ຫົວໜ້າການເມືອງກອງພັນໃຫຍ່ 202 ພົບປະໂອ້ລົມພະນັກງານ-ນັກຮົບພະແນກການເມືອງ

ຫົວໜ້າການເມືອງກອງພັນໃຫຍ່ 202 ພົບປະໂອ້ລົມພະນັກງານ-ນັກຮົບພະແນກການເມືອງ
ໃນວັນທີ 25 ຕຸລາຜ່ານມາ, ສະຫາຍ ພັນໂທ ສົມໝາຍ ດອນພະຈັນ ຫົວໜ້າການເມືອງ ກອງພັນໃຫຍ່ 202 ພົບປະໂອ້ລົມພະນັກງານ-ນັກຮົບພະແນກການເມືອງ ກອງພັນໃຫຍ່ 202 ກອງພົນທີ 2ທີ່ສະໂມສອນກອງດັ່ງກ່າວ, ໂດຍມີພະນັກງານສະມາຊິກພັກ-ນັກຮົບກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້,ສະຫາຍ ພັນໂທ ຄຳໄບ ວິໄລພອນ ຮອງຫົວໜ້າພະແນກການເມືອງ ໄດ້ລາຍງານວ່າ: ໃນໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດ ໃຫ້ພະນັກງານ-ນັກຮົບມີແນວຄິດອຸ່ນອ່ຽງທຸ່ນທ່ຽງ ຕໍ່ໜ້າທີ່ວິຊາສະເພາະຂອງຕົນໃກ້ສິດຕິດແທດກັບວຽກງານຕົວຈິງ, ເອົາໃຈໃສ່ຊຸກຍູ້ຂະບວນການດ້ານຕ່າງໆເປັນຕົ້ນ ຂະບວນການເພີ່ມພູນຜະລິດຜົນ, ປູກຝັງ-ລ້ຽງສັດ, ຂະບວນການປັບປຸງກໍ່ສ້າງກົມກອງ, ຂະບວນການສິລະປະ-ວັນນະຄະດີ ແລະ ຂະບວນການອື່ນໆ ໃຫ້ມີບັນຍາກາດຟົດຟື້ນຢ່າງຕໍ່ເນື່ອງ. ນອກນັ້ນຍັງໄດ້ເອົາໃຈໃສ່ວຽກງານກໍ່ສ້າງພັກພະນັກງານ ແລະ ວຽກງານອົງການຈັດຕັ້ງມະຫາຊົນ, ວຽກງານປ້ອງກັນກວດກາ, ວຽກງານນະໂຍບາຍປະກັນສັງຄົມ, ວຽກງານປັບປຸງແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໃຫ້ດີຂຶ້ນເທື່ອລະກ້າວ.
ຈາກນັ້ນ, ສະຫາຍພັນໂທ ສົມໝາຍ ດອນພະຈັນ ໄດ້ໃຫ້ກຽດໂອ້ລົມເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາເປັນເຈົ້າການຍົກສູງບົດບາດການນຳພາ-ບັນຊາຂອງຕົນ, ເອົາໃຈໃສ່ວຽກງານການເມືອງນໍາພາແນວຄິດເປັນກົກ, ເພີ່ມທະວີຄວາມສາມັກຄີໃຫ້ແໜ້ນແຟ້ນ, ເປັນແບບຢ່າງໃນທຸກຂະບວນການ ເພື່ອເປັນເງື່ອນໄຂໃນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເອົາໃຈໃສ່ວຽກງານການກຽມພ້ອມສູ້ຮົບ ກອບກູ້ໄພພິບັດ, ວຽກງານປັບປຸງກໍ່ສ້າງກົມກອງໄປຄຽງຄູ່ກັບວຽກງານເພີ່ມພູມຜະລິດຜົນປູກຝັງ-ລ້ຽງສັດເພື່ອແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນຕາມທິດນຳເພີ່ງຕົນເອງ, ກຸ້ມຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງຕິດພັນກັບຂະບວນການສ້າງກອງ 3 ປອດໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດວາງອອກໃຫ້ປະກົດຜົນເປັນຈິງ.    ຂ່າວ-ພາບ: ຄຳຊາຍ ກວ່າງຄຸນສີ 

