ຮອງປະທານຄະນະກວດກາສູນກາງພັກຕິດຕາມວຽກງານກວດກາຢູ່ແຂວງຜົ້ງສາລີ

ຮອງປະທານຄະນະກວດກາສູນກາງພັກຕິດຕາມວຽກງານກວດກາຢູ່ແຂວງຜົ້ງສາລີ
ວັນທີ24ຕຸລານີ້, ທ່ານໄຊຄໍາອຸ່ນມີໄຊຮອງປະທານຄະນະກວດກາສູນກາງພັກຮອງປະທານອົງການກວດກາແຫ່ງລັດທັງເປັນຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວພົບປະ, ຢ້ຽມຢາມ, ຕິດຕາມແລະຊຸກຍູ້ວຽກງານກວດກາຢູ່ແຂວງຜົ້ງສາລີໂດຍການຕ້ອນຮັບຂອງທ່ານບຸນທະວີສໍສຸກັນກຳມະການປະຈຳພັກແຂວງປະທານກວດກາພັກ-ລັດແຂວງ, ມີບັນດາທ່ານຫົວໜ້າ-ຮອງຫົວໜ້າພະແນກການຕ່າງໆ, ຜູ້ເຮັດວຽກງານກວດກາອ້ອມຂ້າງແຂວງ, ພ້ອມດ້ວຍຄະນະແລະພະນັກງານ-ລັດຖະກອນພາຍໃນຄະນະກວດກາພັກ-ລັດແຂວງ.
ໂອກາດນີ້, ທ່ານບຸນທະວີສໍສຸກັນປະທານກວດກາພັກ-ລັດແຂວງໄດ້ລາຍງານສະພາບການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານກວດກາຕະຫຼອດໄລຍະກາງສະໄໝແລະທິດທາງແຜນການທ້າຍສະໄໝຮອດປີ2025ຊຶ່ງຕະຫຼອດໄລຍະການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານກວດກາພັກ-ລັດໃນກາງສະໄໝຜ່ານມາແມ່ນໄດ້ດໍາເນີນໃນເງື່ອນໄຂທີ່ທຸກພາກສ່ວນສຸມໃສ່ຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງທີXI ຂອງພັກແລະມະຕິກອງປະຊຸມໃຫຍ່ຄັ້ງທີXI ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ5ປີຄັ້ງທີIX, 2ວາລະແຫ່ງຊາດຊຶ່ງຄະນະພັກ, ຄະນະກວດກາແຕ່ລະຂັ້ນໄດ້ເອົາໃຈໃສ່ກໍ່ສ້າງ-ປັບປຸງແລະຂະຫຍາຍພັກຊຶ່ງຮອດປັດຈຸບັນມີໜ່ວຍພັກທັງໝົດ866ໜ່ວຍພັກໄດ້ຕີລາຄາຈັດແບ່ງປະເພດເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ503ໜ່ວຍພັກ, ກາງ343ໜ່ວຍພັກ, ອ່ອນ12ໜ່ວຍພັກ, ໄດ້ລົງຊຸກຍູ້, ຕິດຕາມ, ກວດກາປົກະຕິໃນການເຄື່ອນໄຫວຂອງພະແນກການ, ບັນດາດ່ານແລະເມືອງຕາມມະຕິຂອງສະພາປະຊາຊົນແຂວງໄດ້ທັງໝົດຈໍານວນ11ພະແນກການ, 3ດ່ານແລະ7ເມືອງ. ຜ່ານການເຄື່ອນໄຫວສາມາດຕີລາຄາການຈັດຕັ້ງປະຕິບັດພາລະບົດບາດ, ສິດແລະໜ້າທີ່ຂອງຕົນໃນການຕິດຕາມ, ກວດກາແລະຊຸກຍູ້ຂອງບັນດາຂະແໜງການອ້ອມຂ້າງແຂວງແລະເມືອງຍັງບໍ່ທັນໄດ້ຈັດຕັ້ງປະຕິບັດ, ການຕິດຕາມ, ຊຸກຍູ້ແລະແກ້ໄຂຕາມຜົນການກວດສອບຂອງບາງຂະແໜງການຍັງເຮັດບໍ່ທັນເປັນປົກກະຕິ. ໄດ້ລົງຕິດຕາມ, ກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີຈໍານວນ2ໂຄງການລວມມູນຄ່າສັນຍາ: 