ໂຮງຮຽນຕົວແບບຄຸນນະພາບຂອງ ນວ

ໂຮງຮຽນປະຖົມພູນສະຫວັດ ແລະ ມັດທະຍົມສີສະຫວັດ ເປີດປ້າຍໂຮງຮຽນຕົວແບບຄຸນນະພາບຂອງ ນວ

ໂຮງຮຽນປະຖົມພູນສະຫວັດ ແລະ ມັດທະຍົມສີສະຫວັດ ເປີດປ້າຍໂຮງຮຽນຕົວແບບຄຸນນະພາບຂອງ ນວ
ໂຮງຮຽນລ້ຽງເດັກ, ອະນຸບານ ແລະ ປະຖົມສຶກສາສົມບູນພູນສະຫວັດ ຫຼື (ໂຮງຮຽນພູນສະຫວັດ) ແລະ ໂຮງຮຽນມັດທະຍົມສຶກສາສົມບູນສີສະຫວັດ ໄດ້ຈັດພິທີເປີດປ້າຍໂຮງຮຽນຕົວແບບຄຸນນະພາບຂອງນະຄອນຫຼວງວຽງຈັນ (ນວ)

 

 ຂຶ້ນໃນວັນທີ 22 ມັງກອນນີ້ ທີ່ໂຮງຮຽນພູນສະຫວັດ ບ້ານນາທົ່ມ ເມືອງໄຊທານີ ນວໂດຍມີທ່ານນາງ ພູນສະຫວັດ ພົງສະຫວັດ ຜູ້ອຳນວຍການໂຮງຮຽນພູນສະຫວັດ, ທ່ານນາງ ວີຄຳ ແກ້ວວີໄຊ ຜູ້ອຳນວຍການໂຮງຮຽນມັດທະຍົມສຶກສາສົມບູນສີສະຫວັດ, ໃຫ້ກຽດເຂົ້າຮ່ວມຂອງທ່ານນາງ ດຳດວນ ຈັນທະວົງ ຮອງເຈົ້າເມືອງໄຊທານີ, ທ່ານ ຂັນໄຊ ແສງສຸລີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ, ມີຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງໄຊທານີ ພ້ອມດ້ວຍຄະນະອຳນວຍການໂຮງຮຽນຕົວແບບຄຸນນະພາບຈາກ 11 ໂຮງຮຽນ, ຄູ-ອາຈານ, ນັກຮຽນເຂົ້າຮ່ວມ.

