ຮອງລັດຖະມົນຕີ ສສກ ໂອ້ລົມ ຄະນະນັກກິລາທີມຊາດລາວ ເອົາໃຈໃສ່ຄວາມສາມັກຄີມີວິໄນ ຍາດເອົາໄຊຊະນະມາສູ່ປະເທດຊາດ

ຮອງລັດຖະມົນຕີ ສສກ ໂອ້ລົມ ຄະນະນັກກິລາທີມຊາດລາວ ເອົາໃຈໃສ່ຄວາມສາມັກຄີມີວິໄນ ຍາດເອົາໄຊຊະນະມາສູ່ປະເທດຊາດ

ຮອງລັດຖະມົນຕີ ສສກ ໂອ້ລົມ ຄະນະນັກກິລາທີມຊາດລາວ ເອົາໃຈໃສ່ຄວາມສາມັກຄີມີວິໄນ ຍາດເອົາໄຊຊະນະມາສູ່ປະເທດຊາດ
ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ໄດ້ກະກຽມຄວາມພ້ອມຢ່າງຮອບດ້ານ ເພື່ອສົ່ງຄະນະນຳ, ຄູຝຶກ ແລະ ທີມນັກກິລາ ເຂົ້າຮ່ວມສ້າງຜົນງານໃນການແຂ່ງຂັນກິລາ 2 ງານໃຫຍ່ລະດັບທະວີບອາຊີ ກໍຄື ງານມະຫະກຳກິລາເອຊຽນເກມ (Asian Games) ຄັ້ງທີ 20 ທີ່ເມືອງ ໄອຈິ-ນາໂກຢາ ແລະ ນະຄອນຫຼວງໂຕກຽວ ລະຫວ່າງວັນທີ 19 ກັນຍາ ເຖິງ 4 ຕຸລາ 2026 ພ້ອມຈະສູ້ຊົນໃຫ້ໄດ້ 1 ຫຼຽນເງິນ ແລະ 2 ຫຼຽນທອງ ແລະ ເຂົ້າຮ່ວມງານມະຫະກຳກິລາເອຊຽນພາຣາເກມ (Asian Para Games) ຄັ້ງທີ 5 ລະຫວ່າງວັນທີ 10–25 ຕຸລາ 2026 ທີ່ປະເທດຍີ່ປຸ່ນ.
ຮອງລດຖະມນຕ ສສກ ໂອລມ ຄະນະນກກລາທມຊາດລາວ ເອາໃຈໃສຄວາມສາມກຄມວໄນ ຍາດເອາໄຊຊະນະມາສປະເທດຊາດ - image 1
 

ພິທີຖະແຫຼງຂ່າວ ເພື່ອກະກຽມຄວາມພ້ອມທັບນັກກິລາລາວ ເຂົ້າຮ່ວມສອງງານໃຫຍ່ຄັ້ງນີ້ ຈັດຂຶ້ນ ໃນວັນທີ 11 ກັນຍາ 2026 ທີ່ສຳນັກງານກະຊວງ ສສກ (ເຂດສະໜາມກິລາເຈົ້າອານຸວົງ) ,ໃຫ້ກຽດໂອ້ລົມໂດຍ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ແລະ ປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ, ມີບັນດາຫົວໜ້າກົມ-ຮອງຫົວໜ້າກົມ, ຫົວໜ້າຄະນະນຳທັບນັກກິລາລາວ, ຄະນະບໍລິຫານງານສະຫະພັນກິລາແຫ່ງຊາດ, ຜູ້ໃຫການສະໜັບສະໜູນ, ຄູຝຶກ ແລະ ນັກກິລາ ຕະຫຼອດຮອດສື່ມວນຊົນເຂົ້າຮ່ວມ.

