ຮຽບຮຽງເນື້ອໃນກົດໝາຍສາມັນສຶກສາ

ຮຽບຮຽງເນື້ອໃນກົດໝາຍສາມັນສຶກສາ

ຮຽບຮຽງເນື້ອໃນກົດໝາຍສາມັນສຶກສາ
(ສພຊ) - ວັນທີ 21-22 ກໍລະກົດນີ້ ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີກອງປະຊຸມຮຽບຮຽງເນື້ອໃນກົດໝາຍວ່າດ້ວຍສາມັນສຶກສາ (ສ້າງໃໝ່) ໂດຍການເປັນປະທານຂອງທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານປະທານ ແລະ ຮອງປະທານກຳມາທິການທີ່ກ່ຽວຂ້ອງພາຍໃນ ສພຊ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ຮອງລັດຖະມົນຕີກະຊວງຍຸຕິທໍາ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ຄະນະຮັບຜິດຊອບປັບປຸງກົດໝາຍ ພ້ອມດ້ວຍຄະນະກົມ, ພະແນກ ແລະ ພະນັກງານທີ່ກ່ຽວຂ້ອງ.

 

ຮຽບຮຽງເນອໃນກດໝາຍສາມນສກສາ - image 1
 

ທ່ານ ຄໍາໃບ ດຳລັດ ໄດ້ມີຄຳເຫັນຕໍ່ທີ່ປະຊຸມ ຊຶ່ງທ່ານກ່າວວ່າ: ກົດໝາຍວ່າດ້ວຍສາມັນສຶກສາ ໄດ້ຖືກພິຈາລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍຂອງວັນທີ 25 ມິຖຸນາ 2025 ດ້ວຍຄະແນນສຽງເຫັນດີຫຼາຍກວ່າ 92%; ແຕ່ເຖິງຢ່າງໃດກໍຕາມ, ກົດໝາຍສະບັບນີ້ ມີສະມາຊິກສະພາແຫ່ງຊາດ 35 ທ່ານ ໄດ້ປະກອບຄໍາເຫັນໃສ່ 42 ມາດຕາກວມເອົາ 93 ເນື້ອໃນ. ສະນັ້ນ, ກອງປະຊຸມຮຽບຮຽງຄັ້ງນີ້ ຈະໄດ້ສຸມໃສ່ຄົ້ນຄວ້າຢ່າງລະອຽດ ແລະ ເລິກເຊິ່ງ ເພື່ອເລືອກເຟັ້ນເອົາຄໍາເຫັນຂອງຜູ້ແທນມາປັບປຸງໃສ່ເນື້ອໃນກົດໝາຍ ແລະ ເນື່ອງຈາກເປັນການຮຽບຮຽງຄັ້ງສຸດທ້າຍ ນອກຈາກຄໍາເຫັນຂອງຜູ້ແທນແລ້ວ ເຫັນວ່າຍັງມີຈຸດໃດ, ຄໍາສັບຄໍາເວົ້າໃດ ທີ່ບໍ່ທັນຈະແຈ້ງ ແລະ ສອດຄ່ອງ ກໍສາມາດຍົກຂຶ້ນຕື່ມ ເພື່ອເຮັດໃຫ້ຮ່າງກົດໝາຍສະບັບນີ້ ມີເນື້ອໃນຄົບຖ້ວນ, ສອດຄ່ອງ, ຮັດກຸມ ແລະ ສົມບູນ ກ່ອນນໍາສະເໜີປະທານສະພາແຫ່ງຊາດລົງລາຍເຊັນ.

(ຂ່າວ: ສອນສັກ ວັນວິໄຊ)