ທ່ານນາງ ພູນສະຫວັດ ພົງສະຫວັດ ໄດ້ໃຫ້ກຽດລາຍງານຫຍໍ້ຜົນງານການສ້າງໂຮງຮຽນຕົວແບບຄຸນນະພາບ ໂດຍປະຕິບັດຕາມຄຳຂວັນຂອງໂຮງຮຽນຄື: ການແຂ່ງຂັນ, ພາກພຽນຮຽນຮູ້, ຄຽງຄູ່ມາລະຍາດ, ຮັກຄວາມສະອາດ, ຂາດຈາກຢາເສບຕິດແລະ ຜັນຂະຫຍາຍມາເປັນ9ຂໍ້ຄື: ຝຶກສະໝອງ, ຝຶກທັກສະ, ຮຽນຮູ້ສິ່ງໃໝ່ໆ, ໂຄສະນາເຜີຍແຜ່ວຽກງານການສຶກສາ, ນໍາໃຊ້ສື່ອອນລາຍ, ສະໜັບສະໜູນສັງຄົມ, ວຽກບໍລິການ, ສົ່ງເສີມບຸກຄະລາກອນ, ສົ່ງເສີມນັກຮຽນ ຊຶ່ງມີພະນັກງານລວມທັງໝົດ 110 ຄົນ, ຄູສອນ 88 ຄົນ, ມີການຕິດຕາມ ແລະ ປະເມີນຜົນງານຂອງຄູຢ່າງເປັນລະບົບໂດຍມີຫົວໜ້າແຖວ, ຫົວໜ້າພາກ, ຄະນະບໍລິຫານ ແລະ ຄະນະອຳນວຍການ, ໜ່ວຍການກວດສອບ, ໃນສົກຮຽນ 2024-2025 ມີນັກຮຽນທັງໝົດ 1,714 ຄົນ, ລ້ຽງເດັກ 101 ຄົນ, ອະນຸບານ 549 ຄົນ, ປະຖົມ 1,064 ຄົນ, ມີ 52 ຫ້ອງຮຽນ, ລ້ຽງເດັກ 3 ຫ້ອງ, ອະນຸບານ 19 ຫ້ອງ, ປະຖົມ 30 ຫ້ອງ. ຄະນະອຳນວຍການ, ຄູ-ອາຈານ ແລະ ພະນັກງານທຸກຄົນ ຈະສືບຕໍ່ໃຫ້ຄຳໝັ້ນສັນຍາປະຕິບັດຕາມ 6 ດ້ານ 42 ຕົວຊີ້ວັດໃນຕໍ່ໜ້າດ້ວຍຄວາມເອົາໃຈໃສ່ໃຫ້ສົມກັບນາມມະຍົດໂຮງຮຽນຂຽວສະອາດ ແລະ ມີຄຸນນະພາບດີ ເພື່ອໃຫ້ສົມກັບນາມມະຍົດໂຮງຮຽນຕົວແບບຄຸນນະພາບຂອງ ນວ ຊຶ່ງໄດ້ວາງວິໃສທັດນັກຮຽນມາລະຍາດງາມ ຄູສອນນິໃສດີ ພິຖີພິຖັນເລື່ອງການສອນ ນອນໃນ 5 ຫຼັກມູນ ເພີ່ມພູນຄຸນນະພາບ ຄຽງຄູ່ວິຊາການ ວຽກງານບໍລິການຢ່າງຮອບດ້ານ ບວກລົບຄູນຫານ ອ່ານອອກຂຽນໄດ້ ຄິດໄລ່ກໍເປັນ ເນັ້ນມີຄວາມສຸກ ບຸກທະລຸກທຸກເປົ້າໝາຍ ກາຍເປັນໂຮງຮຽນຕົວແບບຄຸນນະພາບ.ຈາກນັ້ນ, ທ່ານນາງ ວີຄຳ ແກ້ວວີໄຊ ໄດ້ຂຶ້ນລາຍງານຫຍໍ້ຜົນງານການສ້າງໂຮງຮຽນຕົວແບບຄຸນນະພາບມັດທະຍົມສຶກສາສົມບູນສີສະຫວັດ.

ໃນພິທີ, ທ່ານ ບຸນນໍາ ສີສຸທຳມະວົງ ຫົວໜ້າຂະແໜງສຶກສາ ພະແນກສຶກສາທິການ ແລະ ກິລາ ນວ ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດເປັນໂຮງຮຽນຕົວແບບຄຸນນະພາບຂອງ ນວ ແລະ ມອບໃບຢັ້ງຢືນໂຮງຮຽນຕົວແບບຄຸນນະພາບ ຊຶ່ງພະແນກສຶກສາທິການ ແລະ ກິລາ ນວ ໄດ້ຕົກລົງເຫັນດີອອກໃບຢັ້ງຢືນໂຮງຮຽນຕົວແບບຄຸນນະພາບຈຳນວນ 13 ແຫ່ງ ຊຶ່ງໃນນີ້ມີໂຮງຮຽນປະຖົມພູນສະຫວັດ ແລະ ໂຮງຮຽນມັດທະຍົມສຶກສາສົມບູນສີສະຫວັດ ແລະ ຂໍ້ຕົກລົງຂອງເຈົ້າຄອງ ນວ ເຫັນດີມອບໃບຍ້ອງຍໍໃຫ້2 ໂຮງຮຽນດັ່ງກ່າວ.

