ຫ້ອງວ່າການສະພາແຫ່ງຊາດ ຊຸກຍູ້ ການເຄື່ອນໄຫວວຽກງານ ຂອງ ສ​ພ​ຂ ຄໍາມ່ວນ

ຫ້ອງວ່າການສະພາແຫ່ງຊາດ ຊຸກຍູ້ ການເຄື່ອນໄຫວວຽກງານ ຂອງ ສ​ພ​ຂ ຄໍາມ່ວນ

ຫ້ອງວ່າການສະພາແຫ່ງຊາດ ຊຸກຍູ້ ການເຄື່ອນໄຫວວຽກງານ ຂອງ ສ​ພ​ຂ ຄໍາມ່ວນ
ກອງປະຊຸມ ຕິດຕາມ, ຊຸກຍູ້ ຂອງຫ້ອງວ່າການສະພາແຫ່ງຊາດ ກ່ຽວກັບການເຄື່ອນໄຫວວຽກງານ ຂອງສະພາ ປະຊາຊົນແຂວງ (ສ​ພ​ຂ) ຄໍາມ່ວນ ຊຸດທີ V ໄດ້ຈັດຂຶ້ນ ໃນວັນທີ 25 ສິງຫາຜ່ານ​ມາ ທີ່ແຂວງຄໍາມ່ວນ ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ບຸນຈັນ ສີວົງພັນ ກໍາມະການສູນກາງພັກຄະນະປະຈໍາສະພາແຫ່ງຊາດຫົວໜ້າຫ້ອງວ່າການ ສະພາແຫ່ງຊາດ, ມີຄະນະປະຈໍາສະພາປະຊາຊົນແຂວງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.

ທ່ານ ແກ້ວອຸດອນ ບຸດສິງຂອນຮອງປະທານສະພາປະຊາຊົນແຂວງຄໍາມ່ວນ (ຜູ້ປະຈໍາການ) ທີ່ໄດ້ລາຍງານໂດຍຍົກໃຫ້ເຫັນຜົນງານໃນແຕ່ລະດ້ານຕະຫຼອດເຖິງດ້ານດີ, ດ້ານຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້, ໂດຍສະເພາະ ພາຍຫຼັງສໍາເລັດ ກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນແຂວງ ຊຸດທີ V ໄດ້ສັບຊ້ອນປະທານ, ຮອງປະທານຄະນະກໍາມະການ ທີ່ເປັນກົງຈັກຂອງສະພາປະຊາຊົນແຂວງ, ສັບຊ້ອນສະມາຊິກສະພາປະຊາຊົນແຂວງ ສັງກັດເຂົ້າໃນກໍາມະການຂອງຄະນະກໍາມະການສະພາປະຊາຊົນແຂວງ ແບ່ງຄວາມຮັບຜິດຊອບພາຍໃນຄະນະປະທານສະພາປະຊາຊົນແຂວງ ແລະ ສ້າງແຜນດໍາເນີນງານຂອງຕົນ. ໃນຂະນະດຽວກັນກໍກໍາລັງ ປະຕິບັດແຜນດໍາເນີນງານ ການຕິດຕາມ ກວດກາຕາມເນື້ອໃນທີ່ໄດ້ກໍານົດໄວ້ ໃນມະຕິກອງປະຊຸມສະໄໝວິສາມັນ ຂອງສະມາຊິກສະພາແຫ່ງຊາດ ແລະ ມະຕິກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງ ແລະ ໄດ້ຂຸ້ນຂ້ຽວ ປະສານສົມທົບກັບສະພາແຫ່ງຊາດ ເພື່ອປັບປຸງ ບັນດານິຕິກໍາຕ່າງໆ ເປັນຕົ້ນແມ່ນມະຕິວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຄະນະປະຈໍາສະພາປະຊາຊົນແຂວງ, ຄະນະກໍາມະການ, ຫ້ອງວ່າການ, ຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ ແລະ ຫ້ອງການຊ່ວຍວຽກ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານ.

