ຫ້ອງວ່າການສູນກາງພັກ ປິດຊຸດຝຶກອົບຮົມສຳລັບຜູ້ບໍລິຫານລະດັບສູງ

ຫ້ອງວ່າການສູນກາງພັກ ປິດຊຸດຝຶກອົບຮົມສຳລັບຜູ້ບໍລິຫານລະດັບສູງ
ໃນວັນທີ 22 ກັນຍາ ຜ່ານມານີ້, ຫ້ອງວ່າການສູນກາງພັກ ໄດ້ຈັດພິທີປິດຊຸດຝຶກອົບຮົມຫຼັກສູດການບໍລິການ-ຄຸ້ມຄອງລັດ ສຳລັບຜູ້ບໍລິຫານລະດັບສູງ ໃຫ້ແກ່ພະນັກງານ ນໍາພາ-ຄຸ້ມຄອງຂັ້ນກົມພາຍໃນຫ້ອງວ່າການສູນກາງພັກ ຊຶ່ງໄດ້ດໍາເນີນເປັນເວລາ 5 ວັນ ແຕ່ວັນທີ 18-22 ກັນຍາ 2023 ໂດຍການເປັນປະທານຮ່ວມຂອງ ສະຫາຍ ຄຳຜາ ພິມມະສອນ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງວ່າການສູນກາງພັກ ແລະ ສະຫາຍ ນິສິດ ແກ້ວປັນຍາ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງພາຍໃນ ໂດຍມີພະນັກງານນໍາພາ-ຄຸ້ມຄອງຂັ້ນກົມ ພາຍໃນຫ້ອງວ່າການສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.
ການຝຶກອົບຮົມຄັ້ງນີ້ໄດ້ຮັບສຳເລັດຜົນຢ່າງຈົບງາມ, ບັນດາຄູອາຈານ-ນັກວິທະຍາກອນ ໄດ້ເອົາໃຈໃສ່ຖ່າຍທອດບົດຮຽນຢ່າງເລິກເຊິ່ງ, ທັງທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ ແລະ ສັງຄົມ ໂດຍມີການແລກປ່ຽນ ແລະ ຖອດຖອນບົດຮຽນທີ່ຕິດພັນກັບພຶດຕິກຳໂຕຈິງໃນການນຳພາຄຸ້ມຄອງໃນໄລຍະຜ່ານມາ ຢູ່ພາຍໃນຫ້ອງວ່າການສູນກາງພັກ. ການຝຶກອົບຮົມໃນຄັ້ງນີ້, ໄດ້ຮັບຟັງການບັນຍາຍເອກກະສານ ພ້ອມທັງຖ່າຍທອດບົດຮຽນ, ປະສົບການ ແລະ ພຶດຕິກຳຕົວຈິງໃນການນຳພາ-ຄຸ້ມຄອງບໍລິຫານວຽກງານໃນໄລຍະຜ່ານມາຂອງອະດີດການນຳອາວຸໂສທີ່ມີປະສົບການເຊັ່ນ: ທ່ານ ນາງ ບຸນເພັງ ມູນໂພໄຊ ອະດີດກຳມະການສູນກາງພັກ ອະດີດລັດຖະມົນຕີກະຊວງພາຍໃນ ແລະ ທ່ານ ສີພຸກ ວົງພັກດີ ອະດີດຮອງລັດຖະມົນຕີກະຊວງພາຍໃນ ແລະ ການນຳຫຼາຍທ່ານ.
