ຮອງເຈົ້າແຂວງໄຊຍະບູລີ ໂອ້ລົມ ຄູ-ອາຈານ ມສ ແກ່ນທ້າວ.

ຮອງເຈົ້າແຂວງໄຊຍະບູລີ ໂອ້ລົມ ຄູ-ອາຈານ ມສ ແກ່ນທ້າວ.

ໃນວັນທີ 29 ມັງກອນຜ່ານມານີ້, ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ໄດ້ລົງຢ້ຽມຢາມ ຖາມຂ່າວ,ເບິ່ງສະພາບຊີວິດການເປັນຢູ່ຂອງ ຄູ-ອາຈານ ແລະ ນັກຮຽນຢູ່ໂຮງຮຽນ ມສ ແກ່ນທ້າວ. ໂດຍມີທ່ານ ຄໍາປຸ່ນ ນວນສະບັບ ວ່າການເຈົ້າເມືອງແກ່ນທ້າວ, ມີຫົວໜ້າ, ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ຄູ-ອາຈານພາຍໃນໂຮງຮຽນດັ່ງກ່າວເຂົ້າຮ່ວມ.

ທ່ານ ສົມບັດ ແກ້ວປະເສີດ ຜູ້ອໍານວຍການໂຮງຮຽນມສ ແກ່ນທ້າວ ໄດ້ລາຍງານໃຫ້ຮູ້ວ່າ: ໂຮງຮຽນ ມສ ແກ່ນທ້າວ ເປັນໂຮງຮຽນມັດທະຍົມສົມບູນແຫ່ງທໍາອິດຂອງເມືອງແກ່ນທ້າວ ຕັ້ງຢູ່ເທດສະບານເມືອງ ເຂດບໍລິການ-ການສຶກສາ ກວມເອົາ 12 ບ້ານ ມີໂຮງຮຽນມັດທະຍົມຕອນຕົ້ນຂຶ້ນກັບ 1 ແຫ່ງ ແລະ ປະຖົມ 5 ແຫ່ງ ພາຍໃນໂຮງຮຽນມີອາຄານທັງໝົດ 9 ຫຼັງ ເປັນອາຄານຮຽນ 6 ຫຼັງ ປະກອບມີ: ຫ້ອງຄອມພິວເຕີ 1 ຫ້ອງ, ຫ້ອງທົດລອງ 1 ຫ້ອງ, ມີສະໂມສອນ 1 ຫຼັງ, ຫ້ອງວິຊາການ1 ຫຼັງ ແລະ ຫ້ອງອ່ານ 1 ຫຼັງ. ສົກຮຽນ 2024-2025 ໂຮງຮຽນ ມສ ແກ່ນທ້າວ ມີຄູສອນທັງໝົດ 32 ຄົນ ຍິງ 20 ຄົນ. ໃນນັ້ນ, ຄະນະອໍານວຍການໂຮງຮຽນ 3 ທ່ານ, ຄູລັດຖະກອນ 27 ຄົນຍິງ 17 ຄົນ ແລະ ຄູອາສາສະໝັກ 5 ຄົນຍິງ 3 ຄົນ. ມີນັກຮຽນທັງໝົດ 700 ກວ່ານ້ອງຍິງ 380 ກວ່ານ້ອງ, ຂັ້ນຮຽນ ມໍ1 ມີ 4 ຫ້ອງຮຽນ ມີນັກຮຽນ 120 ກວ່ານ້ອງຍິງ 59 ນ້ອງ, ມໍ2 ມີ 3 ຫ້ອງຮຽນ ມີນັກຮຽນ100 ກວ່ານ້ອງຍິງ 57 ນ້ອງ, ມໍ3 ມີ 3 ຫ້ອງຮຽນ ມີນັກຮຽນ 110 ກວ່ານ້ອງຍິງ 63 ນ້ອງ, ມໍ4 ມີ 3 ຫ້ອງຮຽນ ມີນັກຮຽນ 100 ກວ່ານ້ອງຍິງ 56 ນ້ອງ, ມໍ5 ມີ 3 ຫ້ອງຮຽນ ມີນັກຮຽນ 90 ກວ່ານ້ອງຍິງ 50 ນ້ອງ, ມໍ6 ມີ 2 ຫ້ອງຮຽນ ມີນັກຮຽນ 80 ກວ່ານ້ອງຍິງ 47 ນ້ອງ ແລະ ຂັ້ນຮຽນ ມໍ7 ມີ 2 ຫ້ອງ ມີນັກຮຽນ 80 ກວ່ານ້ອງຍິງ 47 ນ້ອງ. ຄູທີ່ມີຊົ່ວໂມງສອນໜ້ອຍສຸດ 4 ຊົ່ວໂມງຕໍ່ອາທິດ ແລະ ຫຼາຍສຸດ 24 ຊົ່ວໂມງຕໍ່ອາທິດ, ຄູທີ່ສອນຕໍາລາໜ້ອຍສຸດ 2 ຕໍາລາ ແລະ ຫຼາຍສຸດ 6 ຕໍາລາ. ສະເພາະສົກຮຽນ 2024-2025 ມີນັກຮຽນ ປະລະການຮຽນທັງໝົດ 98 ນ້ອງຍິງ 53 ນ້ອງ. ໃນນີ້, ຂັ້ນຮຽນ ມຕົ້ນ 57 ນ້ອງຍິງ 26 ນ້ອງ ແລະ ຂັ້ນຮຽນ ມປາຍ 41 ນ້ອງຍິງ 27 ນ້ອງ.