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II

ໃນວັນທີ 16 ກໍລະກົດນີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງບໍລິຄໍາໄຊ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອ 9 ຂອງສະພາປະຊາຊົນແຂວງບໍລິຄໍາໄຊຂຶ້ນ, ໂດຍການເປັນປະທານຂອງທ່ານ ສຸວັນນີ ໄຊຊະນະ ຮອງເລຂາຄະນະພັກແຂວງ ປະທານສະພາປະຊາຊົນແຂວງ, ມີທ່ານ ນາງ ປິ່ງຄໍາ ລາຊະສິມມາ ຄະນະປະຈໍາສະພາແຫ່ງຊາດ ປະທານກຳມາທິການເສດຖະກິດ-ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ທັງເປັນສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 11, ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄໍາໄຊ, ມີບັນດາທ່ານສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ແລະ ຄະນະປະຈຳພັກແຂວງ,ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຈຳປາສັກ ຈະພິຈາລະນາຮັບຮອງບັນຫາ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຈຳປາສັກ ຈະພິຈາລະນາຮັບຮອງບັນຫາ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຈຳປາສັກ ຊຸດທີ II ໄຂຂຶ້ນໃນວັນທີ 15 ກໍລະກົດ​ນີ້​ທີ່ສະໂມສອນກອງບັນຊາການທະຫານແຂວງ​ ໂດຍການເປັນປະທານຂອງ​ ທ່ານ ສາຍທອງ ໄຊຍະວົງ ປະທານສະພາປະຊາຊົນແຂວງຈໍາປາສັກ., ມີ​ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ, ບັນດາການນໍາຈາກສູນກາງ,​ ແຂວງ ແລະ ເມືອງເຂົ້າຮ່ວມ.​
ສະພາປະຊາຊົນແຂວງເຊກອງ ຊຸດທີ II ດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9

ສະພາປະຊາຊົນແຂວງເຊກອງ ຊຸດທີ II ດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ (ສພຂ) ເຊກອງ ຊຸດທີ II ໄຂຂຶ້ນໃນຕອນເຊົ້າວັນທີ 15 ກໍລະກົດນີ້ ທີ່ສະໂມສອນ ສພຂ, ພາຍໃຕ້ການເປັນປະທານຂອງ ທ່ານ ດົງເພັດ ພະຍົນ ປະທານສະພາປະຊາຊົນແຂວງ, ມີທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ, ມີບັນດາການນໍາ-ອະດີດການນໍາ ແລະ ພາກສ່ວນກ່ຽວຂ້ອງທົ່ວແຂວງ ເຂົ້າຮ່ວມ.
ຍົກສູງຄຸນນະພາບທາງດ້ານເນື້ອໃນກອງປະຊຸມສະໄໝສາມັນເທື່ອທີ 9ຂອງສະພາປະຊາຊົນແຂວງ ຊຸດທີII

ຍົກສູງຄຸນນະພາບທາງດ້ານເນື້ອໃນກອງປະຊຸມສະໄໝສາມັນເທື່ອທີ 9ຂອງສະພາປະຊາຊົນແຂວງ ຊຸດທີII

ເພື່ອເປັນການກະກຽມຄວາມພ້ອມທາງດ້ານເນື້ອໃນໃຫ້ແກ່ການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ II ທີ່ຈະໄຂຂຶ້ນໃນລະຫວ່າງວັນທີ 28-31 ກໍລະກົດ 2025 ທີ່ຈະມາເຖິງນີ້. ດັ່ງນັ້ນ, ໃນວັນທີ 14-15 ກໍລະກົດ 2025 ນີ້, ສະພາປະຊາຊົນແຂວງສະຫວັນນະເຂດ, ໄດ້ຈັດກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II, ໂດຍພາຍໃຕ້ການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ຮອງເລຂາພັກ ປະທານສະພາປະຊາຊົນແຂວງ ແລະ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງສະຫວນະເຂດ, ມີບັນດາຄະນະປະຈໍາສະພາປະຊາຊົນແຂວງ, ເລຂາພັກເມືອງພີນ, ສະມາຊິສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ທີ່ປະຈໍາຢູ່ທ້ອງຖິ່ນ, ສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງ 14 ເມືອງ-ນະຄອນ, ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ເຈົ້າແຂວງສະຫວັນນະເຂດ ເນັ້ນໃຫ້ຄະນະນໍາເມືອງອາດສະພອນເປັນເອກະພາບຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່

ເຈົ້າແຂວງສະຫວັນນະເຂດ ເນັ້ນໃຫ້ຄະນະນໍາເມືອງອາດສະພອນເປັນເອກະພາບຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່

ໃນວັນທີ 11 ກໍລະກົດຜ່ານມາ ຢູ່ທີ່ສະໂມສອນຂອງເມືອງ, ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍຄະນະການນໍາຂອງແຂວງຈາກພະແນກການ-ກົມກອງອ້ອມຂ້າງແຂວງ, ໄດ້ລົງເຄື່ອນໄຫວພົບປະໂອ້ລົມພະນັກງານການຳເມືອງອາດສະພອນ, ໂດຍມີທ່ານ ບຸນລັດ ລໍບານເຢັນ ເລຂາບໍລິຫານງານພັກເມືອງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງເມືອງເຂົ້າຮ່ວມ.
ກອງປະຊຸມຄະນະປະຈໍາ ສນຊ ເປີດກວ້າງຄັ້ງທີ 4 ສະໄໝທີ XI

