ຫວຽດເຈັດນຳໃຊ້ເຮືອບິນລຳໃໝ່ ພ້ອມເປີດເສັ້ນທາງບິນສາກົນ ຫວຽດນາມ-ຮົງກົງ

ຫວຽດເຈັດນຳໃຊ້ເຮືອບິນລຳໃໝ່ ພ້ອມເປີດເສັ້ນທາງບິນສາກົນ ຫວຽດນາມ-ຮົງກົງ
ຂປລ. ເມື່ອບໍ່ດົນມານີ້, ສາຍການບິນຫວຽດເຈັດ (Vietjet) ມີຄວາມພາກພູມໃຈຕ້ອນຮັບເຮືອບິນ Airbus 321neo ACF ທີ່ທັນສະໄໝທີ່ສຸດ, ເປັນການເພີ່ມເຮືອບິນລໍາທີ 102 ທີ່ທັນສະໄໝ ແລະໃໝ່ທີ່ສຸດຂອງສາຍການບິນ. ພ້ອມກັນນັ້ນ, Vietjetໄດ້ສະເຫຼີມສະຫຼອງເສັ້ນທາງການບິນໃໝ່ທີ່ເຊື່ອມຕໍ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໄປສູ່ນະຄອນຮົງກົງ (ຈີນ)ຊຶ່ງແມ່ນເສັ້ນທາງສາກົນເສັ້ນທີ 5 ທີ່ເປີດນຳໃຊ້ໃນເດືອນທັນວາ 2023.
ເຮືອບິນລຳໃໝ່ ແລະ ການເປີດເສັ້ນທາງ ຮ່າໂນ້ຍ-ຮົງກົງ ຢູ່ໃນໄລຍະແຫ່ງການການສະເຫຼີມສະຫຼອງວັນຄົບຮອບຂອງ Vietjetທີ່ເປີດນໍາໃຊ້ໃນວັນທີ 24 ທັນວາ 2011 ແລະ ກົງກັບບັນຍາກາດຂອງວັນຄຣິດສະມາດ. ເຮືອບິນ A321neo ACF ປະດັບດ້ວຍທຸງຊາດຫວຽດນາມ,ໄດ້ມາຮອດສະໜາມບິນສາກົນTan Son Nhat ໃນວັນທີ 22 ທັນວາ 2023. ສາຍການບິນຈະນຳໃຊ້ເຮືອບິນລຳໃໝ່ນີ້ ເພື່ອຮັບໃຊ້ຜູ້ໂດຍສານໃນຫຼາຍເສັ້ນທາງທີ່ກວມເອົາຫວຽດນາມ ແລະ ຕ່າງປະເທດ. Vietjetເປັນສາຍການບິນທຳອິດໃນໂລກທີ່ໃຫ້ບໍລິການເຮືອບິນ A321neo ACF 240 ບ່ອນນັ່ງ, ນັບຕັ້ງແຕ່ກໍ່ຕັ້ງໃນປີ 2019. A321neo ACF ຊ່ວຍຫຼຸດຜ່ອນການໃຊ້ນ້ຳມັນເຊື້ອໄຟໄດ້ເຖິງ 20%, ຫຼຸດການປ່ອຍສຽງລົບກວນໄດ້ເຖິງ 75%  ແລະ ຍັງຊ່ວຍຫຼຸດການປ່ອຍອາຍພິດສູ່ສິ່ງແວດລ້ອມເຖິງ 50%. ສາຍການບິນໄດ້ເປີດບໍລິການແບບສາກົນລວມມີ: ຊຽງໄຮ້ - ໂຮ່ຈິມິນ, ຟູກວັກ - ປູຊານ, ຮ່າໂນຍ - ຈາກາຕາ, ຮ່າໂນ້ຍ - ສຽມຣຽບ ແລະ ເມື່ອບໍ່ດົນມານີ້ ແມ່ນເສັ້ນທາງຮ່າໂນຍ - ຮົງກົງ ຊຶ່ງສະແດງເຖິງຍຸດທະສາດ ແລະ ການຂະຫຍາຍເຄືອຂ່າຍເຮືອບິນ ແລະ ສາຍການບິນໃນທົ່ວພາກພື້ນອາຊີປາຊີຟິກ.
ຖ້ຽວບິນ ຮ່າໂນ້ຍ-ຮົງກົງ ໃຫ້ບໍລິການໃນທຸກໆວັນຈັນ, ວັນພຸດ ແລະ ວັນສຸກ ເປັນ 3 ມື້ຕໍ່ອາທິດ, ເພີ່ມເຄືອຂ່າຍການບິນຫວຽດນາມ-ຮົງກົງ ຂອງ VietJet ເປັນ 4 ເສັ້ນທາງບິນກົງ. ເສັ້ນທາງນະຄອນໂຮ່ຈິມິນ-ຮົງກົງ, ດານັງ-ຮົງກົງ ແລະ ຟູກວັກ-ຮົງກົງ ຈະຖືກເພີ່ມຂຶ້ນໃນຖ້ຽວບິນປະຈໍາວັນນັບແຕ່ເດືອນກຸມພາເປັນຕົ້ນໄປ. ພ້ອມດຽວກັນ VietJet ສົມມະນາຄຸນຜູ້ໃຊ້ບໍລິການເທີງທາງໄປຫວຽດນາມ ແລະ ຕ່າງປະເທດ ດ້ວຍຄ່າປີ້ຍົນທີ່ລາຄາພຽງແຕ່ 0 ໂດລາ (ບໍ່ລວມພາສີ ແລະ ຄ່າທຳນຽມ) ທຸກໆວັນພຸດ, ວັນພະຫັດ ແລະ ວັນສຸກ ຊຶ່ງເປັນໂອກາດດີສຳລັບຜູ້ໂດຍສານຈາກລາວ ທີ່ຈະເດີນທາງຖ້ຽວບິນວຽງຈັນ - ໂຮ່ຈິມິນ ແຕ່ວັນທີ 25 ກຸມພາ 2024 ເປັນຕົ້ນໄປ ຜູ້ໂດຍສານທັງໝົດຂອງ VietJet ຍັງຈະໄດ້ຮັບປະກັນໄພ Sky Care ສຳລັບການເດີນທາງ ແລະ ຍັງມີໂອກາດໄດ້ສະສົມຄະແນນ ເພື່ອແລກຂອງຂວັນທີ່ໜ້າສົນໃຈກັບໂຄງການ VietJet SkyJoy.

