![]() |
ໂຮງງານພັດທະນາອຸດສາຫະກຳຕັດຫຍິບ ຫຼັກ 19 ແມ່ນການລົງທຶນຮ່ວມ ລະຫວ່າງ ໂຮງງານຕັດຫຍິບ ເລກ 1 ກອງທັບ ກົມໃຫຍ່ພະລາທິການກອງທັບ ເປັນຜູ້ຖືຮຸ້ນ 49% ແລະ ບໍລິສັດ ພີເອສແອວ ເຊີວິດ ຈຳກັດ (PSL) ຖືຮຸ້ນ 51%. ການກໍ່ສ້າງພື້ນຖານໂຄງລ່າງ ຂອງໂຮງງານ ໃຊ້ເວລາ 2 ປີ ນັບແຕ່ເດືອນກັນຍາ 2023 ຫາ ເດືອນກັນຍາ 2025 ໄດ້ມີການຕິດຕັ້ງເຄື່ອງຈັກ ແລະ ອຸປະກອນການຜະລິດທີ່ທັນສະໄໝຄົບຊຸດ ສຳເລັດ 100% ໃນເດືອນພຶດສະພາ 2026.
![]() |
ທ່ານ ນາງ ເທບພະລັກ ຄຳວີສອນ ໄດ້ກ່າວໃນພິທີວ່າ: ການເປີດໂຮງງານພັດທະນາອຸດສາຫະກຳຕັດຫຍິບ ຫຼັກ 19 ເປັນຂີດໝາຍອັນສຳຄັນ ຂອງການຮ່ວມມື ລະຫວ່າງ ພາກລັດ ແລະ ພາກເອກະຊົນໃນການພັດທະນາ ແລະ ຍົກລະດັບວຽກງານການຜະລິດເຄື່ອງນຸ່ງຫົ່ມ ໃຫ້ເປັນອຸດສາຫະກຳທີ່ສາມາດປ້ອນຕະຫຼາດພາຍໃນ ແລະ ເປັນສິນຄ້າສົ່ງອອກຕ່າງປະເທດ. ການຮ່ວມມືຄັ້ງນີ້, ໄດ້ຊ່ວຍສົ່ງເສີມການລົງທຶນຂອງທັງສອງຝ່າຍ ເຮັດໃຫ້ໂຮງງານເກີດຂຶ້ນໄດ້ຈິ່ງເກີດປະໂຫຍດສູງສຸດໃນຫຼາຍດ້ານເຊັ່ນ: ການສ້າງວຽກເຮັດງານທຳໃຫ້ຫຼາຍຮ້ອຍຄົນ, ການສ້າງລາຍໄດ້ ແລະ ຜົນກຳໄລຂອງທຸລະກິດຮ່ວມ, ການປະກອບສ່ວນໃນການພັດທະນາເສດຖະກິດ ແລະ ສັງຄົມ ໃຫ້ເຕີບໃຫຍ່ ແລະ ຈະເລີນຮຸ່ງເຮືອງ.
ພາຍຫຼັງສຳເລັດພິທີສູດປະຕິມຸງຄຸນ, ໃສ່ບາດຮັບພອນ, ທັງສອງພາກສ່ວນໄດ້ຕັດແຖບຜ້າເປີດການນໍາໃຊ້ຢ່າງເປັນທາງການ.
ຂໍ້ມູນ: PSL


ຄໍາເຫັນ