ຫສປທ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ຫສປທ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ຫສປທ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ
ຫ້ອງວ່າການສໍານັກງານປະທານປະເທດ (ຫສປທ) ໄດ້ເຜີຍແຜ່ ແລະ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ບັນດາເອກະສານສໍາຄັນຕ່າງໆ ຂອງພັກ ໃນວັນທີ 18 ມີນານີ້ ທີ່ຫໍຄໍາ ໂດຍໃຫ້ກຽດເຜີຍແຜ່ຂອງທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ, ເຂົ້າຮ່ວມຮັບຟັງ ມີຄະນະພັກ, ຄະນະນໍາ, ຄະນະກົມ, ຄະນະພະແນກພາຍໃນ ຫສປທ.
ຫສປທ ເຊອມຊມມະຕກອງປະຊມໃຫຍຜແທນທວປະເທດ ຄງທ XII ຂອງພກ - image 1
 

 

ໃນກອງປະຊຸມ, ທ່ານຮອງປະທານປະເທດ ໄດ້ບັນລະຍາຍ ເນື້ອໃນເອກກະສານທີ່ສໍາຄັນ ບາງຕອນ ຊຶ່ງໄດ້ຍົກໃຫ້ຮູ້ເຖິງບົດຮຽນຕົ້ນຕໍ ໃນໄລຍະຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແມ່ນການຍົກສູງຄວາມເປັນແບບຢ່າງນໍາໜ້າ ໃນການນໍາພາ-ຊີ້ນໍາ ຢ່າງເຂັ້ມແຂງ ແລະ ທັນການ ຂອງຄະນະບໍລິຫານງານສູນກາງພັກ ແມ່ນປັດໄຈຕັດສິນການແກ້ໄຂບັນຫາ ທີ່ເກີດຂຶ້ນແຕ່ລະໄລຍະ, ເພີ່ມທະວີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ການນໍາພາພັດທະນາເສດ ຖະກິດ ແມ່ນໜ້າທີ່ໃຈກາງ ແລະ ຮີບດ່ວນຂອງພັກ, ພັດທະນາເສດຖະກິດ ຕ້ອງຕິດແໜ້ນກັບການພັດທະນາວັດທະນະທຳ, ຂຸດຄົ້ນກໍາລັງແຮງດ້ານວັດທະນະທໍາ ເຂົ້າໃນການພັດທະນາເສດຖະກິດ ແລະ ວຽກງານອື່ນໆ.

ໂຄງການການເມືອງ ສະບັບທີ 3 ໄດ້ວາງ 11 ແຜນນະໂຍບາຍໃຫຍ່ ຂອງການບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ ຄື: 1. ພັດທະນາເສດຖະກິດຕະຫຼາດ ຕາມທິດສັງຄົມນິຍົມ ໃຫ້ເປັນລະບົບ, ທັນສະໄໝ, 2. ຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝ, ຫັນເປັນດີຈີຕອນ, 3. ການປົກປັກຮັກສາ ແລະ ຟື້ນຟູສິ່ງແວດລ້ອມ, ຮັບມືກັບການປ່ຽນແປງດິນຟ້າອາກາດ, 4. ພັດທະນາວັດທະນະທໍາ-ສັງຄົມ, ປະຕິບັດຢ່າງສະເໝີຕົ້ນສະເໝີປາຍ ແນວທາງປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດ, 5. ພັດທະນາຄົນລາວຢ່າງຮອບດ້ານ, ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາປະເທດຊາດ ໃນໄລຍະໃໝ່, 6. ສ້າງເຫງົ້າພະລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ທີ່ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ມີແບບແຜນທັນສະໄໝ, 7. ຢຶດໝັ້ນແນວທາງການຕ່າງປະເທດ ຂອງພັກ, ສ້າງເງື່ອນໄຂອຳນວຍ ໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, 8. ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກ ແໜ້ນ ຮັບປະກັນການກຳອຳນາດ ຂອງພັກ ໃຫ້ມີຄວາມໝັ້ນຄົງ, 9. ສ້າງລັດປະຊາທິປະໄຕປະຊາຊົນ ທີ່ປົກຄອງດ້ວຍກົດໝາຍ, 10. ເສີມຂະຫຍາຍມະຫາສາມັກຄີທົ່ວປວງຊົນ, ປະຕິບັດແນວທາງມະຫາສາມັກ ຄີທົ່ວປວງຊົນຢ່າງໜັກແໜ້ນ, 11. ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນຢ່າງບໍ່ຢຸດຢັ້ງ.

