ໂຮງຮຽນ ນານາຊາດ ພອນສະຫວັນ

ໂຮງຮຽນ ນານາຊາດ ພອນສະຫວັນ

ໂຮງຮຽນ ນານາຊາດ ພອນສະຫວັນ (ນານາຊາດ ເຮີໝິງ)ຕັ້ງຢູ່ໃນ ເຂດເສດຖະກິດພິເສດບຶງທາດຫຼວງ ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ (ຄອນໂດມີນຽມເລກທີ 02) ຢູ່ຫ່າງຈາກໃຈກາງເມືອງພຽງ ແຕ່ 4 ກິໂລແມັດ, ມີຄວາມສະດວກໃນການເດີນທາງ, ເປັນໂຮງຮຽນ ທີໄດ້ຮັບການອະນຸມັດ ຈາກກະຊວງສຶກສາທິການ ແລະ ກິລາ, ເປັນໂຮງຮຽນແຫ່ງທໍາອິດຂອງ ສປປ ລາວ ທີ່ນໍາໃຊ້ ລະບົບການສຶກສາທີ່ປະສົມປະສານ ລະຫວ່າງ ລະບົບຫຼັກສູດ K12 ຂອງຈີນ ແລະ ລະບົບຫຼັກສູດ VCE ຂອງອົສຕຣາລີ, ອັງກິດສົມທົບ ການຮຽນ-ການສອນ ທີ່ນໍາໃຊ້ປັນຍາປະດິດ (AI) ເພື່ອພັດທະນາການເຕີບໂຕທາງດ້ານຈິດຕະວິທະຍາຂອງນັກຮຽນ ຕາມຄວາມເໝາະສົມ ແລະ ຮອງຮັບແນວທາງການສຶກສາໃນອະນາຄົດ.

 

 

ທ່ານ ນາງ ມາເຈັງຈຸ່ນ ຜູ້ອໍານວຍການໂຮງຮຽນ ນານາຊາດ ພອນສະຫວັນ ໄດ້ໃຫ້ຮູ້ວ່າ: ຂ້າພະເຈົ້າມາລົງທຶນສ້າງຕັ້ງໂຮງຮຽນຢູ່ລາວ ຍ້ອນເຫັນຄວາມສໍາຄັນຂອງວຽກງານສຶກສາ ມີຄວາມຈິງໃຈມາປະກອບສ່ວນພັດທະນາຊັບພະກອນມະນຸດໃຫ້ເດັກນ້ອຍລາວ ມີຄວາມກ້າວໜ້າເຂັ້ມແຂງ ທັນກັບການສຶກສາຢູ່ປະເທດທີ່ຈະເລີນ. ໂຮງຮຽນຂອງພວກເຮົາ ຮັບນັກຮຽນ ແຕ່ອາຍຸ 3-16 ປີ (ຂັ້ນອະນຸບານ ຫາ ຊັ້ນມັດທະຍົມຕອນປາຍ) ເປີດໂຮງຮຽນມາໄດ້ສອງສົກຮຽນແລ້ວ ມີນັກຮຽນ ນັບແຕ່ອານຸບານ ຈົນຮອດມັດທະຍົມ ຈໍານວນ 60 ຄົນ. ການສິດສອນຂອງພວກເຮົາ ແມ່ນເນັ້ນໃສ່ສ້າງຄວາມຮູ້ ຄວາມສາມາດດ້ານ AI ຊ່ວຍຮຽນຮູ້ຫຼາຍພາສາເຊັນ: ພາສາລາວ, ຈີນ, ອັງກິດ ແລະ ມີວິຊາສໍາຮອງ ແມ່ນພາສາຝຣັ່ງ, ພາສາແອັສປາຍ ແລະ ພາສາອື່ນໆ.

