ໂຮງຮຽນປະຖົມສົມບູນຜານົມ ໄດ້ຮັບອາຄານຮຽນຫຼັງໃໝ່

ໂຮງຮຽນປະຖົມສົມບູນຜານົມ ໄດ້ຮັບອາຄານຮຽນຫຼັງໃໝ່

ໂຮງຮຽນປະຖົມສົມບູນຜານົມ ໄດ້ຮັບອາຄານຮຽນຫຼັງໃໝ່
ໂຮງຮຽນປະຖົມສົມບູນຜານົມ ນະຄອນ-ຫຼວງພະບາງ ຈັດພິທີມອບ-ຮັບອາຄານຮຽນຫຼັງໃໝ່ ຂຶ້ນໃນວັນທີ 25 ພຶດສະພາຜ່ານມາ, ທີ່ໂຮງຮຽນດັ່ງກ່າວ ໂດຍມີທ່ານ ນາງ ວິໄລພອນ ຖະໜອມສັກ ຮອງປະທານຄະນະກໍາມະການປົກຄອງ ນະຄອນ-ຫຼວງພະບາງ, ມີທ່ານ ອ່ອນຈັນ ແສງຄໍາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງ, ທ່ານ ນາງ ບົວເງິນ ແກ້ວສຸບັນ ອໍານວຍການມູນນິທິ ສໍ ແຫ່ງຄວາມຫວັງ, ມີທ່ານຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ພ້ອມດ້ວຍຄູ-ອາຈານນັກຮຽນເຂົ້າຮ່ວມ.
ໂຮງຮຽນປະຖມສມບນຜານມ ໄດຮບອາຄານຮຽນຫງໃໝ - image 1
 

ອາຄານຮຽນຫຼັງໃໝ່ນີ້, ໄດ້ເລີ່ມລົງມືກໍ່ສ້າງນັບແຕ່ວັນທີ 20 ທັນວາ 2025 ແລະ ໄດ້ສໍາເລັດລົງໃນວັນທີ 25 ພຶດສະພາ 2026 ເປັນອາຄານຖາວອນ ປະກອບມີ 6 ຫ້ອງຮຽນ, 5 ຫ້ອງນໍ້າ, ມີຂະໜາດຫ້ອງຮຽນກວ້າງ 7 ແມັດ ຍາວ 8 ແມັດ ໂດຍແມ່ນທຶນສົມທົບຈາກຊຸມຊົນ 232 ລ້ານກວ່າກີບ ແລະ ທຶນຈາກມູນນິທິ ສໍ ແຫ່ງຄວາມຫວັງ 1 ຕື້ 200 ລ້ານກວ່າກີບ.

ໂຮງຮຽນປະຖມສມບນຜານມ ໄດຮບອາຄານຮຽນຫງໃໝ - image 2
 

ໂອກາດນີ້, ທ່ານ ນາງ ບົວເງິນ ແກ້ວສຸບັນ ໄດ້ກ່າວມອບອາຄານຮຽນຫຼັງໃໝ່ ແລະ ກ່າວຮັບໂດຍທ່ານ ອ່ອນຈັນ ແສງຄຳ; ຕອນທ້າຍທ່ານ ນາງ ວິໄລພອນ ຖະໜອມສັກ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ມູນນິທິ ສໍ ແຫ່ງຄວາມຫວັງທີ່ໄດ້ມອບໂອກາດທາງການສຶກສາໃຫ້ລູກຫຼານ ເພື່ອປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາຊັບພະຍາກອນມະນຸດ ກໍຄືການພັດທະນາດ້ານພື້ນຖານໂຄງລ່າງ ຂອງວຽກງານການສຶກສາໃຫ້ນັບມື້ມີປະສິດທິພາບສູງຂຶ້ນເລື້ອຍໆ. ພ້ອມທັງເນັ້ນໜັກໃຫ້ພະນັງງານຄູ, ນັກຮຽນ ຕະຫຼອດຮອດປະຊາຊົນພາຍໃນບ້ານຜານົມ ຈົ່ງໄດ້ພ້ອມກັນເອົາໃຈໃສ່ໃນການປົກປັກຮັກສາ ແລະ ນໍາໃຊ້ອາຄານຮຽນຫຼັງນີ້ໃຫ້ຖືກຕາມຈຸດປະສົງ ແລະ ເປົ້າໝາຍໃຫ້ຫຼາຍທີ່ສຸດ ເຮັດໃຫ້ໂຮງຮຽນມີຄວາມສະອາດສວຍງາມໃຊ້ໄດ້ຍາວນານ.