ຮອດປີ 2035 ແມ່ນສືບຕໍ່ດໍາເນີນການສ້າງ, ປັບປຸງ ແລະ ຍົກລະດັບ ບັນດາປະຖົມປັດໄຈຕົ້ນຕໍ ໃຫ້ແກ່ການບູລະນະລະບອບປະຊາທິປະໄຕ ປະຊາຊົນ ໃຫ້ໜັກແໜ້ນ, ຍົກສູງຄວາມເປັນເຈົ້າຕົນເອງ ສືບຕໍ່ສ້າງພື້ນຖານ ໃນການພັດທະນາ, ສູ້ຊົນເປັນປະເທດທີ່ມີລາຍຮັບປານກາງ ແລະ ຄ່ອຍໆຫຍັບເຂົ້າສູ່ການມີລາຍຮັບປານກາງສູງ ໃນລະດັບໜຶ່ງ, ລວມຍອດຜະລິດຕະພັນພາຍໃນ GDP ໄລຍະ ປີ 2031-2035 ໃຫ້ບັນລຸ 7% ຕໍ່ປີຂຶ້ນໄປ, ເກັບລາຍຮັບໃຫ້ບັນລຸ 23-24% ຂອງ GDP ໄລຍະ ປີ 2031-2035 ແລະ ໃນ 5 ປີຕໍ່ໜ້າ (2026-2030) ສືບຕໍ່ຮັບປະກັນສະຖຽນລະພາບດ້ານການເມືອງຢ່າງໜັກ ແໜ້ນ, ສັງຄົມມີຄວາມສະຫງົບ, ມີຄວາມສາມັກຄີເປັນປຶກແຜ່ນໃນທົ່ວປວງຊົນ, ເອກະລາດ, ອຳນາດອະທິປະໄຕ ໄດ້ຮັບການປົກປັກຮັກສາໄວ້ໄດ້ຢ່າງໝັ້ນຄົງ, ປະເທດຊາດຫຼຸດພົ້ນອອກຈາກສະຖານະພາບ ປະເທດດ້ອຍພັດທະນາ, ສູ້ຊົນໃຫ້ອັດຕາຄວາມທຸກຍາກຫຼຸດລົງຍັງເຫຼືອໜຶ່ງໂຕເລກ, ຍົກລະດັບການແກ້ໄຂບັນຫາຄວາມທຸກຍາກຂອງປະຊາຊົນເປັນວາລະແຫ່ງຊາດ, ສູ້ຊົນໃຫ້ອັດຕາການເຕີບໂຕຂອງລວມຍອດຜະລິດຕະພັນພາຍໃນ (GDP) ເພີ່ມຂຶ້ນ ສະເລ່ຍ 6% ຕໍ່ປີຂຶ້ນໄປ ແລະ ວຽກງານອື່ນໆ.

ໃນກອງປະຊຸມ, ຍັງໄດ້ຮັບຟັງການເຜີຍແຜ່ເອກະສານ ກ່ຽວກັບ ຄໍາສັ່ງ ເລກທີ 02/ຄລສພ ລົງວັນທີ 30 ມັງກອນ 2026 ວ່າດ້ວຍການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ຄໍາສັ່ງແນະນໍາ ເລກທີ 38/ຄອສພ ລົງວັນທີ 3 ກຸມພາ 2026 ກ່ຽວກັບ ການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ເອກະສານວັນກໍາມະກອນສາກົນ ຄົບຮອບ 140 ປີ, ເອກະສານ 5 ເປັນເຈົ້າ ຂອງສະຫະ ພັນກໍາມະບານລາວ.