ຄໍາເຫັນ

ຂ່າວສືກສາ-ກິລາ

ສົກຮຽນ 2025-2026 ນີ້ ວປກ ໄດ້ປັບປຸງຫຼັກສູດການຮຽນ-ການສອນໃຫ້ມີຄຸນນະພາບກວ່າເກົ່າ

ສົກຮຽນ 2025-2026 ນີ້ ວປກ ໄດ້ປັບປຸງຫຼັກສູດການຮຽນ-ການສອນໃຫ້ມີຄຸນນະພາບກວ່າເກົ່າ

ນັບແຕ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 13 ທັນວາ 1996 ຜ່ານມາ, ຄະນະພັກ-ຄະນະອໍານວຍການແຕ່ລະຮຸ້ນໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ການປັບປຸງກໍ່ສ້າງຖັນແຖວພະນັກ ງານ-ຄູອາຈານຢູ່ ວປກ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງໜັກແໜ້ນທາງດ້ານປະລິມານ ແລະ ຄຸນນະພາບ, ເວົ້າລວມ ເວົ້າສະເພາະກໍ່ສ້າງບຸກຄະລາກອນໃຫ້ມີຄວາມຮູ້ທາງດ້ານທິດດີຫຼັກການ, ບົດຮຽນ ແລະ ປະສົບການໃນການນໍາພາ-ບັນຊາແຕ່ລະຂັ້ນ ປະກອບໃຫ້ບັນດາກໍາລັງຫຼວງ-ກຳລັງທ້ອງຖິ່ນ. ມາຮອດປັດຈຸບັນວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ ໄດ້ກໍ່ສ້າງ ແລະ ບໍາລຸງນັກຮຽນ-ນັກສຶກສາແຕ່ລະລະບົບໄດ້ 6,000 ກວ່າສະຫາຍ, ຊຶ່ງບັນດາສະຫາຍທີ່ຈົບໄປແລ້ວນັ້ນ ລ້ວນແລ້ວແຕ່ໄດ້ເປັນການນໍາພັກ-ລັດ, ການນໍາກະຊວງປ້ອງກັນປະເທດ ແລະ ຕໍາແໜ່ງສໍາຄັນຕ່າງໆ ຢູ່ອົງການ, ກະຊວງ, ບັນດາກໍາລັງຫຼວງ-ກຳລັງທ້ອງຖິ່ນໃນຂອບເຂດທົ່ວປະເທດ.
ທ່ານ ບຸນໂຈມ ອຸບົນປະເສີດ ຊຸກຍູ້ການຮຽນ-ການສອນ, ຮ່ວມພິທີໄຂສົກຮຽນໃໝ່ຢູ່ເມືອງເຊໂປນ

ທ່ານ ບຸນໂຈມ ອຸບົນປະເສີດ ຊຸກຍູ້ການຮຽນ-ການສອນ, ຮ່ວມພິທີໄຂສົກຮຽນໃໝ່ຢູ່ເມືອງເຊໂປນ

ເມື່ອບໍ່ດົນຜ່ານມານີ້, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະນຳແຂວງ ໄດ້ເດີນທາງໄປຮ່ວມ ພິທີໄຂສົກຮຽນໃໝ່ 2025-2026 ພ້ອມທັງມອບຊຸດນັກຮຽນ ແລະ ອຸປະກອນການຮຽນ -ອຸປະກອນກິລາ ໃຫ້ໂຮງຮຽນແຫ່ງຕ່າງໆ ທີ່ນອນໃນເຂດຈຸດສຸມລາດຫໍ້, ຈຸດສຸມຜາບັງ ແລະ ກຸ່ມບ້ານຈຽງຕູບເມືອງ ເຊໂປນ ໂດຍການນຳພາທາງ ຂອງທ່ານ ພົງຄຳຮັກ ບຸດທະວົງ ກຳມະການພັກແຂວງ ເລຂາພັກເມືອງເຊໂປນ ພ້ອມຄະນະ, ມີຫົວໜ້າຈຸດສຸມ, ຄະນະພັດທະນາການສຶກສາຂັ້ນບ້ານ, ອຳນາດການປົກຄອງບ້ານ, ຜູ້ອຳນວຍການໂຮງຮຽນ, ຄູ-ອາຈານ, ພໍ່ແມ່ຜູ້ປົກຄອງ ແລະ ລູກຫຼານນັກຮຽນເຂົ້າຮ່ວມຕ້ອນຮັບຢ່າງຫຼວງຫຼາຍ.
ໄຊສົມບູນ ສໍາເລັດການແຂ່ງຂັນກິລາບານເຕະ ແລະ ກິລາເປຕັງ ຊິງຂັນທ່ານເຈົ້າແຂວງ

ໄຊສົມບູນ ສໍາເລັດການແຂ່ງຂັນກິລາບານເຕະ ແລະ ກິລາເປຕັງ ຊິງຂັນທ່ານເຈົ້າແຂວງ

ແຂວງໄຊສົມບູນ ໄດ້ສຳເລັດການແຂ່ງຂັນກິລາບານເຕະ ແລະ ກິລາເປຕັງ ຊິງຂັນທ່ານ ເຈົ້າແຂວງໄຊສົມບູນ ເພື່ອຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກແຂວງ, ໄດ້ປິດລົງໃນວັນທີ 7 ກັນຍາຜ່ານມາ ທີ່ເດີ່ນກິລາ ຂອງແຂວງ ໂດຍມີການນໍາຂັ້ນແຂວງ ຕະຫຼອດຮອດພະນັກງານ, ທະຫານ-ຕຳຫຼວດ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມຮັບຊົມ.
ອາສາສະໝັກ ລັດວິສາຫະກິດສະໜາມບິນ ເກົາຫຼີ ຮ່ວມຈັດກິດຈະກຳກັບນັກຮຽນ ໂຮງຮຽນມັດທະຍົມສົມບູນເດັກກໍ່າພ້າ

