ຮອງເລຂາພັກແຂວງຈຳປາສັກ ຊຸກຍູ້ວຽກງານ ພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ຢູ່ເມືອງບາຈຽງຈະເລີນສຸກ

ຮອງເລຂາພັກແຂວງຈຳປາສັກ ຊຸກຍູ້ວຽກງານ ພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ຢູ່ເມືອງບາຈຽງຈະເລີນສຸກ
ທ່ານ ສຸພາບ ທຳມະຮັກສາ ຮອງເລຂາຄະນະບໍລິຫາງານພັກແຂວງ ຜູ້ຊີ້ນຳວຽກງານ ການເມືອງແນວຄິດ, ພັກ - ພະນັກງານ, ວຽກກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງ ຂັ້ນແຂວງ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ ແລະ ຊີ້ນໍາວຽກງານຢູ່ເມືອງບາຈຽງຈະເລີນສຸກ ໃນວັນທີ 17 ສິງຫາຜ່ານມາ ໂດຍມີ ທ່ານ ອຳນວຍ ເຮືອງວົງສາ ກຳມະການພັກແຂວງ ເລຂາພັກເມືອງບາຈຽງຈະເລີນສຸກ ພ້ອມຄະນະໃຫ້ການຕ້ອນຮັບ.
ຮອງເລຂາພກແຂວງຈຳປາສກ ຊກຍວຽກງານ ພດທະນາຊນນະບດ ແກໄຂຄວາມທກຍາກ ຢເມອງບາຈຽງຈະເລນສກ - image 1
 

ທ່ານ ອຳນວຍ ເຮືອງວົງສາ ລາຍງານໃຫ້ຮູ້ກ່ຽວກັບວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາ ຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ໄລຍະ 5 ປີ 2021-2025 ຜ່ານມາຊຶ່ງເຮັດໃຫ້ລະບົບການເມືອງຢູ່ຂັ້ນຮາກຖານມີຄວາມເຂັ້ມແຂງ, ປະຊາຊົນບັນດາເຜົ່າຮັບຮູ້ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ຕື່ນຕົວເຂົ້າຮ່ວມປົກປັກຮັກສາ ແລະ ພັດທະນາຊຸມຊົນ ເຮັດໃຫ້ບ້ານມີຄວາມສະຫງົບ ປອດໄພໂດຍພື້ນຖານ ແລະ ຊີວິດການເປັນຢູ່ ຂອງປະຊາຊົນນັບມື້ດີຂຶ້ນ; ໄດ້ຈັດຕັ້ງປະຕິບັດກອງທຶນພັດທະນາບ້ານ (ກພບ) ທັງໝົດ 35 ກອງທຶນ ມີສະມາຊິກທັງໝົດ 2,824 ຄົນ, ມີທຶນ 3 ຕື້ກວ່າກີບ; ການປະເມີນດໍາລັດ 348 ຂອງລັດຖະບານ ມີຄອບຄົວພົ້ນທຸກ ຈໍານວນ 11,216 ຄອບຄົວ ກວມ 97.71%, ບ້ານພົ້ນທຸກໄດ້ 100% ແລະ ຄອບຄົວພັດທະນາມີ 10,405 ຄອບຄົວ ກວມ 90.64%, ສ້າງບ້ານພັດທະນາໄດ້ 97.8%, ບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດມີ 2 ບ້ານ, ມີ 9 ກຸ່ມການຜະລິດ, 1 ສະຫະກອນເກັບຊື້ຜົນຜະລິດ, 1 ສະຫະກອນສີນເຊື່ອ.

ໃນ 2023 ໄດ້ປະກາດຮັບຮອງ ບ້ານພັດທະນາ ແກ້ງເກ່ຍ ເປັນບ້ານພັດທະນາ ປະຊາຊົນຢູ່ດີ ກິນດີ ແລະ ປະກາດຮັບຮອງເມືອງບາຈຽງ ຈະເລີນສຸກ ເປັນເມືອງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ.

ໃນປີ 2026 ເມືອງບາຈຽງໄດ້ສຳເລັດການປະກາດສ້າງຕັ້ງ ຕາແສງ 100% ຊຶ່ງທົ່ວເມືອງບາຈຽງມີ 4 ຕາແສງ ຄື: ຕາແສງແກ້ງເກ່ຍ, ຕາແສງໜອງໃສ, ຕາແສງຫ້ວຍແຮ່ ແລະ ຕາແສງຫົວແຊ.

