ໂຮງຮຽນເຕັກນິກວິຊາຊີບເວດສະພົງ ສ້າງສີມືແຮງງານຮັບໃຊ້ປະເທດຊາດຢ່າງຫຼວງຫຼາຍ

ໂຮງຮຽນເຕັກນິກວິຊາຊີບເວດສະພົງ ສ້າງສີມືແຮງງານຮັບໃຊ້ປະເທດຊາດຢ່າງຫຼວງຫຼາຍ

ໂຮງຮຽນເຕັກນິກວິຊາຊີບເວດສະພົງ ສ້າງສີມືແຮງງານຮັບໃຊ້ປະເທດຊາດຢ່າງຫຼວງຫຼາຍ
ໂດຍ: ພູວັນ ເນື່ອງ​ໃນ​ໂອກາດວັນ​ກໍາມະກອນ​ສາກົນ 1 ພຶດສະພາ(1/5/1886-1/5/2025)ຄົບຮອບ139ປີ ຊຶ່ງເປັນວັນທີ່ມີຄວາມໝາຍຄວາມສຳຄັນຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ກໍຄືກຳມະກອນໃນທົ່ວໂລກ ທ່ານ ຄຳພຽງ ແກ້ວລັງສີ ຜູ້ອຳນວຍການໂຮງຮຽນເຕັກນິກ-ວິຊາຊີບເວດສະພົງ

 

 ໄດ້ສະແດງຄວາມເຄົາລົບນັບຖື ແລະ ຮູ້ບຸນຄຸນຕໍ່ກຳມະກອນ ແລະ ຊາວຜູ້ອອກແຮງງານໃນທຸກສາຂາອາຊີບທີ່ເປັນກຳລັງອັນສຳຄັນ ໃນການພັດທະນາສ້າງສາປະເທດຊາດ ໂດຍສະເພາະການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ເພື່ອກ້າວເຂົ້າສູ່ຍຸກໂລກາພິວັດ.

ທ່ານ ຄຳພຽງ ແກ້ວລັງສີ ກ່າວໃຫ້ຮູ້ອີກວ່າ: ການຕໍ່ສູ້ຂອງຊົນຊັ້ນກຳມະກອນແມ່ນຖືກຕ້ອງ ແລະ ເປັນທຳທີ່ສຸດ ເພາະວ່າຊົນຊັ້ນນີ້ຖືກກົດຂີ່ຂູດຮີດແຮງງານຈາກນາຍທຶນມາຍາວນານ ຈົນສາມາດໄດ້ຮັບອິດສະຫຼະພາບຕາມທີ່ກົດໝາຍກຳນົດ. ເພື່ອຂໍ່ານັບຮັບຕ້ອນວັນສຳຄັນດັ່ງກ່າວ ໂຮງຮຽນເຕັກນິກ-ວິຊາຊີບເວດສະພົງໄດ້ສ້າງແຮງງານໃນສາຂາອາຊີບຕ່າງໆຈຳນວນຫຼາຍເຂົ້າສູ່ຕະຫຼາດແຮງງານ (ໂຮງຈັກ, ໂຮງງານ, ຜູ້ປະກອບການຕ່າງໆ. ນອກຈາກນີ້ພວກເຮົາຍັງໄດ້ຖ່າຍທອດຄວາມຮູ້-ຄວາມສາມາດໃຫ້ແກ່ໂຮງງານຕ່າງໆໃນການບໍລິຫານ-ຈັດການ, ຄຸ້ມຄອງໂຮງງານໃນການຜະລິດໃຫ້ມີຄວາມປອດໄພ ແລະ ຮັກສາສິ່ງແວດລ້ອມໃນໂຮງງານຂະໜາດນ້ອຍ(ຊ່າງໄມ້ເຟີນີເຈີ) ໃຫ້ນໍາໃຊ້ໄມ້ເສດຈາກໂຮງງານໃຫຍ່ມາທຳການຜະລິດ ເປັນຜະລິດຕະພັນຮັບໃຊ້ສັງຄົມມີຫຼາຍກວ່າ 25 ໂຮງງານ.