ໃນພິທີໄດ້ມອບໃບຢັ້ງຢືນໂຮງຮຽນຕົວແບບຄຸນນະພາບຂອງ ນວ ແລະ ມອບໃບຍ້ອງຍໍໃຫ້ 2 ໂຮງຮຽນໂດຍໃຫ້ກຽດມອບຂອງທ່ານ ຂັນໄຊ ແສງສຸລີ, ທ່ານນາງ ດຳດວນ ຈັນທະວົງ ແລະ ໃຫ້ກຽດກ່າວຮັບໂດຍທ່ານນາງ ພູນສະຫວັດ ພົງສະຫວັດ ແລະ ທ່ານນາງ ວີຄຳ ແກ້ວວີໄຊ. ຈາກນັ້ນ, ຄະນະປະທານໄດ້ໃຫ້ກຽດຕັດແຖບຜ້າ, ເປີດປ້າຍ, ລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນໃຫ້ແກ່ໂຮງຮຽນຕື່ມອີກ.

ຂ່າວ: ພູວັນ, ພາບ: ບຸນຕອມ

ຄໍາເຫັນ

ຂ່າວສືກສາ-ກິລາ

ບາງວຽກງານທີ່ພົ້ນເດັ່ນຂອງຂະແໜງການສຶກສາ ແລະ ກິລາ

ບາງວຽກງານທີ່ພົ້ນເດັ່ນຂອງຂະແໜງການສຶກສາ ແລະ ກິລາ

ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2025 ໃນລະຫວ່າງວັນທີ 12-13 ມັງກອນນີ້, ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ສຳພາດຕໍ່ນັກຂ່າວກ່ຽວກັບວຽກງານທີ່ພົ້ນເດັ່ນປະຈໍາປີ 2025 ວ່າ: ໃນສົກຮຽນປີ 2024-2025 ຜ່ານມາ,
ເປີດການແຂ່ງຂັນ ກິລາປະຈຳປີຢູ່ເມືອງເງິນ

ເປີດການແຂ່ງຂັນ ກິລາປະຈຳປີຢູ່ເມືອງເງິນ

ວັນທີ 8 ມັງກອນຜ່ານມານີ້ ຢູ່ທີເດີນກິລາເມືອງເງິນ ແຂວງ ໄຊຍະບູລີໄດ້ເປີດງານແຂ່ງຂັນກິລາປະຈຳປີ 2026 ຂອງເມືອງເງິນຂຶ້ນ,ພາຍໃຕ້ການເປັນປະທານຂອງທ່ານ ອຸ່ນຄຳ ອຸບົນສັກ ຮອງປະທານຄະນະກຳມະການປົກຄອງເມືອງເງິນ.
ເປີດການຮຽນ-ການສອນທິດສະດີການເມືອງຂັ້ນຕົ້ນ ຊຸດທີ III

ເປີດການຮຽນ-ການສອນທິດສະດີການເມືອງຂັ້ນຕົ້ນ ຊຸດທີ III

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ກົມຈັດຕັ້ງ-ພະນັກງານ ໄດ້ເປີດການຮຽນ-ການສອນທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ຂຶ້ນໃນວັນທີ 12 ມັງກອນນີ້ ທີ່ ຄອສພ ໂດຍການເຂົ້າຮ່ວມຂອງສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ນາງ ບຸນມີ ຈຸນລະຈັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີຄະນະພັກ, ຫົວໜ້າກົມ-ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ
ເມືອງຫຼວງນໍ້າທາ ສອບເສັງນັກຮຽນເກັ່ງ ປ5, ມ4 ແລະມ7 ສົກຮຽນ 2025-2026

ເມືອງຫຼວງນໍ້າທາ ສອບເສັງນັກຮຽນເກັ່ງ ປ5, ມ4 ແລະມ7 ສົກຮຽນ 2025-2026

ໃນວັນທີ 6 ມັງກອນ 2026ຜ່ານມາທີ່ສະໂມສອນໂຮງຮຽນ ມສ ຊົນເຜົ່າແຂວງຫຼວງນໍ້າທາ, ຫ້ອງການສຶກສາທິການ ແລະ ກິລາເມືອງຫຼວງນໍ້າທາ ໄດ້ຈັດພິທີສອບເສັງນັກຮຽນເກັ່ງ ສາຍສາມັນສຶກສາ ປ5, ມ4, ມ7 ຂັ້ນເມືອງຫຼວງນໍ້າທາ ສົກຮຽນ 2025-2026ໂດຍການເປັນປະທານຂອງທ່ານ ພັນໃຈ ຫົງພະຈັນ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີພາກສ່ວນທີ່ກ່ຽວຂ້ອງແລະ ນັກສອບເສັງ ປໍ5, ມໍ4 ແລະ ມໍ7 ເຂົ້າຮ່ວມ.
ທົດສອບປັນຍາ ນັກຮຽນ 120 ຄົນ ຈາກ 4 ໂຮງຮຽນ ແຂ່ງຂັນຖາມ-ຕອບວິທະຍາສາດ

