ເມື່ອບໍ່ດົນມານີ້ ທີ່ ກະຊວງການຕ່າງປະເທດ, ທ່ານ ໄມທອງ ທໍາມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ນາງ ຊີມາ ເມວໂຮຕຣາ(Seema Malhotra MP) ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຜູ້ຮັບຜິດຊອບວຽກງານອິນໂດ-ປາຊີຟິກ ແລະ ວຽກງານຄວາມເທົ່າທຽມ ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກຢ່າງເປັນທາງການ ຢູ່ ສປປ ລາວ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດໃຫ້ຕໍ່ເນື່ອງ. ໃນໂອກາດດັ່ງກ່າວ, ສອງຝ່າຍໄດ້ທົບທວນວຽກງານການພົວພັນ ເພື່ອສົ່ງເສີມການຮ່ວມມືໃຫ້ເຂັ້ມແຂງ ແລະ ຂະຫຍາຍຕົວຍິ່ງໆຂຶ້ນໃນຕໍ່ໜ້າລວມທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍພ້ອມທັງໄດ້ແລກປ່ຽນທັດສະນະ ກ່ຽວກັບບັນຫາຕ່າງໆ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ. ໃນໂອກາດດຽວກັນ, ຊີມາ ເມວໂຮຕຣາ ຍັງໄດ້ພົບປະກັບບາງຂະແໜງການກ່ຽວຂ້ອງ ເພື່ອປຶກສາຫາລືບັນດາໂຄງການຮ່ວມມືເພື່ອການພັດທະນາ ແລະ ທິດທາງຮ່ວມມືໃນອະນາຄົດ. ນອກນັ້ນ, ຍັງໄດ້ຢ້ຽມຢາມອົງການເກັບກູ້ລະເບີດ(MAG) ແລະ ໄດ້ປະກາດສືບຕໍ່ໃຫ້ທຶນຊ່ວຍເຫຼືອໃນສົກປີ 2026-2027.
ນັບຕັ້ງແຕ່ ສປປ ລາວ ແລະ ອັງກິດ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 5 ກັນຍາ1955 ເປັນຕົ້ນມາ, ການພົວພັນຮ່ວມມືລະຫວ່າງ ສອງປະເທດ ແມ່ນມີທ່າກ້າວ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ. ໃນປີ 2025, ສອງປະເທດ ໄດ້ຮ່ວມກັນຈັດງານສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 70 ປີ ຢ່າງເປັນຂະບວນຟົດຟື້ນ. ຂົງເຂດການຮ່ວມມືເພື່ອການພັດທະນາສອງຝ່າຍ ປະກອບດ້ວຍ ວຽກງານສາທາລະນະສຸກ, ການສຶກສາ, ໂຍທາທິການ, ການພັດທະນາຊັບພະຍາກອນມະນຸດ ໂດຍຜ່ານການຈັດຝຶກອົບຮົມຕ່າງໆ ແລະ ໂຄງການເກັບກູ້ລະເບີດທີ່ບໍ່ທັນແຕກ (UXO) ຊຶ່ງເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ຄຽງຄູ່ກັນນັ້ນ, ສອງປະເທດກໍໄດ້ມີການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນໃນລະດັບຕ່າງໆຢ່າງເປັນປົກກະຕິ.
(ຂ່າວ: ກຕທ)
ຄໍາເຫັນ