ໂຮງຮຽນອະນຸບານກະຊວງສາທາລະນະສຸກ ເນັ້ນເອົາໃຈໃສ່ເບິ່ງແຍງ, ລ້ຽງດູ, ສິດສອນເດັກກ່ອນໄວຮຽນ

ໂຮງຮຽນອະນຸບານສາທາ ເນັ້ນເອົາໃຈໃສ່ເບິ່ງແຍງ-ສິດສອນເດັກກ່ອນໄວຮຽນເປັນສິ່ງສຳຄັນ

ໂຮງຮຽນອະນຸບານສາທາ ເນັ້ນເອົາໃຈໃສ່ເບິ່ງແຍງ-ສິດສອນເດັກກ່ອນໄວຮຽນເປັນສິ່ງສຳຄັນ
ໂດຍ: ວັນເພັງ ໂຮງຮຽນອະນຸບານກະຊວງສາທາລະນະສຸກ ເນັ້ນເອົາໃຈໃສ່ເບິ່ງແຍງ, ລ້ຽງດູ, ສິດສອນເດັກກ່ອນໄວຮຽນຖືເປັນສິ່ງສຳຄັນ ແລະ ຈັດການຮຽນ-ການສອນໄປຕາມ 3 ລັກສະນະ

 ແລະ 5 ຫຼັກມູນຂອງການສຶກສາ, ສອນຕາມແຜນການຂອງໂຮງຮຽນວາງອອກ ໂດຍຖືເອົາເດັກເປັນໃຈກາງ.
ເນື່ອງໃນໂອກາດວັນຄູແຫ່ງຊາດ ວັນທີ 7 ຕຸລາ ຄົບຮອບ 30 ປີ (7 ຕຸລາ 1994-7 ຕຸລາ 2024) ທີ່ໃກ້ຈະມາເຖິງນີ້, ທ່ານນາງ ສີສົມພອນ ນວນຜາລີ ຜູ້ອໍານວຍການໂຮງຮຽນອະນຸບານກະຊວງສາທາລະນະສຸກ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນໃນວັນທີ 2 ຕຸລາ 2024 ທີ່ໂຮງຮຽນດັ່ງກ່າວວ່າ: ນິຍາມຄໍາວ່າຄູບໍ່ອາດພັນລະນານັບໄດ້ ຄໍາວ່າຄູແມ່ນມີຄວາມໝາຍ-ຄວາມສໍາຄັນຫຼາຍຕໍ່ກັບການປະຕິບັດໜ້າທີ່ວຽກງານຂອງຜູ້ເປັນຄູ, ຄູຄືແມ່ພິມຂອງຊາດ. ສໍາລັບຄູອະນຸບານແລ້ວປຽບເໝືອນແມ່ຜູ້ທີ່ສອງຂອງເດັກ. ນອກນັ້ນ, ຄູຍັງເປັນຜູ້ປະຕິບັດໜ້າທີ່ການສິດສອນ, ຖ່າຍທອດຄວາມຮູ້,ສຶກສາອົບຮົມ, ຄົ້ນຄວ້າວິໄຈ, ຊຸກຍູ້ສົ່ງເສີມ ແລະ ຊ່ວຍເຫຼືອຜູ້ຮຽນດ້ວຍຫຼາຍຮູບການ. ໂຮງຮຽນອະນຸບານດັ່ງກ່າວນີ້ເປັນອາຄານ 2 ຊັ້ນ, ມີທັງໝົດ 10 ຫ້ອງຮຽນ, ມີຄູ-ອາຈານທັງໝົດ 25 ຄົນ ເປັນຍິງທັງໝົດ, ມີນັກຮຽນທັງໝົດ 206 ຄົນ ຍິງ 99 ຄົນ.