ຄໍາເຫັນ

ຂ່າວຕ່າງປະເທດ

ບາຫຼີ ຈະເຂັ້ມງວດມາດຕະການກວດສອບນັກທ່ອງທ່ຽວຕ່າງປະເທດ ໃນປີ 2026

ບາຫຼີ ຈະເຂັ້ມງວດມາດຕະການກວດສອບນັກທ່ອງທ່ຽວຕ່າງປະເທດ ໃນປີ 2026

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ອີ ວາຍັນ ກອສເຕີ ເຈົ້າແຂວງບາຫຼີ ປະເທດອິນໂດເນເຊຍ ກ່າວວ່າ: ເຈົ້າໜ້າທີ່ຂອງເກາະບາຫຼີ ກຽມຍົກລະດັບຄວາມເຂັ້ມງວດການກວດສອບນັກທ່ອງທ່ຽວຕ່າງປະເທດໃນປີ 2026. ໂດຍຈະລວມມີການກວດສອບສະຖານະພາບທາງການເງິນ, ໄລຍະເວລາພັກເຊົາ ແລະ ກິດຈະກຳທີ່ວາງແຜນໄວ້, ເພື່ອຈຸດປະສົງສົ່ງເສີມການທ່ອງທ່ຽວທີ່ມີຄຸນນະພາບ.
ມຽນມາ ປະກາດລາຍຊື່ຜູ້ທີ່ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດໃນຮອບທີໜຶ່ງ

ມຽນມາ ປະກາດລາຍຊື່ຜູ້ທີ່ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດໃນຮອບທີໜຶ່ງ

