![]() |
ສະຫາຍ ຄໍາພັນ ເຜີຍຍະວົງ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງການພົວພັນຮ່ວມມືຄວາມສາມັກຄີພິເສດລະຫວ່າງສອງພັກ,ສອງລັດ,ປະຊາຊົນສອງຊາດລາວ-ຫວຽດນາມພ້ອມລາຍງານການພົວພັນຮ່ວມມືລະຫວ່າງສອງຄະນະໂຄສະນາລາວຫວຽດນາມໃນໄລະຜ່ານ
ມາໃຫ້ຄະນະຜູ້ແທນຮັບຊາບ.ພ້ອມນັ້ນ,ສອງຄະນະໂຄສະນາລາວຫວຽດນາມຍັງໄດ້ປຶກສາຫາລືກັນໃນວຽກງານການຮ່ວມມືກັນບົນພື່ນຖານປະຕິບັດຕາມບົດບັນທຶກການຮ່ວມມືລະຫວ່າງຄະນະໂຄສະນາອົບຮົມສູນກາງພັກແລະຄະນະໂຄສະນາສຶກສາແລະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມເລີ່ມແຕ່ປີ 2022-2026 ແລະ ແຜນການໃນຕໍ່ໜ້າ.
![]() |
ສະຫາຍ ຈ້ຽວ ຕ່າຍ ວິງ ໄດ້ກ່າວສະແດງຄວາມຂອບໃຈສະຫາຍຄໍາພັນ ເຜີຍຍະວົງ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນແລະກ່າວລາຍງານ,ເຫັນດີໃນວຽກງານແຜນການພົວພັນຮ່ວມມືເຊັນບົດບັກທຶກຮ່ວມກັນລະຫວ່າງຄະນະໂຄສະນາລາວຫວຽດນາມໃນຕໍ່ໜ້າແລະຈະສືບຕໍ່ໃຫ້ການພົວພັນຮ່ວມມືຊ່ວຍເຫຼືອໃນວຽກງານຕ່າງໆໃນຕໍ່ໜ້າ.
ສະຫາຍຄໍາພັນເຜີຍຍະວົງກໍໄດ້ກ່າວເຫັນດີເປັນເອກະພາບຕໍ່ການສະເໝີການລາຍງານຂອງສະຫາຍ ຈ້ຽວ ຕ່າຍ ວິງ ໃນການພົວພັນຮ່ວມມືໃນຕໍ່ໜ້າກໍຄືຈະເປັນທ່າແຮງທາງດ້ານການປ່ຽນແປງໃໝ່ໃນໄລຍະ 5 ປີຕໍ່ໜ້າ. ຂໍຂອບໃຈນໍາຄະນະໂຄສະນາຫວຽດນາມທີ່ໃຫ້ການຮ່ວມມື,ຊ່ວຍເຫຼືອສະໜັບສະໜູນຄະນະໂຄສະນາອົບຮົມສູນກາງພັກໃນວຽກງານຕ່າງໆຕະຫຼອດໄລຍະຜ່ານມາ. ຂໍໃຫ້ຄະນະຜູ້ແທນເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກງານຢູ່ສປປລາວປະສົບຜົນສໍາເລັດຢ່າງຈົບງາມແລະເດີນທາງກັບປະເທດດ້ວຍຄວາມສະຫວັດດີ
ພາບ. ຂ່າວ:ວັນເພັງ ອິນທະໄຊ


ຄໍາເຫັນ