ຫວຽດນາມ ເລີ່ມລົງມືກໍ່ສ້າງເສັ້ນທາງດ່ວນ ດົ່ງດັງ - ຈ່າຫຼິງ

ຫວຽດນາມ ເລີ່ມລົງມືກໍ່ສ້າງເສັ້ນທາງດ່ວນ ດົ່ງດັງ - ຈ່າຫຼິງ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 1 ມັງກອນ ຜ່ານມານີ້, ຢູ່ແຂວງກາວບັ່ງ, ທ່ານຟ້າມມິງຈິງນາຍົກລັດຖະມົນຕີຫວຽດນາມ ໄດ້ອອກຄຳສັ່ງເລີ່ມລົງມືກໍ່ສ້າງໂຄງການເສັ້ນທາງດ່ວນ ດົ່ງດັງ (ແຂວງ ລ້າງເຊີນ) - ຈ່າຫຼິງ (ແຂວງ ກາວບັ່ງ) ໄລຍະທີ1. ໂຄງການເສັ້ນທາງດ່ວນ ດັ່ງກ່າວ ມີລວງຍາວຫຼາຍກວ່າ 90 ກີໂລແມັດ, ຈຸດເລີ່ມຕົ້ນຢູ່ຈຸດຕັດດ່ານຊາຍແດນ ເຕິນແທັງ, ເມືອງ ວັນລ້າງ ແຂວງ ລ້າງເຊີນ ແລະ ຈຸດສິ້ນສຸດ ຢູ່ຈຸດຕັດທາງຫຼວງເລກ 3 ຂຶ້ນກັບຕາແສງ ຈີທ້າວ ເມືອງກ໋ວາງຮວາ ແຂວງ ກາວບັ່ງ. ດ້ວຍຍອດເງິນລົງທຶນຫຼາຍກວ່າ 590 ລ້ານໂດລາ, ໄລຍະປະຕິບັດແມ່ນ 36 ເດືອນ.
ທ່ານ ຟ້າມມິງຈິງໄດ້ສະເໜີໃຫ້ຄະນະກຳມະການປະຊາຊົນແຂວງ ກາວບັ່ງ ແລະ ຄະນະກຳມະການປະຊາຊົນແຂວງ ລ້າງເຊີນ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍໂຄງການເສັ້ນທາງດ່ວນ, ຮັບປະກັນການປະຕິບັດໂຄງການຢ່າງຖືກຕ້ອງ, ຄືບໜ້າ ແລະ ໄດ້ຄຸນນະພາບທີ່ໄດ້ວາງອອກ. ນັກລົງທຶນ, ຫົວໜ່ວຍໃຫ້ຄຳປຶກສາສືບຕໍ່ສຳຫຼວດກວດກາ, ອັບເດັດການອອກແບບ, ເຕັກນິກ ຮັບປະກັນເສັ້ນທາງເໝາະສົມກັບການວາງແຜນແຜງ ສັງລວມ, ຮັບໃຊ້ການພັດທະນາ ແລະ ຮັບປະກັນຄວາມກ້າວໜ້າໃນການກໍ່ສ້າງຫຼຸດຜ່ອນເວລາປະຕິບັດ, ຫຼີກລ້ຽງການເພີ່ມເງິນລົງທຶນ.