ຂ່າວສານຊີອາໄອລາຍງານວ່າ: ໃນ​ວັນ​ທີ 2 ມັງ​ກອນ​ ຜ່ານມານີ້, ຄະ​ນະ​ກຳ​ມະ​ການການ​ເລືອກ​ຕັ້ງ​ສະ​ຫະ​ພາບ​ມຽນ​ມາ​ ໄດ້​ປະ​ກາດ​ລາຍ​ຊື່​ຈຳ​ນວນ​ໜຶ່ງ​ ຂອງ​​ຜູ້​ທີ່ໄດ້​ຮັບ​ການ​ເລືອ​ກ​ຕັ້ງ​ເປັນສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໃນຮອບ​ທີ​ໜຶ່ງ​ຂອງ​ການ​ເລືອກ​ຕັ້ງ​​ທົ່ວ​ປະ​ເທດ ​ຜ່ານ​ທາງ​ໂທ​ລະ​ພາບ. ລາຍຊື່ດັ່ງກ່າວສ່ວນໃຫຍ່ແມ່ນປະກອບດ້ວຍ​ສະ​ມາ​ຊິກສະ​ພາ​ຂອງ​ສະ​ພາ​ປະ​ຊາ​ຊົນ ແລະ ສະ​ພາ​ຊົນເຜົ່າຂອງສະພາແຫ່ງຊາດ ພ້ອມ​ດ້ວຍ​ສະ​ມາ​ຊິກ​ສະ​ພາ​ລະ​ດັບ​ແຂວງ​ຈຳ​ນວນ​ໜຶ່ງ. ລາຍ​ຊື່​ດັ່ງ​ກ່າວ​ຈະ​ປະ​ກາດອອກມາ​ເທື່ອ​ລະ​ກ້າວ​ໃນຫຼາຍ​ມື້ຕໍ່ໜ້າ.
ອິນເດຍສັ່ງໃຫ້ X Corp., ຄວບຄຸມເນື້ອຫາລາມົກຈາກ chatbot AI Grok

ອິນເດຍສັ່ງໃຫ້ X Corp., ຄວບຄຸມເນື້ອຫາລາມົກຈາກ chatbot AI Grok

ຂ່າວຕ່າງປະເທດລາຍງານ ໃນວັນທີ 4 ມັງກອນ ຜ່ານມາວ່າ: ລັດຖະບານອິນເດຍໄດ້ສັ່ງໃຫ້ X Corp., ຊຶ່ງເປັນບໍລິສັດແມ່ຂອງ AI chatbot Grok ປ້ອງກັນບໍ່ໃຫ້ມີການສ້າງເນື້ອຫາທີ່ລາມົກ ແລະ ມີການຊີ້ນຳທາງເພດຢ່າງຈະແຈ້ງ ແລະ ໃຫ້ສົ່ງບົດລາຍງານການປະຕິບັດຕາມພາຍໃນ 72 ຊົ່ວໂມງ.
70% ຂອງບໍລິສັດຍີ່ປຸ່ນ ຄາດວ່າເສດຖະກິດຈະມີການເຕີບໂຕໃນປີ 2026

70% ຂອງບໍລິສັດຍີ່ປຸ່ນ ຄາດວ່າເສດຖະກິດຈະມີການເຕີບໂຕໃນປີ 2026

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ຜົນການສຳຫຼວດໂດຍ Kyodo News ຊຶ່ງເຜີຍແຜ່ຫວ່າງມໍ່ໆມານີ້ຊີ້ໃຫ້ເຫັນວ່າ: ບໍລິສັດຂະໜາດໃຫຍ່ຂອງຍີ່ປຸ່ນ ປະມານ 70% ຄາດວ່າເສດຖະກິດພາຍໃນປະເທດຈະມີການເຕີບໂຕໃນປີ 2026. ເຖິງຢ່າງໃດກໍຕາມ, ລາຄາສິນຄ້າທີ່ຍັງຢູ່ໃນລະດັບສູງ ລວມເຖິງນະໂຍບາຍພາສີທີ່ຮຸນແຮງຂອງສະຫະລັດ ອາເມຣິກາ ຖືກເບິ່ງວ່າຈະເຂົ້າມາຫຼຸດຜ່ອນການເພີ່ມຂຶ້ນຂອງຄ່າແຮງງານທີ່ຄາດວ່າຈະເພີ່ມຂຶ້ນ ແລະ ການຟື້ນຕົວຂອງການໃຊ້ຈ່າຍຂອງຄົວເຮືອນຫຼຸດລົງ.
ການຍິງ​ສົ່ງ​ດາວ​ທຽມ​ ແລະ ​ຍານ​ອະ​ວະ​ກາດ​​ຂອງ​ຈີນ​ໃນປີ 2025 ​ສ້າງ​ສະ​ຖິ​ຕິ​ເປັນ​ປະ​ຫວັດ​ສາດ