ທ່ານ ບຸນຍົງ ສູນທອນ ຮອງຫົວໜ້າຫ້ອງວ່າການແຂວງ, ຜູ້ຊີ້ນວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງ ໄດ້ເຜີຍແຜ່ມະຕິກົມການເມືອງສູນກາງພັກ ສະບັບເລກທີ 62/ຄບສພ ລົງວັນທີ 9 ກໍລະກົດ 2026 ວ່າດ້ວຍການເພີ່ມທະວີຂອງພັກຕໍ່ ວຽກງານກໍ່ສ້າງຮາກຖານການເມືອງ ວຽກງານພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງໃນໄລຍະໄໃໝ່.

ທ່ານ ສຸພາບ ທຳມະຮັກສາ ໄດ້ມີຄຳເຫັນຊີ້ນຳ ຕໍ່ວຽກກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງ ເພື່ອໃຫ້ວຽກງານດັ່ງກ່າວ ຢູ່ເມືອງບາຈຽງຈະເລີນສຸກມີການພັດທະນາກ້າວຂຶ້ນ, ສ້າງບັນດາຈຸດສຸມພັດທະນາ ແລະ ເປົ້າໝາຍບ້ານໃຫຍ່ກາຍເປັນຕົວເມືອງນ້ອຍຢູ່ຊົນນະບົດ ໃຫ້ມີຄວາມແທດເໝາະ, ມີປະສິດທິພາບ ແລະ ຖືກຕ້ອງ ສອດຄ່ອງກັບນິຕິກໍາຂອງພັກ ກໍຄື ແຜນການທີ່ວາງໄວ້.

ຂ່າວ,ພາບ:ເກດສະໜາ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພີທີເປີດງານວາງສະແດງ ຜົນງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ ຂຶ້ນໃນວັນທີ 4 ພະຈິກນີ້, ທີ່ ມຊ ໂດຍໃຫ້ກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີຮອງຜູ້ອໍານວຍການ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການ ຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 5 ປີ (2021-2025) ພ້ອມວາງທິດທາງ 5 ປີຕໍ່ໜ້າ (2026-2030) ຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ພະແນກ ສກຂ, ເຂົ້າຮ່ວມຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີທ່ານ ອຸດົມສິນ ສີຊານົນ ກຳມະການພັກແຂວງ ຫົວໜ້າພະແນກ ສກຂ, ມີຄະນະຮັບຜິດຊອບ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ກອງປະຊຸມທາບທາມຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ ຈັດຂຶ້ນໃນວັນທີ 3 ພະຈິກຜ່ານມານີ້, ທີ່ຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ. ເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ, ທ່ານ ນາງ ດວງໄພວອນ ສີບຸບຜາ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການກ່ຽວຂ້ອງເຂົ້າຮ່ວມ.
9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

ໃນ 9 ເດືອນຜ່ານມາ, ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງໄຊເສດຖາ ແຂວງອັດຕະປື ສາມາດທັບມ້າງເປົ້າໝາຍຄ້າຢາເສບຕິດໄດ້ 10 ຄັ້ງ, ກັກຕົວຜູ້ຖືກຫາ 13 ຄົນ, ພ້ອມຂອງກາງຢາບ້າ 1,241 ເມັດ ແລະ ວັດຖຸພະຍານອື່ນໆ ຊຶ່ງເປັນຜົນງານສຳຄັນໃນການປາບປາມ ແລະ ສະກັດກັ້ນບັນຫາຢາເສບຕິດຢູ່ທ້ອງຖິ່ນ.
ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ທ່ານ ວິໄລວັນ ບຸດດາຄຳ ກຳມະການສູນກາງພັກຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້​ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນໃນ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ ເພື່ອຕິດຕາມ ແລະ ຊຸກຍູ້ການເຜີຍແຜ່, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດກົດລະບຽບພັກສະໄໝທີ XII. ໂດຍມີ ທ່ານ ສາຍຄຳ ພະໄຊສິດທິເດດ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ພ້ອມຄະນະ ແລະ ພະນັກງານຂົງເຂດດັ່ງກ່າວເຂົ່າຮ່ວມ.
ເມືອງເງິນ ສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ

ເມືອງເງິນ ສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ

ເມືອງເງິນ ແຂວງ​ໄຊ​ຍະ​ບູ​ລີຈັດພິທີສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ, ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ,ວັນເປີດຂະບວນການຜະລິດພຶດລະດູແລ້ງ,ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ບ້ານນາຍາງຄໍາເມືອງເງິນໂດຍມີທ່ານ ອິນເນດ ຂຽວສີຟ້າ ປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ຄໍາລື ແກ້ວສີໄລ ນາຍບ້ານໆນາຍາງຄໍາ, ມີບັນດາຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງ, ນັກທຸລະກິດ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງຂົ້າຮ່ວມ.
ທ່ານ ຄໍາຫຼວງ ອິນທະວົງ ໄດ້ຮັບຫຼຽນໄຊພັດທະນາ ຊັ້ນ I ໃນການປະກອບສ່ວນພັດທະນາແຂວງຄໍາມ່ວນ

