ໂຮງຮຽນ ປະຖົມສົມບູນ ບ້ານວົງສໍາພັນ ໄດ້ຮັບອຸປະກອນກິລາ ແລະ ທືນການສຶກສາ

ໂຮງຮຽນ ປະຖົມສົມບູນ ບ້ານວົງສໍາພັນ ໄດ້ຮັບອຸປະກອນກິລາ ແລະ ທືນການສຶກສາ

ໂຮງຮຽນ ປະຖົມສົມບູນ ບ້ານວົງສໍາພັນ ໄດ້ຮັບອຸປະກອນກິລາ ແລະ ທືນການສຶກສາ
ໃນອາທິດຜ່ານມານີ້ ຢູ່ເດີ່ນໂຮງຮຽນປະຖົມສົມບູນ ວົງສຳພັນ ເມືອງພູວົງ ແຂວງອັດຕະປື, ບໍລິສັດ ອາເອັມເອລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສະຫະກຳແຂວງອັດຕະປື ມອບອຸປະກອນການກິລາ ແລະ ທືນການສຶກສາ ໃຫ້ໂຮງຮຽນປະຖົມສົມບູນ ບ້ານວົງສໍາພັນ ຊຶ່ງນຳໂດຍ ທ່ານ ເເດນນຽວ ມາເຊໂດ້ ຜູ້ຈັດການບໍລິສັດ ອາເອັມເອລາວ ສາຂາປາກເຊ, ມີທ່ານ ດາບເເກ້ວ ໄຊຍະເເສງ ເຈົ້າເມືອງພູວົງ, ຄູ-ອາຈານ ເເລະ ນ້ອງນັກຮຽນ.

 

 

ໂຮງຮຽນປະຖົມສົມບູນ ບ້ານ ວົງສໍາພັນ ສ້າງຕັ້ງຂຶ້ນ ໃນສົກຮຽນ 1999-2000; ມາຮອດ ສົກຮຽນ 2024-2025 ມີຄູທັງໝົດ 9 ຄົນ ຍິງ 8 ຄົນ, ມີນັກຮຽນ ຕົ້ນປີ 218 ຄົນ ຍິງ 97 ຄົນ, ມີອາຄານຮຽນ 3 ຫຼັງ, ມີ 15 ຫ້ອງຮຽນ.

ອຸປະກອນທີ່ໄດ້ນຳມາຊ່ວຍເຫຼືອໃນຄັ້ງນີ້, ມີ ເງິນສົດ 10 ລ້ານກີບ, ບານເຕະ 30 ໜ່ວຍ, ກະຕໍ້ 30 ໜ່ວຍ, ຕາໜ່າງ 20 ຊຸດ, ເສື້ອກິລາ 100 ຊຸດ, ພັດລົມ 20 ໜ່ວຍ, ປື້ມຂຽນ 200 ໜ້າ 50 ຫົວ, ປາກກາລູກລຶ້ນ 20 ກ້ານ, ດິນສໍດຳ 2 B 10 ກັບ, ດິນສໍ 1B 46 ກັບ, ນ້ຳລຶບ 400 ຊຸດ ແລະ ອຸປະກອນຮຽນອື່ນໆ ລວມມູນຄ່າທັງໝົດ 100 ລ້ານກີບ. ການມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້, ກໍເພື່ອເປັນການຊຸກຍູ້ວຽກງານການສຶກສາໂດຍສະເພາະໃຫ້ນ້ອງໆນັກຮຽນໄດ້ນຳໃຊ້ປື້ມ, ບິກຂຽນ ແລະ ອຸປະກອນຕ່າງໆ ເຂົ້າໃນການສຶກສາຮ່ຳຮຽນໃຫ້ມີຄວາມຮູ້ຄວາມສາມາດ, ຄຸນສົມບັດ ເເລະ ເປັນກຳລັງແຮງສືບທອດທີ່ດີໃນອະນາຄົດ.

ໂອກາດນີ້, ທ່ານ ເຈົ້າເມືອງ ພູວົງ ໄດ້ຕາງໜ້າໃຫ້ເມືອງ ກໍຄືໂຮງຮຽນ ກ່າວສະແດງຄວາມຍ້ອງຍໍ ແລະ ຂອບໃຈເປັນຢ່າງຍິງ ຕໍ່ບໍລິສັດ ອາເອັມເອລາວ, ສະພາການຄ້າ ແລະ ອຸດສະຫະກຳແຂວງ ທີ່ໄດ້ນຳເອົາອຸປະກອບການຮຽນມາຊ່ວຍເຫຼືອໃນຄັ້ງນີ້, ອຸປະກອນດັ່ງກ່າວແມ່ນຈະຈັດແບ່ງໃຫ້ນ້ອງນັກຮຽນຢ່າງທົ່ວເຖິງ ແລະ ໃຫ້ເກີດປະໂຫຍດສູງສຸດ.

