ຂ່າວລະບຸວ່າ: ຫວ່າງມໍ່ໆມານີ້ ທີ່ປະເທດບຣາຊິນ, ໃນການຕ້ອນຮັບທ່ານ ເທໂດຣສ ແອດຮານອມ ເກຣເບຣເຢຊູ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO), ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍຖືເປັນສໍາຄັນການພັດທະນາກັບ WHO ເພື່ອຮັບປະກັນສຸຂະພາບການແພດປະຊາຄົມ. ທ່ານນາຍົກລັດຖະມົນຕີຫວຽດນາມ ສະເໜີ WHO ຈັດສົ່ງນັກຊ່ຽວຊານຊ່ວຍເຫຼືອໃຫ້ຄຳປຶກສາແກ່ ຫວຽດນາມ ເພື່ອສ້າງລະບອບລະບຽບການນະໂຍບາຍໃຫ້ສົມບູນແບບ, ພັດທະນາລະບົບການແພດຮາກຖານ, ປັບປຸງສະພາບແວດລ້ອມ, ການດຳລົງຊີວິດຂອງປະຊາຊົນ ສ້າງການຫັນປ່ຽນໃຫ້ແກ່ການພັດທະນາການແພດປະຊາຄົມແບບຍືນຍົງ.
ທ່ານ ເທໂດຣສ ແອດຮານອມ ເກຣເບຣເຢຊູ ໄດ້ຕີລາຄາສູງບັນດານະໂຍບາຍ, ຄວາມພະຍາຍາມຖືກທິດຂອງ ຫວຽດນາມໃນການຮັບມືກັບໂຣກລະບາດ, ພັດທະນາການແພດຮາກຖານ, ເບິ່ງແຍງດູແລສຸຂະພາບທົ່ວປວງຊົນ ແລະ ຢັ້ງຢືນພ້ອມແລ້ວທີ່ຈະໜູນຊ່ວຍ ແລະ ໃຫ້ຄຳປຶກສາແກ່ຫວຽດນາມ ຄືການສະເໜີຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ.
ຄໍາເຫັນ