ໂຮງຮຽນປະຖມສມບນຜານມ ໄດຮບອາຄານຮຽນຫງໃໝ - image 3
 

ພາບ-ຂ່າວ: ສົມແພງ

ຄໍາເຫັນ

ຂ່າວສືກສາ-ກິລາ

ທົ່ວເມືອງອຸທຸມພອນ ມີນັກສອບເສັງຈົບຊັ້ນ ປ5 1 ພັນກວ່າຄົນ

ທົ່ວເມືອງອຸທຸມພອນ ມີນັກສອບເສັງຈົບຊັ້ນ ປ5 1 ພັນກວ່າຄົນ

ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໄດ້ເປີດຫົວບົດສອບເສັງຈົບຊັ້ນປະຖົມປີທີ 5 ທົ່ວເມືອງ ໃນວັນທີ 27 ພຶດສະພານີ້, ທີ່ສູນສອບເສັງໂຮງຮຽນມັດທະຍົມສົມບູນອຸທຸມພອນ ໂດຍການເຂົ້າຮ່ວມ ແລະ ໃຫ້ກຽດຕັດຫົວບົດສອບເສັງຂອງທ່ານ ໂພໄຊ ອິນທະວົງສາ ປະທານຄະນະກໍາມະການປົກຄອງເມືອງ, ມີຄູ-ອາຈານ, ນັກ ຮຽນເຂົ້າຮ່ວມ.
ມປ ທ່າແຂກ ເປີດບັ້ນແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາ ປະຈໍາປີ 2026

ມປ ທ່າແຂກ ເປີດບັ້ນແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາ ປະຈໍາປີ 2026

ພິທີເປີດບັ້ນແຂ່ງຂັນ-ຍ້ອງຍໍ ພາຍໃຕ້ຄໍາຂວັນ "ຮັກຊາດ ແລະ ພັດທະນາ" ຕິດກັບເນື້ອໃນ 3 ຂໍ້ແຂ່ງຂັນຂອງກະຊວງສຶກສາທິການ ແລະ ກິລາ (ສສກ) ວາງອອກຄື: “ ສອນດີ-ຮຽນເກັ່ງ, ຕ້ານປະກົດການຫຍໍ້ທໍ້ ແລະ ສ້າງສິ່ງແວດລ້ອມທີ່ດີໃນໂຮງຮຽນ ”ປະຈໍາປີ 2026 ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາຜ່ານມາທີ່ສູນໄອຊີທີ. ໂດຍການເປັນປະທານຂອງທ່ານ ຄູ ສັກປະດິດ ແກ້ວມະນີ ເລຂາໜ່ວຍພັກ, ຜູ້ອໍານວຍການໂຮງຮຽນ ມປ ທ່າແຂກ ແຂວງຄຳມ່ວນ, ມີບັນດາແຂກຖຶກເຊີນ, ພະນັກງານຄູ-ອາຈານເຂົ້າຮ່ວມ.
ເມືອງອາດສະພອນ ມີນັກຮຽນສອບເສັງຈົບຊັ້ນປະຖົມທັງໝົດ 1 ພັນກວ່າຄົນ

