ເນື່ອງໃນໂອກາດວັນຄູແຫ່ງຊາດວັນທີ 7 ຕຸລາ ຄົບຮອບ 30 ປີ

ໂຮງຮຽນປີຊາໄຊ ເນັ້ນສິດສອນນັກຮຽນໃຫ້ມີຄວາມຮູ້ ມີພັດທະນາການທີ່ດີ

ໂຮງຮຽນປີຊາໄຊ ເນັ້ນສິດສອນນັກຮຽນໃຫ້ມີຄວາມຮູ້ ມີພັດທະນາການທີ່ດີ
ໂດຍ: ຍຸພິນທອງ ເນື່ອງໃນໂອກາດວັນຄູແຫ່ງຊາດວັນທີ 7 ຕຸລາ ຄົບຮອບ 30 ປີ (7 ຕຸລາ 1994-7 ຕຸລາ 2024) ທ່ານ ນາງ ຈັນສະໄໝ ລໍໄພບູນ ຜູ້ອຳນວຍການໂຮງຮຽນລ້ຽງເດັກ,

 ອະນຸບານ ແລະ ປະຖົມປີຊາໄຊ ສາຂາທີ2ໄດ້ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ໂຮງຮຽນຂອງພວກເຮົາເປັນໂຮງຮຽນເອກະຊົນ ປັດຈຸບັນມີທັງໝົດ 2 ສາຂາ, ສາຂາທີ 1 ຕັ້ງຢູ່ບ້ານຈອມມະນີ ເມືອງໄຊເສດຖາ ແລະ ສາຂາທີ 2 ຕັ້ງຢູ່ບ້ານໄຊສົມບູນ ເມືອງໄຊທານີ ນະຄອນຫຼວງວຽງຈັນດຳເນີນການຮຽນ-ການສອນຕາມຫຼັກສູດຂອງກະຊວງສຶກສາທິການ ແລະ ກິລາ ແລະ ວາງແຜນການຮຽນ-ການສອນຂອງໂຮງຮຽນຢ່າງເຄັ່ງຄັດຕາມ 3 ລັກສະນະ 5 ຫຼັກມູນຂອງການສຶກສາ.
ໂຮງຮຽນປີຊາໄຊສາຂາທີ 1ສ້າງຕັ້ງຂຶ້ນໃນປີ 2014ເປັນອາຄານ 4ຊັ້ນ ປະກອບມີຫ້ອງຮຽນທັງໝົດ20ຫ້ອງ ແຕ່ລະຫ້ອງມີສິ່ງອໍານວຍຄວາມສະດວກມີແອເຢັນ, ພັດລົມ, ຕິດຕັ້ງກ້ອງວົງຈອນປິດທຸກຫ້ອງ ເພື່ອຕິດຕາມການຮຽນ-ການສອນຂອງນັກຮຽນ. ສໍາລັບຫ້ອງເດັກມີໂຟມກັນກະແທກທັງພື້ນແລະຝາເພື່ອຮັບປະກັນຄວາມປອດໄພຂອງເດັກ, ມີຫ້ອງການ2ຫ້ອງ, ຫ້ອງປະຊຸມ 1ຫ້ອງ ແລະ ຫ້ອງອາຫານ 3ຫ້ອງ. ປັດຈຸບັນມີນັກຮຽນທັງໝົດ418 ຄົນ ຍິງ152ຄົນ, ມີນັກຮຽນຊັ້ນລ້ຽງເດັກ 78 ຄົນ, ຊັ້ນອະນຸບານ 176 ຄົນ, ຊັ້ນປະຖົມ 164 ຄົນ,ມີພະນັກງານບໍລິຫານ 8ຄົນ ຍິງ 5ຄົນ, ຄູສອນທັງໝົດ29ຄົນ, ໃນນັ້ນມີຄູຕ່າງປະເທດສອນພາສາອັງກິດ 2ຄົນ, ວຸດທິການສຶກສາຂອງຄູ:ຂັ້ນປະລິນຍາໂທ 2ຄົນ, ປະລິນຍາຕີ 12ຄົນ, ຊັ້ນສູງ 10ຄົນ, ຊັ້ນກາງ 3ຄົນ ແລະບຳລຸງ 2ຄົນ.
