ຮອງເລຂາພັກແຂວງ ລົງເບິ່ງສະຖານທີ່ຈະກໍ່ສ້າງອ່າງເກັບນ້ຳ-ຝາຍນໍ້າລົ້ນ ເມືອງຊົນນະບູລີ

ຮອງເລຂາພັກແຂວງ ລົງເບິ່ງສະຖານທີ່ຈະກໍ່ສ້າງອ່າງເກັບນ້ຳ-ຝາຍນໍ້າລົ້ນ ເມືອງຊົນນະບູລີ
ໃນວັນທີ 17-18 ຕຸລາ ຜ່ານມາ, ທ່ານ ພູວັງ ເກດແກ້ວພົມພອນ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ພ້ອມດ້ວຍທີມງານຂອງແຂວງສະຫວັນນະເຂດ ໄດ້ລົງເຄື່ອນໄຫວເບິ່ງສະຖານທີ່ທີ່ມີແຜນການຈະກໍ່ສ້າງຊົນລະປະທານອ່າງເກັບນ້ຳຫ້ວຍຫີນລາດ ບ້ານຄໍາປ່າແໜ ແລະ ຝາຍນໍ້າລົ້ນແກ້ງລໍາທວາຍ ເຂດຈຸດສຸມຕັງຫວາຍ-ລໍາທວາຍ ເມືອງຊົນນະບູລີ. ໂດຍການນຳພາທາງຂອງ ທ່ານ ສຸວິໄລ ຫຼວງຊະລາດ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຊົນນະບູລີ ພ້ອມດ້ວຍຄະນະ. 
ໂອກາດນີ້, ກໍໄດ້ຮັບຟັງການລາຍງານຜົນການອອກແບບໂຄງການຊົນລະປະທານໂຄງການອ່າງເກັບນໍ້າຫ້ວຍຫີນລາດ ແລະ ຝາຍນໍ້າລົ້ນແກ້ງລໍາທວາຍ ຈາກຂະແໜງຊົນລະປະທານແຂວງ ໂດຍໃຫ້ຮູ້ວ່າ: ດ້ານໂຄງສ້າງກິດຈະການໂຄງການອ່າງເກັບນໍ້າຫ້ວຍຫີນລາດ ມີລວງຍາວຕົວເຂື່ອນ 390 ແມັດ, ລວງກວ້າງສັນເຂື່ອນ 5 ແມັດ, ລວງສູງສະເລ່ຍເຂື່ອນ 6 ແມັດ, ປະຕູເອົານໍ້າຫົວງານ 1 Unit, ທາງລະບາຍນໍ້ານອງ 1 Unit, ລະບົບສົ່ງນໍ້າດ້ວຍທໍ່ PVC 640 ແມັດ, ອ່າງໂຕ່ງ 5,5 ກິໂລຕາແມັດ, ເນື້ອທີ່ໜ້ານໍ້າ 48,8 ເຮັກຕາ, ບໍລິມາດນໍ້າທັງໝົດ 976.000 ແມັດກ້ອນ, ບໍລິມາດນໍ້າໃຊ້ 585.600 ແມັດກ້ອນ, ສະ                    ໜອງນໍ້າຕ້ານແລ້ງນາປີ 80 ເຮັກຕາ, ນາແຊງ 33 ເຮັກຕາ, ພືດລະດູແລ້ງ 25 ເຮັກຕາ, ສໍາລັບຝາຍນໍ້າລົ້ນແກ້ງລໍາທວາຍ (ເຊກົງກາມ) ດ້ານໂຄງສ້າງກິດຈະການ, ເປັນປະເພດເບຕົງຫີນຖິ້ມ, ໂຄງສ້າງເບຕົງເສີມເຫຼັກ, ລວງກວ້າງຝາຍ 6,8 ແມັດ, ລວງຍາວຝາຍ 17,2 ແມັດ, ລວງກວ້າງສັນຝາຍ 3,2 ແມັດ, ປະຕູລະບາຍຊາຍ 3 Unit ທໍ່ຄູ່ 1.000 ແມັດ, ທາງລົງເບື້ອງຊ້າຍເບຕົງເສີມເຫຼັກ 30 ແມັດ, ທາງລົງເບື້ອງຂວາເບຕົງເສີມເຫຼັກ 30 ແມັດ, ອ່າງໂຕ່ງນໍ້າ 447,6 ກິໂລຕາແມັດ, ເນື້ອທີ່ໜ້ານໍ້າ 49,24 ເຮັກຕາ, ບໍລິມາດນໍ້າເກັບກັກ 192.000 ແມັດກ້ອນ, ສາມາດສະໜອງນໍ້າໃນການຫົດເນື້ອທີ່ການຜະລິດໄດ້ 79 ເຮັກຕາ, ຖ້າຫາກວ່າ 2 ໂຄງການດັ່ງກ່າວນີ້ ສ້າງສໍາເລັດຈະເຮັດໃຫ້ປະຊາຊົນພາຍໃນຂອບເຂດໄດ້ຮັບຜົນປະໂຫຍດສູງສຸດ ຊີວິດການເປັນຢູ່ກໍຈະໄດ້ຮັບການພັດທະນາດີຂຶ້ນເລື້ອຍໆ.
    ຈາກນັ້ນ, ທ່ານຮອງເລຂາພັກແຂວງ ພ້ອມດ້ວຍການນໍາຂອງເມືອງ ກໍໄດ້ເດີນທາງໄປເບິ່ງເສັ້ນທາງແຕ່ບ້ານລໍາທວາຍ ຫາບ້ານນາຈານໃຫຍ່ທີ່ມີຄວາມຍາວ 15 ກິໂລແມັດ ທີ່ເປັນເສັ້ນທາງທຽວໄດ້ລະດູດຽວ ເຮັດໃຫ້ການສັນຈອນຂອງປະຊາຊົນພົບຄວາມຫຍຸ້ງຍາກຫຼາຍ ແລະ ໃນຕໍ່ໜ້າເສັ້ນທາງດັ່ງກ່າວນີ້ ແມ່ນຈະໄດ້ຮັບການກໍ່ສ້າງປັບປຸງຄືນໃໝ່. 
(ຂ່າວ-ພາບ: ສະຫວັນນະເຂດ)

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