ໃນພິທີ, ທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ ກະຊວງ ສສກ ທັງເປັນຫົວໜ້າຄະນະນຳພາທັບນັກກິລາລາວ ຄົນປົກກະຕິ ລາຍງານໃຫ້ຮູ້ວ່າ: ໃນການກະກຽມຄວາມພ້ອມ ແລະ ການຝຶກຊ້ອມທີມນັກກິລາລາວ ທາງຄະນະຮັບຜິດຊອບໄດ້ເອົາໃຈໃສ່ຢ່າງໃກ້ຊິດໃນການນຳພາ-ຊີ້ນຳ ໂດຍນັກກິລາເປົ້າໝາຍໄດ້ເຂົ້າສູນເກັບຕົວຝຶກຊ້ອມມາແຕ່ທ້າຍເດືອນພຶດສະພາ ແລະ ຕົ້ນເດືອນມິຖຸນາ 2026. ພ້ອມດຽວກັນນ ກໍໄດ້ນຳໃຊ້ວິທະຍາສາດການກິລາເຂົ້າມາຊ່ວຍ ບໍ່ວ່າຈະເປັນການກວດສຸຂະພາບ, ການທົດສອບສະມັດຕະພາບ, ການໃຫ້ຄວາມຮູ້ດ້ານໂພຊະນາການ, ຈິດຕະວິທະຍາ ແລະ ຊີວະກົນລະສາດ ໂດຍມີການລົງຊຸກຍູ້ຕິດຕາມຢ່າງເປັນປົກກະຕິ. ນອກຈາກນີ້, ບາງປະເພດກິລາ ຍັງໄດ້ສົ່ງເຂົ້າຮ່ວມການແຂ່ງຂັນທົດສອບໃນລະດັບອາຊຽນ, ອາຊີ ແລະ ສາກົນ ພ້ອມທັງສົມທົບກັບປະເທດເພື່ອນມິດໃນການແລກປ່ຽນຝຶກຊ້ອມ ເພື່ອຍົກລະດັບສີມືກ່ອນເດີນທາງຕົວຈິງ.

ໃນການເຂົ້າຮ່ວມງານກິລາເອຊຽນ ເກມ ຄັ້ງທີ 20 ສປປ ລາວ ຈະສົ່ງຄະນະນຳ, ກອງເລຂາ, ແພດ ແລະ ນັກຂ່າວ ທັງໝົດ 12 ທ່ານ, ຄະນະຄູຝຶກ 38 ທ່ານ ແລະ ນັກກິລາ 72 ຄົນ ລວມທັງຫມົດ 122 ທ່ານ ຈາກ 15 ປະເພດກິລາ ປະກອບມີ ວູຊູ, ແລ່ນ-ລານ, ລອຍນໍ້າ, ຢູໂດ, ກາຣາເຕໂດ, ຈູຈິດສູ, ມວຍສາກົນ, ເທັກບອນ, ກະຕໍ້, ຟັນດາບ, ຍິມນາສະຕິກ, ອີ-ສະປອດ, ດອກປີກໄກ່, ປິ່ງປ່ອງ, ຊັອບເທັນນິດ ການເເຂ່ງຂັນມີຢູ່ 2 ຈຸດໃຫຍ່ຄື: ເມືອງໄອຈິ-ນາໂກຢາ ແລະ ນະຄອນຫຼວງໂຕກຽວ (ສະເພາະກິລາລອຍນໍ້າ) ຊຶ່ງແຜນການເດີນທາງ ຄະນະກອງເລຂາ, ຄະນະນຳ, ຄູຝຶກ ແລະ ນັກກິລາ ຂອງແຕ່ລະປະເພດກິລາ ມີກຳນົດການເດີນທາງໄປເຄື່ອນໄຫວ ແລະ ແຂ່ງຂັນແຕ່ວັນທີ 13 ກັນຍາ ເປັນຕົ້ນໄປ ຕາມຕາຕະລາງທີ່ເຈົ້າພາບກຳນົດໄວ້.

ສຳລັບ ຄາດໝາຍສູ້ຊົນ ໃນງານມະຫະກຳກິລາເອຊຽນເກມ ຄັ້ງທີ 20 ນີ້, ທີມນັກກິລາລາວ ຕັ້ງເປົ້າໝາຍ ຈະສູ້ຊົນຍາດໃຫ້ໄດ້ 1 ຫຼຽນເງິນ ແລະ 2 ຫຼຽນທອງ ມາຝາກປະຊາຊົນບັນດາເຜົ່າຊາວລາວ.

