![]() |
ທ່ານ ນາງ ອາລີ ພົນເສນາ ຜູ້ອຳນວຍການໂຮງຮຽນປະຖົມສົມບູນພອນນະພາ ໄດ້ລາຍງານກ່ຽວກັບການໄດ້ຮັບນາມມະຍົດເປັນໂຮງຮຽນຕົວແບບຄຸນນະພາບຂອງ ນວ ໃຫ້ຮູ້ວ່າ: ໂຮງຮຽນປະຖົມພອນນະພາ ຕັ້ງຢູ່ບ້ານສີບຸນເຮືອງ ເມືອງຈັນທະບູລີ ນວ, ໄດ້ເປີດການຮຽນ-ການສອນນັບແຕ່ສົກຮຽນ 2019-2020 ເປັນຕົ້ນມາ ມີຊັ້ນ ປ1, ປ2 ແລະ ປ3 ສົກຮຽນຕໍ່ມາຈຶ່ງໄດ້ຂະຫຍາຍ ປ4 ແລະ ປ5 ຈຶ່ງກາຍເປັນໂຮງຮຽນປະຖົມສົມບູນ ໃນໄລຍະຜ່ານມາ ໄດ້ມີການພັດທະນາໂຮງຮຽນຢ່າງຕໍ່ເນື່ອງ ແລະ ເຂົ້າຮ່ວມ 9 ໂຄງການຄື: ໂຄງການເລື່ອນຂັ້ນແບບຕໍ່ເນື່ອງຂອງຊັ້ນປະຖົມ ຊັ້ນ ປ1, ປ2, ປ3 ແລະ ປ4 ໂຄງການໂຮງຮຽນຕົວແບບຄຸນນະພາບຂອງ ນວ ໂຄງການພັດທະນາໂຮງຮຽນຕາມມາດຕະຖານຄຸນນະພາບຂັ້ນພື້ນຖານ. ສຳລັບຂັ້ນປະຖົມສຶກສາຂອງກະຊວງສຶກສາທິການ ແລະ ກິລາ (ສສກ), ໂຄງການສ້າງໂຮງຮຽນປອດສິ່ງເສບຕິດ, ໂຄງການໂຮງຮຽນຂຽວ-ສະອາດ ແລະ ສິ່ງແວດລ້ອມດີ, ໂຄງການສົ່ງເສີມຮັກສາສຸຂະພາບໃນໂຮງຮຽນ (ຖູແຂ້ວ, ລ້າງມື, ກວດສຸຂະພາບນັກຮຽນ) ໂຄງການໂຮງຮຽນ 3 ດາວຂອງກະຊວງ ສສກ, ໂຄງການໂຮງຮຽນປອດຄວັນຢາສູບຂອງກະຊວງສາທາລະນະສຸກ ແລະ ໂຄງການຂຽວສະອາດງາມຕາ ໂດຍການມີສ່ວນຮ່ວມຂອງຜູ້ປົກຄອງ ແລະ ນັກຮຽນ ແລະ ຕາມແນວຄວາມຄິດ 3R ຫຼຸດຜ່ອນນໍາໃຊ້ ແລະ ໝູນໃຊ້ຄືນຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ, ໂຮງຮຽນມີນັກຮຽນທັງໝົດ 285 ຄົນ ຍິງ 153 ຄົນ, ມີຄູ ແລະ ພະນັກງານ 25 ຄົນ ຍິງ 22 ຄົນ, ມີຫ້ອງຮຽນ 11 ຫ້ອງ 1 ຫ້ອງປະຊຸມ, ຫ້ອງນໍ້າມີ 8 ຫ້ອງ (ແຍກຫ້ອງນ້ຳຍິງ-ຊາຍ).