ທ່ານ ຮອງເຈົ້າແຂວງໄຊຍະບູລີ ໄດ້ມີຄໍາເຫັນຊີ້ນໍາໃຫ້ໜ່ວຍພັກທີ່ເປັນແກນນໍາຢູ່ພາຍໃນໂຮງຮຽນ ເຮັດໜ້າທີ່ໃນການນໍາພາທາງດ້ານການເມືອງ-ແນວຄິດ ໂດຍສະເພາະແມ່ນການນໍາເອົາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍ, ມະຕິ, ຄໍາສັ່ງ, ຍຸດທະສາດການສຶກສາ ເຜີຍແຜ່ເຊື່ອມຊຶມໃຫ້ຄູ-ອາຈານ, ນ້ອງນັກຮຽນ ແລະ ຕິດຕາມສະພາບແນວຄິດຂອງສະມາຊິກພັກ, ພະນັກງານຄູສອນຢູ່ພາຍໃນໂຮງຮຽນ, ໃຫ້ຄະນະອໍານວຍການໂຮງຮຽນ ເອົາໃຈໃສ່ປະຕິບັດລະບອບແບບແຜນວິທີບໍລິຫານ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ຄູ-ອາຈານ ແລະ ນັກຮຽນ, ຄູ-ອາຈານ ຕ້ອງໄດ້ຝຶກຝົນໃຫ້ມີຄວາມມານະອົດທົນ, ເສຍສະຫຼະ, ບຸກບືນ, ກະຕືລືລົ້ນ, ຫ້າວຫັນ ແລະ ເຮັດໃຫ້ພົ້ນເດັ່ນ, ສ້າງສະພາບແວດລ້ອມ ແລະ ບັນຍາກາດ ເພື່ອດຶງດູດ ຄູ-ອາຈານ ແລະ ນັກຮຽນ, ຍາດແຍ່ງການແລກປ່ຽນບົດຮຽນ ເພື່ອເອົາຄວາມຮູ້, ການບໍລິຫານທີ່ດີ ແລະ ຍາດແຍ່ງການຊ່ວຍເຫຼືອ ຈາກພາກສ່ວນຕ່າງໆ.ໂອກາດນີ້, ທ່ານຮອງເຈົ້າແຂວງ ຍັງໄດ້ມອບຄອມພິວເຕີ ຈໍານວນ 1 ຊຸດ ແລະ ປິ່ນເຕີ 1 ເຄື່ອງ ໃຫ້ໂຮງຮຽນ.

(ຂ່າວ: ແກ່ນທ້າວ)