(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວການເມືອງ

ຄຕພ ເຜີຍແຜ່ເຊື່ອມຊຶມເອກະສານສໍາຄັນຂອງພັກຂອງຊາດ

ຄຕພ ເຜີຍແຜ່ເຊື່ອມຊຶມເອກະສານສໍາຄັນຂອງພັກຂອງຊາດ

ໃນວັນທີ3ກັນຍານີ້ ທີ່ ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດປາຖະກະຖາເຜີຍແຜ່, ເຊື່ອມຊຶມວັນຢຶດອຳນາດ ຄົບຮອບ 81 ປີ (23/8/1945-23/8/2026) ແລະ ຄົບຮອບ 51 ປີ (23/8/1975-23/8/2026); ວັນລັດຖະທໍາມະນູນແຫ່ງ ສປປ ລາວ ຄົບຮອບ 35 ປີ (15/8/1991-15/8/2026) ໃຫ້ກຽດເປັນປະທານໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ; ມີບັນດາສະຫາຍໃນຄະນະບໍລິຫານງານພັກ, ຄະນະກົມ, ພ້ອມດ້ວຍພະນັກງານຫຼັກແຫຼ່ງ ຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.
ໂຮງຮຽນທະຫານຊາຍແດນ 712 ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ໂຮງຮຽນທະຫານຊາຍແດນ 712 ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ໂຮງຮຽນທະຫານຊາຍແດນ 712 ຈັດພິທີເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ຂຶ້ນໃນວັນທີ 2 ກັນຍາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພັນເອກ ຂຽນທອງ ໄຊສົມບູນ ຫົວໜ້າການທະຫານ ໂຮງຮຽນທະຫານຊາຍແດນ 712, ມີຄະນະພັກ-ຄະນະບັນຊາ, ບັນດາພະແນກການ, ກອງພັນນັກຮຽນ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.
ວປກ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ວປກ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໃນວັນທີ 2 ກັນຍານີ້, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ສອນໄຊ ຈັນຍາລາດ ກຳມະການສຳຮອງສູນກາງພັກ ຫົວໜ້າການເມືອງ ວປກ, ມີຄະນະພັກ-ຄະນະບັນຊາ, ຄະນະກົມ, ຫ້ອງການ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ຫສພ ເຊື່ອມຊຶມເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ແລະ ເອກກະສານສຳຄັນຂອງພັກ

ຫສພ ເຊື່ອມຊຶມເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ແລະ ເອກກະສານສຳຄັນຂອງພັກ

ຫ້ອງວ່າການສູນກາງພັກ (ຫສພ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ແລະ ເອກະສານສຳຄັນ ຂອງພັກ ຂຶ້ນໃນວັນທີ 2 ກັນຍານີ້ ທີ່ ຫສພ ໂດຍການເປັນປະທານ ແລະ ເຜີຍແຜ່ເອກະສານດັ່ງກ່າວ ຂອງ ທ່ານ ຜາຄໍາ ອິນແສງ ກໍາມະການສູນກາງພັກ ຄະນະປະຈໍາພັກ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ມີຄະນະບໍລິຫານງານພັກ, ຄະນະກວດກາອົງຄະນະພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ - ລັດຖະກອນ ທີ່ຮັບຜິດຊອບວຽກງານກວດກາ ພາຍໃນຫ້ອງວ່າການສູນກາງພັກເຂົ້າຮ່ວມຢ່າງພ້ອມພຽງ.
ເປີດກອງປະຊຸມໃຫຍ່ສະມາຊິກພັກ ອົງຄະນະພັກ ຄລທ ຄັ້ງທີ I