ສຳລັບສາຂາທີ2 ໄດ້ສ້າງຕັ້ງຂຶ້ນໃນປີ 2023ຊຶ່ງເປັນອາຄານ 2ຊັ້ນປະກອບມີຫ້ອງຮຽນທັງໝົດ21ຫ້ອງ ແຕ່ລະຫ້ອງມີສິ່ງອໍານວຍຄວາມສະດວກມີແອເຢັນ, ພັດລົມ, ຕິດຕັ້ງກ້ອງວົງຈອນປິດທຸກຫ້ອງ ເພື່ອຕິດຕາມການຮຽນ-ການສອນ, ສໍາລັບຫ້ອງເດັກມີໂຟມກັນກະແທກທັງພື້ນແລະຝາເພື່ອຮັບປະກັນຄວາມປອດໄພຂອງເດັກພ້ອມນັ້ນຍັງມີຫ້ອງການ2ຫ້ອງ, ຫ້ອງປະຊຸມ 1ຫ້ອງ, ມີໂຮງອາຫານໃຫຍ່ກວ້າງຂວາງ. ປັດຈຸບັນມີນັກຮຽນທັງໝົດ401ຄົນ ຍິງ228ຄົນ, ໃນນັ້ນມີນັກຮຽນຊັ້ນລ້ຽງເດັກ 66ຄົນ, ຊັ້ນອະນຸບານ 195ຄົນ, ຊັ້ນປະຖົມ 140 ຄົນ. ມີພະນັກງານບໍລິຫານ7ຄົນ, ຄູສອນທັງໝົດ 28ຄົນ, ໃນນັ້ນຄູຕ່າງປະເທດສອນພາສາອັງກິດມີ 2ຄົນ, ສອນພາສາຈີນ 2ຄົນ, ວຸດທິການສຶກສາຂອງຄູ: ຂັ້ນປະລິນຍາໂທ 1ຄົນ, ປະລິນຍາຕີ 15ຄົນ, ຊັ້ນສູງ 5ຄົນ, ຊັ້ນກາງ 2ຄົນ ແລະ ບຳລຸງ 2ຄົນ.
ທ່ານນາງ ຈັນສະໄໝ ລໍໄພບູນ ກ່າວໃຫ້ຮູ້ອີກວ່າ:ຜົນງານການເຄື່ອນໄຫວໃນໄລຍະ 1ປີຜ່ານມາ(ສົກຮຽນ 2023-2024) ໂຮງຮຽນໄດ້ສິດສອນຫຼານນ້ອຍຊັ້ນລ້ຽງເດັກແລະອະນຸບານໃຫ້ເປັນເດັກດີ, ເດັກຄໍາຮູ້ມີພັດທະນະນາການສົມໄວສາມາດເຮັດໄດ້ 100%, ນັກຮຽນຊັ້ນ ປ.1 ເຖິງ ປ.4 ສາມາດເສັງຂຶ້ນຫ້ອງໄດ້ 100%, ນັກຮຽນເສັງຈົບຊັ້ນປ.5 ມີທັງໝົດ 41 ຄົນສາມາດເສັງຈົບຊັ້ນໄດ້ 100%, ພິເສດໃນນີ້ມີນັກຮຽນທີ່ເສັງຈົບຊັ້ນປ.5 ໄດ້ທີ1 ຂັ້ນເມືອງມີ 2 ຄົນ, ເສັງໄດ້ທີ 2 ຂັ້ນເມືອງມີ 2 ຄົນ, ມີນັກຮຽນທີ່ເສັງຈົບຊັ້ນໄດ້ຄະແນນ 7ຂຶ້ນໄປທຸກວິຊາອີກ 30 ຄົນລວມນັກຮຽນເກັ່ງທັງໝົດມີ 34 ຄົນເທົ່າກັບ82.9% ຂອງນັກຮຽນທັງໝົດ ຊຶ່ງໄດ້ຮັບໃບຍ້ອງຍໍຈາກຂັ້ນເມືອງ. ພ້ອມນີ້ມີນັກຮຽນທີ່ຮຽນດີ-ຮຽນເກັ່ງຊັ້ນອະນຸບານໄດ້ຮັບໃບຍ້ອງຍໍຂອງໂຮງຮຽນມີ 21 ຄົນ, ຊັ້ນປະຖົມມີ 32 ຄົນ,ຄູດີເດັ່ນໄດ້ຮັບໃບຍ້ອງຍໍຂັ້ນເມືອງມີ48ທ່ານ ແລະ ໄດ້ຮັບໃບຍ້ອງຍໍຈາກໂຮງຮຽນ9ທ່ານ.
