![]() |
ໂອກາດດັ່ງກ່າວ, ທ່ານ ນາງ ຄຳສິລິພອນ ສູນທະວົງ ໄດ້ຜ່ານບົດສະຫຼຸບບົດສະຫຼຸບການຮຽນ-ການສອນຂອງຊັ້ນລ້ຽງ, ເດັກອະນຸບານ, ປະຖົມ ແລະ ຊັ້ນມັດທະຍົມ ປະຈຳສົກຮຽນ 2025-2026 ວ່າ: ໄລຍະຜ່ານມາທາງໂຮງຮຽນແມ່ນໄດ້ມີຜົນງານທີ່ພົ້ນເດັ່ນຫຼາຍດ້ານ ເປັນຕົ້ນແມ່ນຜົນງານ ແລະ ຕົວເລກສະຖິຕິທີ່ພົ້ນເດັ່ນໃນສົກຮຽນ 2025-2026 ໂຮງຮຽນມີບຸກຄະລາກອນ ມີຄູສອນ ແລະ ພະນັກງານທັງໝົດ 66 ທ່ານ, ມີນັກຮຽນທັງໝົດ 1,172 ນ້ອງ, ໃນນັ້ນຊັ້ນລ້ຽງເດັກ-ອະນຸບານ 156 ຄົນ, ຍິງ 63 ຄົນ; ຊັ້ນປະຖົມ 467 ຄົນ, ຍິງ 223 ຄົນ; ຊັ້ນມັດທະຍົມສົມບູນ549 ນ້ອງ, ຍິງ 265 ຄົນ; ຜົນການຮຽນ ແລະ ການເສັງເລື່ອນຊັ້ນ-ຈົບຊັ້ນຂອງຊັ້ນລ້ຽງເດັກ - ອະນຸບານ 3 ສາມາດເສັງເລື່ອນຊັ້ນໄດ້ 100% ຕາມເກນອາຍຸ (ອັດຕາເສັງໄດ້ລວມທຸກຊັ້ນອະນຸບານແມ່ນ 98.47%); ຊັ້ນປະຖົມ ປ.1 ຫາ ປ.4 ສາມາດສອບເສັງເລື່ອນຊັ້ນໄດ້ 100%; ຊັ້ນປະຖົມ ປ.5 ນັກຮຽນເຂົ້າສອບເສັງທັງໝົດ 92 ຄົນ, ເສັງໄດ້ສົມບູນ 100%. ໃນນັ້ນ, ມີນັກຮຽນທີ່ເສັງໄດ້ຄະແນນເກັ່ງຮອບດ້ານ ຄະແນນ 8-10 ທຸກວິຊາ ຈຳນວນ 41 ຄົນ (ຄິດເປັນ 44.60%); ຜົນງານນັກຮຽນເກັ່ງຂັ້ນເມືອງ ແລະ ນະຄອນຫຼວງ ຊັ້ນ ປ.5 ເສັງຕິດອັນດັບ ທີ1, 2 ແລະ 3 ທົ່ວເມືອງສີສັດຕະນາກ ຈຳນວນ 4 ຄົນ, ນາງ ເຂັ້ມເງິນ ສະເຫຼີມສີ ທີ 1, ນາງ ທິບເກສອນ ກຸທຳໄສ ທີ 2, ທ້າວ ສິດອຳນາດ ສິດທິພັນ ແລະ ນາງ ມາລີນ້າ ສິດທິໄຊ ທີ 3; ຊັ້ນ ມ.4 ວິຊາ ຄະນິດສາດ ທ້າວ ວິພາດາ ສີຫາລາດ ທີ4, ວິຊາ ເຄມີສາດ ນາງ ຟູຣິຈັກ ໂພທິຈັກ ທີ3, ນາງ ນໍ້າຫວານ ແກ່ນຄໍາພັນ ທີ5; ຊັ້ນ ມ.7 ວິຊາ ພາສາລາວ ນາງ ທິບເກສອນ ສິລິຈັນທອນ ທີ 2, ນາງ ພຸດສະຫວັນ ພິມມະຈັກ ທີ 5, ວິຊາເຄມີສາດ ທ້າວ ອະຣິຍະ ພັນທະຖາວອນ ທີ 4, ວິຊາ ຟີຊິກສາດ ນາງ ສຸພັດຕາ ສີຫາລາດ ທີ 3, ນາງ ວາດສະໜາ ກອງເງິນງາມ ອັນດັບທີ 4; ວິຊາຄະນິດສາດ ນາງ ລັດສະດາລິນ ອິນທະວົງ ແລະ ທ້າວ ພອນປະເສິດ ທາລາດ ອັນດັບທີ4.
ສຳລັບວຽກງານກິດຈະກຳນອກຫຼັກສູດ (ສິລະປະ-ກິລາ) ນັກຮຽນອະນຸບານ ແລະ ປະຖົມ ໄດ້ເຂົ້າຮ່ວມການແຂ່ງຂັນສິລະປະຂັ້ນເມືອງ ແລະ ໄດ້ຮັບລາງວັນ ປະເພດຮ້ອງເພງ ຍາດໄດ້ລາງວັນທີ 1, ປະເພດບົດລະຄອນ ຍາດໄດ້ລາງວັນທີ 3, ປະເພດບົດຟ້ອນ ໄດ້ຮັບລາງວັນຊົມເຊີຍ.
ນອກນັ້ນ, ໃນພິທີກໍໄດ້ມີການການມອບໃບຍ້ອງຍໍ ແລະ ໃບຢັ້ງຢືນຈົບຊັ້ນອະນຸບານ, ປະຖົມ ແລະ ມັດທະຍົມ ເພື່ອເປັນການກະຕຸກຊຸກຍູ້ ແລະ ສັນລະເສີນຜົນງານ ໃຫ້ແກ່ຄູອາຈານທີ່ມີຜົນງານດີເດັ່ນໃນການສິດສອນ, ມອບໃບຍ້ອງຍໍໃຫ້ແກ່ນັກຮຽນເກັ່ງ, ນັກຮຽນທີ່ປະຕິບັດຕາມ 5 ຫຼັກມູນການສຶກສາ ແລະ ມອບໃບຢັ້ງຢືນຈົບຊັ້ນອະນຸບານ 3 ແລະ ຊັ້ນປະຖົມ ປ.5 ແລະ ມັດທະຍົມ ມ. ແລະ ມ.7 ອີກດ້ວຍ.ພາບ-ຂ່າວ: ບົວລະພາ

ຄໍາເຫັນ