ຮອງເລຂາພັກແຂວງ ຊຸກຍູ້ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່​ຂອງ​ພັກ ຢູ່ເມືອງຕຸ້ມລານ

ຮອງເລຂາພັກແຂວງ ຊຸກຍູ້ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່​ຂອງ​ພັກ ຢູ່ເມືອງຕຸ້ມລານ

ຮອງເລຂາພັກແຂວງ ຊຸກຍູ້ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່​ຂອງ​ພັກ ຢູ່ເມືອງຕຸ້ມລານ
ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານແນວຄິດ-ວຽກພັກ ແລະ ພະນັກງານ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫ່ຍຂອງພັກ, ວຽກປັບປຸງກົງຈັກການຈັດຕັ້ງ ແລະ ວຽກກໍ່ສ້າງຮາກຖານການເມືອງ ຢູ່ທີ່ເມືອງຕຸ້ມລານ ແຂວງສາລະວັນ ເມື່ອ​ວັນ​ທີ 8 ມິ​ຖຸ​ນາ​ຜ່ານ​ມາ, ໂດຍມີສະຫາຍ ບົວແກ້ວ ວົງຄໍາຈັນ ກໍາມະການພັກແຂວງ ເລຂາພັກເມືອງ ພ້ອມດ້ວຍຄະນະໃຫ້​ການ​ຕ້ອນ​ຮັບ.
ຮອງເລຂາພກແຂວງ ຊກຍການຜນຂະຫຍາຍມະຕກອງປະຊມໃຫຍ​ຂອງ​ພກ ຢເມອງຕມລານ - image 1
 

ໂອກາດດັ່ງກ່າວ ສະຫາຍ ບົວແກ້ວ ວົງຄໍາຈັນ ໄດ້ລາຍງານວ່າ: ເມືອງຕຸ້ມລານ ນອນຢູ່ໃນໂຄງການລຶບລ້າງຄວາມທຸກຍາກ ຂອງແຂວງສາລະວັນ ປະກອບມີ 37 ບ້ານ, ມີພົນລະເມືອງ 34,937 ຄົນ, ຍິງ 16,905 ຄົນ, ມີ 7,261 ຄອບຄົວ 4,448 ຫຼັງຄາເຮືອນ, ປະກອບມີ 3 ຊົນເຜົ່າ ຄື: ຊົນເຜົ່າກະຕາງກວມເອົາ 97%, ຊົນເຜົ່າລາວກວມເອົາ 1%, ເຜົ່າຕະໂອ້ຍ ກວມເອົາ 2% ພົນລະເມືອງ, ດໍາລົງຊີວິດທຳມາຫາກິນດ້ວຍຫຼາຍວີທີເປັນຕົ້ນ ແມ່ນເຮັດການຜະລິດກະສິກຳ, ປູກເຂົ້າ, ລ້ຽງສັດ, ປູກພືດ ແລະ ຕໍ່າແຜນແພ ເປັນອາຊີບຕົ້ນຕໍກວມເອົາ 90%, ຄ້າຂາຍ ແລະ ອື່ນໆ ກວມເອົາ 10%.

