ໂອ້ລົມ ແລະ ຊີ້ນຳກອງປະຊຸມສະຫຼຸບວຽກງານປກຊ-ປກສ 4 ແຂວງ

ຮອງນາຍົກໂອ້ລົມ ແລະ ຊີ້ນຳກອງປະຊຸມສະຫຼຸບວຽກງານປກຊ-ປກສ 4 ແຂວງ ແລະ 1 ກອງພົນ

ຮອງນາຍົກໂອ້ລົມ ແລະ ຊີ້ນຳກອງປະຊຸມສະຫຼຸບວຽກງານປກຊ-ປກສ 4 ແຂວງ ແລະ 1 ກອງພົນ
ໃນວັນທີ 9 ມັງກອນນີ້ ທີ່ແຂວງອຸດົມໄຊ ໄດ້ຈັດກອງປະຊຸມສະຫຼຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) 4 ແຂວງ (ອຸດົມໄຊ, ບໍ່ແກ້ວ, ຫຼວງນໍ້າທາແລະ ຜົ້ງສາລີ) ແລະ ກອງພົນທະຫານຮາບທີ 3 ປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025

 

 ພາຍໃຕ້ການເປັນປະທານຂອງທ່ານ ພົນເອກ ຈັນສະໝອນ ຈັນຍາລາດຮອງປະທານຜູ້ປະຈໍາການ ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງຮອງນາຍົກລັດຖະມົນຕີ; ມີບັນດາທ່ານ ປະທານ ແລະ ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນແຂວງຂອງບັນດາແຂວງດັ່ງກ່າວ ພ້ອມດ້ວຍຄະນະບັນຊາກອງພົນທະຫານຮາບທີ 3 ເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ບຸນຄົງ ຫຼ້າຈຽມພອນເຈົ້າແຂວງອຸດົມໄຊ ປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ໄດ້ມີຄຳເຫັນກ່າວຕ້ອນຮັບບັນດາການນຳຈາກສູນກາງ ແລະ ທ້ອງຖິ່ນ, ພ້ອມທັງ ແຈ້ງໃຫ້ຊາບຈຸດປະສົງຂອງຈັດກອງປະຊຸມໃນຄັ້ງນີ້. ຫຼັງຈາກນັ້ນ ກໍໄດ້ຕາງໜ້າໃຫ້ການນຳບັນດາແຂວງ ແລະ ກອງພົນທະຫານຮາບທີ 3ລາຍງານໃຫ້ຊາບກ່ຽວກັບຜົນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນຂອບເຂດຄວາມຮັບຜິດຊອບ ແຂວງອຸດົມໄຊ, ບໍ່ແກ້ວ, ຫຼວງນໍ້າທາ, ຜົ້ງສາລີ ແລະ ກອງພົນທະຫານຮາບທີ 3 ໄລຍະ 1 ປີຜ່ານມາ ເຫັນວ່າ ທຸກພາກສ່ວນໄດ້ຕັ້ງໜ້າເປັນເຈົ້າການເຄື່ອນໄຫວປະຕິບັດໜ້າທີ່ສະກັດກັ້ນ ບັນດາປະກົດການຫຍໍ້ທໍ້ໃນສັງຄົມ, ເຮັດໜ້າທີ່ເຄື່ອນໄຫວປ້ອງກັນເວນຍາມໃຫ້ມີຄວາມເປັນລະບຽບ ແລະ ມີຄວາມສະຫງົບ, ປະກອບສ່ວນສຳຄັນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ເຮັດໃຫ້ 4 ແຂວງ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ. ສຳລັບທິດທາງແຜນວຽກຈຸດສຸມປີ 2025ແມ່ນສືບຕໍ່ເກັບກຳສະພາບການທີ່ເກີດຂຶ້ນຢູ່ສາກົນ ແລະ ພາກພື້ນ, ຕິດຕາມການເຄື່ອນໄຫວຂອງກຳລັງອິດທິປໍລະປັກ, ກຸ່ມຄົນບໍ່ດີທີ່ເຄື່ອນໄຫວຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອສືບຕໍ່ຮັບປະກັນຮັກສາໄດ້ຄວາມສະຫງົບປອດໄພ, ສັງຄົມມີສະຖຽນລະພາບຢ່າງໜັກແໜ້ນ, ຕັ້ງໜ້າແກ້ໄຂຢ່າງເດັດຂາດ ຕໍ່ບັນດາໜໍ່ແໜງທີ່ພາໃຫ້ເກີດຄວາມບໍ່ສະຫງົບຢູ່ 4 ແຂວງ ຕົກໄປຢ່າງສິ້ນເຊີງ, ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ, 4 ຄາດໝາຍ, ປົກປັກຮັກສາຄວາມສະຫງົບຕາມຂອບເຂດຊາຍແດນ ແລະ ເພີ່ມທະວີການຊີ້ນໍາ-ນໍາພາ ຂອງຄະນະກຳມະການ ປກຊ-ປກສ ແຕ່ລະຂັ້ນ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ມີຄວາມຊື່ສັດ ແລະ ຈົງຮັກພັກດີຕໍ່ພັກ-ຕໍ່ປະເທດຊາດ. ໃນໂອກາດນີ້, ກອງປະຊຸມຍັງໄດ້ຮັບຟັງການປະກອບຄໍາຄິດ, ຄໍາເຫັນຈາກບັນດາທ່ານຜູ້ຕາງໜ້າຄະນະກໍາມະການ ປກຊ-ປກສ ບັນດາແຂວງ, ບັນດາອົງການຂອງ 2 ກະຊວງ ປກຊ-ປກສ.

ໃນໂອກາດດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ໃນການປະຕິບັດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນໄລຍະ 1 ປີຜ່ານມາ ຢູ່ 4 ແຂວງດັ່ງກ່າວ. ອັນສໍາຄັນ, ທ່ານຮອງນາຍົກລັດຖະມົນຕີ ໄດ້ມີຄຳເຫັນເນັ້ນໜັກໃຫ້ຄະນະປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 4 ແຂວງ ຈົ່ງພ້ອມກັນປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຢ່າງໜັກແໜ້ນ, ກຳແໜ້ນວຽກງານຕ່າງໆ;ຕໍ່ຕ້ານ, ທັບມ້າງກົນອຸບາຍ ແລະ ຍຸດທະສາດເຄື່ອນໄຫວຂອງກໍາລັງອິດທິກຳລັງປໍລະປັກ, ກຸ່ມຄົນບໍ່ດີ;ຮັບປະກັນພື້ນທີ່ຂອບເຂດຂອງ 4 ແຂວງ ມີຄວາມສະຫງົບ, ມີສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ;ສຸມທຸກກໍາລັງແຮງເຂົ້າໃສ່ວຽກງານຮາກຖານການເມືອງ ໃຫ້ມີຄຸນນະພາບ; ເອົາໃຈໃສ່ພິເສດຕໍ່ບັນດາເມືອງ ແລະ ບ້ານ ທີ່ມີຄວາມຫຼໍ່ແຫຼມ;ສະກັດກັ້ນກຸ່ມຄົນບໍ່ດີ ທີ່ໂຄສະນາຊວນເຊື່ອ, ຍຸແຍ່ແກ່ດຶງປະຊາຊົນ ເຄື່ອນໄຫວໄປໃນທາງທີ່ບໍ່ຖືກຕ້ອງ, ແກ້ໄຂບັນຫາຄົນບໍ່ດີທີ່ລີ້ຊ່ອນຢູ່ຕາມບ້ານ ແລະ ພື້ນທີ່ຕ່າງໆ ດ້ວຍບັນດາມາດຕະການຢ່າງຄ່ອງແຄ້ວ ແລະ ເດັດຂາດ; ຕອບຕ້ານທຸກການລະເມີດລ່ວງລໍ້າເຊື່ອມຍຶດຊາຍແດນ;ປັບປຸງກໍ່ສ້າງພັກ ໃນກຳລັງປະກອບອາວຸດ ໃຫ້ໜັກແໜ້ນທາງດ້ານການເມືອງ-ແນວຄິດ, ສືບຕໍ່ຮັບປະກັນທາງດ້ານພະລາທິການ-ເຕັກນິກ ໃຫ້ບັນດາກົມກອງ ແລະ ທ້ອງຖິ່ນ; ເອົາໃຈໃສ່ພົວພັນ ແລະ ຮ່ວມມືກັບຕ່າງປະເທດ ໂດຍສະເພາະບັນດາປະເທດເພື່ອນມິດ ໃນການແລກປ່ຽນຂໍ້ມູນຂ່າວສານ, ການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ, ຍາດແຍ່ງການຊ່ວຍເຫຼືອດ້ານຕ່າງໆ ເພື່ອປັບປຸງ ແລະ ພັດທະນາກໍາລັງ ປກຊ-ປກສ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ.

(ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ)

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