ສໍາລັບພາສາຈີນ ເດັກນ້ອຍນັກຮຽນ ຈະສາມາດສື່ສານໄດ້ເທົ່າກັບເຈົ້າຂອງພາສາ ເພື່ອຮອງຮັບການເຂົ້າສູ່ມະຫາວິທະຍາໄລ ທີ່ມີຊື່ສຽງຂອງຈີນ. ທັງເນັ້ນໃສ່ການພັດທະນາບຸກຂະລິກຂອງນັກຮຽນ. ໃຊ້ລະບົບ AI ຊ່ວຍໃນການສອນ-ການຮຽນ ຕາມໂປຣແກມທີ່ກຳນົດ, ຍົກລະດັບຄວາມຄິດ ຄວາມສາມາດ ແລະ ພຶດຕິກຳຂອງນັກຮຽນໃຫ້ສູງຂຶ້ນເລື້ອຍໆ. ໄປຄ່ຽງຄູ່ກັບການຮຽນ-ການສອນແລ້ວ ທາງໂຮງຮຽນ ຍັງໄດ້ເອົາໃຈໃສ່ເບິ່ງແຍງດ້ານສຸຂະພາບ, ອາລົມ, ສະຕິປັນຍາ ແລະ ສັງຄົມ 4 ຂໍ້:ຄື: - ການເຕີບໂຕດ້ານສຸຂະພາບ: ພັດທະນາຮ່າງກາຍໃຫ້ແຂງແຮງ, ມີລະບຽບວິໄນ ແລະ ການດຳລົງຊີວິດ. - ການເຕີບໂຕດ້ານອາລົມ: ການຄວບຄຸມອາລົມ, ຄວາມອົດທົນ ແລະ ການຮັບມືທາງດ້ານຈິດໃຈ. - ການເຕີບໂຕດ້ານສະຕິປັນຍາ: ພັດທະນາຄວາມຄິດຢ່າງຮອບຄອບ, ຄວາມໝັ້ນໃຈ ແລະ ຄວາມກ້າສະແດງອອກຢ່າງຊັດເຈນ. - ການເຕີບໂຕດ້ານສັງຄົມ: ການສ້າງຄວາມສໍາພັນທີ່ດີ, ການຮ່ວມມື ແລະ ການຕິດຕໍ່ພົວພັນ.

ໂຮງຮຽນຂອງພວກເຮົາ ບໍ່ເນັ້ນພຽງແຕ່ການ “ສອນ” ເປັນຫຼັກ, ແຕ່ຈະເນັ້ນການປະສົມປະສານ ລະຫວ່າງ ການສອນ ແລະ ການຮຽນຮູ້ພັດທະນາດ້ວຍຕົນເອງ ໂດຍຜ່ານການນໍາໃຊ້ລະບົບ AI ຂັ້ນສູງ ທີ່ສາມາດວິເຄາະຂໍ້ມູນໄດ້ຢ່າງຊັດເຈນ ແລະ ມີປະສິດທິພາບສູງ ເພື່ອພັດທະນາຄວາມຮູ້ເທົ່ານັ້ນ ແຕ່ຍັງລວມເຖິງ ວິທີຄິດ, ການຕັ້ງຄໍາຖາມ ແລະ ການແກ້ໄຂບັນຫາຕົວຈິງ. ປູກຝັງຄວາມສາມາດ ແລະ ຄຸນສົມບັດທີ່ຄົບຖ້ວນສໍາລັບນັກຮຽນ. ພວກເຮົາ ສົ່ງເສີມນັກຮຽນ “ວິທີການຮຽນຮູ້ດ້ວຍຕົນເອງ” ແລະ ອາຈານ ຈະບໍ່ແມ່ນພຽງຜູ້ປ້ອນຄວາມຮູ້ອີກຕໍ່ໄປ ແຕ່ຍັງເປັນຜູ້ແນະນໍາຫຼັກສູດ ແລະ ການກະຕຸ້ນຄວາມຄິດ ໂດຍຜ່ານການຊ່ວຍເຫຼືອຂອງ AI, ການຄົ້ນຄວ້າຫາຂໍ້ມູນ, ການຕອບສະໜອງທາງຄວາມຄິດ, ຊ່ວຍໃຫ້ນັກຮຽນພັດທະນາທັກສະການວາງແຜນການຈັດການ ແລະ ການຄິດຢ່າງມີວິຈາລະນະຍານ ເພື່ອເປັນພື້ນຖານອັນເຂັ້ມແຂງ ໃນການຮຽນຮູ້ຕະຫຼອດໄປ. ຄູທີ່ສິດສອນພາຍໃນໂຮງຮຽນ ມີທັງຄູຄົນລາວ, ຄົນຈີນ ແລະ ຄົນປະເທດອື່ນໆ ທີ່ມີປະສົບການສອນ ຕາມຫຼັກສູດນາໆຊາດມາຫຼາຍປີ ແລະ ປະສົບການດ້ານການພັດທະນາການຮຽນ, ຈິດຕະວິທະຍາ ແລະ ການດໍາລົງຊີວິດ.