ທ່ານ ຄຳພຽງ ແກ້ວລັງສີ ກ່າວເນັ້ນໃຫ້ຮູ້ອີກວ່າ: ສິ່ງທີ່ພົ້ນເດັ່ນໃນປີ 2025 ທາງໂຮງຮຽນໄດ້ສ້າງນັກແຂ່ງຂັນສີມືແຮງງານຊ່າງໄມ້ເຄື່ອງເຮືອນ ເຂົ້າຮ່ວມການແຂ່ງຂັນລະດັບສະຖາບັນໃນເດືອນກຸມພາ 2025 ຜ່ານມາໄດ້ຮັບຫຼຽນຄຳ 1 ຫຼຽນ (ທ້າວ ຊາຍ ທິບພະວັນດີ) ໃນປັດຈຸບັນກໍໄດ້ເຂົ້າຮ່ວມການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ V ອີກ ຊຶ່ງຈັດຂຶ້ນໃນລະຫວ່າງວັນທີ 28-30 ເມສາ 2025) ຄາດໝາຍສູ້ຊົນໃຫ້ໄດ້ຫຼຽນຄຳ ນັບວ່າເປັນຜົນງານອັນສຳຄັນທີ່ທາງຄະນະອຳນວຍການ, ຄູ-ອາຈານ, ພະນັກງານ, ນັກຮຽນທຸ່ມເທເຫື່ອແຮງມັນສະໝອງສຸມໃສ່ທຸກວຽກງານເພື່ອໃຫ້ບັນລຸຕາມແຜນການ ແຜນງານທີ່ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມວາງອອກ ທັງນີ້ແນໃສ່ເພື່ອສ້າງສີມືແຮງງານທີ່ມີຄຸນນະພາບອອກຮັບໃຊ້ສັງຄົມໃຫ້ໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງຕະຫຼາດແຮງງານ.

ຄໍາເຫັນ

ຂ່າວສືກສາ-ກິລາ

ສຳເລັດການແຂ່ງຂັນເທັນນິສລາຍການ ນໍ້າດື່ມຫົວເສືອ ໂອເພັນ 2025

ສຳເລັດການແຂ່ງຂັນເທັນນິສລາຍການ ນໍ້າດື່ມຫົວເສືອ ໂອເພັນ 2025

ນາງ ມະໄລລັກ ຫຼື ດິໄລຣາ ສາວລູກເຄິ່ງ ລາວ-ຊູແອດ ຈັບຄູ່ກັບ ແມັກຊີມັສ ນັກກິລາເທັນນິສຊາວສິງກະໂປ ສາມາດໄລ່ເອົາຊະນະ ຄຣີສ ໂປລິດເທັກ ນັກກິລາຊາວສະວິດ ແລະ ແສນທະນົງວັດ (ລາວ) 2-0 ເຊັດ ດ້ວຍຄະແນນ 6-2 ແລະ 6-3 ຄອງຂັນຊະນະເລີດ ໃນການແຂ່ງຂັນລາຍການ ນໍ້າດື່ມຫົວເສືອ ໂອເພັນ 2025 ຫຼື Tigerhead Tennis Open 2025 ໄດ້ຮັບຂັນຊະນະເລີດ ພ້ອມຮັບເງິນລາງວັນ 30 ລ້ານກີບໄປຄອງ ສ່ວນອັນດັບທີ 2 ໄດ້ຮັບຂັນພ້ອມເງິນລາງວັນ 10 ລ້ານກີບ.
ກຸ່ມບໍລິສັດ ດົງລຶກ ສະໜັບສະໜູນຊຸດເຄື່ອງນຸ່ງກິລາ ແລະ ອຸປະກອນກິລາ

ກຸ່ມບໍລິສັດ ດົງລຶກ ສະໜັບສະໜູນຊຸດເຄື່ອງນຸ່ງກິລາ ແລະ ອຸປະກອນກິລາ

ກຸ່ມບໍລິສັດ ດົງລຶກ ຈາກ ສສ ຫວຽດນາມ ໄດ້ລົງນາມໃນບົດບັນທຶກການຮ່ວມມືກັບສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໃນໄລຍະ 3 ປີ ໂດຍເນັ້ນໃສ່ໃຫ້ການຊຸກຍູ້ສົ່ງເສີມການພັດທະນາວົງການກິລາເຖິງ 9 ລາຍການ ຊຶ່ງໃນນັ້ນໄດ້ສະໜັບສະໜູນຊຸດເຄື່ອງນຸ່ງເຄື່ອງກິລາ ຍີ່ຫໍ້ ດົງລຶກ ແລະ ໝາກບານ ເຂົ້າໃນການເຄື່ອນໄຫວຂອງທີມນັກກິລາເຕະບານທີມຊາດລາວທຸກຮຸ່ນ ແລະ ລາຍການແຂ່ງຂັນຕ່າງໆຂອງ ສຕລ ຈັດຂຶ້ນໃນໄລຍະ 3 ປີ ຕາມສັນຍາທີ່ໄດ້ຕົກລົງກັນໄວ້.
ມອບຄວາມຮັບຜິດຊອບສ້າງຫຼັກສູດປະລິຍາເອກ ສາຂາຄຸ້ມຄອງລັດ