ທ່ານ ບຸນຈັນ ສີວົງພັນ ໄດ້ສະເໜີໃຫ້ບັນດາທ່ານ ທີ່ເຂົ້າຮ່ວມ, ຈົ່ງພ້ອມກັນມີຄວາມຈິງໃຈລາຍງານ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ, ລວມເຖິງບັນຫາອື່ນໆ ທີ່ພົວພັນເຖິງການປະຕິບັດພາລະບົດບາດ,ສິດ,ໜ້າທີ່ ຂອງຫ້ອງວ່າການສະພາໃຫ້ສະເໜີແລກປ່ຽນຮ່ວມກັນ.

ການລົງມາເຄື່ອນໄຫວເຮັດວຽກຂອງຄະນະໃນຄັ້ງນີ້ ແມ່ນປະຕິບັດຕາມມະຕິ ຂອງຄະນະປະຈຳສະພາແຫ່ງຊາດ ແລະ ແຜນການເຄື່ອນໄຫວວຽກງານ ຂອງຫ້ອງວ່າການສະພາແຫ່ງຊາດ ໃນການລົງມາຢ້ຽມຢາມ, ພົບປະ, ຕິດຕາມ, ຊຸກຍູ້, ເກັບກຳຂໍ້ມູນ ແລະ ແລກປ່ຽນບົດຮຽນ ກ່ຽວກັບການປະຕິບັດພາລະບົດບາດ,ສິດ,ໜ້າທີ່ ຂອງສະພາປະຊາຊົນຂັ້ນແຂວງ ຕາມກົດໝາຍ ວ່າດ້ວຍສະພາປະຊາຊົນຂັ້ນແຂວງ, ໂດຍສະເພາະ ແມ່ນດ້ານດີ, ຜົນສຳເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ບັນຫາຄົງຄ້າງ ແລະ ທິດທາງ ແຜນການວຽກງານຈຸດສຸມໃນຕໍ່ໜ້າ ຂອງຫ້ອງວ່າການສະພາປະຊາຊົນແຂວງ. ທັງນີ້ກໍເພື່ອແນໃສ່ເຮັດໃຫ້ການເຄື່ອນໄຫວວຽກງານຂອງຫ້ອງວ່າການສະພາ ເຮັດສຳເລັດໜ້າທີ່ການເມືອງ ຂອງຕົນທີ່ໄດ້ຮັບມອບໝາຍໃຫ້ມີປະສິດທິຜົນ.

ໂອກາດດັ່ງກ່າວທ່ານ ບຸນຈັນ ສີວົງພັນ ໄດ້ມອບຄອມພິວເຕີຕັ້ງໂຕະ ພ້ອມເຄື່ອງພິມ (Printer) 1 ຊຸດ ໃຫ້ແກ່ສະພາປະຊາຊົນແຂວງຄຳມ່ວນອີກດ້ວຍ.

ຂ່າວ: ຄຳມ່ວນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າ-ກວດກາ ການສະເໜີຂໍອະໄພຍະໂທດໃຫ້ນັກໂທດປີ 2026