ຄໍາເຫັນ

ຂ່າວສືກສາ-ກິລາ

ເຕະບານຊາຍຮອງຊີງຊະນະເລີດ ຍີ່ປຸ່ນ - ສ ເກົາຫຼີ

ເຕະບານຊາຍຮອງຊີງຊະນະເລີດ ຍີ່ປຸ່ນ - ສ ເກົາຫຼີ

ງານມະຫະກຳການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20, ໄອຈິ-ນາໂກຢ່າ ປະເທດຍີ່ປຸ່ນ ໄກ້ຈະຈົບລົງແລ້ວ ໂດຍຜົນການແຂ່ງຂັນເຕະບານຊາຍຮອບຮອງຊະນະເລີດ ຄູ່ລະຫວ່າງທີມຊາດ ຍີ່ປຸ່ນ ພົບກັບ ທີມຊາດອຸສະເບກິສຖານ ລົງສະໜາມ 90 ນາທີ ສະເໝີກັນ 1 – 1, ຕ້ອງຕໍ່ເວລາ 120 ນາທີ ຍັງສະເໝີກັນ 1 – 1 ຊຶ່ງຕ້ອງຕັດສິນດ້ວຍການເຕະລູກໂທດເພື່ອຫາຜູ້ຊະນະເຂົ້າໄປຊີງຊະນະເລີດ, ຜົນປະກົດວ່າ ທີມຊາດຍີ່ປຸ່ນເຈົ້າພາບຍິງໄດ້ແນ່ນອນກວ່າ 9 – 8 ປະຕູ, ເຮັດໃຫ້ທີມເຈົ້າພາບຜ່ານເຂົ້າໄປຊີງຫຼຽນຄຳ ໄປພົບກັນທີມຊາດ ສເກົາຫຼີ ທີ່ເອົາຊະນະທີມຊາດຈີນ ໃນຮອບຮອງຊະນະເລີດ 2 – 1 ປະຕູ. ສ່ວນທີມຊາດຈີນ ໄປຊີງທີ 3 ກັບ ອຸສະເບກິສຖານ ໂດຍທັງ 2 ຄູ່ຈະລົງແຂ່ງໃນວັນທີ 3 ຕຸລານີ້. ສໍາລັບຄູ່ຊີງຊະນະເລີດ ຫຼື ຊີງຫຼຽນຄຳ ຈະແຂ່ງຂັນກັນໃນເວລາ 13:00 ໂມງ ແລະ ຄູ່ຊີງທີ 3 ຫຼື ຊີງຫຼຽນທອງ ຈະແຂ່ງໃນເວລາ 17:30 ໂມງ ຂອງວັນທີ 3 ຕຸລາ 2026.
ທີມຈີນ ຍັງນໍາໜ້າເຈົ້າຫຼຽນຄຳ ໃນເອຊຽນເກມ ໄອຈິ-ນາໂກຢ່າ

ທີມຈີນ ຍັງນໍາໜ້າເຈົ້າຫຼຽນຄຳ ໃນເອຊຽນເກມ ໄອຈິ-ນາໂກຢ່າ

ການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20, ໄອຈິ-ນາໂກຢ່າ ປະເທດຍີ່ປຸ່ນ ເຂົ້າມື້ທີ 11 ຂອງການແຂ່ງຂັນ ໂດຍໃນວັນທີ 30 ກັນຍານີ້, ມີການຊີງໄຊກັນທັງໝົດ 23 ຫຼຽນຄຳ ປະກອບດ້ວຍ: ຢູໂດ 4 ຫຼຽນ, ມວຍປໍ້າ 4 ຫຼຽນ, ຍິງທະນູ 3 ຫຼຽນ, ລົດຖີບ 3 ຫຼຽນ, ກິລາທາງນໍ້າ 2 ຫຼຽນ, ເຮືອແຄນູ 2 ຫຼຽນ, ປີນໜ໊າຜາ 2 ຫຼຽນ, ອີສະປອດ 1 ຫຼຽນ, ຍິງປືນ 1 ຫຼຽນ.
ທີມຈີນ ຍັງນໍາໜ້າເຈົ້າຫຼຽນຄຳ ໃນເອຊຽນເກມ ໄອຈິ-ນາໂກຢ່າ

ທີມຈີນ ຍັງນໍາໜ້າເຈົ້າຫຼຽນຄຳ ໃນເອຊຽນເກມ ໄອຈິ-ນາໂກຢ່າ

ການແຂ່ງຂັນເອຊຽນເກມ ຄັ້ງທີ 20, ກ້າວມາເຖິງມື້ທີ 10 ຂອງການແຂ່ງຂັນ ໂດຍໃນວັນທີ 29 ກັນຍານີ້ ມີການຊີງໄຊກັນທັງໝົດ 32 ຫຼຽນຄຳ ປະກອບດ້ວຍ: ແລ່ນ ແລະ ລານ 9 ຫຼຽນ, ດອກປີກໄກ່ 5 ຫຼຽນ, ຍິງປືນ 4 ຫຼຽນ, ຍົກນໍ້າໜັກ 4 ຫຼຽນ, ກິລາທາງນໍ້າ 2 ຫຼຽນ, ຄູຣາຊ 2 ຫຼຽນ, ລົດຖີບ 2 ຫຼຽນ, ກະຕໍ້ 2 ຫຼຽນ, ອີສະປອດ 1 ຫຼຽນ ແລະ ແຮນບອນ 1 ຫຼຽນ.
ທັບນັກກິລາລາວ ສາມາດຍາດໄດ້ຫຼຽນທອງ