ເມືອງອາດສະພອນ ມີນັກຮຽນສອບເສັງຈົບຊັ້ນປະຖົມທັງໝົດ 1 ພັນກວ່າຄົນ

ຫ້ອງການສຶກສາທິການ ແລະ ກິລາເມືອງອາດສະພອນ ແຂວງສະຫວັນນະເຂດ ຈັດກອງປະຊຸມລາຍງານການກະກຽມຄວາມພ້ອມບັນດາໜ້າວຽກຕ່າງໆ ໃນບັ້ນສອບເສັງຈົບຊັ້ນປະຖົມສຶກສາ ປ5 ປະຈຳສົກຮຽນ 2025-2026 ໃນວັນທີ 25 ພຶດສະພາຜ່ານມາ, ໂດຍມີທ່ານ ກອງແລ ອ່ອນຈັນທະລືໄຊ ປະທານຄະນະກຳມະການປົກຄອງເມືອງ, ມີທ່ານ ຖາວອນ ໄຊຍະເຄື່ອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ພ້ອມດ້ວຍຫ້ອງການ, ໜ່ວຍງານ, ຄະນະຮັບຜິດຊອບການສອບເສັງ ແລະ ຄະນະອຳນວຍການໂຮງຮຽນປະຖົມພາຍໃນເມືອງເຂົ້າຮ່ວມ.
ປະກາດຍົກລະດັບໂຮງຮຽນ ເຕັກນິກວິຊາຊີບແຂວງບໍລິຄຳໄຊ ຂຶ້ນເປັນວິທະຍາໄລ ເຕັກນິກວິຊາຊີບ

ປະກາດຍົກລະດັບໂຮງຮຽນ ເຕັກນິກວິຊາຊີບແຂວງບໍລິຄຳໄຊ ຂຶ້ນເປັນວິທະຍາໄລ ເຕັກນິກວິຊາຊີບ

ພິທີປະກາດຍົກລະດັບໂຮງຮຽນເຕັກນິກ-ວິຊາຊີບ ແຂວງບໍລິຄໍາໄຊ ໄດ້ຈັດຂຶ້ນເປັນ ວິທະຍາໄລ ເຕັກນິກວິຊາຊີບ ໄດ້ຈັດຂຶ້ນໃນວັນທີ 22 ພືດສະພາ 2026 ນີ້ ທີ່ເດີ່ນໂຮງຮຽນແຫ່ງດັ່ງກ່າວ ໂດຍມີ ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ຄຳແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງບໍລິຄຳໄຊ, ມີບັນດາຕາງໜ້າພະແນກການອ້ອມຂ້າງແຂວງ ແຂກຖືກເຊີນ ຕະຫຼອດຮອດຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.
ປະກາດໂຮງຮຽນປະຖົມສົມບູນຫຼວງພະບາງ ເປັນໂຮງຮຽນຕົວແບບ

ປະກາດໂຮງຮຽນປະຖົມສົມບູນຫຼວງພະບາງ ເປັນໂຮງຮຽນຕົວແບບ

ພິທີປະກາດໂຮງຮຽນປະຖົມສົມບູນ ຫຼວງພະບາງ ເປັນໂຮງຮຽນຕົວແບບ ຈັດຂຶ້ນໃນວັນທີ 22 ພຶດສະພາຜ່ານມາ, ມີທ່ານ ນາງ ວຽນວິໄລ ດີລະພັນ ຮອງປະທານຄະນະກໍາມະການປົກຄອງແຂວງ, ທ່ານ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ພ້ອມດ້ວຍແຂກຖຶກເຊີນ, ຄູສອນ ແລະ ນັກຮຽນເຂົ້າຮ່ວມ.
ອຸດົມໄຊ ຈັດກິດຈະກຳວັນເຕະບານ ຮາກຖານເຍົາວະຊົນ

ອຸດົມໄຊ ຈັດກິດຈະກຳວັນເຕະບານ ຮາກຖານເຍົາວະຊົນ

ແຂວງ ອຸດົມໄຊ ຈັດກິດຈະກຳວັນເຕະບານ ຮາກຖານເຍົາວະຊົນ (AFC Grassroots Football Day) ປະຈຳປີ 2026 ໄດ້ຈັດຂຶ້ນ ໃນວັນທີ 23 ພຶດສະພາ 2026 ນີ້ ທີ່ສະຫນາມກິລາແຂວງອຸດົມໄຊ ເພື່ອເປັນການສ້າງພື້ນຖານ ແລະ ຄັດເລືອກນັກກິລາເຕະບານລຸ້ນສືບທອດທີ່ມີພອນສະຫວັນ ເຂົ້າສູ່ທີມແຂວງ ແລະ ທີມຊາດໃນອະນາຄົດ.
ອຸດົມໄຊ ຈັດກິດຈະກຳວັນເຕະບານ ຮາກຖານເຍົາວະຊົນ