ຂະນະທີ່ ຄະນະທີມນັກກິລາຄົນພິການທີມຊາດລາວ ກໍກຽມເຂົ້າຮ່ວມການແຂ່ງຂັນເອຊຽນພາຣາເກມ ທັງໝົດ 4 ປະເພດກິລາ ປະກອບມີ ແລ່ນ-ລານ, ລອຍນ້ຳ, ລົດຖີບ ແລະ ບານບວ້ງລໍ້ເລື່ອນ, ໃນນັ້ນ ມີຄະນະນໍາ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມທົງໝົດ 27 ທ່ານ. ໂອກາດນີ້, ທ່ານ ກິ່ງມະໂນ ພົມມະຫາໄຊ ກໍໄດ້ໂອ້ລົມເນັ້ນຄະນະທີມນັກກິລາລາວ ເພີ່ມທະວີການເອົາໃຈໃສ່ໃນການຮັກສາໄດ້ດ້ານພະລະກຳລັງ, ຄວາມສາມັກຄີພາຍໃນ, ມີລະບຽບວີໄນ, ເຄົາລົບກົດລະບຽບກົດໝາຍປະເທດເຈົ້າພາບ ແລະ ການນຳໃຊ້ສານຕ້ອງຫ້າມ ແພດຄະນະຕິດຕາມຕ້ອງໝັ່ນກວດກາ ຕິດຕາມນັກກິລາ ວ່າມີນັກກິລາຄົນໃດກິນຢາ ຫຼື ໃຊ້ຢາ ເພື່ອຫຼີກເວັ້ນສານຕ້ອງຫ້າມ ພ້ອມທັງເປັນເຈົ້າການ ໃນການເປັນທູດວັດທະນະທຳ ຜູກມິດກັບນັກກິລາແຕ່ລະປະເທດ ເພາະທຸກຄົນທີ່ໄປຮ່ວມແມ່ນຕາງໜ້າໃຫ້ກັບປະເທດຊາດ ເພື່ອຍາດຊີງເອົາຜົນງານໄຊຊະນະມາສູ່ປະເທດຊາດໄດ້ພາກພູມໃຈ.

ໃນພິທີກໍຍັງມີການມອບສະໜັບສະໜູນຈາກບັນດາບໍລິສັດຕ່າງໆ ໂດຍສະເພາະ ທາງບໍລິສັດ ຫຸ້ນສ່ວນ ໂດເນັກ ກຣຸບ ຈຳກັດ ສະໜັບສະໜູນເຄື່ອງນຸ່ງກິລາ ຮ່ວມງານກິລາເອຊຽນເກມ ຄັ້ງທີ 20 ລວມມູນຄ່າຫຼາຍກວ່າ 628 ລ້ານກີບ, ບໍລິສັດ ເບຍລາວ ຈຳກັດ ສະໜັບສະໜູນຜະລິດຕະພັນ ໃນການຝຶກຊ້ອມຂອງທີມນັກກິລາລາວ ແລະ ວິສາຫະກິດ ໄຟຟ້າລາວ ຊຸກຍູ້ເງິນ 20 ລ້ານກີບ. ພາບ-ຂ່າວ: ສົງການ ພັນແພງດີ

ຄໍາເຫັນ

ຂ່າວສືກສາ-ກິລາ

ທ່ານ ບຸນທ່ຽງ ລັດຕະນະວົງ ພູມໃຈໄດ້ນຳເອົາຄວາມຮູ້ຈາກ ມຊ ໄປໝູນໃຊ້ຢ່າງມີປະສິດທິຜົນ ກາຍເປັນຜູ້ປະກອບການ

ທ່ານ ບຸນທ່ຽງ ລັດຕະນະວົງ ພູມໃຈໄດ້ນຳເອົາຄວາມຮູ້ຈາກ ມຊ ໄປໝູນໃຊ້ຢ່າງມີປະສິດທິຜົນ ກາຍເປັນຜູ້ປະກອບການ

ໃນໂອກາດເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງ ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 5 ພະຈິກນີ້, ທີ່ ມຊ. ທ່ານ ບຸນທ່ຽງ ລັດຕະນະວົງ ອະດີດນັກສຶກສາຄະນະເສດຖະ ສາດ ແລະ ບໍລິຫານທຸລະກິດ ມຊ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ວ່າ: ຕົນເອງ ເປັນຜູ້ໜຶ່ງທີ່ໄດ້ສຶກສາຮໍ່າຮຽນຢູ່ໃນຮົ້ວ ມຊ ແຫ່ງນີ້ ແລະ ຮູ້ສຶກດີໃຈ ແລະ ປະທັບໃຈທີ່ໄດ້ເຂົ້າຮ່ວມພິທີໃນຄັ້ງນີ້ ແລະ ໄດ້ແບ່ງປັນບົດຮຽນຈາກການສຶກສາ ແລະ ປະສົບການສ້າງທຸລະກິດຂອງຕົນເອງ ໂດຍຊີ້ໃຫ້ເຫັນວ່າອົງຄວາມຮູ້ທີ່ໄດ້ຮັບຈາກການສຶກສາຮໍ່າຮຽນ ສາມາດນຳໄປໝູນໃຊ້, ປະຕິບັດຕົວຈິງຢ່າງມີປະສິດທິຜົນ ຈາກພະນັກງານກິນເງິນເດືອນ ກາຍມາເປັນຜູ້ປະກອບການສ້າງວຽກເຮັດງານທຳໃຫ້ແຮງງານລາວຫຼາຍຮ້ອຍຄົນ.
ກອງປະຊຸມວິທະຍາສາດລະດັບຊາດ ສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ

ກອງປະຊຸມວິທະຍາສາດລະດັບຊາດ ສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ. ມຊ ໄດ້ຈັດກອງປະຊຸມວິທະຍາສາດ ລະດັບຊາດ ພາຍໃຕ້ຫົວຂໍ້: ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ເພື່ອການພັດທະນາແບບຍືນຍົງ ແລະ ສີຂຽວ ໃນວັນທີ 4 ພະຈິກນີ້, ທີ່ຫ້ອງປະຊຸມຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມຊ ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອໍານວຍການໃຫຍ່ ມຊ, ມີທ່ານ ນາງ ວັນແສງ ຈຸນລະມະນີ ຮອງຜູ້ອໍານວຍການໃຫຍ່ມະຫາວິທະຍາໄລສ້າງຄູແຫ່ງຊາດ, ມີນັກຄົ້ນ ຄ້ວາ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍພາກສ່ວນກ່ຽວເຂົ້າຮ່ວມ.
ພູຜາ ຄວ້າແຊັມເທັນນິດ ລາຍການ ຈູເນຍ ແຊັມປ້ຽນຊິບ 2026 ທີ່ປະເທດໄທ

ພູຜາ ຄວ້າແຊັມເທັນນິດ ລາຍການ ຈູເນຍ ແຊັມປ້ຽນຊິບ 2026 ທີ່ປະເທດໄທ

ທ້າວ ພູຜາ ຈັນທະວົງ ຫຼື ພູມ ນັກເທັນນິດດາວຮຸ່ງເຍົາວະຊົນລາວ ສ້າງຜົນງານໄດ້ຢ່າງໂດດເດັ່ນ ແລະ ສ້າງຊື່ສຽງໃຫ້ກັບປະເທດຊາດ ດ້ວຍການຄວ້າແຊັມໃນການແຂ່ງຂັນເທັນນິດເຍົາວະຊົນ ລາຍການ Junior Tennis Championship 2026 ຮຸ່ນອາຍຸບໍ່ເກີນ 14 ປີ (U-14) ທີ່ນະຄອນຫຼວງບາງກອກ ປະເທດໄທ ໃນລະຫວ່າງວັນທີ 31 ຕຸລາ ຫາ 1 ພະຈິກ ຜ່ານມາ.
ສຸພົນສາ ແລະ ເພັດນະຄອນ ສອງນັກແມ້ນປືນລາວ ຄວ້າແຊັມລາຍການ ໄອພີເອັດຊີ ຊີງແຊັມປະເທດລາວ ປະຈຳປີ 2026

ສຸພົນສາ ແລະ ເພັດນະຄອນ ສອງນັກແມ້ນປືນລາວ ຄວ້າແຊັມລາຍການ ໄອພີເອັດຊີ ຊີງແຊັມປະເທດລາວ ປະຈຳປີ 2026