ທົດສອບປັນຍາ ນັກຮຽນ 120 ຄົນ ຈາກ 4 ໂຮງຮຽນ ແຂ່ງຂັນຖາມ-ຕອບວິທະຍາສາດ

ວັນທີ 6 ມັງກອນ ຜ່ານມາ ທີ່ໂຮງຮຽນ ມ.ສ ສາລະວັນ ແຂວງສາລະວັນ ໄດ້ຈັດກິດຈະກໍາຖາມ-ຕອບ ຄວາມຮູ້ວິທະຍາສາດປະຈໍາສົກຮຽນ 2025-2026, ໂດຍການເປັນປະທານຮ່ວມຂອງ ທ່ານ ວິແຊນ ແກ້ວມະນີ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ທ່ານ ຈັນທະວີ ອິນທະດວງຈິດ ຜູ້ອຳນວຍການໂຮງຮຽນ ມ.ສ ສາລະວັນ, ທ່ານ ມີໂນ ໄຊຍະສານ ຮອງຫົວໜ້າຂະແໜງສາມັນ ພະແນກສຶກສາທິການ ແລະ ກິລາແຂວງ, ມີຂະແໜງການທີ່ກ່ຽວຂ້ອງ, ຄູ-ອາຈານ ແລະ ນັກຮຽນທີ່ເປັນຕົວແທນເຂົ້າຮ່ວມ.
ກະກຽມການຮຽນ-ການສອນ ຫຼັກສູດຕໍ່ເນື່ອງປະລິນຍາຕີການແພດສົກສຶກສາ 2025-2026

ກະກຽມການຮຽນ-ການສອນ ຫຼັກສູດຕໍ່ເນື່ອງປະລິນຍາຕີການແພດສົກສຶກສາ 2025-2026

ໃນວັນທີ 5 ມັງກອນ ນີ້ ທີ່ຫ້ອງປະຊຸມຂອງວິທະຍາໄລວິທະຍາສາດສຸຂະພາບ ແຂວງສະຫວັນນະເຂດ, ບັນດາທ່ານຄະນະອຳນວຍການ, ຄູ-ອາຈານ ແລະ ນັກສຶກສາແພດຊັ້ນສູງໄດ້ເຂົ້າຮ່ວມໃນກອງປະຊຸມກະກຽມ ເປີດການຮຽນ-ການສອນ ຫຼັກສູດຕໍ່ເນື່ອງປະລິນຍາຕີການແພດ ປະຈຳສົກສຶກສາ 2025-2026. ກອງປະຊຸມຄັ້ງນີ້, ເຂົ້າຮ່ວມເປັນປະທານຂອງທ່ານ ສຸຄັນທອນ ສິງພວງເພັດ ຜູ້ອຳນວຍການວິທະຍາໄລ ວິທະຍາສາດສຸຂະພາບ ແຂວງສະຫວັນນະເຂດ.
ເມືອງຕະໂອ້ຍ ສອບເສັງຄັດເລືອກນັກຮຽນເກັ່ງຂັ້ນເມືອງ ປ5 ມ4 ມ7 ສົກປີ 2025-2026

