![]() |
ສະຫາຍ ພັນໂທ ພູສະຫວັນ ມູນລາຕີ ຫົວໜ້າການທະຫານ ໂຮງຮຽນການທະຫານທ້ອງຖິ່ນແຂວງຊຽງຂວາງ ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການອະນຸມັດເປີດສົກຮຽນ 2026-2027 ຢູ່ໂຮງຮຽນທະຫານທ້ອງຖິ່ນແຂວງຊຽງຂວາງ. ພ້ອມທັງ, ຜ່ານແຜນການເປີດຮຽນກໍ່ສ້າງນາຍສິບທະຫານຮາບ ລະບົບ 1 ປີ ຊຸດທີ VI ປະຈຳສົກຮຽນ 2026-2027 ຂອງກອງບັນຊາການທະຫານແຂວງຊຽງຂວາງ ຊຶ່ງຈະໄດ້ລົງເລິກພາກການທະຫານຂັ້ນພື້ນຖານ, ວຽກງານການເມືອງ, ສິລະປະຍຸດ-ຍຸດທະວິທີທະຫານຮາບ, ວຽກງານພະລາທິການ ແລະ ເຕັກນິກ ມີນັກຮຽນທັງໝົດ 49 ສະຫາຍ.
![]() |
ໂອກາດນີ້, ສະຫາຍ ພູວົງ ອຸ່ນຄຳແສນ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະອໍານວຍການ, ຄູ-ອາຈານ ຈົ່ງພ້ອມກັນເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ເປັນເຈົ້າການ ໃນການສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບໃຫ້ເປັນປົກກະຕິ ພ້ອມທັງຮຽກຮ້ອງໃຫ້ນັກຮຽນ-ນັກສຶກສາແຕ່ລະສະຫາຍ ຈົ່ງເພີ່ມທະວີຄວາມສາມັກຄີພາຍໃນ-ພາຍນອກ ໃຫ້ເປັນປຶກແຜ່ນແໜ້ນໜາ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມຮູ້-ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ ແລະ ຕັ້ງໜ້າປະຕິບັດຂໍ້ກໍານົດ, ກົດລະບຽບ ຂອງກອງທັບ ກໍຄືຂອງໂຮງຮຽນວາງອອກໃຫ້ເຂັ້ມງວດ. ພ້ອມນີ້, ຄະນະພັກ, ອົງການປົກຄອງແຂວງໄດ້ມອບເງິນຈໍານວນ 40,000,000 ກີບໃຫ້ໂຮງຮຽນການທະຫານທ້ອງຖິ່ນແຂວງຊຽງຂວາງ ເພື່ອນໍາໃຊ້ເຂົ້າໃນວຽກງານການຮຽນ-ການສອນ.
![]() |
ຂ່າວ: ກອງທັບ



ຄໍາເຫັນ