ຜ່ານມາຄະນະພັກແຕ່ລະຂັ້ນໄດ້ເອົາໃຈໃສ່ບູລະນະປັບປຸງກົງຈັກການຈັດຕັ້ງແຕ່ລະຂັ້ນ ຕາມຄໍາສັ່ງ 190/ຄບສພ, ມະຕິ 03/ຈບສພ, ຂອງສູນກາງພັກໃຫ້ມີຄວາມກະທັດຮັດ, ໂລ່ງລຽນ, ມີປະສິດທິພາບ ແລະ ເຂັ້ມແຂງ, ຕິດພັນກັບການປັບປຸງພາລະບົດບາດ, ກຳນົດຕຳແໜ່ງງານ, ບັນຈຸສັບຊ້ອນບຸກຄະລາກອນ ໃຫ້ສົມຄູ່ກັບໜ້າທີ່ການເມືອງໃນໄລຍະໃໝ່ ສຸມໃສ່ການສ້າງຕັ້ງຕາແສງ; ໄດ້ເອົາໃຈໃສ່ປັບປຸງ, ກໍ່ສ້າງພັກດ້ານການຈັດຕັ້ງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງສາມາດ ປະຕິບັດບົດບາດເປັນແກນນໍາໃນລະບົບການເມືອງຢູ່ແຕ່ລະຂັ້ນ, ຂະຫຍາຍສະມາຊິກພັກ ແລະ ການຈັດຕັ້ງພັກຕິດພັນ ກັບການປັບປຸງກົງຈັກການຈັດຕັ້ງບໍລິຫານ, ປັບປຸງພາລະບົດບາດ, ສັບຊ້ອນຈັດວາງຄະນະພັກ ຂັ້ນຕ່າງໆໃຫ້ມີຄວາມເຂັ້ມແຂງ ແລະ ສອດຄ່ອງກັບຄວາມເປັນຈິງ, ທົ່ວເມືອງມີທັງໝົດ 68 ໜ່ວຍພັກ (1 ອົງຄະນະນະພັກເມືອງ ແລະ ມີ 2 ຮາກຖາກພັກ) ມີສະມາຊິກພັກທັງໝົດ 946 ສະຫາຍ, ຍິງ 151 ສະຫາຍ; ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄດ້ເພີ່ມທະວີເອົາໃຈໃສ່ ໃນການນໍາພາ-ຊີ້ນໍາຕໍ່ກັບວຽກ ງານຢ່າງຕັ້ງໜ້າ ສາມາດສ້າງຄອບຄົວພົ້ນທຸກ ຕາມແຜນການ 5 ປີ ປະຕິບັດໄດ້ 5,338 ຄອບຄົວ, ກວມ ເອົາ 70.84% ຂອງແຜນການ; ສ້າງບ້ານພົ້ນທຸກ ໄດ້ 23 ບ້ານ, ກວມເອົາ 45.38% ຂອງແຜນການ, ປັດຈຸບັນມີ ບ້ານທຸກຍາກ 16 ບ້ານ, ກວມເອົາ 37.83% ຂອງຈໍານວນ 37 ບ້ານໃນທົ່ວເມືອງ; ສ້າງຄອບຄົວພັດທະນາ ໄດ້ 23.05%; ສ້າງບ້ານພັດທະນາ ໄດ້ 2 ບ້ານ, ກວມ 5.4% ເຊີ່ງເມືອງ ສາມາດປະຕິໄດ້ຄົບ 16 ມາດຖານ.

ສ່ວນວຽກງານ 3 ສ້າງ ໄດ້ປະເມີນການສ້າງເມືອງເປັນຫົວໜ່ວຍພັດທະນາເຂັ້ມແຂງຮອບດ້ານມີ 5 ດ້ານ, 47 ຕົວຊີ້ບອກ ຈໍານວນດ້ານທີ່ບັນລຸຕົວຊີ້ບອກ 80% ຂຶ້ນໄປ; ການກໍ່ສ້າງພັກ-ພະນັກງານລວມມີ 8 ຕົວຊີ້ບອກຜ່ານການປະເມີນເຫັນວ່າບັນລຸ 7 ຕົວຊີ້ບອກ ຍັງບໍ່ບັນລຸຕົວຊີ້ບອກທີ 2 (ຄິດໄລ່ສ່ວນຮ້ອຍເທົ່າ 87.5%) ພ້ອມກັບບາງມາດຖານອື່ນໆ ທີ່ຕ້ອງໄດ້ສືບຕໍ່ສຸມໃສ່ປັບປຸງ.

ສະຫາຍ ນາງ ບຸນທະວີ ດວງລາສີ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຢ່າງຈິງໃຈ ຕໍ່ຄວາມເອົາໃຈໃສ່, ຄວາມບຸກບືນ ແລະ ຄວາມພະຍາຍາມ ສູ້ຊົນຂອງຄະນະພັກ, ຄະນະນໍາ ເມືອງຕຸ້ມລານ ທີ່ໄດ້ສຸມສະຕິປັນຍາເຂົ້າໃນການຊີ້ນໍາ-ນໍາພາ ພັດທະນາທ້ອງຖິ່ນໃນໄລຍະຜ່ານມາ. ພ້ອມທັງເນັ້ນໜັກ ໃຫ້ຄະນະນໍາຂອງເມືອງຕຸ້ມລານ ສືບຕໍ່ເອົາໃຈໃສ່ຮັກສາມູນເຊື້ອຄວາມສາມັກຄີປອງດອງເປັນເອກະພາບພາຍໃນໃຫ້ໜັກແໜ້ນ, ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ເພື່ອສືບຕໍ່ນໍາພາປະຊາຊົນບັນດາເຜົ່າ ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນໃຫ້ປະກົດຜົນເປັນຈິງ, ແນໃສ່ເຮັດໃຫ້ ເມືອງຕຸ້ມລານ ຫຼຸດພົ້ນອອກຈາກ ຄວາມທຸກຍາກໄປເທື່ອລະກ້າວ ແລະ ກ້າວຂຶ້ນສູ່ການພັດທະນາ ທີ່ເຂັ້ມແຂງຮອບດ້ານ.

ພາບ-ຂ່າວ: ສ.ພະຈັນ

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