ອຸດົມໄຊ ຈັດກິດຈະກຳວັນເຕະບານ ຮາກຖານເຍົາວະຊົນ

ແຂວງ ອຸດົມໄຊ ຈັດກິດຈະກຳວັນເຕະບານ ຮາກຖານເຍົາວະຊົນ (AFC Grassroots Football Day) ປະຈຳປີ 2026 ໄດ້ຈັດຂຶ້ນ ໃນວັນທີ 23 ພຶດສະພາ 2026 ນີ້ ທີ່ສະຫນາມກິລາແຂວງອຸດົມໄຊ ເພື່ອເປັນການສ້າງພື້ນຖານ ແລະ ຄັດເລືອກນັກກິລາເຕະບານລຸ້ນສືບທອດທີ່ມີພອນສະຫວັນ ເຂົ້າສູ່ທີມແຂວງ ແລະ ທີມຊາດໃນອະນາຄົດ.
ຍົກລະດັບຄຸນນະພາບຄູ ເສີມສ້າງການສຶກສາລາວ

ຍົກລະດັບຄຸນນະພາບຄູ ເສີມສ້າງການສຶກສາລາວ

ໃນວັນທີ 18 ພຶດສະພາຜ່ານມາ, ທີ່ຫ້ອງການສຶກສາທິການ ແລະ ກິລາເມືອງຈອມເພັດ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມຝຶກອົບຮົມ “ສ້າງຄວາມເຂັ້ມແຂງໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນໂມດູນ 1 ເພື່ອຍົກສູງຄວາມສາມາດຂອງບຸກຄະລາກອນດ້ານການສຶກສາ ແລະ ເສີມສ້າງຄຸນນະພາບການຮຽນ-ການສອນໃນໂຮງ ຮຽນໃຫ້ດີຂຶ້ນ ໂດຍເປັນກຽດຂອງທ່ານ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີທ່ານ ນາງ ບຸນມີ ແກ້ວສະຫວັດ ຮັກສາການ ຜູ້ອໍານວຍການວິທະຍາໄລຄູຫຼວງພະບາງ, ທ່ານ ນາງ ຈັນສະໝຸດ ສຸກກະເສີມ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ນັກສຶກສາລາວ ໄດ້ລາງວັນທີ 3 ການແຂ່ງຂັນຮ້ອງເພງ ຢູ່ມະຫາວິທະຍາໄລວິງ ສສ ຫວຽດນາມ

ນັກສຶກສາລາວ ໄດ້ລາງວັນທີ 3 ການແຂ່ງຂັນຮ້ອງເພງ ຢູ່ມະຫາວິທະຍາໄລວິງ ສສ ຫວຽດນາມ

ນັກສຶກສາລາວທີ່ກຳລັງສຶກສາຢູ່ ມະຫາວິທະຍາໄລວິງ (Vinh University) ສສ ຫວຽດນາມ ໄດ້ສ້າງຜົນງານອັນດີເດັ່ນ ແລະ ນຳເອົາຄວາມພາກພູມໃຈມາໃຫ້ປະເທດຊາດ ດ້ວຍການໄດ້ລາງວັນອັນດັບທີ 3 ໃນງານແຂ່ງຂັນ “ຮ້ອງເພງນັກສຶກສາ” ສົກຮຽນ 2025-2026.
ສສກ ສົ່ງເສີມແມ່ຍິງໃຫ້ເປັນຜູ້ນຳໃນຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ

ສສກ ສົ່ງເສີມແມ່ຍິງໃຫ້ເປັນຜູ້ນຳໃນຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ

ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົສຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມຝຶກອົບຮົມໂຄງການສົ່ງເສີມແມ່ຍິງ ໃນການເປັນຜູ້ນຳຢູ່ໃນຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ໃນລະຫວ່າງວັນທີ 18-20 ພຶດສະພານີ້, ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ຕຸດາວັນ ໜໍ່ເມືອງເສດ ຄະນະປະຈໍາພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງ ສສກ, ຜູ້ຊີ້ນໍາວຽກງານ 3 ອົງການຈັດຕັ້ງມະຫາຊົນ; ມີທ່ານ ນາງ ສຸດສາຍໃຈ ດວງສະຫວັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ສສກ ແລະ ທ່ານ ນາງ ເບຄໍາ ສະເຫຼີມສຸກ ຜູ້ຮັບຜິດຊອບວຽກງານບົດບາດຍິງ-ຊາຍ ແລະ ການສຶກສາຮຽນຮ່ວມແຜນງານບີຄວາ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