ຄົ້ນຄວ້າ-ກວດກາ ການສະເໜີຂໍອະໄພຍະໂທດໃຫ້ນັກໂທດປີ 2026

ກອງເລຂາຄະນະກຳມະການອະໄພຍະໂທດລະດັບຊາດ ຈັດກອງປະຊຸມລາຍງານຜົນການຄົ້ນຄວ້າ, ກວດກາ ການສະເໜີຂໍອະໄພຍະໂທດໃຫ້ນັກໂທດທີ່ຖືກສານຕັດສິນປະຫານຊີວິດປະຈຳປີ 2026 ຈັດຂຶ້ນໃນວັນທີ 3 ກັນຍາຜ່ານມາ, ພາຍໃຕ້ການເປັນປະທານຂອງທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າກອງເລຂາຄະນະກຳມະການອະໄພຍະໂທດລະດັບຊາດ, ມີບັນດາຮອງຫົວໜ້າກອງເລຂາ ແລະ ຄະນະກອງເລຂາ ຄະນະກໍາມະການອະໄພຍະໂທດລະດັບຊາດ ທີ່ມາຈາກອົງການໄອຍະການປະຊາຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງວ່າການສໍານັກງານປະທານປະເທດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ສານປະຊາຊົນສູງສຸດເຂົ້າຮ່ວມ.
ປະທານສະຫະພັນແມ່ຍິງແຂວງເຊກອງ ເຄື່ອນໄຫວຊຸກຍູ້ວຽກງານຢູ່ສູນພັດທະນາແມ່ຍິງບັນດາເຜົ່າແຂວງ

ປະທານສະຫະພັນແມ່ຍິງແຂວງເຊກອງ ເຄື່ອນໄຫວຊຸກຍູ້ວຽກງານຢູ່ສູນພັດທະນາແມ່ຍິງບັນດາເຜົ່າແຂວງ

ໃນວັນທີ 2 ກັນຍາ 2026 ນີ້, ທ່ານ ນາງ ມະໂນລາ ສຸດທິຈັກ ກຳມະການພັກແຂວງ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ພ້ອມຄະນະ ໄດ້ລົງຕິດຕາມ,ຊຸກຍູ້ວຽກງານການຫຍິບຜ້າອະນາໄມຂອງໄວໜຸ່ມຍິງ ທີ່ມີຄວາມເປັນພິການ ແລະ ດ້ອຍໂອກາດ ໂດຍໄດ້ຮັບທຶນສະໜັບຈາກໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ ( SFE ).
ພະແນກ ຮສສ ແຂວງຄໍາມ່ວນສະຫຼຸບວຽກງານ 9 ເດືອນ ປີ 2026

ພະແນກ ຮສສ ແຂວງຄໍາມ່ວນສະຫຼຸບວຽກງານ 9 ເດືອນ ປີ 2026

ວັນທີ 1 ກັນຍາ 2026 ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນໄດ້ສະຫຼຸບວຽກງານຮອບດ້ານພາຍໃນຂົງເຂດຄວາມຮັບຜິດຊອບຂອງຕົນຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການ ຫົວໜ້າພະແນກ, ມີຮອງຫົວໜ້າພະແນກ, ຄະນະຂະແໜງການປິ່ນອ້ອມ ແລະ ພາກສ່ວນທີ່ຂຶ້ນກັບເຂົ້າຮ່ວມ.
ພາກລັດເຂົ້າຄຸ້ມຄອງວັດພູຈຳປາສັກ ເຕັມຮູບແບບ ພາຍຫຼັງສິ້ນສຸດສັນຍາສຳປະທານລົງທຶນ

ພາກລັດເຂົ້າຄຸ້ມຄອງວັດພູຈຳປາສັກ ເຕັມຮູບແບບ ພາຍຫຼັງສິ້ນສຸດສັນຍາສຳປະທານລົງທຶນ

ເລີ່ມວັນທີ 1 ກັນຍາ 2026 ເປັນຕົ້ນໄປ, ພາກລັດໄດ້ເຂົ້າມາຄຸ້ມຄອງ, ປົກປັກຮັກສາ ແລະ ບໍລິຫານຈັດການແຫຼ່ງທ່ອງທ່ຽວມໍລະດົກໂລກວັດພູຈຳປາສັກ ຢ່າງເຕັມຮູບແບບ ພາຍຫລັງໂຄງການພັດທະນາແຫຼ່ງທ່ອງທ່ຽວດັ່ງກ່າວ ຂອງກຸ່ມບໍລິສັດ ຍິ່ງໂຊກໄຊ ຈຳກັດຜູ້ດຽວ ໄດ້ສິ້ນສຸດກຳນົດອະນຸຍາດລົງທຶນ ໃນວັນທີ 22 ມິຖຸນາ 2026 ທີ່ຜ່ານມາ.
ຄໍາມ່ວນ ມອບເຄື່ອງຊ່ວຍ​ເຫຼືອໃຫ້ 10 ເມືອງມູນ​ຄ່າ 350 ລ້ານ​ກີບ

