![]() |
ສັງກະສີທີ່ໄດ້ຮັບການຊ່ວຍເຫຼືອໃນຄັ້ງນີ້ ມີທັງໝົດ 369 ແຜ່ນ (ຂະໜາດ 8 ຟຸດ) ເຊິ່ງໄດ້ມາຈາກການປະກອບສ່ວນ ແລະ ລະດົມທຶນຈາກຫຼາຍພາກສ່ວນ ເປັນຕົ້ນແມ່ນ: ອົງການປົກຄອງເມືອງ ແລະ ພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ 169 ແຜ່ນ, ຫ້ອງການສຶກສາທິການ ແລະ ກິລາ ເມືອງແກ່ນທ້າວ 100 ແຜ່ນ ແລະ ການລະດົມທຶນຈາກປະຊາຊົນພາຍໃນບ້ານ 100 ແຜ່ນ. ເພື່ອໃຫ້ຄະນະພັດທະນາການສຶກສາຂັ້ນບ້ານ ແລະ ຄະນະອໍານວຍການໂຮງຮຽນ ນໍາໄປປັບປຸງອາຄານຮຽນ ໃຫ້ມີຄວາມແຂງແຮງ, ປອດໄພ ແລະ ເໝາະສົມກັບການຮຽນ-ການສອນຂອງຄູ ແລະ ນັກຮຽນໃນຕໍ່ໜ້າ.ຂ່າວ: ແກ່ນທ້າວ.

ຄໍາເຫັນ