ຫວຽດນາມ ຈັດກອງປະຊຸມສະຫຼຸບວຽກງານຂະແໜງຄົມມະນາຄົມຂົນສົ່ງ

ຫວຽດນາມ ຈັດກອງປະຊຸມສະຫຼຸບວຽກງານຂະແໜງຄົມມະນາຄົມຂົນສົ່ງ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 28 ທັນວາ ຜ່ານມາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານຂະແໜງຄົມມະນາຄົມຂົນສົ່ງ. ທ່ານ ຫງວຽນວັນຖັງ ລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ຫວຽດນາມ ກ່າວຄຳເຫັນເປີດກອງປະຊຸມວ່າ: ປີນີ້, ຂະແໜງຄົມມະນາຄົມຂົນສົ່ງໄດ້ເລີ່ມກໍ່ສ້າງ 26 ໂຄງການ, ໃນນັ້ນ ມີໂຄງການທາງດ່ວນເໜືອ - ໃຕ້ທາງທິດຕາເວັນອອກ ໄລຍະທີ 2; ບັນດາໂຄງການທາງດ່ວນເສັ້ນຕາເວັນອອກ - ຕາເວັນຕົກ; ບັນດາເສັ້ນທາງອ້ອມຮອບຕົວເມືອງ ຢູ່ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ ໄດ້ກໍ່ສ້າງສຳເລັດ ແລະ ໃຊ້ງານ 20 ໂຄງການ.
ການເຄື່ອນໄຫວຂົນສົ່ງສືບຕໍ່ຮັກສາທ່າເຕີບໂຕເປັນປົກກະຕິຕິດພັນກັບການຫຼຸດຜ່ອນຫຼາຍລະບຽບການບໍລິຫານ, ຄ່າທຳນຽມ, ຊຸກຍູ້ການໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ. ຮອດທ້າຍເດືອນພະຈິກ 2023, ປະລິມານສິນຄ້າເພີ່ມຂຶ້ນ 12,9%, ອັດຕາໝູນວຽນສິນຄ້າເພີ່ມຂຶ້ນ 10,5% ເມື່ອທຽບໃສ່ໄລຍະດຽວກັນ, ຈຳນວນຜູ້ໂດຍສານກໍເພີ່ມຂຶ້ນ 11,5%, ວຽກງານການຮ່ວມມືສາກົນ ໄດ້ຮັບການຊຸກຍູ້ ແລະ ກະຊວງກໍໄດ້ລົງນາມໃນສົນທິສັນຍາສາກົນ 10 ຂໍ້ ແລະ ຂໍ້ຕົກລົງສາກົນກ່ຽວກັບການຄົມມະນາຄົມຂົນສົ່ງ 3 ສະບັບ.
ກ່ຽວກັບທິດທາງຜັນຂະຫຍາຍໜ້າທີ່ໃນປີ 2024, ທ່ານ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ: ຂະແໜງຄົມມະນາຄົມຂົນສົ່ງຕ້ອງຊຸກຍູ້ກວ່າເກົ່າອີກ, ຖືນະວັດຕະກຳ, ວິທະຍາສາດເຕັກໂນໂລຊີແມ່ນກຳລັງໜູນ, ແຫຼ່ງກຳລັງ, ການນຳພາໃນການສຳຫຼວດ, ອອກແບບ, ຈັດຕັ້ງປະຕິບັດ, ຕິດຕາມກວດກາ, ບັນດາກິດຈະກຳຈຸດສຸມປະກອບສ່ວນຮັບປະກັນຄວາມຄືບໜ້າ, ຄຸນນະພາບ, ຫຼຸດລາຍຈ່າຍ, ຮັບປະກັນພັດທະນາບັນດາກິດຈະກຳ, ໂຄງການຄົມມະນາຄົມຢ່າງວ່ອງໄວ ແລະ ຍືນຍົງ.
 

ຄໍາເຫັນ

ຂ່າວຕ່າງປະເທດ

ອິນໂດເນເຊຍ ຈະນຳໃຊ້ນ້ຳມັນແອັດຊັງ E5 ໃນເຄິ່ງທີ່ສອງຂອງປີ 2026

ອິນໂດເນເຊຍ ຈະນຳໃຊ້ນ້ຳມັນແອັດຊັງ E5 ໃນເຄິ່ງທີ່ສອງຂອງປີ 2026

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ທ່ານ ອານີຍາ ລິສເຕຍນີ ດາວີ ຜູ້ອຳນວຍການໃຫຍ່ດ້ານພະລັງງານ ໃໝ່, ພະລັງງານໝູນວຽນ ແລະ ການອະນຸລັກພະລັງງານ ກະຊວງພະລັງງານ ແລະ ຊັບພະຍາກອນແຮ່ທາດຂອງອິນໂດເນເຊຍ ກ່າວວ່າ: ອິນໂດເນເຊຍ ຈະກຳນົດໃຫ້ມີການປະສົມໄບໂອເອທານອນ 5% ໃນນໍ້າມັນແອັດຊັງ ຫຼື ທີ່ຮູ້ຈັກກັນໃນນາມ E5 ນັບແຕ່ເຄິ່ງຫຼັງຂອງປີ 2026 ເປັນຕົ້ນໄປ ເພື່ອຂະຫຍາຍການຄຸ້ມຄອງພະລັງງານໝູນວຽນ ແລະ ເສີມສ້າງຄວາມໝັ້ນຄົງດ້ານພະລັງງານຂອງປະເທດ.
OPEC+ ອະນຸມັດການເພີ່ມໂຄຕ້າການຜະລິດນ້ຳມັນ ຄັ້ງທີ 4