ເມືອງຕະໂອ້ຍ ສອບເສັງຄັດເລືອກນັກຮຽນເກັ່ງຂັ້ນເມືອງ ປ5 ມ4 ມ7 ສົກປີ 2025-2026

ວັນທີ 5 ມັງກອນ ນີ້ ທີ່ສະໂມສອນໃຫຍ່ເມືອງຕະໂອ້ຍ ແຂວງສາລະວັນ, ໄດ້ສອບເສັງຄັດເລືອກນັກຮຽນເກັ່ງຂັ້ນເມືອງ ປ5, ມ4, ມ7 ໂດຍການເຂົ້າຮ່ວມ ແລະ ເປີດຊອງຫົວບົດສອບເສັງຂອງທ່ານນາງ ບຸນຖິນ ແກ່ນພົມມາ ປະທານຄະນະກຳມະການປົກຄອງເມືອງຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມໃນທົ່ວເມືອງ, ມີບັນດາຄະນະກຳມະການ, ຄູ-ອາຈານ ແລະ ນັກຮຽນເກັ່ງທົ່ວເມືອງເຂົ້າຮ່ວມ.
ວສຊ ວາງສີລາເລີກກໍ່ສ້າງຫໍພັກຄູ-ອາຈານ ແລະ​ນັກສຶກສາ

ວສຊ ວາງສີລາເລີກກໍ່ສ້າງຫໍພັກຄູ-ອາຈານ ແລະ​ນັກສຶກສາ

ພິທີວາງສີລາເລີກ ໂຄງການກໍ່ສ້າງຫໍພັກນັກຮຽນ-ນັກສຶກສາ ແລະ ຄູ-ອາຈານ ວິທະຍາໄລສິລະປະແຫ່ງຊາດ (ວສຊ) ຈັດຂຶ້ນໃນວັນທີ 25 ທັນວານີ້ ທີ່ວິທະຍາໄລດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ); ມີທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ວທ, ມີພະເຖຣານຸເຖຣະ, ຕາງໜ້າກົມ, ຫ້ອງການ, ຄະນະຮັບຜິດຊອບໂຄງການ, ບໍລິສັດ, ແຂກຖືກເຊີນ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ຈັນທະບູລີ ເປີດການແຂ່ງຂັນກິລານັກຮຽນປະຈໍາສົກຮຽນ 2025-2026

ຈັນທະບູລີ ເປີດການແຂ່ງຂັນກິລານັກຮຽນປະຈໍາສົກຮຽນ 2025-2026

ພິທີແຂ່ງຂັນກິລານັກຮຽນສາມັນສຶກສາຂັ້ນເມືອງຈັນທະບູລີປະຈໍາສົກຮຽນ 2025-2026 ຈັດຂຶ້ນໃນວັນທີ 23 ທັນວາຜ່ານມາ ທີ່ເດີ່ນບານເຕະຮ່ອງຄ້າ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ໂດຍການເຂົ້າຮ່ວມຂອງທ່ານນາງ ສຸດສະດາ ສີຫາວົງ ຮອງປະທານຄະນະກໍາມະການປົກຄອງເມືອງ, ທ່ານ ສີທົນ ດາວຜາສິດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ ພ້ອມດ້ວຍຫົວໜ້າ-ຮອງຫົວຫ້ອງການ, ນາຍບ້ານ, ພະນັກງານ, ຄູ-ອາຈານນັກຮຽນເຂົ້າຮ່ວມ.
"ສູນລາວ" ກຳລັງມີການຫັນປ່ຽນຢ່າງສິ້ນເຊີງ.

"ສູນລາວ" ກຳລັງມີການຫັນປ່ຽນຢ່າງສິ້ນເຊີງ.

ໃນເດືອນພະຈິກ 2025 ຄະນະຜູ້ແທນກະຊວງເຕັກໂນໂລຊີ ແລະ ການສື່ສານ, ພ້ອມທັງທຸລະກິດຈີນ ແລະ ລາວ ແລະ ນັກຂ່າວຈາກແຂວງ ກວາງຊີ ໄດ້ມາຢ້ຽມຢາມສູນຮ່ວມມືການນຳໃຊ້ປັນຍາປະດິດຈີນ-ລາວ (ຊື່ງມີຊື່ຫຍໍ້ວ່າ "ສູນລາວ") ທີ່ນະຄອນຫຼວງວຽງຈັນ,ເພື່ອຮຽນຮູ້ເກັບກໍາສະພາບການຂອງສູນ ໃນປັດຈຸບັນ.
ເພີ່ມເຕີມ