ກອງປະຊຸມຄະນະປະຈໍາ ສນຊ ເປີດກວ້າງຄັ້ງທີ 4 ສະໄໝທີ XI

ກອງປະຊຸມຄະນະປະຈໍາສູນກາງແນວລາວສ້າງຊາດ (ສນຊ) ເປີດກວ້າງຄັ້ງທີ 4 ສະໄໝທີ XI ຈັດຂຶ້ນໃນວັນທີ 11 ກໍລະກົດນີ້ ທີ່ ສນຊ ພາຍໃຕ້ການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານ ສນຊ, ມີຮອງປະທານ, ບັນດາຄະນະທີ່ປຶກສາ, ປະທານແນວລາວສ້າງຊາດນະຄອນຫຼວງ-ແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II  ປິດລົງດ້ວຍຜົນສຳເລັດ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ປິດລົງດ້ວຍຜົນສຳເລັດ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ໄດ້ສໍາເລັດຜົນຢ່າງຈົບງາມ ພາຍຫຼັງດໍາເນີນມາແຕ່ວັນທີ 7-11 ກໍລະກົດນີ້ ທີ່ສໍານັກງານປົກຄອງນະຄອນຫຼວງວຽງຈັນ(ນວ), ໂດຍການເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກປະທານສະພາປະຊາຊົນ ນວ, ເປັນກຽດເຂົ້າຮ່ວມຂອງທ່ານ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນ ຫຼວງວຽງຈັນ, ບັນດາທ່ານການນໍາພັກ-ລັດ ຂັ້ນນະຄອນຫຼວງ, ບັນດາທ່ານສະມາຊິກສະພາປະຊາຊົນ ນວ ພ້ອມດ້ວຍບັນດາແຂກຖືກເຊີນ.
ສໍາເລັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດກວ້າງ ຄັ້ງທີ 13

ສໍາເລັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດກວ້າງ ຄັ້ງທີ 13

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ເຊກອງເປີດກວ້າງ ຄັ້ງທີ 13 ສະໄໝທີ X ໄດ້ປິດລົງ ໃນວັນທີ 10 ກໍລະກົດນີ້, ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການແຂວງ ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນຫຼາຍ ບຸດທິ ຮັກສາການ ເລຂາພັກແຂວງ ຮັກສາການເຈົ້າແຂວງເຊກອງ, ມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາພັກເມືອງ, ອົງການທຽບເທົ່າ ເຂົ້າຮ່ວມ.
ຄົ້ນຄວ້າພິຈາລະນາ ແລະ ປະກອບຄໍາເຫັນຕໍ່ການຈັດຕັ້ງແຜນວຽກງານຂອງ ສປນວ

ຄົ້ນຄວ້າພິຈາລະນາ ແລະ ປະກອບຄໍາເຫັນຕໍ່ການຈັດຕັ້ງແຜນວຽກງານຂອງ ສປນວ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ສປນວ) ຊຸດທີ II ໃນວັນທີ10 ກໍລະກົດນີ້ ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ (ນວ) ພາຍໃຕ້ການເປັນປະທານ ຂອງທ່ານນາງ ລໍາພອຍ ສີອັກຄະຈັນ ຮອງປະທານ ສປນວ; ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 1 ນວ ແລະ ສສນວ ໄດ້ພ້ອມກັນຮັບຟັງບົດສະຫຼຸບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການເຄື່ອນໄຫວວຽກງານ 6 ເດືອນທ້າຍປີ 2025 ຂອງ ສປນວ ແລະ ພ້ອມກັນຄົ້ນຄວ້າພິຈາລະນາ ປະກອບຄໍາເຫັນໃສ່ຮ່າງບົດສະຫຼຸບດັ່ງກ່າວ.
ກອງປະຊຸມຄົບຄະນະບໍລິຫານງານພັກແຂວງສາລະວັນ ເປີດກວ້າງ ຄັ້ງທີ 19 ສະໄໝທີ IX

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງສາລະວັນ ເປີດກວ້າງ ຄັ້ງທີ 19 ສະໄໝທີ IX

​ ກອງປະຊຸມປະຊຸມຄົບຄະນະບໍລິຫານງານພັກແຂວງສາລະວັນເປີດກວ້າງ ຄັ້ງທີ 19 ສະໄໝທີ IX; ໄດ້ຈັດຂຶ້ນໃນວັນທີ 7 ກໍລະກົດຜ່ານມາ, ທີ່ສະໂມສອນແຂວງສາລະວັນ, ໂດຍເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດກຳມະການກົມການເມືອງສູນກາງພັກຮອງນາຍົກລັດຖະມົນຕີຜູ້ຊີ້ນຳວຽກງານຮອບດ້ານແຂວງສາລະວັນ, ມີສະຫາຍ ດາວວົງ ພອນແກ້ວ, ກຳມະການສູນກາງພັກເລຂາພັກແຂວງເຈົ້າແຂວງສາລະວັນ, ມີແຂກຖືກເຊີນ ແລະ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