ຄໍາມ່ວນ ມອບເຄື່ອງຊ່ວຍ​ເຫຼືອໃຫ້ 10 ເມືອງມູນ​ຄ່າ 350 ລ້ານ​ກີບ

ແຂວງຄໍາມ່ວນ ລະດົມການຊ່ວຍເຫຼືອ ຜູ້ປະສົບໄພນໍ້າຖ້ວມ ໂດຍມອບເຄື່ອງອຸປະໂພກ-ບໍລິໂພກ ມູນຄ່າ 350 ລ້ານກີບ ໃຫ້ຄະນະກໍາມະການຄຸ້ມຄອງໄພພິບັດ 10 ເມືອງ ເພື່ອນໍາໄປແຈກຢາຍແກ່ປະຊາຊົນທີ່ປະສົບໄພ.
ຄໍາມ່ວນ ປະເມີນຄວາມເສຍຫາຍຈາກ​ໄພ​ນ້ຳ​ຖ້ວມ​ ເບື້ອງ​ຕົນ275 ຕື້ກວ່າກີບ

ຄໍາມ່ວນ ປະເມີນຄວາມເສຍຫາຍຈາກ​ໄພ​ນ້ຳ​ຖ້ວມ​ ເບື້ອງ​ຕົນ275 ຕື້ກວ່າກີບ

ແຂວງຄໍາມ່ວນ ໄດ້ປະເມີນຄວາມເສຍຫາຍ ຈາກໄພນໍ້າຖ້ວມໃນ 10 ເມືອງ ໃນໄລຍະເດືອນກໍລະກົດ ຫາ ເດືອນ ສິງຫາ 2026 ມູນຄ່າເສຍຫາຍເບື້ອງຕົ້ນ 275.57 ຕື້ກີບ ແລະ ມີປະຊາຊົນ 151.000 ຄົນໄດ້ຮັບຜົນກະທົບ,ປັດ​ຈຸ​ບັນກຳ​ລັງເລັ່ງ ສືບຕໍ່ປະເມີນຄວາມເສຍຫາຍ ແລະ ຟື້ນຟູພື້ນຖານໂຄງລ່າງ, ການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.
ມອບ-ຮັບໂຄງການພັດທະນາຊີວິດການເປັນຢູ່ຂອງປະຊາຊົນປັບຕົວຕໍ່ກັບການປ່ຽນແປງດິນຟ້າອາກາດ

ມອບ-ຮັບໂຄງການພັດທະນາຊີວິດການເປັນຢູ່ຂອງປະຊາຊົນປັບຕົວຕໍ່ກັບການປ່ຽນແປງດິນຟ້າອາກາດ

ເມືອງບໍ່ແຕນ ແຂວງໄຊຍະບູລີໄດ້ຈັດພິມອບ-ຮັບ ໂຄງການສ້າງຄວາມເຂັມແຂງ ແລະ ພັດທະນາຊີວິດການເປັນຢູ່ຂອງຊຸມຊົນໃນການປັບຕົວຕໍ່ກັບການປ່ຽນແປງສະພາບດິນຟ້າອາກາດເມື່ອ​ບໍ່​ດົນ​ມາ​ນີ້ ທີ່ ບ້ານຕາລິ່ງເມືອງ​ບໍ່​ແຕນໂດຍການເປັນປະທານຮ່ວມຂອງທ່ານ ບຸນເດີມ ເສີມນະພາ ຮອງຫົວໜ້າຫ້ອງການ ກະສິກຳ ແລະສິ່ງແວດລ້ອມເມືອງ​ບໍ່​ແຕນ, ທ່ານສຽງພິນ ບຸນມີອາໄພ ຜູ້ປະສານງານໂຄງການ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ກະຊວງ ອ​ຄ ແລະ ບໍລິສັດ ເບຍລາວ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຢູ່ແຂວງອຸດົມໄຊ

