ຂ່າວລະບຸວ່າ: ທ່ານ ຫງວຽນແທັງງິ ໃຫ້ຮູ້ວ່າ: ກະຊວງຈະສ້າງທຸກເງື່ອນໄຂສະດວກເພື່ອຊຸກຍູ້ການຮ່ວມມືເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງສອງປະເທດ; ໃນນັ້ນ ຂົງເຂດກະສິກຳ ຍາມໃດກໍໄດ້ຮັບຄວາມເອົາໃຈໃສ່ຢ່າງໃຫຍ່ຫຼວງ. ທາງກະຊວງກໍມີຄວາມເອົາໃຈໃສ່ຕໍ່ການຊຸກຍູ້ບັນດາວິສາຫະກິດ ຫວຽດນາມ ເຂົ້າຮ່ວມການລົງທຶນຜະລິດ, ດຳເນີນທຸລະກິດຢູ່ ກູບາ, ພິເສດ ແມ່ນບັນດາວິສາຫະກິດເຄື່ອນໄຫວໃນຂົງເຂດກະສິກຳ. ທ່ານ ຫງວຽນແທັງງິ ສະເໜີໃຫ້ກະຊວງກະສິກຳ ກູບາ ໜູນຊ່ວຍວິສາຫະກິດ ຫວຽດນາມ ລົງທຶນເຂົ້າຂົງເຂດກະສິກຳຢູ່ ກູບາ ໃນໄລຍະ 2025 – 2027, ຜ່ານມານັ້ນ ກໍ່ປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານໃຫ້ແກ່ ກູບາ.
ສ່ວນທ່ານລັດຖະມົນຕີກະຊວງກະສິກຳ ກູບາ ສະເໜີໃຫ້ວິສາຫະກິດ ຫວຽດນາມ ເພີ່ມເນື້ອທີ່ປູກກ້າ ແຕ່ 20,000 ເຮັກຕາ ຂຶ້ນເປັນ 100,000 ເຮັກຕາ ເພື່ອແນໃສ່ຕອບສະໜອງເປົ້າໝາຍ, ແຕ່ລະປີປະຊາຊົນ ກູບາ ບໍລິໂພກເຂົ້າສານປະມານ 600,000 ໂຕນ.
ຄໍາເຫັນ