ທ່ານ ຄໍາຫຼວງ ອິນທະວົງ ໄດ້ຮັບຫຼຽນໄຊພັດທະນາ ຊັ້ນ I ໃນການປະກອບສ່ວນພັດທະນາແຂວງຄໍາມ່ວນ

ວັນທີ 2 ພະຈິກ 2026, ທີ່ສະໂມສອນແຂວງຄໍາມ່ວນ ໄດ້ມີພິທີປະດັບຫຼຽນໄຊພັດທະນາ ຊັ້ນ I ໃຫ້ແກ່ທ່ານ ຄໍາຫຼວງ ອິນທະວົງ ປະທານບໍລິສັດ ຄໍາມ່ວນການລົງທຶນ ຈໍາກັດຜູ້ດຽວ ທີ່ມີຜົນງານ, ຄຸນງາມຄວາມດີ ປະກອບສ່ວນຊ່ວຍເຫຼືອວັດຖຸ, ທຶນຮອນ ເຂົ້າໃນການພັດທະນາແຂວງຄໍາມ່ວນ ລວມມູນຄ່າ 5 ຕື້ກວ່າກີບ.
ຄອສພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນຄັ້ງທີ 1 ຂອງພັກສະໄໝທີ XII

ຄອສພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນຄັ້ງທີ 1 ຂອງພັກສະໄໝທີ XII

ຄະະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມມະຕິກອງ ປະຊຸມຄົບຄະນະ (ສະໄໝວິສາມັນຄັ້ງທີ 1) ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII ຂຶ້ນໃນ ວັນທີ 3 ພະຈິກນີ້, ທີ່ຫ້ອງປະຊຸມໃຫຍ່ ຄອສພ, ໂດຍການເປັນປະທານ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະ ທານສະພາທິດສະດີສູນກາງພັກ, ມີບັນດາສະຫາຍຄະນະພັກ, ເລຂາພັກຮາກຖານ, ບັນດາໜ່ວຍພັກ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ ແລະ ຮອງພະແນກເຂົ້າຮ່ວມ
ຍົກລະດັບຄວາມຮູ້ດ້ານບັນຊີວິສາຫະກິດ ໃຫ້ພະນັກງານຂະແໜງການເງິນ 8 ແຂວງພາກເໜືອ

ຍົກລະດັບຄວາມຮູ້ດ້ານບັນຊີວິສາຫະກິດ ໃຫ້ພະນັກງານຂະແໜງການເງິນ 8 ແຂວງພາກເໜືອ

ສະຖາບັນເສດຖະກິດການເງິນ ສາຂາພາກເໜືອ ຈັດພິທີເປີດຝຶກອົບຮົມວຽກງານດ້ານບັນຊີວິສາຫະກິດ ແລະ ງົບປະມານ ໃຫ້ພະນັກງານຂະແໜງການເງິນບັນດາແຂວງພາກເໜືອ ໂດຍເປັນປະທານຂອງ ທ່ານ ນາງ ວົງພະຈັນ ວົງປະດິດ ຫົວໜ້າສະຖາບັນເສດຖະກິດການເງິນ ສາຂາພາກເໜືອ ໃນວັນທີ 2 ພະຈິກຜ່ານມາ, ທີ່ສະຖາບັນດັ່ງກ່າວ, ໂດຍມີວິທະຍາກອນ, ສຳມະນາກອນ ແລະ ແຂກຮັບເຊີນເຂົ້າຮ່ວມ.
ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ວັນທີ 1 ພະຈິກຜ່ານມາ, ທີ່ແຂວງຄໍາມ່ວນ ໄດ້ຈັດພີທີເປີດສາງພາງຂອງກຸ່ມບໍລິສັດ ພະນົມພອນ ຈໍາກັດ ຢ່າງເປັນທາງການ ຫວັງຍົກລະດັບວຽກງານໂລຈິສຕິກ ແລະ ເສີມທ່າແຮງການຄ້າຂ້າມຊາຍແດນ. ໃຫ້ກຽດເຂົ້າຮ່ວມພິທີມີທ່ານ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ ພ້ອມດ້ວຍການນໍາຂັ້ນສູນກາງ, ການນໍາແຂວງ, ຜູ້ບໍລິ ຫານກຸ່ມບໍລິສັດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ເພີ່ມເຕີມ