ທ່ານນາງ ສີສົມພອນ ນວນຜາລີ ກ່າວໃຫ້ຮູ້ຕື່ມວ່າ: ໃນໄລຍະ 1 ປີຜ່ານມາ, ໂຮງຮຽນມີຜົນງານພົ້ນເດັ່ນຫຼາຍດ້ານເປັນຕົ້ນເອົາໃຈໃສ່ສຶກສາອົບຮົມນໍາພາການເມືອງ-ແນວຄິດ ດ້ວຍການນໍາເອົາເອກະສານສໍາຄັນຕ່າງໆທີ່ມີຢູ່ໃນແຕ່ລະເດືອນ ແລະ ທາງຂັ້ນເທິງສົ່ງມາໃຫ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມຈຶ່ງເຮັດໃຫ້ພະນັກງານທຸກຄົນມີແນວຄິດອຸ່ນອ່ຽນທຸ່ນທ່ຽງ,ມີທັດສະນະຫຼັກໝັ້ັນດີ, ມີຄວາມສາມັກຄີເປັນເອກະພາບຕໍ່ແນວທາງນະໂຍຍາຍຂອງພັກ-ລັດ ເຮັດໃຫ້ສະພາບແນວຄິດຂອງພະນັກງານ-ລັດຖະກອນໃນໂຮງຮຽນມີຄວາມສະຫງົບ,ມີຄວາມເຊື່ອໝັ້ນຕໍ່ການປະຕິບັດໜ້າທີ່ວຽກງານ. ເຖິງແມ່ນວ່າຜ່ານມາຈະມີຄວາມຫຍຸ້ງຍາກ,ຄ່າຄອງຊີບມີການເໜັງຕີງຄູສອນບາງຫ້ອງມີແຕ່ຜູ້ດຽວ ແຕ່ພະນັກງານຄູ-ອາຈານທຸກຄົນໄດ້ມີຄວາມອົດທົນຜ່ານຜ່າ ສູ້ຊົນປະຕິບັດໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້ບັນລຸຜົນໄດ້ເປັນຢ່າງດີ.
ສຳລັບວຽກງານການສິດສອນໄດ້ເອົາໃຈໃສ່ເບິ່ງແຍງ,ລ້ຽງດູ,ສິດສອນເດັກກ່ອນໄວຮຽນ ແລະ ຈັດການຮຽນ-ການສອນໃຫ້ໄປຕາມ 3 ລັກສະນະ ແລະ 5 ຫຼັກມູນຂອງການສຶກສາ, ສອນຕາມແຜນການຂອງໂຮງຮຽນວາງອອກ ໂດຍຖືເອົາເດັກເປັນໃຈກາງ. ນອກນັ້ນ,ຍັງໄດ້ເອົາໃຈໃສ່ຕໍ່ວຽກງານອະນາໄມ,ປະດັບປະດາຫ້ອງຮຽນໃຫ້ສະອາດສວຍງາມ,ນໍາພາເດັກອອກຫຼິ້ນກາງແຈ້ງ,ເຂົ້າຮ່ວມໂມງສອນຖອດຖອນບົດຮຽນພາຍໃນໂຮງຮຽນ ເພື່ອຍົກສູງຄຸນນະພາບຂອງຄູສອນ. ນອກຈາກການສິດສອນໃນຫ້ອງແລ້ວ ຄູຍັງໄດ້ນໍາພາເດັກອອກສອນນອກຫ້ອງ,ເຂົ້າຫ້ອງສະມຸດເພື່ອເຮັດໃຫ້ເດັກໄດ້ພັດທະນາຄວາມພ້ອມໃນດ້ານຕ່າງໆຕາມໄວອາຍຸ,ໄດ້ປະເມີນຜົນການຮຽນຮູ້ຂອງເດັກຫຼັງຈາກຈັດກິດຈະກໍາແລ້ວ.