ມອບຄວາມຮັບຜິດຊອບສ້າງຫຼັກສູດປະລິຍາເອກ ສາຂາຄຸ້ມຄອງລັດ

ວິທະຍາຄານຕໍາຫຼວດປະຊາຊົນໄດ້ຈັດກອງປະຊຸມມອບຄວາມຮັບຜິດຊອບສ້າງຫຼັກສູດປະລິຍາເອກ ສາຂາຄຸ້ມຄອງລັດ ກ່ຽວກັບຄວາມເປັນລະບຽບຮຽບຮ້ອຍ-ປອດໄພທາງສັງຄົມ ຂຶ້ນໃນວັນທີ 11 ມິຖຸນານີ້ ໂດຍການເຂົ້າຮ່ວມຂອງທ່ານ ພົທ ກົງທອງ ພົງວິຈິດ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂຮງຮຽນມັດທະຍົມສົມບູນເມືອງໂພນໄຊ ສອບເສັງຈົບຊັ້ນ ມ4

ໂຮງຮຽນມັດທະຍົມສົມບູນເມືອງໂພນໄຊ ສອບເສັງຈົບຊັ້ນ ມ4

ໃນຕອນເຊົ້າຂອງວັນທີ 11 ມີຖຸນານີ້ ຢູ່ໂຮງຮຽນມັດທະຍົມສົມບູນ ເມືອງໂພນໄຊ ແຂວງຫຼວງພະບາງໄດ້ຈັດພິທີເປີດການສອບເສັງຈົບຊັ້ນມັດທະຍົມຕອນຕົ້ນ (ມ4)ສົກຮຽນ2024-2025 ຢ່າງເປັນທາງການ ໂດຍເປັນປະທານຂອງ ທ່ານ ພອນປະດິດ ສຸເດດຊານໄຊ ຮອງເຈົ້າເມືອງໂພນໄຊ.
ເມືອງລອງ ສອບເສັງຈົບຊັ້ນມັດທະຍົມຕອນຕົ້ນ ປະຈຳສົກຮຽນ 2024-2025

ເມືອງລອງ ສອບເສັງຈົບຊັ້ນມັດທະຍົມຕອນຕົ້ນ ປະຈຳສົກຮຽນ 2024-2025

ເມືອງລອງ ແຂວງຫຼວງນໍາທາ ໄດ້ຈັດພິທີສອບເສັງຈົບຊັ້ນມັດທະຍົມຕອນຕົ້ນ (ມ4)ປະຈຳສົກຮຽນ 2024-2025 ຂຶ້ນໃນຕອນເຊົ້າຂອງວັນທີ 11 ມີຖຸນານີ້ທີ່ໂຮງຮຽນມັດທະຍົມສົມບູນເທດສະບານເມືອງ, ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ຈັກກະວານ ແກ້ວບຸນພັນ ຮອງເຈົ້າເມືອງ ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມເມືອງລອງ.
ລະມາມ ເປີດການສອບເສັງຈົບຊັ້ນ ມ4

ລະມາມ ເປີດການສອບເສັງຈົບຊັ້ນ ມ4

ໃນວັນທີ 11 ມິຖຸນານີ້ ຢູ່ທີ່ໂຮງຮຽນ ມສ ມິດຕະພາບລາວ-ຫວຽດ ເມືອງລະມາມ ແຂວງເຊກອງ ໄດ້ເປີດພິທີການສອບເສັງຈົບຊັ້ນມໍ 4ປະຈໍາສົກຮຽນ 2024-2025 ຂຶ້ນຢ່າງເປັນທາງການ,ພາຍໃຕ້ການເປັນປະທານ ພ້ອມເປີດຫົວບົດສອບເສັງຂອງທ່ານນາງ ພອນໄພ ສີວິໄລ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງລະມາມ ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ-ສັງຄົມ.
ສະຫວັນນະເຂດ ເປີດການສອບເສັງຈົບຊັ້ນ ມ4ສົກຮຽນ 2024-2025

ສະຫວັນນະເຂດ ເປີດການສອບເສັງຈົບຊັ້ນ ມ4ສົກຮຽນ 2024-2025

ພິທີເປີດຫົວບົດການສອບເສັງຈົບຊັ້ນ ມ4 ປະຈຳສົກຮຽນ 2024-2025 ທົ່ວແຂວງສະຫວັນນະເຂດ ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 11 ມິຖຸນານີ້ ທີ່ໂຮງຮຽນ ມສ ໂນນສະຫວ່າງ ເມືອງຊົນນະບູລີ ໂດຍການເປັນປະທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ.
ຫວັງ ອິນເວັສເມັນ ສະໜັບສະໜູນນັກກິລາເທັນນິສທີມຊາດລາວ 85 ລ້ານກວ່າກີບ ຮ່ວມຊີງແຊັມໂລກ ທີ່ປະເທດຈໍແດນ