OPEC+ ອະນຸມັດການເພີ່ມໂຄຕ້າການຜະລິດນ້ຳມັນ ຄັ້ງທີ 4

ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ມິຖຸນາ ຜ່ານມາວ່າ: ກຸ່ມ OPEC+ ໄດ້ຕົກລົງທີ່ຈະເພີ່ມເປົ້າໝາຍການຜະລິດນ້ຳມັນດິບເປັນຄັ້ງທີ 4 ນັບຕັ້ງແຕ່ສົງຄາມໃນອີຣານເກີດຂຶ້ນ ຊຶ່ງສົ່ງຜົນໃຫ້ຊ່ອງແຄບຮໍມຸສຖືກປິດ ແລະ ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ຕະຫຼາດພະລັງງານທົ່ວໂລກ.
ທ່ານ ສີຈິ້ນຜິງ ພົບປະເຈລະຈາກັບ ທ່ານ ກິມເຈິງອຸນ

ທ່ານ ສີຈິ້ນຜິງ ພົບປະເຈລະຈາກັບ ທ່ານ ກິມເຈິງອຸນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 8 ມິຖຸນາ ຜ່ານມາ ຢູ່ນະຄອນຫຼວງພຽງຢາງ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ໄດ້ພົບປະເຈລະຈາກັບທ່ານ ກິມເຈິງອຸນ ເລຂາທິການໃຫຍ່ພັກແຮງງານເກົາຫຼີ ປະທານກິດຈະການແຫ່ງລັດແຫ່ງ ສປປ ເກົາຫຼີ.
ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ກໍາປູ​ເຈຍ ​ສະ​ໜັບ​ສະ​ໜູນ​ການ​ເຊື່ອມຕໍ່​ສອງ​ພື້ນ​ຖານ​ເສດ​ຖະ​ກິດ

ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ກໍາປູ​ເຈຍ ​ສະ​ໜັບ​ສະ​ໜູນ​ການ​ເຊື່ອມຕໍ່​ສອງ​ພື້ນ​ຖານ​ເສດ​ຖະ​ກິດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນ​ທີ 8 ມິ​ຖຸ​ນາ ຜ່ານມາ ຢູ່ນະຄອນຫຼວງ​ຮ່າ​ໂນ້ຍ, ທ່ານ ເຈິ່ນ​ແທັງ​ເໝີ້ນ ​ປ​ະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໄດ້​ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ ທີ່ພວມ​ຢ້ຽມ​ຢາມ ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ​ ແລະ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ ຄັ້ງ​ທີ 3 ແຕ່​ວັນ​ທີ 8 – 9 ມິ​ຖຸ​ນາ ນີ້.
ແຜ່ນ​ດິນ​ໄຫວ​ຮຸນ​ແຮງ​ຢູ່​ພາກ​​ໃຕ້​ຂອງ​ຟີ​ລິບ​ປິນ​ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 37 ຄົນ

ແຜ່ນ​ດິນ​ໄຫວ​ຮຸນ​ແຮງ​ຢູ່​ພາກ​​ໃຕ້​ຂອງ​ຟີ​ລິບ​ປິນ​ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 37 ຄົນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 9 ມິ​ຖຸ​ນາ​ນີ້, ພາກ​ສ່ວນ​ກູ້​ໄພ​ຂອງ​ຟິ​ລິບ​ປິນ​ແຈ້ງ​ໃຫ້​ຮູ້​ວ່າ, ແຜ່ນ​ດິນ​ໄຫວ​ທີ່​ເກີດ​ຂຶ້ນ​ຢູ່​ພາກ​ໃຕ້​ຟີ​ລິບ​ປິນ​ໃນ​ວັນ​ທີ 8 ມິ​ຖຸ​ນາ ຜ່ານມາ ​​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 37 ຄົນ, ບາດ​ເຈັບ​ຮ້ອຍກວ່າ​ຄົນ.
ລາຍ​ຮັບຈາກ​ທຸ​ລະ​ກິດ​ຊັອຟ​ແວ​ຂອງ​ຈີນ ​​ເພີ່ມ​ຂຶ້ນ 10.9%