ໃນນັ້ນ, ຍັງໄດ້ເອົາໃຈໃສ່ໃນການປຸງແຕ່ງອາຫານກາງເວັນໃຫ້ເດັກໄດ້ກິນທັນເວລາ, ມື້ໜຶ່ງ 2 ຄາບ ໂດຍຖືເອົາອາຫານຫຼັກ 6 ໝູ່ໃນການປຸງແຕ່ງ. ພ້ອມນັ້ນ, ຍັງໄດ້ຮັບຄວາມຮ່ວມມືຈາກຫ້ອງການສາທາລະນະສຸກເມືອງສີສັດຕະນາກ ໃຫ້ເດັກໄດ້ກິນຢາຂ້າແມ່ທ້ອງ, ຢອດຢາວິຕາມິນອາ, ສັກຢາກັນພະຍາດໝາກແດງນ້ອຍ-ໝາກແດງໃຫຍ່, ເດັກໄດ້ຮັບການກວດສຸຂະພາບປະຈໍາປີ ແລະ ໄດ້ກວດສຸຂະພາບປາກ ແລະ ແຂ້ວຈາກມະຫາວິທະຍາໄລ ວິທະຍາສາດສຸຂະພາບມາໃຫ້ບໍລິການ,ໄດ້ຕິດຕາມການຈະເລີນເຕີບໂຕຂອງເດັກດ້ວຍການຊັ່ງນ້ຳໜັກແທກລວງສູງ ແລະ ທຽບສີໃສ່ເກນມາດຕະຖານການຈະເລີນເຕີບໂຕຊຶ່ງໄດ້ກວດສຸຂະພາບເດັກຈໍານວນ 4 ຄັ້ງ, ມີນັກຮຽນທັງໝົດ944 ເທື່ອຄົນ, ຈໍານວນນັກຮຽນໄດ້ກວດຕົວຈິງ 772 ເທື່ອຄົນ ພ້ອມໄດ້ຕີລາຄາຜົນການກວດຄື:ເດັກສຸຂະພາບແຂງແຮງ (ສີຂາວ, ຂຽວ )ມີ 658 ເທື່ອຄົນຍິງ 330ເທື່ອຄົນເທົ່າກັບ85.23 %, ເດັກສຸຂະພາບປານກາງ (ສີເຫຼືອງ) 96ເທື່ອຄົນ ຍິງ 36 ເທື່ອຄົນເທົ່າກັບ 12.43%, ເດັກຂາດສານອາຫານ (ສີແດງ)0ເທື່ອຄົນ, ເດັກບໍ່ໄດ້ກວດ18ເທື່ອຄົນ, ຍິງ 6 ເທື່ອຄົນເທົ່າກັບ 2.33%. ໃນນັ້ນ, ຫ້ອງການສຶກສາທິການ ແລະ ກິລາເມືອງສີສັດຕະນາກ ຍັງໄດ້ລົງມາປະເມີນວຽກງານນໍ້າ ແລະ ສຸຂະອະນາໄມໃນໂຮງຮຽນໃນຮູບແບບ 3 ດາວ ແລະ ໂຮງຮຽນສີຂຽວຖືວ່າຜ່ານເກນມາດຕະຖານ.
ທ່ານນາງ ສີສົມພອນ ນວນຜາລີ ກ່າວຕື່ມວ່າ: ສຳລັບທິດທາງແຜນການໃນຕໍ່ໜ້າຈະສືບຕໍ່ນໍາພາການດໍາເນີນຊີວິດການເມືອງໃຫ້ເປັນປົກກະຕິໃນທຸກໆເດືອນ; ຈັດຕັ້ງຮໍ່າຮຽນທຸກມະຕິຄໍາສັ່ງ ແລະ ເອກະສານສໍາຄັນຕ່າງໆທີ່ທາງຂັ້ນເທິງສົ່ງມາໃຫ້, ຊຸກຍູ້ໃຫ້ 3 ອົງການຈັດຕັ້ງມະຫາຊົນເຄື່ອນໄຫວຕາມພາລະບົດບາດ; ສືບຕໍ່ເອົາໃຈໃສ່ປັບປຸງຄຸນນະພາບການສິດສອນຂອງຄູໃຫ້ດີຂຶ້ນກວ່າເກົ່າ; ປະເມີນຜົນພັດທະນາການເດັກໃຫ້ທັນໃນແຕ່ລະພາກຮຽນ; ສືບຕໍ່ຫັດແອບນິໄສເດັກໃຫ້ຮູ້ຈັກມາລະຍາດທາງສັງຄົມ,ຮູ້ຈັກຮັກສາອະນາໄມສິ່ງແວດລ້ອມ ແລະ ຮູ້ຈັກຊ່ວຍເຫຼືອຕົນເອງ; ນໍາພາເດັກຝຶກແອບສິລະປະ-ກິລາເພື່ອຮັບໃຊ້ວັນສໍາຄັນຕ່າງໆທັງພາຍໃນ ແລະ ນອກໂຮງຮຽນ; ສືບຕໍ່ປັບປຸງຫ້ອງຫຼິ້ນ ແລະ ເດີ່ນຫຼິ້ນຂອງຊັ້ນລ້ຽງເດັກ, ປັບປຸງສະພາບແວດລ້ອມຫ້ອງຮຽນຂອງຊັ້ນລ້ຽງເດັກ ແລະ ວຽກງານອື່ນໆໃຫ້ດີຂຶ້ນ.