ຫວັງ ອິນເວັສເມັນ ສະໜັບສະໜູນນັກກິລາເທັນນິສທີມຊາດລາວ 85 ລ້ານກວ່າກີບ ຮ່ວມຊີງແຊັມໂລກ ທີ່ປະເທດຈໍແດນ

ບໍລິສັດ ຫວັງ ອິນເວັສເມັນ ຈໍາກັດ (Vang Investment Sole Co.,LTD) ມອບການສະໜັບສະໜູນເປັນເງິນ 85 ລ້ານກວ່າກີບ ຫຼື 4,000 ໂດລາ ໃຫ້ແກ່ທີມນັກກິລາເທັນນິສຍິງ ທີມຊາດລາວ ກຽມເຂົ້າຮ່ວມແຂ່ງຂັນເທັນນິສປະເພດທີມຍິງ ຊີງແຊັມໂລກ ກຸ່ມ lll ຫຼື ລາຍການ ບິລີ ຈີນ ຄິງຄັບ 2025 (Billie Jean King Cup 2025 by Gainbridge ASIA/OCEANIA group 3) ຈະຈັດຂຶ້ນ ລະຫວ່າງວັນທີ 16-21 ມິຖຸນາ 2025 ທີ່ປະເທດຈໍແດນ ໃນລາຍການນີ້ ສະເພາະກຸ່ມ 3 ມີທັງໝົດ 20 ປະເທດຮ່ວມຊີງໄຊ ແຂ່ງຂັນຢູ່ 2 ປະເທດ ຄື: ປະເທດສີລັງກາ ແລະ ປະເທດຈໍແດນ.
ເມືອງຜາອຸດົມ ຈັດພິທີສອບເສັງ ຈົບຊັ້ນ ມ4.

ເມືອງຜາອຸດົມ ຈັດພິທີສອບເສັງ ຈົບຊັ້ນ ມ4.

ປັດຈຸບັນ ໂຮງຮຽນພາກລັດ ແລະ ເອກະຊົນ ທົ່ວປະເທດ ພວມຂຸ້ນຂ້ຽວ ເລັ່ງຈັດການສອບເສັງ ຈົບຊັ້ນ ມ4 ໃຫ້ສໍາເລັດຕາມແຜນການທີ່ໄດ້ວາງໄວ້. ໃນນັ້ນ, ຢູ່ເມືອງຜາອຸດົມ ແຂວບໍ່ແກ້ວ ກໍໄດ້ຈັດການສອບເສັງຈົບຊັ້ນ ມ4 ໃຫ້ເປັນເອກະພາບກັນ ໃນຂອບເຂດທົ່ວປະເທດ ໃນວັນທີ 11 ມິຖຸນານີ້ ທີ່ໂຮງຮຽນ ມສ ຜາອຸດົມ ໂດຍໃຫ້ກຽດເຂົ້າຮ່ວມເປີດຫົວບົດສອບເສັງ ຂອງທ່ານ ສົມນິດ ໄຊທະວົງສິດ ຮອງເຈົ້າເມືອງໆຜາອຸດົມ ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ.
ດັບເບີນໄອຈີ ນາຄາ ໄດ້ແຊັມເຕະບານ ຢູ12 ຊີງຂັນປະທານ ສຕ.ນວ ຄັ້ງທີ 1 ປະຈຳປີ 2025

ດັບເບີນໄອຈີ ນາຄາ ໄດ້ແຊັມເຕະບານ ຢູ12 ຊີງຂັນປະທານ ສຕ.ນວ ຄັ້ງທີ 1 ປະຈຳປີ 2025

ການແຂ່ງຂັນເຕະບານ ເຍົາວະຊົນ ຢູ12 ຊີງຂັນປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ຫຼື ສຕ.ນວ ຄັ້ງທີ 1 ປະຈຳປີ 2025 ໄດ້ຈັດຂຶ້ນໃນວັນທີ 7 ມິຖຸນາ ຜ່ານມາ ທີ່ສະໜາມກິລາເຕະບານ ເຂດບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍທ່ານ ຄຳຫວັນ ນັນທະວົງ ປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ຫຼື ສຕ.ນວ, ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ຮອງປະທານ ສຕ.ນວ, ທ່ານ ສົມມີໄຊ ສີສຸພັນທະວົງ ປະທານບໍລິສັດ ທີທີ ໂຮເທລ ຈຳກັດ, ທ່ານ ວຽງສະຫວັນ ແສງຈັນ ຮອງປະທານສະຫະພັນດອກປີກໄກ່ແຫ່ງຊາດລາວ ອະດີດປະທານ ສຕ.ນວ ແລະ ທ່ານ ກອງແສງ ມິດທະສອນ ຜູ້ຈັດການຝ່າຍສາງສິນຄ້າບໍລິສັດ ມີດທີນ ພ້ອມດ້ວຍບັນດາຄະນະນຳ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ເພີ່ມເຕີມ