາດກວ່າ 100 ປີ ຂອງເມືອງຕ້າຫຼຽນ

ສຳຜັດສະເໜ່ສະໜາມຫຼວງເກົ່າ ທີ່ບັນຈຸປະຫວັດສາດກວ່າ 100 ປີ ຂອງເມືອງຕ້າຫຼຽນ

ຈາກລານກວ້າງໃຈກາງເມືອງ ສູ່ພິພິທະພັນປະຫວັດສາດກາງແຈ້ງ ທີ່ບອກເລົ່າເຖິງຮ່ອງຮອຍໃນອະດີດ ຜ່ານອາຄານເກົ່າແກ່ ແລະ ຖະໜົນທີ່ແຜ່ກະຈາຍອອກໄປຄືລັດສະໝີຂອງດວງຕາເວັນ.
ທ່ານ ສີ​ຈິ້ນ​ຜິງ ແລະ ທ່ານ ​ນາງ​ ເຜີງ​ລີ້ຢວນ ຈັດ​ງານ​ລ້ຽງ​ຕ້ອນ​ຮັບ​ແຂກ​ຜູ້​ມີ​ກຽດ​​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມຜູ້​ນຳ​ເສດ​ຖະ​ກິດ​​ APEC ຄັ້ງ​ທີ 33

ທ່ານ ສີ​ຈິ້ນ​ຜິງ ແລະ ທ່ານ ​ນາງ​ ເຜີງ​ລີ້ຢວນ ຈັດ​ງານ​ລ້ຽງ​ຕ້ອນ​ຮັບ​ແຂກ​ຜູ້​ມີ​ກຽດ​​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມຜູ້​ນຳ​ເສດ​ຖະ​ກິດ​​ APEC ຄັ້ງ​ທີ 33

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນຕອນຄ່ຳວັນທີ 18 ພະຈິກ ຜ່ານມາ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ແລະ ທ່ານ ນາງ ເຜີງລີ້ຢວນ ພັນລະຍາ ໄດ້ຈັດງານລ້ຽງຢູ່ສູນແລກປ່ຽນສາກົນເຊີ່ນເຈີ້ນແຂວງກວາງຕຸ້ງຈີນ ເພື່ອຕ້ອນຮັບແຂກຜູ້ມີກຽດທີ່ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີ-ປາຊີຟິກ ຫຼື APEC ຄັ້ງທີ 33.
ອັດຕາການສູບຢາເປັນປະຈຳທຸກວັນໃນນູແວນເຊລັງ ຫຼຸດລົງຕໍ່າກວ່າ 6%

ອັດຕາການສູບຢາເປັນປະຈຳທຸກວັນໃນນູແວນເຊລັງ ຫຼຸດລົງຕໍ່າກວ່າ 6%

ຂ່າວຕ່າງປະເທດລາຍງານວ່າ: ຜົນການສຳຫຼວດສຸຂະພາບຂອງນູແວນເຊລັງສະລັບຫຼ້າສຸດທີ່ເຜີຍແຜ່ໃນວັນທີ 18 ພະຈິກ ຜ່ານມາ ຊີ້ໃຫ້ເຫັນວ່າ: ອັດຕາການສູບຢາເປັນປະຈຳທຸກວັນໃນນູແວນເຊລັງ ຫຼຸດລົງເຫຼືອ 5.9% ໃນປີ 2025/2026 ຊຶ່ງເປັນຄັ້ງທຳອິດທີ່ຫຼຸດລົງຕໍ່າກວ່າ 6%.
ທ່ານ ກາວກິມຮຸນ ເນັ້ນການ​ຮ່ວມ​ມື​ດ້ານດີ​ຈີ​ຕອນ​​ມີ​ຄວາມ​ສຳ​ຄັນ​​ຕໍ່​ການ​ພັດ​ທະ​ນາ​ຂອງ​ຄົນ​ຮຸ່ນ​ຕໍ່​ໄປ

ທ່ານ ກາວກິມຮຸນ ເນັ້ນການ​ຮ່ວມ​ມື​ດ້ານດີ​ຈີ​ຕອນ​​ມີ​ຄວາມ​ສຳ​ຄັນ​​ຕໍ່​ການ​ພັດ​ທະ​ນາ​ຂອງ​ຄົນ​ຮຸ່ນ​ຕໍ່​ໄປ