ເປີດກອງປະຊຸມໃຫຍ່ສະມາຊິກພັກ ອົງຄະນະພັກ ຄລທ ຄັ້ງທີ I

ກອງປະຊຸມໃຫຍ່ ສະມາຊິກພັກ ອົງຄະນະພັກ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ) ຄັ້ງທີ I ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 31 ສິງຫານີ້, ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ພອນວັນ ອຸທະວົງ ເລຂາຄະນະບໍລິຫານງານພັກ ຄລທ ຮອງລັດຖະມົນຕີ ຮອງປະທານ ຄລທ ຜູ້ປະຈໍາການ, ໃຫ້ກຽດເຂົ້າຮ່ວມ ໂດຍ ສະຫາຍ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ປະທານຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ມີບັນດາສະຫາຍກໍາມະການສົມບູນ, ສໍາຮອງສູນກາງພັກ, ການນໍາຂັ້ນສູງ ຈາກກະຊວງ, ອົງການ, ສະຫາຍເລຂາຄະນະບໍລິຫານງານພັກ, ຮອງເລຂາຄະນະບໍລິຫານງານພັກ, ຄະນະບໍລິຫານງານພັກ, ຄະນະໜ່ວຍພັກ ແລະ ສະມາຊິກພັກຂອງບັນດາໜ່ວຍພັກທີ່ຂຶ້ນກັບອົງຄະນະພັກ ຄລທ, ຕາງໜ້າບັນດາກະຊວງ ແລະ ອົງການທຽບເທົ່າອ້ອມຂ້າງ ທັງສູນກາງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ ຢ່າງພ້ອມພຽງ.
ອົງການກາແດງແຫ່ງຊາດລາວ ເຜີຍແຜ່ເຊື່ອມຊຶມກົດລະບຽບພັກ

ອົງການກາແດງແຫ່ງຊາດລາວ ເຜີຍແຜ່ເຊື່ອມຊຶມກົດລະບຽບພັກ

ຫ້ອງການອົງການກາແດງແຫ່ງຊາດລາວ ໄດ້ຈັດພິທີເຜີຍແຜ່ ແລະ ເຊື່ອມຊຶມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XII ແລະ ຄໍາແນະນໍາ ວ່າດ້ວຍ ການຈັດຕັ້ງປະຕິບັດກົດລະບຽບພັກ ສະໄໝທີ XII, ໃນວັນທີ 24 ສິງຫານີ້ ທີ່ຫ້ອງປະຊຸມຂອງສະຖາບັນເລືອດແຫ່ງຊາດ. ເປັນກຽດໃນພິທີ ພ້ອມທັງເຜີຍແຜ່ ໂດຍ ທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກ ເລຂາຄະນະພັກ ປະທານອົງການກາແດງແຫ່ງຊາດລາວ, ທ່ານ ຈັນທະລາ ສຸກສາຄອນ ຮອງເລຂາຄະນະພັກ ຮອງປະທານອົງການກາແດງແຫ່ງຊາດລາວ, ມີບັນດາຄະນະພັກ-ຄະນະນໍາ, ຄະນະກົມ, ສະຖາບັນ, ຄະນະພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນເຂົ້າຮ່ວມຢ່າງພ້ອມພຽງ.
ສະເຫຼີມສະຫຼອງ ວັນສ້າງຕັ້ງໂຮງໝໍສູນກາງ 103 ກອງທັບ ຄົບຮອບ 50 ປີ

ສະເຫຼີມສະຫຼອງ ວັນສ້າງຕັ້ງໂຮງໝໍສູນກາງ 103 ກອງທັບ ຄົບຮອບ 50 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງໂຮງໝໍສູນກາງ 103 ກອງທັບ ຄົບຮອບ 50 ປີ (12 ສິງຫາ 1976-12 ສິງຫາ 2026) ໄດ້ຈັດຂຶ້ນໃນວັນທີ 19 ສິງຫາ 2026 ນີ້, ໂດຍການເຂົ້າຮ່ວມປະດັບຫຼຽນໄຊພິລະອາດຫານ ຊັ້ນ I ໃຫ້ໂຮງໝໍສູນກາງ 103 ກອງທັບ ຂອງສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະພັກກະຊວງປ້ອງກັນປະເທດ, 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ບັນດາກົມ, ວິທະຍາຄານ, ໂຮງຮຽນ, ໂຮງໝໍ, ກົມກອງອ້ອມຂ້າງ, ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ, ສປ ຈີນ, ສ ກຸຍບາ ປະຈຳ ສປປ ລາວ, ມີຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ຕາງໜ້າບັນດາໂຮງໝໍສູນກາງ, ສູນ, ສະຖາບັນ, ກະຊວງປ້ອງກັນຄວາມສະຫງົບ, ໂຮງໝໍສູນກາງ 108 ກອງທັບປະຊາຊົນ ຫວຽດນາມ, ໂຮງໝໍ ຊິຈິງ ກອງທັບປົດປ່ອຍປະຊາຊົນຈີນ, ພະນັກງານອາວຸໂສ-ບໍານານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ປະກາດແຕ່ງຕັ້ງບຸກຄະລາກອນ ປະຈໍາ 2 ເຂດເລືອກຕັ້ງພາກເໜືອ