ທັບນັກກິລາລາວ ສາມາດຍາດໄດ້ຫຼຽນທອງ

ງານມະຫະກຳກິລາເອຊຽນເກມ ຄັ້ງທີ 20 ທີ່ໄອຈິ - ນາໂກຢ່າ ປະເທດຍີ່ປຸ່ນ ກ້າວເຂົ້າສູ່ມື້ທີ 9 ຂອງການແຂ່ງຂັນ ຊຶ່ງ ທີມຊາດຈີນ ຍັງຕອງຄວາມເປັນເຈົ້າຫຼຽນຄຳ ໂດຍໄດ້ໄປ 123 ຫຼຽນຄຳ, 51 ຫຼຽນເງິນ ແລະ 42 ຫຼຽນທອງ ລວມທັງໝົດ 216 ຫຼຽນ, ອັບດັບ 2 ປະເທດເຈົ້າພາບຍີ່ປຸ່ນ 39 ຫຼຽນຄຳ, 64 ຫຼຽນເງິນ, 60 ຫຼຽນທອງ ລວມເປັນ 163 ຫຼຽນ, ອັນດັບ 3 ສເກົາຫຼີ ມີ 21 ຫຼຽນຄຳ, 24 ຫຼຽນເງິນ ແລະ 41 ຫຼຽນທອງ ລວມເປັນ 86 ຫຼຽນ.
ຈີນ ຍັງຄອງຄວາມເປັນເຈົ້າຫຼຽນຄຳ ເອຊຽນເກມ

ຈີນ ຍັງຄອງຄວາມເປັນເຈົ້າຫຼຽນຄຳ ເອຊຽນເກມ

ການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20 ທີ່ໄອຈິ - ນາໂກຢ່າ ປະເທດຍີ່ປຸ່ນ ກ້າວເຂົ້າສູ່ມື້ທີ 6 ຊຶ່ງນັກກິລາແຕ່ລະຊາດ ໄດ້ມີຄວາມເຄື່ອນໄຫວຝຶກຊ້ອມຢ່າງຄຶກຄື້ນ ເພື່ອຍາດຊີງເອົາຫຼຽນຄຳມາຄອງໃຫ້ໄດ້. ການແຂ່ງຂັນໃນວັນທີ 25 ກັນຍານີ້, ມີການຊີງຫຼຽນຄຳທັງໝົດ 40 ຫຼຽນ ຊຶ່ງປະກອບມີ: ລອຍນໍ້າ 7 ຫຼຽນ, ຍິມນາສຕິກ 5 ຫຼຽນ, ແລ່ນ ແລະ ລານ 7 ຫຼຽນ, ເຮືອແຄນູ 4 ຫຼຽນ, ຍິງປືນ 3 ຫຼຽນ, ບານບ້ວງ 2 ຫຼຽນ, ລົດຖີບ 2 ຫຼຽນ, ຟັນດາບ 2 ຫຼຽນ, ກະຕໍ້ 2 ຫຼຽນ, ຍົກນໍ້າໜັກ 2 ຫຼຽນ ແລະ ສະເກັດບອດ 2 ຫຼຽນ ແລະ ຂີ່ມ້າ 1 ຫຼຽນ.
ເປີດຂະບວນການແຂ່ງຂັນກິລາບານເຕະຟຸດຊໍ ຕ້ອນຮັບວັນສ້າງຕັ້ງ ທຫລ ຄົບຮອບ 58 ປີ

ເປີດຂະບວນການແຂ່ງຂັນກິລາບານເຕະຟຸດຊໍ ຕ້ອນຮັບວັນສ້າງຕັ້ງ ທຫລ ຄົບຮອບ 58 ປີ

ຄະນະພັກຮາກຖານ ສາຂາທະນາຄານແຂວງອັດຕະປື ຈັດຂະບວນການແຂ່ງຂັນກິລາບານເຕະຟຸດຊໍຂຶ້ນໃນວັນທີ 23 ກັນຍາຜ່ານມາ, ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງທະນາຄານແຫ່ງ ສປປ ລາວ (ທຫລ) ຄົບຮອບ 58 ປີ (7 ຕຸລາ 1968-7 ຕຸລາ 2026) ໂດຍມີຄະນະພັກຮາກຖານ ສາຂາທະນາຄານແຂວງຈຳປາສັກ, ຫົວໜ້າທະນາຄານແຫ່ງ ສປປ ລາວ ສາຂາພາກໃຕ້, ຄະນະພັກ-ຄະນະສາຂາທະນາຄານ, ບັນດາສາຂາທະນາຄານທຸລະກິດລັດ ແລະ ເອກະຊົນ, ສະຖາບັນການເງິນ ຕະຫຼອດຮອດນັກກິລາ ແລະ ພະນັກງານເຂົ້າຮ່ວມ.
ເມືອງໝື່ນ ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ

ເມືອງໝື່ນ ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ

ວັນທີ 24 ກັນຍານີ້, ເມືອງໝື່ນ ແຂວງວຽງຈັນ ຈັດພິທີເປີດຊຸດຝຶກອົບຮົມກົດໝາຍ 45 ວັນໃຫ້ພະນັກ ງານຫຼັກແຫຼ່ງຂັ້ນເມືອງ-ບ້ານ ຊຸດທີ VII ປະຈຳປີ 2026 ຂຶ້ນທີ່ສະໂມສອນໃຫຍ່ຫ້ອງວ່າການເມືອງ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ພອນສິນ ທິລະກຸນ ຮອງຫົວໜ້າພະແນກຍຸຕິທຳແຂວງ, ມີທ່ານ ຄຳຜູ ແກ້ວດວງສີ ປະທານຄະນະກຳມະການປົກຄອງເມືອງ, ມີຫົວໜ້າຫ້ອງການ, ແຂກຖືກເຊີນ ແລະ ນັກຝຶກອົບຮົມເຂົ້າຮ່ວມ.
ສສກ ຍົກລະດັບວຽກງານໂຄສະນາເພດສຶກສາຜ່ານສື່ມວນຊົນ

ສສກ ຍົກລະດັບວຽກງານໂຄສະນາເພດສຶກສາຜ່ານສື່ມວນຊົນ

ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມຝຶກອົບຮົມວຽກງານໂຄສະນາເພດສຶກສາຜ່ານທາງໂທລະພາບ-ວິທະຍຸ ແລະ ສື່ຕ່າງໆ ສຳລັບແຂວງເປົ້າໝາຍຄື: ແຂວງຜົ້ງສາລີ ແລະ ແຂວງບໍລິຄຳໄຊ ພາຍໃຕ້ການສະໜັບສະໜູນຈາກອົງການ UNFPA ເພື່ອສົ່ງເສີມໃຫ້ຊາວໜຸ່ມ-ໄວໜຸ່ມ ຮັບຮູ້ເຂົ້າໃຈວິທີປ້ອງກັນຕົນເອງກ່ຽວກັບເພດສຶກສາໃຫ້ຫຼາຍຂຶ້ນ.
ສວສ ກວດຜ່ານເນື້ອໃນຫຼັກສູດ ສຳລັບຊັ້ນມັດທະຍົມສຶກສາ

ສວສ ກວດຜ່ານເນື້ອໃນຫຼັກສູດ ສຳລັບຊັ້ນມັດທະຍົມສຶກສາ

ວັນທີ 23 ກັນຍາຜ່ານມາ, ທີ່ວິທະຍາໄລຄູບ້ານເກີນ ແຂວງວຽງຈັນ ໄດ້ຈັດກອງປະຊຸມກວດຜ່ານເນື້ອໃນຫຼັກສູດ ມາດຕະຖານຄວາມສຳເລັດ ແລະ ຜົນໄດ້ຮັບຂອງການຮຽນ ສຳລັບຊັ້ນມັດທະຍົມສຶກສາ ເປັນປະທານໂດຍທ່ານ ວົງເພັດ ອຸດົມລິດ ຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ (ສສກ), ມີບັນດາຫົວໜ້າກົມ-ຮອງກົມ, ຄະນະສະຖາບັນຜູ້ອາວຸໂສ ຄູ-ອາຈານ ພ້ອມດ້ວຍນັກວິຊາການເຂົ້າຮ່ວມ.
ໂຮງຮຽນການທະຫານທ້ອງຖິ່ນແຂວງຊຽງຂວາງ ເປີດຮຽນກໍ່ສ້າງນາຍສິບທະຫານຮາບ

ໂຮງຮຽນການທະຫານທ້ອງຖິ່ນແຂວງຊຽງຂວາງ ເປີດຮຽນກໍ່ສ້າງນາຍສິບທະຫານຮາບ

ວັນທີ 23 ກັນຍາຜ່ານມາ, ໂຮງຮຽນການທະຫານທ້ອງຖິ່ນແຂວງຊຽງຂວາງ ໄດ້ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ລະບົບ 1 ປີ ຊຸດທີ VI ປະຈຳສົກຮຽນ 2026-2027 ໂດຍການເປັນປະທານຂອງສະຫາຍ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານຄະນະກຳມະການ ປກຊ-ປກສ ແຂວງຊຽງຂວາງ, ມີສະຫາຍ ພົນຈັດຕະວາ ພູເງິນ ພົມເມືອງ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໂຮງຮຽນ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ເພີ່ມເຕີມ