ທ່ານກ່າວເນັ້ນໃຫ້ຮູ້ຕື່ມອີກວ່າ: ສໍາລັບແຜນພັດທະນາໂຮງຮຽນໃນຕໍ່ໜ້າ ພວກເຮົາມີເປົ້າໝາຍສ້າງໂຮງຮຽນໃຫ້ມີຄຸນນະພາບແບບທັນສະໄໝ, ຮັບປະກັນໄດ້ການຮັກສາມາດຕະຖານທີ່ມີຢູ່ແລ້ວ ແລະ ຈະນຳເອົາຫຼັກສູດການຮຽນ-ການສອນກ່ຽວກັບໄອຊີທີເຂົ້າມາສິດສອນໃຫ້ແກ່ນ້ອງນັກຮຽນ ເພື່ອເຮັດໃຫ້ນັກຮຽນມີຄວາມຮູ້ທາງດ້ານໄອຊີທີ ຮອງຮັບການຫັນເປັນດີຈີຕອນຂອງພັກ-ລັດ, ຕັ້ງໜ້າປະຕິບັດຂໍ້ກໍານົດກົດລະບຽບ ກໍຄືມາດຖານການຮຽນ-ການສອນທີ່ຂັ້ນເທິງກໍານົດ ແລະ ໂຮງຮຽນວາງອອກຢ່າງເຂັ້ມງວດ. ເອົາໃຈໃສ່ຍົກລະດັບຄວາມຮູ້-ຄວາມສາມາດ ຂອງຄູໃຫ້ສູງຂຶ້ນໄປເລື້ອຍໆ, ເອົາໃຈໃສ່ຝຶກຝົນ ແລະສ້າງນັກຮຽນໃຫ້ເປັນນັກຮຽນຮຽນເກັ່ງເຂົ້າສອບເສັງຂັ້ນຕ່າງໆໃຫ້ໄດ້ຮັບໝາກຜົນຫຼາຍກ່ວາເກົ່າ, ສືບຕໍ່ເບິ່ງແຍງນັກຮຽນໃຫ້ມີຄວາມປອດໄພໄດ້ຄວາມຮູ້ ແລະ ມີພັດທະນາການທີ່ດີ ແລະ ຈັດຕັ້ງຝຶກຊ້ອມສິລະປະ-ກິລາໃນໂຮງຮຽນຂັ້ນກຸ່ມ, ຂັ້ນເມືອງ, ຂັ້ນນະຄອນຫຼວງ ແລະ ຂັ້ນປະເທດໃນອະນາຄົດ.
ເນື່ອງໃນໂອກາດວັນຄູແຫ່ງຊາດ ວັນທີ 7 ຕຸລາ ຄົບຮອບ 30 ປີໂຮງຮຽນຂອງພວກເຮົາທັງ 2ສາຂາຈະໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດດ້ວຍຫຼາຍກິດຈະກໍາ ເປັນຕົ້ນການຫວນຄືນມູນເຊື້ອປະຫວັດຄວາມເປັນມາຂອງວັນຄູແຫ່ງຊາດ, ອວຍພອນບັນດາຄູສອນ, ສະແດງສິລະປະ-ວັນນະຄະດີຂອງນັກຮຽນໃນແຕ່ລະຊັ້ນ ແລະ ກິດຈະກຳຮັດແໜ້ນຄວາມສາມັກຄີລະຫວ່າງພະນັກງານ-ຄູອາຈານ ແລະ ຜູ້ບໍລິຫານໂຮງຮຽນ.