ການຍິງ​ສົ່ງ​ດາວ​ທຽມ​ ແລະ ​ຍານ​ອະ​ວະ​ກາດ​​ຂອງ​ຈີນ​ໃນປີ 2025 ​ສ້າງ​ສະ​ຖິ​ຕິ​ເປັນ​ປະ​ຫວັດ​ສາດ

ຂ່າວສານຊີອາໄອລາຍງານ ໃນທ້າຍອາທິດຜ່ານມາວ່າ: ອົງ​ການ​ການ​ບິນ​ອະ​ວະ​ກາດ​ແຫ່ງ​ຊາດ​ຈີນ​ແຈ້ງ​ໃຫ້​ຮູ້​ວ່າ, ປີ 2025 ຜ່ານ​ມາ ຈີນ​ໄດ້​ບັນ​ລຸ​ການ​ບຸກ​ທະ​ລຸ​ຫຼາຍ​ຢ່າງ ແລະ​ ສ້​າງ​ສະ​ຖິ​ຕິ​ເປັນ​ຄັ້​ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ​ໃນ​ຫຼາຍ​ຂົງ​ເຂດ​ເຊັ່ນ: ການ​ບິນອ​ະ​ວະ​ກາດ​ບັນ​ທຸກ​ຄົນ, ການ​ສຳ​ຫຼວດ​ອະ​ວະ​ກາດ, ການ​ບິນ​ອະ​ວະ​ກາດ​ທາງ​ການ​ຄ້າ​ ແລະ​ ອື່ນໆ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຮຽກຮ້ອງຍູ້ແຮງຄວາມຄືບໜ້າໂຄງການລົງທຶນກໍ່ສ້າງ

ທ່ານນາຍົກລັດຖະມົນຕີຫວຽດນາມ ຮຽກຮ້ອງຍູ້ແຮງຄວາມຄືບໜ້າໂຄງການລົງທຶນກໍ່ສ້າງ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ໄດ້ລົງນາມໂທລະເລກເລກທີ 2 ທີ່ອອກໃນວັນທີ 2 ມັງກອນ ຜ່ານມາ ກ່ຽວກັບການສືບຕໍ່ເພີ່ມທະວີ, ຍົກສູງປະສິດທິຜົນວຽກງານຄຸ້ມຄອງ ແລະ ຍູ້ໄວຄວາມຄືບໜ້າໃນການກໍ່ສ້າງບັນດາໂຄງການລົງທຶນໃຫ້ສຳເລັດ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ.
ບຸນກາຣີ ກາຍເປັນສະມາຊິກທີ 21 ຂອງເຂດເອີໂຣ

ບຸນກາຣີ ກາຍເປັນສະມາຊິກທີ 21 ຂອງເຂດເອີໂຣ

ຂ່າວຕ່າງປະເທດລາຍງານ ໃນວັນທີ 1 ມັງກອນ ຜ່ານມາວ່າ: ປະເທດບຸນກາຣີໄດ້ເຂົ້າຮ່ວມເປັນສ່ວນໜຶ່ງໃນເຂດເອີໂຣ (eurozone) ຫຼື ອີຢູ ແລະ ໄດ້ຮັບຮອງເອົາເງິນເອີໂຣເປັນສະກຸນເງິນຢ່າງເປັນທາງການໃນວັນປີໃໝ່ (ວັນທີ 1 ມັງກອນ 2026) ເຮັດໃຫ້ບຸນກາຣີກາຍເປັນສະມາຊິກອັນດັບທີ 21 ຂອງເຂດເອີໂຣ.
ບັນດາການນຳໂລກສົ່ງສານອວຍພອນປີໃໝ່ 2026