ສໍາລັບຫ້ອງຮຽນ ແມ່ນມີຄວາມທັນສະໄໝ. ມີຫ້ອງສະໝຸດຫຼາຍພາສາ, ມີເດີ່ນກິລາຫຼາຍປະເພດ, ສະລອຍນໍ້າ, ຫ້ອງອາຫານ, ຫໍພັກນັກຮຽນ, ມີລົດຮັບ-ສົ່ງ, ກິດຈະກໍາສ່ວນລວມ ແລະ ລາຍວັນທີ່ຫຼາກຫຼາຍ, ສຸມໃສ່ເອກະລັກທາງດ້ານວັດທະນະທໍາ ແລະ ການເຕີບໂຕດ້ານຈິດຕະວິທະຍາ. ໃນການຮຽນ ພວກເຮົາ ຍັງມີຊົ່ວໂມງໃຫ້ເດັກນ້ອຍຫຼິ້ນກິລາ 1-2 ຊົ່ວໂມງໃນທຸກໆມື້, ເພື່ອໃຫ້ນັກຮຽນທຸກຄົນໄດ້ຜ່ອນຄາຍ, ເສີມສ້າງຄວາມເຂັ້ມແຂງທາງດ້ານຮ່າງກາຍ ແລະ ຈິດໃຈ. ສ້າງທັກສະການຮ່ວມມືແບບເປັນທີມ ໂດຍຜ່ານການແຂ່ງຂັນກິລາ, ພວກເຮົາເຊື່ອວ່າ: ກິລາ ບໍ່ພຽງແຕ່ເປັນການເສີມສ້າງດ້ານຮ່າງກາຍເທົ່ານັ້ນ, ແຕ່ຍັງເປັນບ່ອນພັດທະນາການສຶກສາ ແລະ ການສ້າງບຸກຄະລິກກະພາບອີກດ້ວຍ.

ພາຍຫຼັງຮຽນຈົບຈາກໂຮງຮຽນຂອງພວກເຮົາ ຕາມຫຼັກສູດ VCE ແລະ ສອບເສັງໄດ້ລະດັບຄະແນນ ATAR, ສາມາດໄປຮຽນຕໍ່ມະຫາວິທະຍາໄລຫຼັກຂອງຈີນ, ອົສຕຣາລີ, G5 ຂອງອັງກິດ, ຮົງກົງ, ສິງກະໂປ ແລະມະຫາວິທະຍາ ໄລທີ່ມີຊື່ສຽງອື່ນໆ.

ທ່ານ ນາງ ມາເຈັງຈຸ່ນ ກ່າວອີກວ່າ: ປັດຈຸບັນ ກໍາລັງຈະສ້າງຕັ້ງຕຶກອາຄານຮຽນທີທັນສະໄໝ ໃນບໍລິເວນບຶ່ງທາດຫຼວງ ເພື່ອຮອງຮັບກັບນັກຮຽນທີ່ນັບມື້ເພີ່ນຂຶ້ນ ເພື່ອເຮັດສໍາເລັດຕາມວິໃສທັດຂອງໂຮງຮຽນທີ່ວາງໄວ້ຄື: ໃຫ້ນັກຮຽນກາຍເປັນພົນລະເມືອງທີ່ມີວິໃສທັດລະດັບໂລກ, ມີບຸກຄະລິກກະພາບທີ່ດີ ແລະ ມີການເຕີບໂຕຢ່າງຕໍ່ເນື່ອງ.


ຄໍາເຫັນ

ຂ່າວສືກສາ-ກິລາ

ທ່ານ ບຸນທ່ຽງ ລັດຕະນະວົງ ພູມໃຈໄດ້ນຳເອົາຄວາມຮູ້ຈາກ ມຊ ໄປໝູນໃຊ້ຢ່າງມີປະສິດທິຜົນ ກາຍເປັນຜູ້ປະກອບການ

ທ່ານ ບຸນທ່ຽງ ລັດຕະນະວົງ ພູມໃຈໄດ້ນຳເອົາຄວາມຮູ້ຈາກ ມຊ ໄປໝູນໃຊ້ຢ່າງມີປະສິດທິຜົນ ກາຍເປັນຜູ້ປະກອບການ

ໃນໂອກາດເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງ ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 5 ພະຈິກນີ້, ທີ່ ມຊ. ທ່ານ ບຸນທ່ຽງ ລັດຕະນະວົງ ອະດີດນັກສຶກສາຄະນະເສດຖະ ສາດ ແລະ ບໍລິຫານທຸລະກິດ ມຊ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ວ່າ: ຕົນເອງ ເປັນຜູ້ໜຶ່ງທີ່ໄດ້ສຶກສາຮໍ່າຮຽນຢູ່ໃນຮົ້ວ ມຊ ແຫ່ງນີ້ ແລະ ຮູ້ສຶກດີໃຈ ແລະ ປະທັບໃຈທີ່ໄດ້ເຂົ້າຮ່ວມພິທີໃນຄັ້ງນີ້ ແລະ ໄດ້ແບ່ງປັນບົດຮຽນຈາກການສຶກສາ ແລະ ປະສົບການສ້າງທຸລະກິດຂອງຕົນເອງ ໂດຍຊີ້ໃຫ້ເຫັນວ່າອົງຄວາມຮູ້ທີ່ໄດ້ຮັບຈາກການສຶກສາຮໍ່າຮຽນ ສາມາດນຳໄປໝູນໃຊ້, ປະຕິບັດຕົວຈິງຢ່າງມີປະສິດທິຜົນ ຈາກພະນັກງານກິນເງິນເດືອນ ກາຍມາເປັນຜູ້ປະກອບການສ້າງວຽກເຮັດງານທຳໃຫ້ແຮງງານລາວຫຼາຍຮ້ອຍຄົນ.
ກອງປະຊຸມວິທະຍາສາດລະດັບຊາດ ສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ

ກອງປະຊຸມວິທະຍາສາດລະດັບຊາດ ສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ. ມຊ ໄດ້ຈັດກອງປະຊຸມວິທະຍາສາດ ລະດັບຊາດ ພາຍໃຕ້ຫົວຂໍ້: ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ເພື່ອການພັດທະນາແບບຍືນຍົງ ແລະ ສີຂຽວ ໃນວັນທີ 4 ພະຈິກນີ້, ທີ່ຫ້ອງປະຊຸມຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມຊ ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອໍານວຍການໃຫຍ່ ມຊ, ມີທ່ານ ນາງ ວັນແສງ ຈຸນລະມະນີ ຮອງຜູ້ອໍານວຍການໃຫຍ່ມະຫາວິທະຍາໄລສ້າງຄູແຫ່ງຊາດ, ມີນັກຄົ້ນ ຄ້ວາ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍພາກສ່ວນກ່ຽວເຂົ້າຮ່ວມ.
ພູຜາ ຄວ້າແຊັມເທັນນິດ ລາຍການ ຈູເນຍ ແຊັມປ້ຽນຊິບ 2026 ທີ່ປະເທດໄທ

ພູຜາ ຄວ້າແຊັມເທັນນິດ ລາຍການ ຈູເນຍ ແຊັມປ້ຽນຊິບ 2026 ທີ່ປະເທດໄທ

ທ້າວ ພູຜາ ຈັນທະວົງ ຫຼື ພູມ ນັກເທັນນິດດາວຮຸ່ງເຍົາວະຊົນລາວ ສ້າງຜົນງານໄດ້ຢ່າງໂດດເດັ່ນ ແລະ ສ້າງຊື່ສຽງໃຫ້ກັບປະເທດຊາດ ດ້ວຍການຄວ້າແຊັມໃນການແຂ່ງຂັນເທັນນິດເຍົາວະຊົນ ລາຍການ Junior Tennis Championship 2026 ຮຸ່ນອາຍຸບໍ່ເກີນ 14 ປີ (U-14) ທີ່ນະຄອນຫຼວງບາງກອກ ປະເທດໄທ ໃນລະຫວ່າງວັນທີ 31 ຕຸລາ ຫາ 1 ພະຈິກ ຜ່ານມາ.
ສຸພົນສາ ແລະ ເພັດນະຄອນ ສອງນັກແມ້ນປືນລາວ ຄວ້າແຊັມລາຍການ ໄອພີເອັດຊີ ຊີງແຊັມປະເທດລາວ ປະຈຳປີ 2026