(ພາບ-ຂ່າວ:ສິງໂຕ)

ຄໍາເຫັນ

ຂ່າວສືກສາ-ກິລາ

ຄໍາມ່ວນ ເປີດສົກຮຽນໃໝ່ ເອກະພາບທົ່ວແຂວງ ປະຈໍາສົກຮຽນ 2025-2026

ຄໍາມ່ວນ ເປີດສົກຮຽນໃໝ່ ເອກະພາບທົ່ວແຂວງ ປະຈໍາສົກຮຽນ 2025-2026

ພິທີເປີດສົກຮຽນໃໝ່ ເອກະພາບທົ່ວແຂວງຄຳມ່ວນ ປະຈຳສົກຮຽນ 2025-2026 ໄດ້ຈັດຂຶ້ນໃນວັນທີ 3 ກັນຍາຜ່ານມາ ທີ່ສະໂມສອນ 21 ມີນາ (ໂຮງຮຽນການເມືອງ ແລະ ການປົກຄອງແຂວງ) ໂດຍພາຍໃຕ້ການເປັນປະທານຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ມີທ່ານ ອຸດຕະມະ ຈັນນີຍາວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີແຂກຖືກເຊີນ, ພະນັກງານຄູ - ອາຈານ ພ້ອມດ້ວຍນ້ອງນັກຮຽນເຂົ້າຮ່ວມ.
ແຂວງວຽງຈັນ ກຽມຈັດກິລາແລ່ນ-ຍ່າງຊີງຂັນເຈົ້າແຂວງ ສົ່ງເສີມການທ່ອງທ່ຽວ

ແຂວງວຽງຈັນ ກຽມຈັດກິລາແລ່ນ-ຍ່າງຊີງຂັນເຈົ້າແຂວງ ສົ່ງເສີມການທ່ອງທ່ຽວ

ພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ ຮ່ວມກັບ ວິສາຫະກິດ ສ່ວນບຸກຄົນ ອີເອັຟຈີ ລາວ ກຽມຈັດງານແຂ່ງຂັນແລ່ນ (Run Discovery) ຊີງຂັນທ່ານເຈົ້າແຂວງວຽງຈັນ ລວມມີ 46 ລາຍການ ໃນໄລຍະທາງ 5 ກິໂລແມັດ (ເພື່ອສຸຂະພາບ) ແລະ 10 ກິໂລແມັດ (ມິນິມາຣາທອນ) ຊາຍ-ຍິງ ລວມເງິນລາວັນ 41,600,000 ກີບ. ມາຮອດປັດຈຸບັນ ມີນັກກິລາລົງທະບຽນເຂົ້າຮ່ວມແຂ່ງຂັນແລ້ວເຖິງ 500 ຄົນ.
ບັນຍາກາດໃນວັນເປີດສົກຮຽນໃໝ່ ສົກຮຽນ 2025-2026

ບັນຍາກາດໃນວັນເປີດສົກຮຽນໃໝ່ ສົກຮຽນ 2025-2026

ໃນໂອກາດເປີດສົກຮຽນໃໝ່ ສົກຮຽນ 2025-2026 ຢ່າງເປັນທາງການ ທີ່ໂຮງຮຽນມັດທະຍົມສົມບູນວຽງຈັນ (ມສ ວຽງຈັນ) ນາງ ພອນທິບ ໄຊຍະສິດທິເດດ ນັກຮຽນຊັ້ນ ມ5/1 ຂອງ ມສ ວຽງຈັນ ໄດ້ສະແດງຄວາມຮູ້ສຶກຂອງຕົນໃນວັນເປີດສົກຮຽນໃໝ່ວັນທີ 1 ກັນຍາ 2025 ທີ່ໂຮງຮຽນ ມສ ວຽງຈັນ ວ່າ:
ຫຼວງພະບາງໄຂສົກຮຽນໃໝ່ 2025-2026

ຫຼວງພະບາງໄຂສົກຮຽນໃໝ່ 2025-2026

ໃນວັນທີ 1 ກັນຍານີ້ ທີ່ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ໄດ້ໄຂສົກຮຽນໃໝ່ 2025-2026 ຂຶ້ນ ໂດຍມີທ່ານ ສໍາລານ ພັນທະວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ແຂກຖືກເຊີນ, ຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.
ມອບໃບຢັ້ງຢື່ນ ທິດສະດີການເມືອງ-ການປົກຄອງໃຫ້ແກ່ນັກສຶກສາຂັ້ນຕົ້ນຮຸ້ນທີ I ເມືອງວຽງພູຄາ ແຂວງຫຼວງນໍ້າທາ