ບັນດາການນຳໂລກສົ່ງສານອວຍພອນປີໃໝ່ 2026

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 1 ມັງກອນ ຜ່ານມາວ່າ: ໃນສານຕ້ອນຮັບປີໃໝ່ 2026, ບັນດາການນຳໂລກໄດ້ສົ່ງຄຳອວຍພອນ ພ້ອມກັບຄຳຮຽກຮ້ອງຄວາມມານະພະຍາຍາມທົ່ວໂລກ ເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍລວມ, ໃນນັ້ນ, ສັນຕິພາບ ແລະ ຄວາມໝັ້ນຄົງທົ່ວໂລກສືບຕໍ່ແມ່ນຄວາມວິຕົກກັງວົນ ແລະ ບຸລິມະສິດແຖວໜ້າກັບຫຼາຍປະເທດ. ທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ເນັ້ນໜັກເຖິງການສ້າງຕັ້ງສັນຕິພາບ ແລະ ຄວາມຍຸຕິທຳ.
ການເຊື່ອມໂຍງດ້ວຍ QR Code ນໍາເອົາແຮງຂັບເຄື່ອນໃໝ່ມາໃຫ້ຈີນ - ອາຊຽນ

ການເຊື່ອມໂຍງດ້ວຍ QR Code ນໍາເອົາແຮງຂັບເຄື່ອນໃໝ່ມາໃຫ້ຈີນ - ອາຊຽນ

ຂ່າວສານຊີອາໄອລາຍງານ ໃນວັນທີ 1 ມັງກອນ ຜ່ານມາວ່າ: ປີ 2026 ເປັນປີແຫ່ງການສ້າງຕັ້ງເຂດການຄ້າເສລີຈີນ-ອາຊຽນ ຄົບຮອບ 16 ປີ.​ ຄຽງຄູ່ກັບການແລກປ່ຽນກັນດ້ານເສດຖະກິດການຄ້າລະຫວ່າງຈີນ-ອາຊຽນ ໄດ້ຮັບການຍົກລະດັບຢ່າງບໍ່ຢຸດຢັ້ງ, ການປ່ຽນແປງທີ່ສາມາດເຫັນ ແລະ ນໍາໃຊ້ໄດ້ທີ່ນັບມື້ນັບຫຼາຍຂຶ້ນນັ້ນ ພວມອໍານວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນລະຫວ່າງປະຊາຊົນ ກໍຄືການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ-ອາຊຽນ. ໃນນັ້ນ, ການເຊື່ອມໂຍງເຊື່ອມຈອດດ້ວຍ QR Code ກໍແມ່ນໜຶ່ງໃນການປ່ຽນແປງທີ່ໂດດເດັ່ນທີ່ໄດ້ຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າຢູ່ໃນພາກພື້ນໃຫ້ເຂົ້າສູ່ລວງເລິກຢ່າງເປັນຮູບປະທໍາ.
ການຄ້າເອເລັກໂຕຣນິກ ຫວຽດນາມ ເພີ່ມຄວາມໄວ ແລະ ບຸກທະລຸ ໄລຍະ 2026 – 2030

ການຄ້າເອເລັກໂຕຣນິກ ຫວຽດນາມ ເພີ່ມຄວາມໄວ ແລະ ບຸກທະລຸ ໄລຍະ 2026 – 2030

ວິທະຍຸກະຈາຍສຽງຫວຽດນາມ ລາຍງານ ໃນວັນທີ 1 ມັງກອນ ຜ່ານມາວ່າ: ກ້າວເຂົ້າສູ່ປີ 2026, ການຄ້າເອເລັກໂຕຣນິກສືບຕໍ່ໄດ້ຮັບການຄາດຄະເນວ່າຈະແມ່ນໜຶ່ງໃນບັນດາກຳລັງໜູນການເຕີບໂຕທີ່ສຳຄັນຂອງເສດຖະກິດດີຈີຕອນ ຫວຽດນາມ, ພິເສດໃນສະພາບການຫັນເປັນດີຈີຕອນທີ່ພວມດຳເນີນໄປນັບມື້ນັບເລິກເຊິ່ງ, ກວ້າງຂ້ວາງ ແລະ ຕະຫຼາດສາກົນໄດ້ເປີດໂອກາດໃໝ່ຫຼາຍຢ່າງ.
ເພີ່ມເຕີມ