ໃນໂອກາດນີ້, ທ່ານນາງ ຈັນສະໄໝ ລໍໄພບູນຍັງໄດ້ອວຍພອນໄຊອັນປະເສີດມາຍັງຄະນະນຳຂອງຂະແໜງການສຶກສາທິການ ແລະ ກິລາທຸກຂັ້ນ, ຜູ້ບໍລິຫານການສຶກສາ ແລະ ຄູ-ອາຈານທຸກຖ້ວນໜ້າຈົ່ງມີສຸຂະພາບແຂງແຮງປະສົບຜົນສຳເລັດໃນໜ້າທີ່ວຽກງານ, ມີຄວາມຜາສຸກໃນຊີວິດຄອບຄົວ ແລະ ເປັນຄູສອນທີ່ສ້າງນັກຮຽນໃຫ້ມີຄວາມຮູ້-ຄວາມສາມາດຮອບດ້ານ ກາຍເປັນຊັບພະຍາກອນອັນລ້ຳຄ່າຂອງປະເທດຊາດ ພ້ອມດຽວກັນນີ້ຂໍໃຫ້ນັກຮຽນຕັ້ງໃຈຮໍ່າຮຽນຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນນັກຮຽນດີ, ນັກຮຽນເກັ່ງ ແລະ ເປັນຄົນດີຂອງສັງຄົມ.

ຄໍາເຫັນ

ຂ່າວສືກສາ-ກິລາ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ໃນໂອກາດສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີການນໍາແຂວງຈໍາປາສັກ ນໍາໂດຍທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ໄດ້ຮ່ວມທັດສະນະສຶກສາຊົມສະຖານທີ່ທາງປະຫວັດສາດ ເຮືອນຂອງອະດີດປະທານ ໄກສອນ ພົມວິຫານ ທີ່ບ້ານລາດບົກ ເມືອງບາຈຽງຈະເລີນສຸກ, ພ້ອມນີ້ກໍໄດ້ຮັບຟັງການເລົ່າປະຫວັດຄວາມເປັນມາການເຄື່ອນໄຫວຂອງປະທານ ໄກສອນ ພົມວິຫານ ຈາກຜູ້ອາວຸໂສພາຍໃນບ້ານລາດບົກ, ມີກິດຈະກຳຖາມ-ຕອບ ວິທະຍາສາດ ນ້ອງໆເຍົາວະຊົນ-ຊາວໜຸ່ມ.
ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ທ້າວ ສະເຫຼີມໄຊ ໄຊຍະສິດ ນັກກິລາຟັນດາບ ຈາກເເຂວງບໍລິຄໍາໄຊ ຍາດໄດ້ 2 ຫຼຽນຄໍາ ຈາກການລົງເເຂ່ງຂັນຟັນດາບ 2 ລາຍການ ຄື: ເອເປ ເເລະ ເຊເບີ ບັນລຸຕາມຄາດໝາຍທີ່ວາງໄວ້ ຂະນະດຽວກັນ ຫຼຽນເງິນ ເເລະ ຫຼຽນທອງ ເປັນຂອງນັກກິລາ ຈາກເເຂວງສະຫວັນນະເຂດ ຈາກການລົງເເຂ່ງຂັນກິລາຟັນດາບ ງານມະຫະກໍາກິລາຄົນພິການເເຫ່ງຊາດ ຄັ້ງທີ 4 ຫຼື ນະຄອນຫຼວງວຽງຈັນ ພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນຮັບກຽດເປັນເຈົ້າພາບ.
ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ (ສສກ) , ທ່ານ ວິລະວັນ ບຸນສຸກໄທ ຫົວກົມກິລາມວນຊົນພາລະ ແລະ ສິລະປະສືກສາ ກະຊວງ ສສກ ພ້ອມດ້ວຍພະນັກງານ ແລະ ກ້ອນສິລະປະ ຊາວໜຸ່ມເຍົາວະຊົນ ກະຊວງສຶກສາທິການ ແລະ ກິລາ ໄດ້ຕ້ອນຮັບຄະນະນັກກິລາເປຕັງ ທີມຊາດລາວ ທີ່ສາມາດຍາດໄດ້ຫຼຽນຄໍາ ໃນງານມະຫະກຳກິລາຊີເກມຄັ້ງທີ 33ຢູ່ປະເທດໄທ ເປັນເຈົ້າພາບໃນວັນທີ 16 ທັນວານີ້ ທີ່ສະໜາມບິນສາກັນວັດໄຕ ນະຄອນຫຼວງວຽງຈັນ .
ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມເມືອງໂຂງ ແຂວງຈໍາປາສັກ ເປັນໂຮງຮຽນໜຶ່ງ ທີ່ອົງການອາຫານໂລກ (WFP) ໃຫ້ການຊ່ວຍເຫຼືອຈັດຕັ້ງປະຕິບັດໂຄງການອາຫານທ່ຽງໃຫ້ນັກຮຽນເລີ່ມແຕ່ປີ 2021 ຈົນຮອດປີ 2030. ຊຶ່ງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ, ບໍ່ປະລະການຮຽນ ແລະ ຍັງຊ່ວຍຫຼຸດຜ່ອນອາຫານຂອງຜູ້ປົກຄອງ ທີ່ສໍາຄັນຍັງໄດ້ຮັບສານອາຫານ, ໂພຊະນາການທີ່ພຽງພໍ ແລະ ມີປະໂຫຍດດີຕໍ່ສຸຂະພາບ.
ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ການແຂ່ງຂັນກິລາດອກປິກໄກ່ ມີການຊີງຫຼຽນຄໍາ,ຫຼຽນເງິນ ແລະ ຫຼຽນທອງ ທັງໝົດ 20 ຫຼຽນ. ທ່ານ ນາງ ຈິນດາ ພົນເຕຊາ ຮອງສະຫະພັນກິລາດອກປິກໄກ່ແຫ່ງຊາດລາວ,ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ການແຂ່ງຂັນດອກປິໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນ ພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ມີ 4 ລາຍການແຂ່ງຂັນ ປະກອບມີຄື: ປະເພດກ່ຽວຊາຍ,ປະເພດດ່ຽວຍິງ,ປະເພດຄູ່ຊາຍ ແລະ ປະເພດຄູ່ຍິງ. ມີນັກກິລາເຂົ້າຮ່ວມ 18 ຄົນ, ຍິງ 4 ຄົນ.ໃນນັ້ນມີ 6 ແຂວງເຂົ້າຮ່ວມຄີ: ເຈົ້າພາບ ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຄຳມ່ວນ, ອຸດົມໄຊ, ບໍແກ້ວ ແລະ ຫຼວງພະບາງ. ຊຶ່ງການແຂ່ງຂັນ ແມ່ນຈະດຳເນີນເປັນເວລາ 3 ວັນ ວັນທີ 15-17 ທັນວານີ້.
ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ນາງ ລິນລີ່ ສຸພັນທະວົງ ນັກກິລາບ໋ອດເຊຍຄວ້າຫຼຽນຄຳທໍາອິດໃຫ້ນັກກິລາຄົນພິການແຂວງຫຼວງພະບາງ ໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນ ຫຼວງວຽງຈັນ (ນວ) ຮັບກຽດເປັນເຈົ້າພາບ.
ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ໃນຕອນເຊົ້າວັນທີ 15 ທັນວານີ້, ສູນຝຶກອົບຮົມກອງພົນທີ3 ໄດ້ຈັດພິທີເປີດຂະບວນການແຂ່ງຂັນກິລາມວນຊົນເພື່ອຂ່ຳນັບຮັບຕ້ອນວັນສໍາຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ແລະ ຂອງກົມກອງ ເວົ້າລວມ, ເວົ້າສະເພາະແມ່ນ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949–20 ມັງກອນ 2026) ຂຶ້ນຢູ່ທີ່ເດີນກິລາຂອງກົມ-ກອງ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄໍາສອນ ໄຊສົງຄາມ ຮອງເລຂາຄະນະພັກ ຫົວໜ້າການທະຫານສູນຝຶກອົບຮົມກອງພົນທີ3, ມີສະຫາຍ ພັນໂທ ສີພົນ ແສງຄໍາ ເລຂາຄະນະພັກ ຫົວຫນ້າການເມືອງສູນຝຶກອົບຮົມ ພ້ອມດ້ວຍຄະນະພັກ - ຄະນະບັນຊາ, ພະນັກງານ-ນັກຮົບຕະຫຼອດຮອດນັກກິລາທົ່ວສູນຝຶກອົບຮົມເຂົ້າຮ່ວມ.
ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ການແຂ່ງຂັນກິລາຟັນດາບຄົນພິການ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນວັນທີ 15 ທັນວານີ້, ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ, ເປັນກຽດເຂົ້າຮ່ວມມີທ່ານ ນາງ ຂັນທະລີ ສີຣິພົງພັນ ປະທານຄະນະກໍາມະການພາຣາແລມປິກແຫ່ງຊາດລາວ, ມີທ່ານ ກິດຕິພົງ ຫາດທະວາການ ນາຍົກສະມາຄົມວີວແຊຟັນດາບແຫ່ງປະເທດໄທ, ມີບັນດາຜູ້ຕາງໜ້າຈາກພະແນກສຶກສາທິການ ແລະ ກິລາ ນວ, ແຂວງ, ຄູຝຶກ ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.
ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ກິລາບານບ້ວງລໍ້ເລື່ອນໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື ນະຄອນຫຼວງວຽງຈັນພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນ (ນວ) ເປັນເຈົ້າພາບ, ເຊິ່ງກິລາຄົນພິການແຫ່ງຊາດຄັ້ງນີ້ຖືກບັນຈຸເຂົ້າແຂ່ງຂັນເປັນຄັ້ງທີ IV ຕິດຕໍ່ກັນ 2 ຄັ້ງທຳອິດທີ່ຫຼວງພະບາງ ແລະ ອຸດົມໄຊ ເປັນກິລາສາທິດ ແຕ່ມາຊີງຫຼຽນໃນຄັ້ງທີ III ທີ່ແຂວງຊຽງຂວາງ ແລະ ນວ ໃນຄັ້ງນີ້, ແຂ່ງຂັນທີ່ສູນການແພດຟື້ນຟູໜ້າທີ່ການ ໂດຍມີ 3 ພາກສ່ວນເຂົ້າຮ່ວມຄື: ນວ ເຈົ້າພາບ, ແຂວງຈຳປາສັກ ແລະ ແຂວງຊຽງຂວາງ, ແຂ່ງຂັນ 4 ລາຍການ: ທີມຍິງ-ທີມຊາຍ 3x3 ແລະ 5x5, ມີນັກກິລາເຂົ້າຮ່ວມທັງໝົດ 27 ຄົນ ຍິງ 10 ຄົນ.
ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ການແຂ່ງຂັນກິລາດອກປີກໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບໄດ້ເປີດສາກຂຶ້ນຢ່າງເປັນທາງການໃນວັນທີ 15 ທັນວານີ້, ທີ່ເດີ່ນກິລາໃນຮົ່ມໂອແລມປາເຊຍ ນວ, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຈິນດາ ພົນເຕຊາ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ລິມ ເຊັງຊາຍ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ກຸ່ຍ ພົນເຕຊາ ຄະນະກຳມະການກິລາດອກປີກໄກ່ແຫ່ງຊາດລາວ ພ້ອມດ້ວຍນັກກິລາ ແລະ ມວນຊົນເຂົ້າຮ່ວມ.
ເພີ່ມເຕີມ