ທ້າວ ສຸພົນສາ ນິຍົມ ແລະ ທ້າວ ເພັດນະຄອນ ພາມີສິດ ສອງໜຸ່ມນັກກິລາແມ້ນປືນໄອພີເອັດຊີ ທີມຊາດລາວ ນັກແມ້ນປືນລະດັບຕົ້ນຂອງປະເທດລາວ ຄວ້າແຊັມການແຂ່ງຂັນກິລາຍິງປືນ IPSC ຊີງແຊັມປະເທດລາວ ປະຈຳປີ 2026 ໄປຄອງ ຂະນະທີ່ ແຊັມປະເພດປືນໂປຣດັກຊັນຍິງເປັນຂອງນາງ ກົງຄຳ ບົວແສງພະຈັນ.
ປະກາດນຳໃຊ້ແຜນດຳເນີນງານເພື່ອຄວາມສະເໝີພາບ ຍິງ-ຊາຍ ແລະ ວຽກງານແມ່ ແລະ ເດັກ ຄັ້ງທີ V

ປະກາດນຳໃຊ້ແຜນດຳເນີນງານເພື່ອຄວາມສະເໝີພາບ ຍິງ-ຊາຍ ແລະ ວຽກງານແມ່ ແລະ ເດັກ ຄັ້ງທີ V

ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດພິທີປະກາດການນຳໃຊ້ແຜນດຳເນີນງານເພື່ອຄວາມສະເໝີພາບຍິງ-ຊາຍ ແລະ ວຽກງານແມ່ ແລະ ເດັກ 5 ປີ ຄັ້ງທີ V ໃນວັນທີ 3 ພະຈິກຜ່ານມາ, ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ນາງ ຊູຮຸນ ຄິມ ຜູ້ອຳນວຍການພາກພື້ນຂອງອົງການ UNESCO ບາງກອກ ແລະ ທ່ານ ນາງ ເບັນນິຕ້າ ຊຳເມີວິວ ຮອງເອກອັກຄະລັດຖະທູດອົສຕຣາລີ ປະຈຳລາວ, ມີຫົວໜ້າກົມ, ຮອງກົມ, ຜູ້ຕາງໜ້າຈາກບັນດາກົມ ແລະ ພະແນກການ, ຄູ່ຮ່ວມພັດທະນາ, ແຂກຖືກເຊີນກ່ຽວຂ້ອງເຂົ້າຮ່ວມ.
ສະເຫຼີມສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ

ສະເຫຼີມສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ (5 ພະຈິກ 1996-5 ພະຈິກ 2026) ຂຶ້ນໃນວັນທີ 5 ພະຈິກນີ້ ທີ່ສະໂມສອນໃຫຍ່ ມຊ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາຄະນະນໍາ ມຊ, ອະດີດຄະນະນໍາ ມຊ, ມີບັນດາອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ພະນັກງານ, ຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນ ເຂົ້າຮ່ວມ.
U10 ເບ ສະຫວັນ ຄວ້າແຊັມບານເຕະ Singa Cup 2026

U10 ເບ ສະຫວັນ ຄວ້າແຊັມບານເຕະ Singa Cup 2026

ຫຼານນ້ອຍສະໂມສອນບານເຕະ ເບ ສະຫວັນ ເອັຟຊີ ຮຸ່ນອາຍຸບໍ່ເກີນ 10 ປີ (U10) ສ້າງຜົນງານຄ້ວາແຊັມບານເຕະນາໆຊາດ ລາຍການ Singa Cup 2026 ທີ່ປະເທດສິງກະໂປ ໄດ້ເດີນທາງຮອດບ້ານເກີດເມືອງນອນດ້ວຍຄວາມສະຫວັດດີພາບແລ້ວ ໃນຕອນແລງວັນທີ 3 ພະຈິກຜ່ານມາ, ນຳໂດຍທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະໂມສອນ ເບ ສະຫວັນ ເອັຟຊີ ຮອງປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ທັງເປັນປະ ທານສະຫະພັນບານເຕະຄົນພິການຕາແຫ່ງຊາດລາວ.
ໂຮງຮຽນສິນໄຊນໍາພານັກຮຽນລົງພາກປະຕິບັດຕົວຈິງເກັບກູ້ຜົນຜະລິດກະສິກຳ