ມອບໃບຢັ້ງຢື່ນ ທິດສະດີການເມືອງ-ການປົກຄອງໃຫ້ແກ່ນັກສຶກສາຂັ້ນຕົ້ນຮຸ້ນທີ I ເມືອງວຽງພູຄາ ແຂວງຫຼວງນໍ້າທາ

ພິທີປິດຊຸດຮຽນ ແລະ ມອບໃບຢັ້ງຢື່ນ ທິດສະດີການເມືອງ-ການປົກຄອງ ໃຫ້ແກ່ນັກສຶກສາຂັ້ນຕົ້ນຮຸ້ນທີ I ເມືອງວຽງພູຄາ ແຂວງຫຼວງນໍ້າທາໄດ້ຈັດຂຶ້ນໃນວັນທີ 29 ສິງຫາຜ່ານມາ ທີສະໂມສອນຂອງໂຮງຮຽນມັດທະຍົມສົມບຸນເທດສະບານເມືອງ ໂດຍເຂົ້າຮ່ວມຂອງ ທ່ານ ນາງ ເຮືອຍ ສົມຫວັງ ຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ, ທ່ານ ປທ ແສງ ເຊີຍສົມບັດ ຮອງເລຂາໜ່ວຍພັກ ຮອງຫົວໜ້າໂຮງຮຽນການເມືອງ- ການປົກຄອງແຂວງ, ພ້ອມດ້ວຍຄູອາຈານ, ບັນຫົວໜ້າ- ຮອງຫົວໜ້າຫ້ອງການກ່ຽວຂ້ອງ ແລະ ນັກສຶກສາ ຮຸ່ນທີ I ເມືອງວຽງພູຄາ ເຂົ້າຮ່ວມ.
ກອງປະຊຸມຜູ້ບໍລິຫານການສຶກສາ,ທົ່ວແຂວງໄຊສົມບູນ ປະຈຳສົກຮຽນ 2024-2025

ກອງປະຊຸມຜູ້ບໍລິຫານການສຶກສາ,ທົ່ວແຂວງໄຊສົມບູນ ປະຈຳສົກຮຽນ 2024-2025

ພະແນກສຶກສາ ທິການ ແລະ ກິລາແຂວງໄຊສົມບູນ ໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທົ່ວແຂວງ ປະຈຳສົກຮຽນ 2024-2025 ຂຶ້ນໃນວັນທີ 21 ສິງຫານີ້ ທີ່ຫ້ອງປະຊຸມຂອງພະແນກ ໂດຍການເປັນປະທານຂອງທ່ານ ຢົງຢີ ລີເຍ່ຍວື ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງໄຊສົມບູນ.
ແຂວງວຽງຈັນ ຕີລາຄາຄືນການຈັດຕັ້ງປະຕິບັດວຽກງານສືກສາ ປະຈໍາສົກຮຽນ 2024-2025

ແຂວງວຽງຈັນ ຕີລາຄາຄືນການຈັດຕັ້ງປະຕິບັດວຽກງານສືກສາ ປະຈໍາສົກຮຽນ 2024-2025

ກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທົ່ວແຂວງວຽງຈັນ ປະຈໍາສົກຮຽນ 2024-2025 ແລະ ແຜນຈັດຕັ້ງປະຕິບັດສົກຮຽນ 2025-2026 ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 18-19 ສິງຫາຜ່ານມາ ທີ່ພະແນກສຶກສາທິການ ແລະ ກິລາແຂວງ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງວຽງຈັນ.
ສສກ ຮ່ວມກັບລັດຖະບານອົສຕຣາລີ ຖ່າຍທຳວິດີໂອສົ່ງເສີມການສຶກສາໃນທົ່ວປະເທດ

