ໃນຊຸມປີມໍ່ໆມານີ້, ຄຽງຄູ່ກັບການສື່ສານໃນລະບົບ 5G ແລະ ປັນຍາປະດິດໄດ້ຮັບການພັດທະນາ ນຳໃຊ້ເຮືອບິນບໍ່ມີຄົນຂັບໃນຂົງເຂດຕ່າງໆ ເຊັ່ນ: ການທ່ອງທ່ຽວທາງວັດທະນະທຳ, ການຮັບມືກັບສະພາບສຸກເສີນ,ຄົມມະນາຄົມຂົນສົ່ງ ແລະ ການຄຸ້ມຄອງຕົວເມືອງ ໄດ້ເພີ່ມຫຼາຍຂຶ້ນເທື່ອລະກ້າວ, ວິສາຫະກິດຈຳນວນຫຼາຍພາກັນແນະນຳຜະລິດຕະພັນໃໝ່ ແລະ ແຜນການໃໝ່. ກອງປະຊຸມຄັ້ງນີ້ໄດ້ດຶງດູດນັກທຸລະກິດທີ່ມາຈາກແຫ່ງຕ່າງໆຂອງໂລກ.ເຮືອບິນບໍ່ມີຄົນຂັບທີ່ຈີນຜະລິດກາຍເປັນສິ່ງທີ່ໄດ້ຮັບຄວາມນິຍົມໃນສາຍຕາຂອງຜູ້ຊື້ຕ່າງປະເທດ.
ຄໍາເຫັນ