ລາຍ​ຮັບຈາກ​ທຸ​ລະ​ກິດ​ຊັອຟ​ແວ​ຂອງ​ຈີນ ​​ເພີ່ມ​ຂຶ້ນ 10.9%

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 7 ມິຖຸນາ ຜ່ານມາວ່າ: ກະຊວງອຸດສາຫະກໍາ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຈີນ ໃຫ້​ຮູ້ວ່າ, ໃນ 4 ເດືອນຕົ້ນປີນີ້, ລາຍຮັບຈາກທຸລະກິດຊັອຟແວຂອງ​ຈີນ​ໄດ້​ບັນ​ລຸ 4,668 ຕື້ 600 ລ້ານຢວນ, ເພີ່ມຂຶ້ນ 10.9% ເມື່ອທຽບໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ.
ອາ​ຟຣິກາກາງ ມີ​ເກືອບ 500 ກໍ​ລະ​ນີ​ຕິດ​ເຊື້ອໄວຣັດອີໂບລາ

ອາ​ຟຣິກາກາງ ມີ​ເກືອບ 500 ກໍ​ລະ​ນີ​ຕິດ​ເຊື້ອໄວຣັດອີໂບລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນ​ທີ 6 ມິ​ຖຸ​ນາ ຜ່ານມາ, ອົງ​ການ​ອະ​ນາ​ໄມ​ໂລກ (WHO) ຢັ້ງ​ຢືນວ່າມີ​ເກືອບ 500 ກໍ​ລະ​ນີ​ຕິດ​ເຊື້ອ​ໄວ​ຣັດອີໂບລາ ​ທີ່​ພວມລະບາດ​ຢູ່ອາ​ຟຣິກາ​ກາງ, ເຮັດ​ໃຫ້​ເກີດ​ມີ​ຄວາມ​ວິ​ຕົກ​ກັງ​ວົນກ່ຽວ​ກັບ​ຄວາມ​ອາດ​ສາ​ມາດ​ແຜ່​ລາມ​ອອກ​ສູ່​ວົງ​ກວ້າງ​ຂອງ​ພະຍາດ​ນີ້.
ມຽນມາ ສົ່ງອອກເຂົ້າ 305,000 ກວ່າໂຕນ ໃນຕົ້ນປີງົບປະມານ 2026-2027

ມຽນມາ ສົ່ງອອກເຂົ້າ 305,000 ກວ່າໂຕນ ໃນຕົ້ນປີງົບປະມານ 2026-2027

ຂ່າວຕ່າງປະເທດລາຍງານວ່າ: ສະຫະພັນເຂົ້າມຽນມາໄດ້ເປີດເຜີຍໃນວັນທີ 7 ມິຖຸນາວ່າ, ມຽນມາໄດ້ສົ່ງອອກເຂົ້າສານ ແລະ ເຂົ້າຫັກທັງໝົດ 305,821 ໂຕນ ໃນໄລຍະ 2 ເດືອນທຳອິດຂອງປີງົບປະມານ 2026-2027 ຊຶ່ງເລີ່ມຕົ້ນໃນເດືອນເມສາ ຜ່ານມາ.
ຍີ່ປຸ່ນ-ອາເມຣິກາ ຮ່ວມມືພັດທະນາເຕັກໂນໂລຊີ AI

ຍີ່ປຸ່ນ-ອາເມຣິກາ ຮ່ວມມືພັດທະນາເຕັກໂນໂລຊີ AI

ຂ່າວຕ່າງປະເທດລາຍງານ ໃນວັນທີ 5 ມິຖຸນາ ຜ່ານມາວ່າ: ຍີ່ປຸ່ນ ແລະ ສະຫະລັດ ອາເມຣິກາ ໄດ້ປະກາດວ່າ, ທັງສອງປະເທດໄດ້ບັນລຸຂໍ້ຕົກລົງ ສ້າງຕັ້ງການຮ່ວມມືມູນຄ່າ 1 ຕື້ໂດລາ ເພື່ອເລັ່ງການພັດທະນາເຕັກໂນໂລຊີທີ່ພົ້ນເດັ່ນຂຶ້ນ ທີ່ຂັບເຄື່ອນດ້ວຍປັນຍາປະດິດ (AI).
ລັດຖະບານອິນເດຍ ສົ່ງເສີມການຊື້ລົດໄຟຟ້າ (EV)

ລັດຖະບານອິນເດຍ ສົ່ງເສີມການຊື້ລົດໄຟຟ້າ (EV)

ຂ່າວຕ່າງປະເທດລາຍງານ ໃນວັນທີ 4​ ມິຖຸນາ ຜ່ານມາວ່າ: ລັດຖະບານອິນເດຍໄດ້ປະກາດໂຄງການສອງປີເພື່ອເລັ່ງການຫັນປ່ຽນໄປສູ່ເຕັກໂນໂລຊີການຂົນສົ່ງທີ່ສະອາດ, ໂດຍມີຈຸດປະສົງເພື່ອຫຼຸດຜ່ອນການປ່ອຍອາຍພິດຈາກຍານພາຫະນະໃນນະຄອນຫຼວງນິວເດລີ.
ເພີ່ມເຕີມ