ສຸພົນສາ ແລະ ເພັດນະຄອນ ສອງນັກແມ້ນປືນລາວ ຄວ້າແຊັມລາຍການ ໄອພີເອັດຊີ ຊີງແຊັມປະເທດລາວ ປະຈຳປີ 2026

ທ້າວ ສຸພົນສາ ນິຍົມ ແລະ ທ້າວ ເພັດນະຄອນ ພາມີສິດ ສອງໜຸ່ມນັກກິລາແມ້ນປືນໄອພີເອັດຊີ ທີມຊາດລາວ ນັກແມ້ນປືນລະດັບຕົ້ນຂອງປະເທດລາວ ຄວ້າແຊັມການແຂ່ງຂັນກິລາຍິງປືນ IPSC ຊີງແຊັມປະເທດລາວ ປະຈຳປີ 2026 ໄປຄອງ ຂະນະທີ່ ແຊັມປະເພດປືນໂປຣດັກຊັນຍິງເປັນຂອງນາງ ກົງຄຳ ບົວແສງພະຈັນ.
ປະກາດນຳໃຊ້ແຜນດຳເນີນງານເພື່ອຄວາມສະເໝີພາບ ຍິງ-ຊາຍ ແລະ ວຽກງານແມ່ ແລະ ເດັກ ຄັ້ງທີ V

ປະກາດນຳໃຊ້ແຜນດຳເນີນງານເພື່ອຄວາມສະເໝີພາບ ຍິງ-ຊາຍ ແລະ ວຽກງານແມ່ ແລະ ເດັກ ຄັ້ງທີ V

ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດພິທີປະກາດການນຳໃຊ້ແຜນດຳເນີນງານເພື່ອຄວາມສະເໝີພາບຍິງ-ຊາຍ ແລະ ວຽກງານແມ່ ແລະ ເດັກ 5 ປີ ຄັ້ງທີ V ໃນວັນທີ 3 ພະຈິກຜ່ານມາ, ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ນາງ ຊູຮຸນ ຄິມ ຜູ້ອຳນວຍການພາກພື້ນຂອງອົງການ UNESCO ບາງກອກ ແລະ ທ່ານ ນາງ ເບັນນິຕ້າ ຊຳເມີວິວ ຮອງເອກອັກຄະລັດຖະທູດອົສຕຣາລີ ປະຈຳລາວ, ມີຫົວໜ້າກົມ, ຮອງກົມ, ຜູ້ຕາງໜ້າຈາກບັນດາກົມ ແລະ ພະແນກການ, ຄູ່ຮ່ວມພັດທະນາ, ແຂກຖືກເຊີນກ່ຽວຂ້ອງເຂົ້າຮ່ວມ.
ສະເຫຼີມສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ

ສະເຫຼີມສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ (5 ພະຈິກ 1996-5 ພະຈິກ 2026) ຂຶ້ນໃນວັນທີ 5 ພະຈິກນີ້ ທີ່ສະໂມສອນໃຫຍ່ ມຊ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາຄະນະນໍາ ມຊ, ອະດີດຄະນະນໍາ ມຊ, ມີບັນດາອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ພະນັກງານ, ຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນ ເຂົ້າຮ່ວມ.
U10 ເບ ສະຫວັນ ຄວ້າແຊັມບານເຕະ Singa Cup 2026

U10 ເບ ສະຫວັນ ຄວ້າແຊັມບານເຕະ Singa Cup 2026

ຫຼານນ້ອຍສະໂມສອນບານເຕະ ເບ ສະຫວັນ ເອັຟຊີ ຮຸ່ນອາຍຸບໍ່ເກີນ 10 ປີ (U10) ສ້າງຜົນງານຄ້ວາແຊັມບານເຕະນາໆຊາດ ລາຍການ Singa Cup 2026 ທີ່ປະເທດສິງກະໂປ ໄດ້ເດີນທາງຮອດບ້ານເກີດເມືອງນອນດ້ວຍຄວາມສະຫວັດດີພາບແລ້ວ ໃນຕອນແລງວັນທີ 3 ພະຈິກຜ່ານມາ, ນຳໂດຍທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະໂມສອນ ເບ ສະຫວັນ ເອັຟຊີ ຮອງປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ທັງເປັນປະ ທານສະຫະພັນບານເຕະຄົນພິການຕາແຫ່ງຊາດລາວ.
ໂຮງຮຽນສິນໄຊນໍາພານັກຮຽນລົງພາກປະຕິບັດຕົວຈິງເກັບກູ້ຜົນຜະລິດກະສິກຳ