ອາສາສະໝັກ ລັດວິສາຫະກິດສະໜາມບິນ ເກົາຫຼີ ຮ່ວມຈັດກິດຈະກຳກັບນັກຮຽນ ໂຮງຮຽນມັດທະຍົມສົມບູນເດັກກໍ່າພ້າ

ວັນທີ 8 ກັນຍາຜ່ານມານີ້, ທິມງານ ອາສາສະໝັກຂອງລັດວິສາຫະກິດສະໜາມບິນ ສາທາລະ ນະລັດ ເກົາຫຼີ (KAC) ຮ່ວມກັບ ນັກສຶກສາຄະນະພາສາສາດ ພາກພາສາເກົາຫຼີ ມະຫາວິທະຍາໄລ ສຸພານຸວົງ ໄດ້ເຄື່ອນໄຫວຈັດກິດຈະກຳ ຮ່ວມກັບ ນັກຮຽນ ໂຮງຮຽນມັດທະຍົມສົມບູນເດັກກໍ່າພ້າ ແຂວງຫຼວງພະບາງ. ໃນນັ້ນ, ໄດ້ຮັບປະທານອາຫານທ່ຽງຮ່ວມກັບນັກຮຽນ, ທາສີຫ້ອງຮຽນ ແລະ ປະກອບເຄື່ອງຫຼີ້ນ.
ສາລະວັນ ຫາລືກຽມເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ XII

ສາລະວັນ ຫາລືກຽມເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ XII

ແຂວງສາລະວັນ ໄດ້ຈັດກອງປະຊຸມປຶກສາຫາລືກະກຽມເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫລວງວຽງຈັນ ເປັນເຈົ້າພາບ (ຈະຈັດຂຶ້ນໃນລະຫວ່າງວັນທີ 15-25 ພະຈິກ 2025)ຂຶ້ນໃນວັນທີ 5 ກັນຍານີ້ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງໆສາລະວັນ ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ ປະທານສະມາຄົມກິລາກາຍະກໍາແຂວງ; ທ່ານ ສຸນີ ນາມມະບົວລີ ຫົວ ໜ້າພະແນກສຶກສາທິການ ແລະ ກິລາແຂວງ; ມີບັນດາທ່ານປະທານສະຫະພັນກິລາ 16 ປະເພດ ເຂົ້າຮ່ວມ.
ຄໍາມ່ວນ ເປີດສົກຮຽນໃໝ່ ເອກະພາບທົ່ວແຂວງ ປະຈໍາສົກຮຽນ 2025-2026

ຄໍາມ່ວນ ເປີດສົກຮຽນໃໝ່ ເອກະພາບທົ່ວແຂວງ ປະຈໍາສົກຮຽນ 2025-2026

ພິທີເປີດສົກຮຽນໃໝ່ ເອກະພາບທົ່ວແຂວງຄຳມ່ວນ ປະຈຳສົກຮຽນ 2025-2026 ໄດ້ຈັດຂຶ້ນໃນວັນທີ 3 ກັນຍາຜ່ານມາ ທີ່ສະໂມສອນ 21 ມີນາ (ໂຮງຮຽນການເມືອງ ແລະ ການປົກຄອງແຂວງ) ໂດຍພາຍໃຕ້ການເປັນປະທານຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ມີທ່ານ ອຸດຕະມະ ຈັນນີຍາວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີແຂກຖືກເຊີນ, ພະນັກງານຄູ - ອາຈານ ພ້ອມດ້ວຍນ້ອງນັກຮຽນເຂົ້າຮ່ວມ.
ແຂວງວຽງຈັນ ກຽມຈັດກິລາແລ່ນ-ຍ່າງຊີງຂັນເຈົ້າແຂວງ ສົ່ງເສີມການທ່ອງທ່ຽວ