ກະຊວງ ອ​ຄ ແລະ ບໍລິສັດ ເບຍລາວ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຢູ່ແຂວງອຸດົມໄຊ

ກະ​ຊວງ​ອຸດ​ສາ​ຫະ​ກຳແລະການ​ຄ້າ (ອ​ຄ)ແລະບໍ​ລິ​ສັດ​ເບຍ​ລາວຈຳ​ກັດໄດ້​ນຳ​ເອົາ​ເງິນແລະເຄື່ອງອຸປະໂພກ-ບໍລິໂພກ ໄປຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ແຂວງອຸດົມໄຊເຊິ່ງ​ກະ​ຊວງ ອ​ຄ ໄດ້ມອບ​ເງິນ 200 ລ້ານ​ກີບ; ສ່ວນ​ບໍ​ລິ​ສັດ​ເບຍ​ລາວມອບນ້ຳ​ຫວານແລະນ້ຳ​ດື່ມ.
ວັນໃໝ່ ເປັນສ່ວນໜຶ່ງຮ່ວມສະເຫຼີມສະຫຼອງຄົບຮອບ 32 ປີ ຕັງຈະເລີນ

ວັນໃໝ່ ເປັນສ່ວນໜຶ່ງຮ່ວມສະເຫຼີມສະຫຼອງຄົບຮອບ 32 ປີ ຕັງຈະເລີນ

ບໍລິສັດ ວັນໃໝ່ ອະສັງຫາລິມະຊັບ ຮ່ວມສະເຫຼີມສະຫຼອງ ວັນສ້າງຕັ້ງ ຕັງຈະເລີນ ຄົບຮອບ 32ປີ, ພິທີດັ່ງກ່າວ ຈັດຂຶ້ນເປັນເວລາ 9 ວັນ ຄື ເລີ່ມແຕ່ວັນທີ 1-9 ກັນຍານີ້ ທີ່ຕັງຈະເລີນ ບ້ານດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ.
ບໍລິຈາກເລືອດໃນໂອກາດວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ

ບໍລິຈາກເລືອດໃນໂອກາດວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ (ສນຊ) ຄົບຮອບ 76 ປີ, ອະນຸກຳມະການເນື້ອໃນ, ໂຄສະນາ-ຂະບວນການ ແລະ ຍ້ອງຍໍ 76 ປີແນວລາວສ້າງຊາດ ຮ່ວມກັບອົງການກາແດງແຫ່ງຊາດລາວ, ສູນເລືອດແຫ່ງຊາດ ຈັດກິດຈະກໍາຮັບບໍລິຈາກເລືອດ ພາຍໃຕ້ຫົວຂໍ້ ‘‘ ໃຫ້ເລືອດຊ່ວຍຊີວິດ ’’ ຂຶ້ນໃນວັນທີ 2 ກັນຍາຜ່ານມາ, ທີ່ ສນຊ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສຸລິປັນຍາ ຣາຊສົມບັດ ຮອງປະທານ ສນຊ, ຮອງຫົວໜ້າອະນຸກຳມະການເນື້ອໃນ, ໂຄສະນາ-ຂະບວນການ ແລະ ຍ້ອງຍໍ 76 ປີຂອງແນວລາວສ້າງຊາດ, ມີທ່ານ ຈັນທະລາ ສຸກສາຄອນ ຮອງປະທານອົງການກາແດງແຫ່ງຊາດລາວ, ມີຄະນະປະຈໍາ ສນຊ, ແຂກຖືກເຊີນ, ຄະນະຮັບຜິດຊອບ ແລະ ພະນັກງານລັດຖະກອນເຂົ້າຮ່ວມ.
ເພີ່ມເຕີມ