ຄໍາເຫັນ

ຂ່າວຕ່າງປະເທດ

ລາຄານໍ້າມັນເຊື້ອໄຟເພີ່ມຂຶ້ນສູງ ສ້າງຄວາມກົນດັນຕໍ່ອຸດສາຫະກຳທ່ອງທ່ຽວມາເລເຊຍ

ລາຄານໍ້າມັນເຊື້ອໄຟເພີ່ມຂຶ້ນສູງ ສ້າງຄວາມກົນດັນຕໍ່ອຸດສາຫະກຳທ່ອງທ່ຽວມາເລເຊຍ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ທ່ານ ສຣີ ເຄເນສ ມິເຊວ ປະທານສະຫະພັນທ່ອງທ່ຽວມາເລເຊຍ ໄດ້ເປີດເຜີຍວ່າ: ຂະແໜງການທ່ອງທ່ຽວຂອງມາເລເຊຍກຳລັງປະເຊີນກັບແຮງກົດດັນດ້ານຄ່າໃຊ້ຈ່າຍໃນການດຳເນີນງານທີ່ເພີ່ມຂຶ້ນຍ້ອນລາຄານໍ້າມັນເຊື້ອໄຟທີ່ເພີ່ມສູງຂຶ້ນ ຊຶ່ງເປັນຜົນສະທ້ອນຂອງຄວາມເຄັ່ງຕຶງໃນຕາເວັນອອກກາງ. ໂດຍສ້າງຜົນກະທົບທີ່ແຜ່ລາມໄປທົ່ວອຸດສາຫະກຳ.
ຄາດ​ຄະ​ເນ​​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ອາ​ຊຽນ ແລະ ​ຈີນ ຍີ່​ປຸ່ນ ສ ເກົາຫຼີ ໃນປີ 2026

ຄາດ​ຄະ​ເນ​​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ອາ​ຊຽນ ແລະ ​ຈີນ ຍີ່​ປຸ່ນ ສ ເກົາຫຼີ ໃນປີ 2026

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 6 ເມ​ສາຜ່ານມາ, ຫ້ອງ​ການ​ຄົ້ນ​ຄວ້າ​ເສດ​ຖະ​ກິດ​ມະ​ຫາ​ພາກ​ຂອງ​ອາ​ຊຽນ ແລະ​ ຈີນ, ຍີ່​ປຸ່ນ, ສ ເກົາຫຼີ ໄດ້​ເປີດ​ເຜີຍ​ບົດ​ລາຍ​ງາ​ນ​ຄາດ​ຄະ​ເນ​ເສດ​ຖະ​ກິດ​ຂອງ​ພາກ​ພື້ນ​ອາ​ຊຽນ ແລະ​ ຈີນ, ຍີ່​ປຸ່ນ, ສ ເກົາຫຼີ ປີ 2026 ໂດຍ​ຄາດ​ຄະ​ເນ​ວ່າ: ​ຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໃນ​ພາກ​ພື້ນ​ອາ​ຊຽນ ແລະ ​ຈີນ, ຍີ່​ປຸ່ນ, ສ ເກົາຫຼີ ໃນ​ປີ 2026 ແລະ 2027 ແມ່ນ 4%. ບົດ​ລາຍ​ງານ​ລະ​ບຸ​ວ່າ: ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອກ​ກາງ​ໄດ້​ຮຸນ​ແຮງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ແລະ ​ການສະ​ໜອງ​ດ້ານ​ພະ​ລັງ​ງານ​ທົ່ວ​ໂລກ​ຖືກ​​ຜົນ​ກະ​ທົບ ຈະ​ເຮັດ​ໃຫ້​ຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ເສດ​​ຖະ​ກິດ​ໃນ​ພາກ​ພື້ນ​ມີ​ຄວາມ​ສ່ຽງຫຼຸດ​ຕ່ຳ​ລົງຫຼາຍ​ຂຶ້ນ.
WHO ລະດົມທຶນ ສະໜັບສະໜູນລະບົບສາທາລະນະສຸກໃນ 5 ປະເທດຕາເວັນອອກກາງ

WHO ລະດົມທຶນ ສະໜັບສະໜູນລະບົບສາທາລະນະສຸກໃນ 5 ປະເທດຕາເວັນອອກກາງ

ຂ່າວຕ່າງປະເທດລາຍງານໃນວັນທີ 4 ເມສາ ຜ່ານມາວ່າ: ທ່ານ ເທດຣອສ ອັດຮາໂນມ ເກເບຣເຢຊຸສ ຜູ້ອໍານວຍການໃຫຍ່ຂອງອົງການອະນາໄມໂລກ (WHO) ໄດ້ລະບຸຜ່ານສື່ສັງຄົມອອນລາຍວ່າ: ລະບົບສາທາລະນະສຸກຂອງ 5 ປະເທດທີ່ໄດ້ຮັບຜົນກະທົບຈາກຂໍ້ຂັດແຍ່ງໃນຕາເວັນອອກກາງຄື: ລີບັງ, ອີຣານ, ອີຣັກ, ຊີຣີ ແລະ ຊອກດານີ ຈຳເປັນຕ້ອງໄດ້ຮັບການສະໜັບສະໜູນຢ່າງຮີບດ່ວນ.
OPEC+ ກຽມເພີ່ມການຜະລິດນ້ຳມັນໃນເດືອນພຶດສະພາ