ປະກາດແຕ່ງຕັ້ງບຸກຄະລາກອນ ປະຈໍາ 2 ເຂດເລືອກຕັ້ງພາກເໜືອ

‎ ວັນທີ 19-20 ສິງຫານີ້, ໄດ້ມີພິທີປະກາດກົງຈັກທີ່ຄະນະປະຈໍາສະພາແຫ່ງຊາດສ້າງຕັ້ງ ແລະ ການແຕ່ງຕັ້ງບຸກຄະລາກອນປະຈໍາເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ແລະ ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ໂດຍການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ກຳມະການສູນກາງພັກ ຮອງປະທານຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ); ເຂົ້າຮ່ວມມີບັນດາທ່ານປະທານ-ຮອງປະທານສະພາປະຊາຊົນແຂວງ (ສພຂ); ຄະນະປະຈໍາ ແລະ ກໍາມະການພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ (ສສຂ), ພະແນກການອ້ອມຂ້າງ, ຄະນະຫ້ອງວ່າການ ແລະ ພະນັກງານເສນາທິການຂອງ ສພຂ 2 ແຂວງດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.
ຄຳມ່ວນ ເປີດຮຽນ ທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ IX

ຄຳມ່ວນ ເປີດຮຽນ ທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ IX

ໂຮງຮຽນການເມືອງ ແລະ ການປົກຄອງແຂວງຄຳມ່ວນ ໄດ້ຈັດພິທີເປີດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ IX ໃນວັນທີ 18 ສິງຫານີ້ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ສົມໃຈ ພານີຈັນ ຮອງເລຂາຄະນະບໍລິຫານງານພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກພະນັກງານ, ມີຄະນະນຳໂຮງຮຽນ, ຄູ-ອາຈານ, ແຂກຖືກເຊີນ ແລະ ນັກສຶກສາເຂົ້າຮ່ວມ.
ພະແນກ ກ​ສ ແຂວງຄໍາມ່ວນເຊື່ອມຊຶມກົດລະບຽບຂອງພັກສະ​ໄໝ​ທີXII

ພະແນກ ກ​ສ ແຂວງຄໍາມ່ວນເຊື່ອມຊຶມກົດລະບຽບຂອງພັກສະ​ໄໝ​ທີXII

ກອງປະຊຸມເຜີຍແຜ່-ເຊື່ອມຊຶມກົດລະບຽບຂອງພັກປະຊາຊົນ ປະຕິວັດລາວ ສະໄໝທີ XII ແລະ ເຜີຍແຜ່ຄໍາແນະນໍາສະບັບເລກທີ 303/ຄຈສພ ກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XII ໄດ້ຈັດຂຶ້ນໃນວັນທີ 11 ສິງຫາຜ່ານ​ມາທີ່ຫ້ອງປະຊຸມຂອງພະແນກກະສິກໍາ ແລະ ສິ່ງແວດລ້ອມ (ກ​ສ) ແຂວງຄໍາມ່ວນ ໂດຍການເປັນປະທານ ແລະ ເຜີຍແຜ່ຂອງສະຫາຍ ສີປະໄທ ເພົ່າພົງສະຫວັດ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ, ມີບັນດາສະຫາຍໃນຄະນະພັກຮາກຖານ, ມີ​ສະ​ມາ​ຊິກ​ພັກ​ເຂົ້າ​ຮ່ວມ​ຮັບ​ຟັງ.
ເພີ່ມເຕີມ