ແຂວງວຽງຈັນ ກຽມຈັດກິລາແລ່ນ-ຍ່າງຊີງຂັນເຈົ້າແຂວງ ສົ່ງເສີມການທ່ອງທ່ຽວ

ພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ ຮ່ວມກັບ ວິສາຫະກິດ ສ່ວນບຸກຄົນ ອີເອັຟຈີ ລາວ ກຽມຈັດງານແຂ່ງຂັນແລ່ນ (Run Discovery) ຊີງຂັນທ່ານເຈົ້າແຂວງວຽງຈັນ ລວມມີ 46 ລາຍການ ໃນໄລຍະທາງ 5 ກິໂລແມັດ (ເພື່ອສຸຂະພາບ) ແລະ 10 ກິໂລແມັດ (ມິນິມາຣາທອນ) ຊາຍ-ຍິງ ລວມເງິນລາວັນ 41,600,000 ກີບ. ມາຮອດປັດຈຸບັນ ມີນັກກິລາລົງທະບຽນເຂົ້າຮ່ວມແຂ່ງຂັນແລ້ວເຖິງ 500 ຄົນ.
ບັນຍາກາດໃນວັນເປີດສົກຮຽນໃໝ່ ສົກຮຽນ 2025-2026

ບັນຍາກາດໃນວັນເປີດສົກຮຽນໃໝ່ ສົກຮຽນ 2025-2026

ໃນໂອກາດເປີດສົກຮຽນໃໝ່ ສົກຮຽນ 2025-2026 ຢ່າງເປັນທາງການ ທີ່ໂຮງຮຽນມັດທະຍົມສົມບູນວຽງຈັນ (ມສ ວຽງຈັນ) ນາງ ພອນທິບ ໄຊຍະສິດທິເດດ ນັກຮຽນຊັ້ນ ມ5/1 ຂອງ ມສ ວຽງຈັນ ໄດ້ສະແດງຄວາມຮູ້ສຶກຂອງຕົນໃນວັນເປີດສົກຮຽນໃໝ່ວັນທີ 1 ກັນຍາ 2025 ທີ່ໂຮງຮຽນ ມສ ວຽງຈັນ ວ່າ:
ຫຼວງພະບາງໄຂສົກຮຽນໃໝ່ 2025-2026

ຫຼວງພະບາງໄຂສົກຮຽນໃໝ່ 2025-2026

ໃນວັນທີ 1 ກັນຍານີ້ ທີ່ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ໄດ້ໄຂສົກຮຽນໃໝ່ 2025-2026 ຂຶ້ນ ໂດຍມີທ່ານ ສໍາລານ ພັນທະວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ແຂກຖືກເຊີນ, ຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.
ມອບໃບຢັ້ງຢື່ນ ທິດສະດີການເມືອງ-ການປົກຄອງໃຫ້ແກ່ນັກສຶກສາຂັ້ນຕົ້ນຮຸ້ນທີ I ເມືອງວຽງພູຄາ ແຂວງຫຼວງນໍ້າທາ

ມອບໃບຢັ້ງຢື່ນ ທິດສະດີການເມືອງ-ການປົກຄອງໃຫ້ແກ່ນັກສຶກສາຂັ້ນຕົ້ນຮຸ້ນທີ I ເມືອງວຽງພູຄາ ແຂວງຫຼວງນໍ້າທາ

ພິທີປິດຊຸດຮຽນ ແລະ ມອບໃບຢັ້ງຢື່ນ ທິດສະດີການເມືອງ-ການປົກຄອງ ໃຫ້ແກ່ນັກສຶກສາຂັ້ນຕົ້ນຮຸ້ນທີ I ເມືອງວຽງພູຄາ ແຂວງຫຼວງນໍ້າທາໄດ້ຈັດຂຶ້ນໃນວັນທີ 29 ສິງຫາຜ່ານມາ ທີສະໂມສອນຂອງໂຮງຮຽນມັດທະຍົມສົມບຸນເທດສະບານເມືອງ ໂດຍເຂົ້າຮ່ວມຂອງ ທ່ານ ນາງ ເຮືອຍ ສົມຫວັງ ຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ, ທ່ານ ປທ ແສງ ເຊີຍສົມບັດ ຮອງເລຂາໜ່ວຍພັກ ຮອງຫົວໜ້າໂຮງຮຽນການເມືອງ- ການປົກຄອງແຂວງ, ພ້ອມດ້ວຍຄູອາຈານ, ບັນຫົວໜ້າ- ຮອງຫົວໜ້າຫ້ອງການກ່ຽວຂ້ອງ ແລະ ນັກສຶກສາ ຮຸ່ນທີ I ເມືອງວຽງພູຄາ ເຂົ້າຮ່ວມ.
ເພີ່ມເຕີມ