ວິທະຍຸ, ໂທລະພາບສູນກາງຈີນ (CMG)​ ລາຍງານວ່າ: ຫວ່າງມໍ່ໆມານີ້, ​ໜັງ​ສື​ພິມ China Daily ໄດ້​ລົງ​ພິມ​ບົດ​ຄວາມ​ຂອງ ທ່ານ ກາວ​ກິມ​ຮຸນ ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ ທີ່​ລະ​ບຸ​ວ່າ, ເສດ​ຖະ​ກິດ​ອາ​ຊຽນ​ແລະ​ຈີນ​ພວມ​ຢູ່​ໃນ​ການ​ຫັນ​ປ່ຽນ​ໂຄງ​ປະ​ກອບ, ຕະ​ຫຼາດ​ດີຈີ​ຕອນ​ໄດ້​ກາຍ​ເປັນ​ຫົວ​ຈັກ​ຂັບ​ເຄື່ອນ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ພາກ​ພື້ນ.
ປະຊາຊົນໃນອາຊຽນເລີ່ມສ້າງຄອບຄົວຊ້າລົງ ແລະ ອາໄສຢູ່ໃນຄົວເຮືອນຂະໜາດນ້ອຍລົງ

ປະຊາຊົນໃນອາຊຽນເລີ່ມສ້າງຄອບຄົວຊ້າລົງ ແລະ ອາໄສຢູ່ໃນຄົວເຮືອນຂະໜາດນ້ອຍລົງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 18 ພະຈິກ ຜ່ານມາວ່າ: ສິງກະໂປໄດ້ເຜີຍແຜ່ບົດລາຍງານພາບລວມຄອບຄົວໃນອາຊຽນ ປີ 2026 ສະບັບທໍາອິດ, ໂດຍອີງໃສ່ຂໍ້ມູນຈາກອົງການຂອງພາກລັດ ແລະ ຜົນການສຳຫຼວດໃນ 10 ຕົວເມືອງອາຊຽນພົບວ່າ, ປະຊາຊົນໃນບັນດາປະເທດສະມາຊິກອາຊຽນມີທ່າອ່ຽງເລີ່ມສ້າງຄອບຄົວຊ້າລົງ ແລະ ອາໄສຢູ່ໃນຄົວເຮືອນຂະໜາດນ້ອຍລົງ. ໃນຂະນະທີ່ຄົວເຮືອນທີ່ໄດ້ຮັບການສຳຫຼວດສ່ວນໃຫຍ່ມີຄວາມເຂັ້ມແຂງ ແລະ ຊີວິດການເປັນຢູ່ທີ່ດີ ໃນລະດັບປານກາງຫາສູງ, ມີຄຸນນະພາບຊີວິດທີ່ດີ ແລະ ມີສາຍພົວພັນໃນຄອບຄົວທີ່ແໜ້ນແຟ້ນ.
ຖະ​ແຫຼງ​ການ​ສັນ​ຕິ​ພາບ​ຂອງ​ປະ​ມຸກລັດ​ຈີນ-ຣັດ​ເຊຍ-ອາ​ເມ​ຣິ​ກາ

ຖະ​ແຫຼງ​ການ​ສັນ​ຕິ​ພາບ​ຂອງ​ປະ​ມຸກລັດ​ຈີນ-ຣັດ​ເຊຍ-ອາ​ເມ​ຣິ​ກາ

ວິທະຍຸ, ໂທລະພາບສູນກາງຈີນ (CMG)​ ລາຍງານວ່າ: ໃນວັນ​ທີ 19 ພະ​ຈິກ ຜ່ານມາ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ, ທ່ານ ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ແລະ ທ່ານ​ ໂດ​ໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ ສະຫະລັດ ​ອາ​ເມ​ຣິ​ກາ​ ໄດ້​​ພົບ​ປະ​ກັນ​ຢູ່​ນະ​ຄອນ​ເຊີ່ນ​ເຈີ້ນ​ແຂວງກວາງ​ຕຸ້ງ​ຈີນ. ຜູ້​ນຳ​ຣັດ​ເຊຍ ແລະ ສະຫະລັດ ອາ​ເມ​ຣິ​ກາ ໄດ້ສະແດງຄວາມຂອບ​ໃຈ​ຕໍ່ຈີນ​ທີ່ໄດ້ຈັດ​ກາ​ນ​ພົບ​ປະ​​ຄັ້ງ​​ປະ​ຫວັດ​ສາດນີ້. ປະ​ມຸກ​ລັດ​ 3 ປະ​ເທດ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ສາ​ກົນ​ໃນ​ປັດ​ຈຸ​ບັນ, ທັງມຸ່ງໝັ້ນທີ່ຈະຮັກ​ສາ​ສະ​ຖຽນ​ລະ​ພາບທາງ​ຍຸ​ດ​ທະ​ສາດ ແລະ ຄວາມ​ໝັ້ນ​ຄົງ​ສາ​ກົນ.
ຫວຽດ​ນາມ ຮັບ​ບົດ​ບາດ​ປະ​ທານ APEC 2027 ຢ່າງ​ເປັນ​ທາງ​ການ​