OPEC+ ກຽມເພີ່ມການຜະລິດນ້ຳມັນໃນເດືອນພຶດສະພາ

ຂ່າວຕ່າງປະເທດລາຍງານໃນວັນທີ 6 ເມສາ ຜ່ານມາວ່າ: ອົງການບັນດາປະເທດຜູ້ສົ່ງອອກນ້ຳມັນ ແລະ ພັນທະມິດ ຫຼື OPEC+ ໄດ້ຕົກລົງກັນໃນວັນທີ 5 ເມສາ ຜ່ານມາ, ເພື່ອເພີ່ມການຜະລິດນໍ້າມັນດິບ 206,000 ບາເຣວຕໍ່ມື້ໃນເດືອນພຶດສະພາ.
ຈີນ ຮຽກຮ້ອງໃຫ້ທຸກຝ່າຍຮ່ວມກັນປະຕິຮູບ ແລະ ປັບປຸງການບໍລິຫານສິດທິມະນຸດທົ່ວໂລກ

ຈີນ ຮຽກຮ້ອງໃຫ້ທຸກຝ່າຍຮ່ວມກັນປະຕິຮູບ ແລະ ປັບປຸງການບໍລິຫານສິດທິມະນຸດທົ່ວໂລກ

ຂ່າວສານຊີອາໄອລາຍງານ ໃນວັນທີ 6 ເມສາ ຜ່ານມາວ່າ: ກອງປະຊຸມສະພາສິດທິມະນຸດອົງການສະຫະປະຊາຊາດ ຄັ້ງທີ 61 ໄດ້ຈັດຂຶ້ນຢູ່ນະຄອນເຊີແນວ ໃນມໍ່ໆມານີ້. ຜູ້ຕາງໜ້າຈີນໄດ້ຮຽກຮ້ອງໃຫ້ທຸກຝ່າຍ ຈົ່ງຮ່ວມກັນປະຕິຮູບ ແລະ ປັບປຸງການບໍລິຫານສິດທິມະນຸດທົ່ວໂລກ, ພ້ອມທັງຊຸກຍູ້ການພັດທະນາພາລະກິດສິດທິມະນຸດຢ່າງປອດໃສຕື່ມອີກ.
ທ່ານ ໂຕເລິມ ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງ​ເປັນປະ​ທານ​ປະ​ເທດ ສ​ສ ຫວຽດ​ນາມ

ທ່ານ ໂຕເລິມ ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງ​ເປັນປະ​ທານ​ປະ​ເທດ ສ​ສ ຫວຽດ​ນາມ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຕອນ​ເຊົ້າ​ວັນ​ທີ 7 ເມ​ສາ ນີ້ ຢູ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ, ດ້ວຍ​ບັດ​ເຫັນ​ດີ 495/495 ສະ​ມາ​ຊິກ​ເຂົ້າ​ຮ່ວມ​ການ​ລົງ​ປະ​ຊາ​ມະ​ຕິ​ຮັບ​ຮອງ​ເອົາ, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ໄດ້​ຮັບ​ຮອງ​ເອົາ​ມະ​ຕິ​ວ່າດ້ວຍການ​ເລືອກ​ຕັ້ງ​ທ່ານ ໂຕ​ເລິມ​ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິ​ດ ຫວຽດ​ນາມ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ເປັນ​ປະ​ທານ​ປະ​ເທດ ສ​ສ ຫວຽດ​ນາມ ອາ​ຍຸ​ການ 2026 – 2031.
ທ່ານ ເຈິ່ນແທັງເໝີ້ນ ຮັບດຳລົງຕຳແໜ່ງປະທານສະພາແຫ່ງຊາດຫວຽດນາມ ຊຸດທີ 16