![]() |
ຂະບວນການເຂົ້າຮ່ວມໂຄງການສ້າງໂຮງຮຽນຕົວແບບຄຸນນະພາບສົກຮຽນ 2024-2025 ໂດຍການສະ ເໜີຂອງຫ້ອງການສຶກສາທິການ ແລະ ກິລາເມືອງຈັນທະບູລີ ໃຫ້ເຂົ້າໂຄງການໂຮງຮຽນຕົວແບບຄຸນນະພາບຂັ້ນ ນວ. ດັ່ງນັ້ນ, ການນຳພາສ້າງໂຮງຮຽນຕົວແບບຄຸນນະພາບ, ຜູ້ບໍລິຫານໂຮງຮຽນໄດ້ນຳເອົາບັນດາມາດຖານ ເງື່ອນໄຂ ແລະ ຕົວຊີ້ວັດຂອງໂຮງຮຽນຕົວແບບຄຸນນະພາບຂອງຊັ້ນປະຖົມ ປະກອບມີ 6 ດ້ານ 42 ຕົວຊີ້ວັດ ເຜີຍແຜ່ໃຫ້ຄູ, ນັກຮຽນ, ຜູ້ປົກຄອງໄດ້ຮັບຮັບຮູ້ ເພື່ອໃຫ້ແຕ່ລະພາກສ່ວນນຳພາ ແລະ ຈັດຕັ້ງປະຕິບັດ, ມີການຕິດຕາມກວດກາ ແລະ ປະເມີນຜົນໃນແຕ່ລະດ້ານເຊັ່ນ: ດ້ານຜູ້ຮຽນ, ດ້ານການຮຽນ-ການສອນ, ດ້ານສະພາບແວດລ້ອມ, ດ້ານອຸປະກອນການສອນ, ດ້ານການຄຸ້ມຄອງບໍລິຫານ ແລະ ການມີສ່ວນຮ່ວມຂອງຊຸມຊົນ ເພື່ອໃຫ້ມີຜົນສຳເລັດຕາມຄາດໝາຍ. ຕະຫຼອດໄລຍະຜ່ານມາ, ໂຮງຮຽນໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານຕ່າງໆ ຕາມການຊີ້ນຳຂອງຂັ້ນເທິງເຊັ່ນ: ການຮຽນ-ການສອນ, ການເຄື່ອນໄຫວກິດຈະກໍາຕ່າງໆ ກິລາ, ສິລະປະ ແລະ ອື່ນໆ ໄດ້ມີຜົນສຳເລັດຫຼາຍດ້ານຄື: ດ້ານການຮຽນ-ການສອນ, ນັກຮຽນສອບເສັງຈົບຊັ້ນປະຖົມ ປ5 ທັງໝົດ 127 ຄົນ ຍິງ 50 ຄົນ ໄດ້ 100%, ສອບເສັງຈົບຊັ້ນໄດ້ຄະແນນ 7 ຂຶ້ນໄປທຸກວິຊາ 72 ຄົນ ເທົ່າກັບ 56,69% ສອບເສັງຈົບຊັ້ນໄດ້ຄະແນນດີເດັ່ນຄະແນນ 9 ຂຶ້ນໄປທຸກວິຊາ 8 ຄົນ ສົກຮຽນ 2024-2025 ການສອບເສັງຊັ້ນ ປ5 ໄດ້ສົມບູນ 100% ສອບເສັງໄດ້ຄະແນນ 9 ຂຶ້ນໄປທຸກວິຊາມີ 4 ຄົນ ແລະ ໄດ້ທີ 1 ຂອງເມືອງ 1 ຄົນ ທີ 2 ມີ 1 ຄົນ ແລະ ທີ 3 ມີ 1 ຄົນ, ການແຂ່ງຂັນນັກຮຽນເກັ່ງ ປ5 ຂັ້ນເມືອງຈັນທະບູລີ ໄດ້ ທີ 1 ຫາ ຊົມເຊີຍ 10 ຄົນ, ຂັ້ນ ນວ ໄດ້ທີ 3 ຫາຊົມເຊີຍ 5 ຄົນ, ໄດ້ເຂົ້າຮ່ວມແຂ່ງຂັນຂຽນງາມຂອງນັກຮຽນຊັ້ນປະຖົມທົ່ວເມືອງຈັນທະບູລີ 15 ຄົນ, ໄດ້ທີ 1-3 ມີ 2 ຄົນ. ນອກນີ້, ຍັງໄດ້ສົ່ງເສີມດ້ານວິຊາການສິລະປະຊ່ວຍເຫຼືອສັງຄົມ ແລະ ອື່ນໆ ຕື່ມອີກ.
ຂ່າວ: ວຽງຈັນໃໝ່


ຄໍາເຫັນ