ຫວຽດ​ນາມ ຮັບ​ບົດ​ບາດ​ປະ​ທານ APEC 2027 ຢ່າງ​ເປັນ​ທາງ​ການ​

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 19 ພະ​ຈິກ ຜ່ານມາຢູ່​ນະ​ຄອນເຊິນ​ເຈິນ ປະ​ເທດຈີນ, ໃນ​ຂອບ​ເຂດກອງ​ປະ​ຊຸມ​​ບັນ​ດາ​ການ​ນຳ​ເສດ​ຖະ​ກິດ​ຂອງເວ​ທີ​ປາ​ໄສ​ການຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ອາ​ຊີ-ປາ​ຊີ​ຟິກ (APEC) ​ຄັ້ງ​ທີ 33, ທ່ານໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫ​ຍ່ປະ​ທານ​ປະ​ເທດ ຫວຽດນາມ ໄດ້ຮັບບົດ​ບາດປະ​ທານ APEC2027 ຢ່າງ​ເປັນ​ທາງ​ການ​​ ຈາກທ່ານສີຈິນ​ຜິ້ງ​ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດຈີນ, ສ້າງ​ຂີດ​ໝາຍ​​ສຳ​ຄັນ ແລະ ເປີດ​ສາກປີ​ APEC ຫວຽດ​ນາມ2027 ຢ່າງ​ເປັນ​ທາງ​ການ.
ສິງກະໂປຕິດຕາມຜົນກະທົບຕໍ່ການສົ່ງອອກຊິບຂັ້ນສູງ

ສິງກະໂປຕິດຕາມຜົນກະທົບຕໍ່ການສົ່ງອອກຊິບຂັ້ນສູງ

ຂ່າວຕ່າງປະເທດລາຍງານໃນວັນທີ 18 ພະຈິກ ຜ່ານມາວ່າ: ກະຊວງພະລັງງານ, ການຄ້າ-ອຸດສາຫະກໍາ ແລະ ກະຊວງພັດທະນາດີຈີຕອນ-ຂໍ້ມູນຂ່າວສານສິງກະໂປໄດ້ເປີດເຜີຍວ່າ, ສິງກະໂປກໍາລັງສຶກສາຜົນກະທົບທີ່ອາດເກີດຂຶ້ນຈາກມາດຕະການຄວບຄຸມການສົ່ງອອກເຊມິຄອນດັກເຕີຂັ້ນສູງສະບັບໃໝ່ ຂອງສະຫະລັດ ອາເມຣິກາ. ໂດຍຢູ່ໃນລະຫວ່າງການປຶກສາຫາລືກັບບໍລິສັດທີ່ໄດ້ຮັບຜົນກະທົບ ແລະ ປຶກສາຫາລືກັບອົງການທີ່ກ່ຽວຂ້ອງ ຂອງສະຫະລັດ ອາເມຣິກາ ກ່ຽວກັບຂອບເຂດ ແລະ ການບັງຄັບໃຊ້ມາດຕະການດັ່ງກ່າວ.
ທະນາຄານກາງອິນໂດເນເຊຍ ຂຶ້ນອັດຕາດອກເບ້ຍ 0.25% ເປັນ 6%

ທະນາຄານກາງອິນໂດເນເຊຍ ຂຶ້ນອັດຕາດອກເບ້ຍ 0.25% ເປັນ 6%

ຂ່າວຕ່າງປະເທດລາຍງານໃນວັນທີ 18 ພະຈິກ ຜ່ານມາວ່າ: ທະນາຄານກາງອິນໂດເນເຊຍ (BI) ໄດ້ຂຶ້ນອັດຕາດອກເບ້ຍນະໂຍບາຍ 0.25% ເປັນ 6% ເພື່ອຮັກສາສະຖຽນລະພາບຂອງເງິນຣູເປຍ ທ່າມກາງຄວາມບໍ່ແນ່ນອນທົ່ວໂລກທີ່ເພີ່ມຂຶ້ນ ແລະ ເພື່ອຮັກສາອັດຕາເງິນເຟີ້ໃຫ້ຢູ່ໃນລະດັບເປົ້າໝາຍ.
ເພີ່ມເຕີມ