ໂຮງຮຽນສິນໄຊນໍາພານັກຮຽນລົງພາກປະຕິບັດຕົວຈິງເກັບກູ້ຜົນຜະລິດກະສິກຳ

ວັນທີ 30 ຕຸລາຜ່ານມາ, ໂຮງຮຽນປະຖົມ ແລະ ມັດທະຍົມສຶກສາສົມບູນສິນໄຊ (ໂຮງຮຽນສິນໄຊ) ນະຄອນຫຼວງວຽງຈັນ ໄດ້ຈັດກິດຈະກຳນໍາພານັກຮຽນຊັ້ນ ມ6 ຫຼາຍກວ່າ 50 ຄົນ ຍິງ 36 ຄົນ ພ້ອມດ້ວຍຄູນໍາພາ 5 ທ່ານ ນໍາໂດຍທ່ານນາງ ອາລີ ພົນເສນາ ຜູ້ອຳນວຍການໂຮງຮຽນສິນໄຊໄປທັດສະນະສຶກສາຢ້ຽມຢາມສວນສຶກສາກະສິກຳ ແລະ ສິ່ງແວດລ້ອມ ຂອງໂຮງຮຽນສິນໄຊຢູ່ບ້ານຫາດດອກແກ້ວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.
ສຊປລ ເປີດການແຂ່ງຂັນກິລາບານເຕະ ຊີງຂັນປະທານ ສນຊ ປີ 2026 ຢ່າງເປັນທາງການ

ສຊປລ ເປີດການແຂ່ງຂັນກິລາບານເຕະ ຊີງຂັນປະທານ ສນຊ ປີ 2026 ຢ່າງເປັນທາງການ

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ຈັດການແຂ່ງຂັນກິລາບານເຕະ ຊີງຂັນທ່ານປະທານສູນກາງແນວລາວສ້າງຊາດ (ສນຊ) ປີ 2026 ພາຍໃຕ້ຫົວຂໍ້: ກ້ອນກໍາລັງມະຫາສາມັກຄີຂອງຊາວໜຸ່ມບັນດາເຜົ່າ ພ້ອມຂານອາສາຕະລຸມບອນເຂົ້າໃນພາລະກິດສ້າງສາພັດທະນາປະເທດຊາດ ຂຶ້ນຢ່າງເປັນທາງການ ໃນວັນທີ 2 ພະຈິກຜ່ານມານີ້, ທີ່ເດີ່ນກິລາບານເຕະລ້ານຊ້າງສະເຕດຽມ ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (ນວ) ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ, ທ່ານ ສຸລິປັນຍາ ຣາຊສົມບັດ ຮອງປະທານ ສນຊ, ມີບັນດາຜູ້ໃຫ້ການສະໜັບສະໜູນ, ນັກກິລາ, ຄູຝຶກ, ກຳມະການ ແລະ ຊາວໜຸ່ມ-ເຍົາວະຊົນ, ມວນຊົນ, ແຂກຖືກເຊີນເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
U10 ເບ ສະຫວັນ ຄອງແຊັມບານເຕະເຍົາວະຊົນນາໆຊາດ SingaCup 2026 ທີ່ສິງກະໂປ

U10 ເບ ສະຫວັນ ຄອງແຊັມບານເຕະເຍົາວະຊົນນາໆຊາດ SingaCup 2026 ທີ່ສິງກະໂປ

ການແຂ່ງຂັນບານເຕະເຍົາວະຊົນນານາຊາດ SingaCup 2026 ໃນລະຫວ່າງວັນທີ 31 ຕຸລາ ຫາ 7 ພະຈິກ 2026 ທີ່ປະເທດສິງກະໂປ ສະໂມສອນ ເບສະຫວັນ ເອັຟຊີ ຮຸ່ນອາຍຸບໍ່ເກີນ 10 ປີ (U10) ຈາກ ສປປ ລາວ ສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນ ຄອງແຊັມໄດ້ສຳເລັດຕາມເປົ້າໝາຍທີ່ວາງໄວ້ ພາຍຫຼັງນັດຊີງຊະນະເລີດເອົາຊະນະ ສະໂມສອນ BESM Woodleigh FC ຈາກສິງກະໂປ ເຈົ້າພາບ 7-1.
ເພີ່ມເຕີມ