449ຕື້ກ່ວາກີບ; ຜ່ານການກວດກາພົບເຫັນການຈັດຕັ້ງປະຕິບັດໂຄງການຈໍານວນໜຶ່ງຍັງບໍ່ປະຕິບັດຄົບຖ້ວນຕາມກົດໝາຍແລະລະບຽບການທີ່ກໍານົດໄວ້ເຊັ່ນ: ການດັດແກ້ແບບແຕ້ມແລະບັນດາມູນຄ່າທີ່ສະພາຮັບຮອງບໍ່ຖືກຕາມໂຕເລກຕາມການປະມູນຈັດຊື້-ຈັດຈ້າງ; ກວດກາໂຄງການລົງທຶນຂອງລັດທີ່ມີມູນຄ່າ10ຕື້ກີບລົງມາມີ168ໂຄງການ;ແມ່ນສໍາເລັດ100%. ໄດ້ເນີນການສືບສວນ-ສອບສວນຄະດີທີ່ກ່ຽວຂ້ອງກັບການສໍ້ລາດບັງຫຼວງໃນຂອບເຂດທົ່ວແຂວງທັງໝົດ1ລາຍຄະດີ, ເປົ້າໝາຍພົວພັນທັງໝົດ1ຄົນ (ພະນັກງານລັດ)ປັດຈຸບັນກໍາລັງສະຫຼຸບສໍານວນຄະດີສົ່ງໃຫ້ອົງການໄອຍະການແຂວງພົບເຫັນຜົນເສຍຫາຍທັງໝົດ2,283ຕື້ກີບ, ເກັບກູ້ຄືນໄດ້ໃນເບື້ອງຕົ້ນຈໍານວນ136ລ້ານກີບ, ຍັງຄ້າງເກັບກູ້ຄືນ2,147ຕື້ກີບ.
ໂອກາດດັ່ງກ່າວ,ທ່ານໄຊຄຳອຸ່ນມີໄຊໄດ້ມີຄຳເຫັນໂອ້ລົມພ້ອມໃຫ້ທິດຊີ້ນຳໃນບາງດ້ານຊຶ່ງກ່ອນອື່ນໝົດທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ຄະນະກວດກາແຂວງຜົ້ງສາລີຍາດມາໄດ້ໃນໄລຍະຜ່ານມາພ້ອມກັນນັ້ນທ່ານໄດ້ເນັ້ນໃຫ້ຄະນະກວດກາແຂວງຜົ້ງສາລີເພີ່ມທະວີຈັດຕັ້ງປະຕິບັດບົດບາດຂອງວຽກງານກວດກາຂອງພັກຕາມເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີXI ຂອງພັກເພື່ອສ້າງໃຫ້ການເຄື່ອນໄຫວວຽກງານຮອບດ້ານທຸກຂະແໜງການໄດ້ຮັບປະສິດທິພາບແລະປະສິດທິຜົນ; ຄະນະພັກແຕ່ລະຂັ້ນຕ້ອງມີຄວາມຮັບຜິດຊອບຕໍ່ວຽກງານຕິດຕາມ, ກວດກາຢ່າງແຂງແຮງແລະສ້າງເງື່ອນໄຂເຮັດໃຫ້ວຽກງານຕິດຕາມ, ກວດກາພັກມີຄວາມເຂັ້ມແຂງແລະໄດ້ຮັບການຈັດຕັ້ງປະຕິບັດຢ່າງຖືກຕ້ອງ. ຕ້ອງໄດ້ເອົາໃຈໃສ່ບາງບັນຫາເປັນຕົ້ນແມ່ນໜ້າທີ່ຄວາມຮັບຜິດຊອບທາງດ້ານການເມືອງ, ເຊື່ອມຊຶມນິຕິກຳຕ່າງໆທີ່ກ່ຽວຂ້ອງກັບໜ້າທີ່ຄວາມຮັບຜິດຊອບຂອງຕົນໃຫ້ມີຄວາມຮັບຮູ້,ເຂົ້າໃຈຢ່າງຈະແຈ້ງ, ມີຈັນຍາບັນ, ຈັນຍາທຳ, ຢຶດຖືແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ຈັດຕັ້ງປະຕິບັດວຽກງານໄປຕາມລະບຽບການ, ຂັ້ນຕອນ, ມີຄວາມຖືກຕ້ອງ,ໂປ່ງໃສແລະເຂັ້ມງວດ.
(ຂ່າວ-ພາບ: ແສງຄຳສາລີວັນ)

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