ໂອກາດນີ້, ສະຫາຍ ຄຳຜາ ພິມມະສອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງບັນດາວິທະຍາ ກອນ ແລະ ສຳມະນາກອນ ທີ່ໄດ້ມີຄວາມເອົາໃຈໃສ່ໃນການຄົ້ນຄວ້າ ແລະ ແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ເຮັດໃຫ້ການຝຶກອົບຮົມຄັ້ງນີ້, ໄດ້ຮັບຜົນສຳເລັດຢ່າງຈົບງາມ ພ້ອມນັ້ນໃຫ້ບັນດາສຳມະນາກອນ ນຳເອົາບົົດຮຽນໄປໝູນໃຊ້ເຂົ້າກັບວຽກງານຂອງຫ້ອງວ່າການສູນກາງພັກ ກໍຄືວຽກງານການເປັນເສນາທິການ,ວຽກງານການປະສານງານ ແລະ ວຽກງານບໍລິການຮັບໃຊ້ໃຫ້ແກ່ການນຳຂັ້ນສູງ; ເສີມຂະຫຍາຍເນື້ອໃນ ແລະ ບົດຮຽນ ເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງຂອງຕົນຢ່າງປະດິດສ້າງ ແລະ ມີປະສິດທິຜົນສູງຂຶ້ນ, ສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ, ເພື່ອພັດທະນາກົມກອງຕົນເອງໃຫ້ສູງຂຶ້ນ, ໂດຍສະເພາະຍົກສູງຄວາມອາດສາມາດໃນການນຳພາ ຕໍ່ພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຢ່າງເປັນເຈົ້າການ ແລະ ຈັດຕັ້ງຜັນຂະຫຍາຍວຽກງານໃນຄວາມຮັບຜິດຊອບຂອງຕົນ, ເພື່ອເປັນກໍາລັງແຮງໃຫ້ແກ່ຄະນະພັກ, ຄະນະຫ້ອງວ່າການສູນກາງພັກ ໃນການຈັດຕັ້ງປະຕິບັດບັນດາຄາດໝາຍຂອງກອງປະຊຸມໃຫຍ່ອົງຄະນະພັກຫ້ອງວ່າການສູນກາງພັກ, ແຜນພັດທະນາຫ້ອງວ່າການສູນກາງພັກ ໃຫ້ບັນລຸຕາມຈຸດປະສົງຄາດໝາຍທີ່ວາງໄວ້; ສືບຕໍ່ເອົາໃຈໃສ່ວຽກງານສ້າງຄວາມເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ບຸກຄະລາກອນ ພາຍໃນຫ້ອງວ່າການສູນກາງພັກ ກໍຄືສ້າງເງື່ອນໄຂໃຫ້ພະນັກງານໄດ້ຮ່ຳຮຽນທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງ ໃນການນຳພາ-ຄຸ້ມຄອງ ເພື່ອຍົກສູງຄວາມຮູ້ຂອງພະນັກງານ, ສາມາດຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່, ແນໃສ່ກໍ່ສ້າງພະນັກງານສືບທອດປ່ຽນແທນແຕ່ລະຂັ້ນ ໃຫ້ນັບມື້ເຂັ້ມແຂງ ແລະ ມີຄຸນນະພາບ, ຄຽງຄູ່ກັນນັ້ນ ໃຫ້ເອົາໃຈໃສ່ສືບຕໍ່ການຄົ້ນຄວ້າ ແລະ ກຳນົດເປົ້າໝາຍຜູ້ທີ່ຈະຝຶກອົບຮົມແຕ່ລະຂັ້ນໃນຊຸດຕໍ່ໄປຢ່າງເໝາະສົມ, ເພີ່ມທະວີຄວາມເປັນເຈົ້າການ ແລະ ຍົກສູງຄວາມຮັບຜິດຊອບຂອງຕົນ ໃນການສ້າງແຜນຝຶກອົບຮົມໃນຫົວຂໍ້ຕ່າງໆ ກໍຄືແຜນບຳລຸງກໍ່ສ້າງ, ແຜນພັດທະນາບຸກຄະລາກອນພາຍໃນຫ້ອງວ່າການສູນກາງພັກ ໃຫ້ໄດ້ຮັບການຍົກລະດັບເປັນກ້າວໆ.
(ຂ່າວ: ຫ້ອງວ່າການສູນກາງພັກ; ພາບ: ພັດ ລໍວັນໄຊ)

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