ໂຮງຮຽນສິນໄຊນໍາພານັກຮຽນລົງພາກປະຕິບັດຕົວຈິງເກັບກູ້ຜົນຜະລິດກະສິກຳ

ວັນທີ 30 ຕຸລາຜ່ານມາ, ໂຮງຮຽນປະຖົມ ແລະ ມັດທະຍົມສຶກສາສົມບູນສິນໄຊ (ໂຮງຮຽນສິນໄຊ) ນະຄອນຫຼວງວຽງຈັນ ໄດ້ຈັດກິດຈະກຳນໍາພານັກຮຽນຊັ້ນ ມ6 ຫຼາຍກວ່າ 50 ຄົນ ຍິງ 36 ຄົນ ພ້ອມດ້ວຍຄູນໍາພາ 5 ທ່ານ ນໍາໂດຍທ່ານນາງ ອາລີ ພົນເສນາ ຜູ້ອຳນວຍການໂຮງຮຽນສິນໄຊໄປທັດສະນະສຶກສາຢ້ຽມຢາມສວນສຶກສາກະສິກຳ ແລະ ສິ່ງແວດລ້ອມ ຂອງໂຮງຮຽນສິນໄຊຢູ່ບ້ານຫາດດອກແກ້ວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.
ສຊປລ ເປີດການແຂ່ງຂັນກິລາບານເຕະ ຊີງຂັນປະທານ ສນຊ ປີ 2026 ຢ່າງເປັນທາງການ

ສຊປລ ເປີດການແຂ່ງຂັນກິລາບານເຕະ ຊີງຂັນປະທານ ສນຊ ປີ 2026 ຢ່າງເປັນທາງການ

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ຈັດການແຂ່ງຂັນກິລາບານເຕະ ຊີງຂັນທ່ານປະທານສູນກາງແນວລາວສ້າງຊາດ (ສນຊ) ປີ 2026 ພາຍໃຕ້ຫົວຂໍ້: ກ້ອນກໍາລັງມະຫາສາມັກຄີຂອງຊາວໜຸ່ມບັນດາເຜົ່າ ພ້ອມຂານອາສາຕະລຸມບອນເຂົ້າໃນພາລະກິດສ້າງສາພັດທະນາປະເທດຊາດ ຂຶ້ນຢ່າງເປັນທາງການ ໃນວັນທີ 2 ພະຈິກຜ່ານມານີ້, ທີ່ເດີ່ນກິລາບານເຕະລ້ານຊ້າງສະເຕດຽມ ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (ນວ) ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ, ທ່ານ ສຸລິປັນຍາ ຣາຊສົມບັດ ຮອງປະທານ ສນຊ, ມີບັນດາຜູ້ໃຫ້ການສະໜັບສະໜູນ, ນັກກິລາ, ຄູຝຶກ, ກຳມະການ ແລະ ຊາວໜຸ່ມ-ເຍົາວະຊົນ, ມວນຊົນ, ແຂກຖືກເຊີນເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
U10 ເບ ສະຫວັນ ຄອງແຊັມບານເຕະເຍົາວະຊົນນາໆຊາດ SingaCup 2026 ທີ່ສິງກະໂປ

U10 ເບ ສະຫວັນ ຄອງແຊັມບານເຕະເຍົາວະຊົນນາໆຊາດ SingaCup 2026 ທີ່ສິງກະໂປ

ການແຂ່ງຂັນບານເຕະເຍົາວະຊົນນານາຊາດ SingaCup 2026 ໃນລະຫວ່າງວັນທີ 31 ຕຸລາ ຫາ 7 ພະຈິກ 2026 ທີ່ປະເທດສິງກະໂປ ສະໂມສອນ ເບສະຫວັນ ເອັຟຊີ ຮຸ່ນອາຍຸບໍ່ເກີນ 10 ປີ (U10) ຈາກ ສປປ ລາວ ສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນ ຄອງແຊັມໄດ້ສຳເລັດຕາມເປົ້າໝາຍທີ່ວາງໄວ້ ພາຍຫຼັງນັດຊີງຊະນະເລີດເອົາຊະນະ ສະໂມສອນ BESM Woodleigh FC ຈາກສິງກະໂປ ເຈົ້າພາບ 7-1.
ເພີ່ມເຕີມ