ໃນວັນທີ 25 ມັງກອນຜ່ານມາ, ອະດີດນັກສຶກສາກຽມໄປຮຽນຕ່າງປະເທດ ປີ 1991-1992 ໄດ້ມອບເຄື່ອງຊ່ວຍເຫຼືອ ໂຮງຮຽນສາມັນກິນນອນ ຊົນເຜົ່າ ແຂວງຄໍາມ່ວນ ປະກອບມີເຄື່ອງນຸ່ງຫົ່ມຕ້ານໄພໜາວ ເສື້ອກັນໜາວ, ຜ້າຫົ່ມ, ອຸປະກອນການຮຽນ, ເຄື່ອງຫຼິ້ນກິລາ ແລະ ເຄື່ອງບໍລິໂພກ ມູນຄ່າ 26 ລ້ານກີບ ພ້ອມດ້ວຍເງິນສົດ ມອບໃຫ້ແກ່ນັກຮຽນແຕ່ລະຄົນ ແລະ ມອບເຂົ້າໃນການຮັບໃຊ້ບໍລິຫານພາຍໃນໂຮງຮຽນ ມູນຄ່າ 127 ລ້ານກີບ, ລວມມູນຄ່າທັງໝົດ 153 ລ້ານກີບ, ຕາງໜ້າອະດີດນັກສຶກສາ ມອບໂດຍທ່ານ ໝັ້ນຍືນ ຄີນສະໝອນ ຮອງປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ, ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ພ້ອມດ້ວຍຄະນະ, ມີຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.
ໂອກາດນີ້, ທ່ານ ເມືອງມາ ນາມທະນົນສີ ຜູ້ອຳນວຍການໂຮງຮຽນສາມັນກິນນອນຊົນເຜົ່າ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງມາຍັງທີມງານ ອະດີດນັກສຶກສາ ທີ່ໄດ້ເປັນຫ່ວງເປັນໃຍຕໍ່ສຸຂະພາບ ແລະ ຊີວິດການເປັນຢູ່ຂອງນ້ອງນັກຮຽນ ຊຶ່ງທາງໂຮງຮຽນຈະເອົາໃຈໃສ່ ໃນການເບິ່ງແຍງ, ສິດສອນ ນ້ອງນັກຮຽນ ໃຫ້ກາຍເປັນນັກຮຽນດີ, ຮຽນເກັ່ງ ເພື່ອສືບຕໍ່ຮໍ່າຮຽນໃນລະດັບສູງຂຶ້ນ ໃຫ້ກາຍເປັນໜໍ່່ແໜງຜູ້ສືບທອດ ໃນການປະກອບສ່ວນສ້າງສາ ແລະ ພັດທະນາປະເທດຊາດ ໃນອະນາຄົດ.
(ຂ່າວ-ພາບ: ກອງຄໍາ)
ຄໍາເຫັນ