ສສກ ຮ່ວມກັບລັດຖະບານອົສຕຣາລີ ຖ່າຍທຳວິດີໂອສົ່ງເສີມການສຶກສາໃນທົ່ວປະເທດ

ເມື່ອບໍ່ດົນມານີ້, ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົສຕຣາລີ ໂດຍຜ່ານແຜນງານບີຄວາ ໄດ້ເລີ່ມການຖ່າຍທຳບົດເລື່ອງທຳອິດຂອງແຜນໂຄສະນາການສຶກສາແຫ່ງຊາດຄັ້ງໃໝ່ ເພື່ອສົ່ງເສີມການສຶກສາໃນທົ່ວປະເທດລາວ. ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ໂດຍການຊີ້ນຳຈາກກະຊວງສຶຶກສາທິການ ແລະ ກິລາ ທີ່ນຳພາການຖ່າຍທຳ. ບົດເລື່ອງທຳອິດມີຊື່ວ່າ: "ສອງເສັ້ນທາງ", ເປັນເລື່ອງລາວທີ່ປະທັບໃຈ ແລະ ເປັນເລື່ອງທຳອິດໃນບັນດາວິດີໂອທີ່ຈະຜະລິດ ເພື່ອສ້າງແຮງບັນດານໃຈໃຫ້ຮັກການຮຽນ ແລະ ຊຸກຍູ້ໃຫ້ນັກຮຽນສືບຕໍ່ການຮຽນ.
ສໍາມະນາວິທະຍາສາດສາກົນ “ບົດຮຽນການກໍາອໍານາດຂອງພັກການເມືອງມາກຊິດ” ຄັ້ງທີ VI

ສໍາມະນາວິທະຍາສາດສາກົນ “ບົດຮຽນການກໍາອໍານາດຂອງພັກການເມືອງມາກຊິດ” ຄັ້ງທີ VI

ກອງປະຊຸມສໍາມະນາສາກົນຄັ້ງນີ້ເປັນເຈົ້າພາບຮ່ວມຈັດໂດຍ ມະຫາວິທະຍາໄລກວາງຊີ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລ ຊານຕົງ, ສະພາບັນດິດວິທະຍາສາດສັງຄົມຫວຽດນາມ ແລະ ສະມາຄົມປັດຊະຍາຫວຽດນາມ ຊຶ່ງຈັດໂດຍຄະນະລັດທິມາກ ມະຫາວິທະຍາໄລກວາງຊີ, ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດລາວ, ສູນຄົ້ນຄວ້າສັງຄົມນິຍົມຮ່ວມສະໄໝ ມະຫາວິທະຍາໄລຊານຕົງ ແລະ ຊ່ວຍຈັດໂດຍກົມບັນນາທິການ ວາລະສານ “ບັນຫາສັງຄົມນິຍົມສະໄໝປັດຈຸບັນ”, ກົມບັນນາທິການວາລະສານ “ການຄົ້ນຄວ້າທິດສະດີເໝົາເຈີຕົງ-ເຕັ້ງ ສ່ຽວຜິງ”, ກົມບັນນາທິການວາລະສານ “ການຄົ້ນຄວ້າປັດຊະຍາ” ຫວຽດນາມ, ກອງປະຊຸມໄດ້ດໍາເນີນພາຍໃຕ້ຫົວຂໍ້ “ບົດຮຽນການກໍາອໍານາດ ຂອງບັນດາພັກການເມືອງມາກຊິດ” ຄັ້ງທີ VI ໃນວັນທີ 16 ສິງຫາ ຜ່ານມານີ້ ທີ່ສະໂມສອນຂອງມະຫາວິທະຍາໄລແຫ່ງຊາດ.
ຄູ-ອາຈານ 10 ໂຮງຮຽນເປົ້າໝາຍ ນວ ສຳເລັດຍົກລະດັບທັກສະການສອນພາສາຍີ່ປຸ່ນ

ຄູ-ອາຈານ 10 ໂຮງຮຽນເປົ້າໝາຍ ນວ ສຳເລັດຍົກລະດັບທັກສະການສອນພາສາຍີ່ປຸ່ນ

ພິທີປິດຊຸດຝຶກອົບຮົມພາກປະຕິບັດຕົວຈິງສຳລັບຄູ-ອາຈານ ສອນພາສາຍີ່ປຸ່ນ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ສູນຝຶກອົບຮົມ ແລັບເດີລາຍ ນະຄອນຫຼວງວຽງຈັນ ໂດຍເປັນກຽດ ມອບໃບຢັ້ງຢືນຂອງ ທ່ານ ອຸທິດ ທິບມະນີ ຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ), ມີທ່ານ Murakami ຜູ້ຊ່ຽວຊານຈາກມູນນິທິຍີ່ປຸ່ນ, ມີອາສາສະໝັກຊ່ວຍສອນພາສາຍີ່ປຸ່ນ, ຄູ-ອາຈານສອນພາສາຍີ່ປຸ່ນຈາກໂຮງຮຽນພາກລັດ ແລະ ເອກະຊົນໃນນະຄອນຫຼວງວຽງຈັນ 30 ທ່ານ ເຂົ້າຮ່ວມ.
ເພີ່ມເຕີມ