ໃນວັນທີ 4 ມິຖຸນາຜ່ານມາ ທີ່ສະໜາມຫັດແອບ ວິທະຍາຄານນາຍທະຫານບົກກົມມະດໍາ, ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ເຂົ້າຮັບຟັງການລາຍງານແຜນການກະກຽມບັນດາບາດກ້າວ, ຂັ້ນຕອນການຈໍາລອງ ການນໍາໃຊ້ກໍາລັງຝຶກອົບຮົມ-ຫັດແອບຂອງ ເຫຼົ່າຮົບຕີພິເສດ ແລະ ເຫຼົ່າຮົບທະຫານຮາບ ຂອງຝ່າຍລາວ ແລະ ຝ່າຍຣັດເຊຍ ຈາກການລາຍງານຂອງສະຫາຍ ພັນເອກ ອີວານ ຕາຣາເຢັບ ຜູ້ຊ່ວຍຜູ້ບັນຊາການທະຫານເຂດຕາເວັນອອກ ກອງທັບຣັດເຊຍ ຊຶ່ງໄດ້ລາຍງານວ່າ: ຜ່ານການກະກຽມແຜນການ ແລະ ຝຶກອົບຮົມ-ຫັດແອບໃຫ້ບັນດາກົມກອງທີ່ເຂົ້າຮ່ວມຊ້ອມຮົບ ໂດຍສະເພາະການຝຶກອົບຮົມ-ຫັດແອບຕີພິເສດ “ ໃຕ້ຝຸ່ນ 2026 “ ໄດ້ລາຍງານແຜນການຊ້ອມຮົບຮ່ວມ ລາວ-ຣັດເຊຍ ລາໂລຣສ 2026 “ ທີ່ຈະໄດ້ສືບຕໍ່ຫັດແອບ ໂດຍມີແຜນການລວມເອົາທຸກເຫຼົ່າຮົບຂອງຝ່າຍລາວ ແລະ ກອງທະຫານຕີພິເສດຣັດເຊຍ ເຂົ້າຮ່ວມຊ້ອມຮົບ ເພື່ອຕອບຕ້ານກຸ່ມກໍາລັງຜິດກົດໝາຍ ໃນພື້ນທີ່ພູຜາປ່າດົງ ແລະ ອື່ນໆ...
ໂດຍມີຈຸດປະສົງສ້າງຂອດການປະສານສົມທົບກັນ ລະຫວ່າງ ກອງທັບລາວ ແລະ ກອງທັບຣັດເຊຍໃຫ້ມີແບບແຜນ, ວິທີການ ແລະ ຂັ້ນຕອນລະອຽດ, ມີຄວາມເປັນເອກະພາບ ລະຫວ່າງ ສອງຝ່າຍ ຕໍ່ກັບບົດທີ່ນໍາມາຈັດຕັ້ງປະຕິບັດຝຶກອົບຮົມ-ຫັດແອບຊ້ອມຮົບຕີພິເສດ “ ໃຕ້ຝຸ່ນ ແລະ ຊ້ອມຮົບຮ່ວມລາວ-ຣັດເຊຍ ລາໂລຣສ 2026 “ ໃຫ້ມີເນື້ອໃນລະອຽດ, ເປັນເອກະພາບ ເພື່ອຮັບປະກັນການປະສານສົມທົບ ຈັດຕັ້ງປະຕິບັດຢ່າງມີຜົນສໍາເລັດສູງ ແລະ ຮັບປະກັນໄດ້ຄວາມປອດໄພ.
ຂ່າວ: ພຸດທະພອນ ລັດດານາວ
ຄໍາເຫັນ