ສຳລັບກິດຈະກຳກະກຽມສະເຫຼີມສະຫຼອງວັນຄູແຫ່ງຊາດໃນປີນີ້,ເພື່ອເຮັດໃຫ້ເດັກມີສຸຂະພາບແຂງແຮງ, ມີຄວາມເບີກບານມ່ວນຊື່ນ ທັງເປັນການສົ່ງເສີມພອນສະຫວັນຂອງເດັກທີ່ມີຢູ່ທາງໂຮງຮຽນໄດ້ຝຶກຊ້ອມສິລະປະ3 ລາຍການ,ກິລາ2 ປະເພດ ພ້ອມທັງໄດ້ເປີດຂະບວນການແຂ່ງຂັນຄູສອນດີເດັກຮຽນເກັ່ງ,ປັບປຸງເດີ່ນຫຼິ້ນຂອງເດັກໃຫ້ມີສີສັນທັງເປັນບ່ອນຮອງຮັບໃຫ້ເດັກໄດ້ເຄື່ອນໄຫວກິດຈະກຳຢ່າງເຕັມທີ່.
ເນື່ອງໃນໂອກາດວັນຄູແຫ່ງຊາດຄົບຮອບ 30 ປີທີ່ໃກ້ຈະມາເຖິງນີ້, ທ່ານນາງ ສີສົມພອນນວນຜາລີ ຍັງໄດ້ອວຍພອນໄຊອັນປະເສີດມາຍັງຜູ້ທີ່ເຮັດໜ້າທີ່ເປັນຄູໃນຂອບເຂດທົ່ວປະເທດ ລວມທັງຜູ້ທີ່ໄດ້ຮັບພັກຜ່ອນບໍານານ, ຜູ້ທີ່ກໍາລັງປະຕິບັດໜ້າທີ່ວຽກງານເປັນຄູ-ອາຈານຢູ່ໃນປັດຈຸບັນຈົ່ງມີສຸຂະພາບແຂງແຮງປາສະຈາກໂຣກໄພໄຂ້ເຈັບ,ຕັ້ງໜ້າປະຕິບັດໜ້າທີ່ອັນມີກຽດໃຫ້ບັນລຸຕາມຈຸດປະສົງຂອງພັກ-ລັດມອບໝາຍໃຫ້.

ຄໍາເຫັນ

ຂ່າວສືກສາ-ກິລາ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ໃນໂອກາດສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີການນໍາແຂວງຈໍາປາສັກ ນໍາໂດຍທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ໄດ້ຮ່ວມທັດສະນະສຶກສາຊົມສະຖານທີ່ທາງປະຫວັດສາດ ເຮືອນຂອງອະດີດປະທານ ໄກສອນ ພົມວິຫານ ທີ່ບ້ານລາດບົກ ເມືອງບາຈຽງຈະເລີນສຸກ, ພ້ອມນີ້ກໍໄດ້ຮັບຟັງການເລົ່າປະຫວັດຄວາມເປັນມາການເຄື່ອນໄຫວຂອງປະທານ ໄກສອນ ພົມວິຫານ ຈາກຜູ້ອາວຸໂສພາຍໃນບ້ານລາດບົກ, ມີກິດຈະກຳຖາມ-ຕອບ ວິທະຍາສາດ ນ້ອງໆເຍົາວະຊົນ-ຊາວໜຸ່ມ.
ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ທ້າວ ສະເຫຼີມໄຊ ໄຊຍະສິດ ນັກກິລາຟັນດາບ ຈາກເເຂວງບໍລິຄໍາໄຊ ຍາດໄດ້ 2 ຫຼຽນຄໍາ ຈາກການລົງເເຂ່ງຂັນຟັນດາບ 2 ລາຍການ ຄື: ເອເປ ເເລະ ເຊເບີ ບັນລຸຕາມຄາດໝາຍທີ່ວາງໄວ້ ຂະນະດຽວກັນ ຫຼຽນເງິນ ເເລະ ຫຼຽນທອງ ເປັນຂອງນັກກິລາ ຈາກເເຂວງສະຫວັນນະເຂດ ຈາກການລົງເເຂ່ງຂັນກິລາຟັນດາບ ງານມະຫະກໍາກິລາຄົນພິການເເຫ່ງຊາດ ຄັ້ງທີ 4 ຫຼື ນະຄອນຫຼວງວຽງຈັນ ພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນຮັບກຽດເປັນເຈົ້າພາບ.
ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ (ສສກ) , ທ່ານ ວິລະວັນ ບຸນສຸກໄທ ຫົວກົມກິລາມວນຊົນພາລະ ແລະ ສິລະປະສືກສາ ກະຊວງ ສສກ ພ້ອມດ້ວຍພະນັກງານ ແລະ ກ້ອນສິລະປະ ຊາວໜຸ່ມເຍົາວະຊົນ ກະຊວງສຶກສາທິການ ແລະ ກິລາ ໄດ້ຕ້ອນຮັບຄະນະນັກກິລາເປຕັງ ທີມຊາດລາວ ທີ່ສາມາດຍາດໄດ້ຫຼຽນຄໍາ ໃນງານມະຫະກຳກິລາຊີເກມຄັ້ງທີ 33ຢູ່ປະເທດໄທ ເປັນເຈົ້າພາບໃນວັນທີ 16 ທັນວານີ້ ທີ່ສະໜາມບິນສາກັນວັດໄຕ ນະຄອນຫຼວງວຽງຈັນ .
ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມເມືອງໂຂງ ແຂວງຈໍາປາສັກ ເປັນໂຮງຮຽນໜຶ່ງ ທີ່ອົງການອາຫານໂລກ (WFP) ໃຫ້ການຊ່ວຍເຫຼືອຈັດຕັ້ງປະຕິບັດໂຄງການອາຫານທ່ຽງໃຫ້ນັກຮຽນເລີ່ມແຕ່ປີ 2021 ຈົນຮອດປີ 2030. ຊຶ່ງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ, ບໍ່ປະລະການຮຽນ ແລະ ຍັງຊ່ວຍຫຼຸດຜ່ອນອາຫານຂອງຜູ້ປົກຄອງ ທີ່ສໍາຄັນຍັງໄດ້ຮັບສານອາຫານ, ໂພຊະນາການທີ່ພຽງພໍ ແລະ ມີປະໂຫຍດດີຕໍ່ສຸຂະພາບ.
ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ການແຂ່ງຂັນກິລາດອກປິກໄກ່ ມີການຊີງຫຼຽນຄໍາ,ຫຼຽນເງິນ ແລະ ຫຼຽນທອງ ທັງໝົດ 20 ຫຼຽນ. ທ່ານ ນາງ ຈິນດາ ພົນເຕຊາ ຮອງສະຫະພັນກິລາດອກປິກໄກ່ແຫ່ງຊາດລາວ,ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ການແຂ່ງຂັນດອກປິໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນ ພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ມີ 4 ລາຍການແຂ່ງຂັນ ປະກອບມີຄື: ປະເພດກ່ຽວຊາຍ,ປະເພດດ່ຽວຍິງ,ປະເພດຄູ່ຊາຍ ແລະ ປະເພດຄູ່ຍິງ. ມີນັກກິລາເຂົ້າຮ່ວມ 18 ຄົນ, ຍິງ 4 ຄົນ.ໃນນັ້ນມີ 6 ແຂວງເຂົ້າຮ່ວມຄີ: ເຈົ້າພາບ ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຄຳມ່ວນ, ອຸດົມໄຊ, ບໍແກ້ວ ແລະ ຫຼວງພະບາງ. ຊຶ່ງການແຂ່ງຂັນ ແມ່ນຈະດຳເນີນເປັນເວລາ 3 ວັນ ວັນທີ 15-17 ທັນວານີ້.
ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ນາງ ລິນລີ່ ສຸພັນທະວົງ ນັກກິລາບ໋ອດເຊຍຄວ້າຫຼຽນຄຳທໍາອິດໃຫ້ນັກກິລາຄົນພິການແຂວງຫຼວງພະບາງ ໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນ ຫຼວງວຽງຈັນ (ນວ) ຮັບກຽດເປັນເຈົ້າພາບ.
ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ໃນຕອນເຊົ້າວັນທີ 15 ທັນວານີ້, ສູນຝຶກອົບຮົມກອງພົນທີ3 ໄດ້ຈັດພິທີເປີດຂະບວນການແຂ່ງຂັນກິລາມວນຊົນເພື່ອຂ່ຳນັບຮັບຕ້ອນວັນສໍາຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ແລະ ຂອງກົມກອງ ເວົ້າລວມ, ເວົ້າສະເພາະແມ່ນ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949–20 ມັງກອນ 2026) ຂຶ້ນຢູ່ທີ່ເດີນກິລາຂອງກົມ-ກອງ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄໍາສອນ ໄຊສົງຄາມ ຮອງເລຂາຄະນະພັກ ຫົວໜ້າການທະຫານສູນຝຶກອົບຮົມກອງພົນທີ3, ມີສະຫາຍ ພັນໂທ ສີພົນ ແສງຄໍາ ເລຂາຄະນະພັກ ຫົວຫນ້າການເມືອງສູນຝຶກອົບຮົມ ພ້ອມດ້ວຍຄະນະພັກ - ຄະນະບັນຊາ, ພະນັກງານ-ນັກຮົບຕະຫຼອດຮອດນັກກິລາທົ່ວສູນຝຶກອົບຮົມເຂົ້າຮ່ວມ.
ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ການແຂ່ງຂັນກິລາຟັນດາບຄົນພິການ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນວັນທີ 15 ທັນວານີ້, ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ, ເປັນກຽດເຂົ້າຮ່ວມມີທ່ານ ນາງ ຂັນທະລີ ສີຣິພົງພັນ ປະທານຄະນະກໍາມະການພາຣາແລມປິກແຫ່ງຊາດລາວ, ມີທ່ານ ກິດຕິພົງ ຫາດທະວາການ ນາຍົກສະມາຄົມວີວແຊຟັນດາບແຫ່ງປະເທດໄທ, ມີບັນດາຜູ້ຕາງໜ້າຈາກພະແນກສຶກສາທິການ ແລະ ກິລາ ນວ, ແຂວງ, ຄູຝຶກ ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.
ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ກິລາບານບ້ວງລໍ້ເລື່ອນໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື ນະຄອນຫຼວງວຽງຈັນພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນ (ນວ) ເປັນເຈົ້າພາບ, ເຊິ່ງກິລາຄົນພິການແຫ່ງຊາດຄັ້ງນີ້ຖືກບັນຈຸເຂົ້າແຂ່ງຂັນເປັນຄັ້ງທີ IV ຕິດຕໍ່ກັນ 2 ຄັ້ງທຳອິດທີ່ຫຼວງພະບາງ ແລະ ອຸດົມໄຊ ເປັນກິລາສາທິດ ແຕ່ມາຊີງຫຼຽນໃນຄັ້ງທີ III ທີ່ແຂວງຊຽງຂວາງ ແລະ ນວ ໃນຄັ້ງນີ້, ແຂ່ງຂັນທີ່ສູນການແພດຟື້ນຟູໜ້າທີ່ການ ໂດຍມີ 3 ພາກສ່ວນເຂົ້າຮ່ວມຄື: ນວ ເຈົ້າພາບ, ແຂວງຈຳປາສັກ ແລະ ແຂວງຊຽງຂວາງ, ແຂ່ງຂັນ 4 ລາຍການ: ທີມຍິງ-ທີມຊາຍ 3x3 ແລະ 5x5, ມີນັກກິລາເຂົ້າຮ່ວມທັງໝົດ 27 ຄົນ ຍິງ 10 ຄົນ.
ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ການແຂ່ງຂັນກິລາດອກປີກໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບໄດ້ເປີດສາກຂຶ້ນຢ່າງເປັນທາງການໃນວັນທີ 15 ທັນວານີ້, ທີ່ເດີ່ນກິລາໃນຮົ່ມໂອແລມປາເຊຍ ນວ, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຈິນດາ ພົນເຕຊາ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ລິມ ເຊັງຊາຍ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ກຸ່ຍ ພົນເຕຊາ ຄະນະກຳມະການກິລາດອກປີກໄກ່ແຫ່ງຊາດລາວ ພ້ອມດ້ວຍນັກກິລາ ແລະ ມວນຊົນເຂົ້າຮ່ວມ.
ເພີ່ມເຕີມ