![]() |
ໂອກາດດັ່ງກ່າວ,ທ່ານ ນາງ ຫົງຄຳ ສີສະຫວາດ ໄດ້ໃຫ້ຄວາມຮູ້ວ່າ: ການບໍລິຈາກເລືອດ ແມ່ນການຊ່ວຍເຫຼືອສັງຄົມ ແລະ ຊ່ວຍເຫຼືອເພື່ອນມະນຸດດ້ວຍກັນແບບສະໝັກໃຈ ໂດຍບໍ່ຫວັງສິ່ງຕອບ ແທນ, ທີ່ສຳຄັນເລືອດທີ່ບໍລິຈາກຈະສາມາດນຳໄປຊ່ວຍເຫຼືອຄົນເຈັບທີ່ກຳລັງຕ້ອງການເລືອດ ຢູ່ຕາມໂຮງໝໍຕ່າງໆ ທັງຂັ້ນເມືອງ, ຂັ້ນແຂວງ ແລະ ຂັ້ນສູນກາງ. ພ້ອມນີ້, ການບໍລິຈາກເລືອດຍັງເປັນການສະແດງເຖິງນ້ຳໃຈເສຍສະຫຼະ ແລະ ຈິດໃຈເອື້ອເຟື້ອເພື່ອນມະນຸດ,ເລືອດທີ່ໄດ້ຮັບບໍລິຈາກຈະຖືກນຳໄປກຽມໄວ້ເພື່ອຊ່ວຍຮັກສາຊີວິດຜູ້ປ່ວຍ ແລະ ຜູ້ທີ່ມີຄວາມຈຳເປັນຕ້ອງໃຊ້ເລືອດ.
ດັ່ງນັ້ນ,ການຮ່ວມບໍລິຈາກເລືອດຈຶ່ງເປັນກິດຈະກຳອັນມີຄຸນຄ່າແລະເປັນປະໂຫຍດຕໍ່ສັງ
ຄົມ, ການເຄື່ອນໄຫວບໍລິຈາກເລືອດໃນຄັ້ງນີ້ ໄດ້ຮັບການຕອບຮັບຈາກຄະນະພັກ-ຄະນະບັນຊາ, ພະນັກງານ- ນັກຮົບ ແລະ ນັກຮຽນຂອງໂຮງຮຽນ ຢ່າງພ້ອມພຽງ ເຊິ່ງເປັນການຮ່ວມແຮງຮ່ວມໃຈສະແດງນ້ຳໃຈເພື່ອນມະນຸດ ແລະ ຊ່ວຍເຫຼືອສັງຄົມ.ຂ່າວ: ພຸດສະໄໝ ຫຼວງອາໄພ

ຄໍາເຫັນ