ທ່ານ ເຈິ່ນແທັງເໝີ້ນ ຮັບດຳລົງຕຳແໜ່ງປະທານສະພາແຫ່ງຊາດຫວຽດນາມ ຊຸດທີ 16

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນຕອນເຊົ້າວັນທີ 6 ເມສານີ້ ຢູ່ນະຄອນຫຼວງຮ່າໂນ້ຍ ໃນກອງປະຊຸມຄັ້ງປະຖົມມະລືກ ສະພາແຫ່ງຊາດ ຫວຽດນາມ ຊຸດທີ 16, ໄດ້ເລືອກຕັ້ງທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດຊຸດທີ 15, ສະມາຊິກສະພາແຫ່ງຊາດຊຸດທີ 16 ດຳລົງຕຳແໜ່ງປະທານສະພາແຫ່ງຊາດ ສສ ຫວຽດນາມ ຊຸດທີ 16, ດ້ວຍບັດເຫັນດີ 100%.
ກຳປູເຈຍ ສົ່ງອອກເຂົ້າເພີ່ມຂຶ້ນ 71% ໃນໄຕມາດທໍາອິດຂອງປີ 2026

ກຳປູເຈຍ ສົ່ງອອກເຂົ້າເພີ່ມຂຶ້ນ 71% ໃນໄຕມາດທໍາອິດຂອງປີ 2026

ຂ່າວຕ່າງປະເທດລາຍງານໃນວັນທີ 4 ເມສາ ຜ່ານມາວ່າ: ບົດລາຍງານຈາກສະຫະພັນເຂົ້າກຳປູເຈຍ ທີ່ເຜີຍແຜ່ຫວ່າງມໍ່ໆມານີ້ລະບຸວ່າ, ກໍາປູເຈຍໄດ້ສົ່ງອອກເຂົ້າສານ ຈໍານວນ 361,578 ໂຕນໄປຍັງຕະຫຼາດສາກົນໃນໄຕມາດທຳອິດຂອງປີ 2026, ເພີ່ມຂຶ້ນ 71.3% ຈາກ 211,058 ໂຕນ ໃນໄລຍະດຽວກັນຂອງປີ 2025.
ສ ເກົາຫຼີ ສົ່ງເສີມໃຫ້ປະຊາຊົນໃຊ້ຄົມມະນາຄົມສາທາລະນະ

ສ ເກົາຫຼີ ສົ່ງເສີມໃຫ້ປະຊາຊົນໃຊ້ຄົມມະນາຄົມສາທາລະນະ

ຂ່າວສານຊີອາໄອລາຍງານໃນທ້າຍອາທິດຜ່ານມາວ່າ: ທຳນຽບປະທານາທິບໍດີ ສ ເກົາຫຼີ ໄດ້ຖະແຫຼງວ່າ, ເພື່ອຮັບມືກັບສະພາບການສະໜອງພະລັງງານທີ່ຫຍຸ້ງຍາກ ເນື່ອງຈາກຄວາມບໍ່ສະຖຽນລະພາບໃນພາກພື້ນຕາເວັນອອກກາງ, ລັດຖະບານມີແຜນຈະຜ່ານການໃຫ້ເງິນອຸດໜູນ ເພື່ອຊຸກຍູ້ໃຫ້ປະຊາຊົນໃຊ້ຄົມມະນາຄົມສາທາລະນະໃນເວລາທີ່ບໍ່ແມ່ນເຂົ້າການ-ເລີກການ.
ສິງກະໂປ ເພີ່ມການຊ່ວຍເຫຼືອຄົວເຮືອນ ແລະ ເລັ່ງບັນເທົາທຸກພາກທຸລະກິດ

ສິງກະໂປ ເພີ່ມການຊ່ວຍເຫຼືອຄົວເຮືອນ ແລະ ເລັ່ງບັນເທົາທຸກພາກທຸລະກິດ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ລໍເຣັນສວອງ ນາຍົກລັດຖະມົນຕີສິງກະໂປໄດ້ເປີດເຜີຍຜ່ານຄລິບວີດີໂອທີ່ເຜີຍແຜ່ຫວ່າງມໍ່ໆມານີ້ວ່າ, ທ່ານໄດ້ຮຽກປະຊຸມຄະນະກຳມະການລະດັບກະຊວງກ່ຽວກັບການຄຸ້ມຄອງວິກິດການພາຍໃນປະເທດ ເພື່ອປະສານງານການຕອບສະໜອງໃນລະດັບຊາດ. ໂດຍຄະນະກຳມະການດັ່ງກ່າວມີທ່ານ ເຄ. ຊານມູກາມ ລັດຖະມົນຕີກະຊວງປະສານງານຄວາມໝັ້ນຄົງແຫ່ງຊາດ ເປັນປະທານ ແລະ ທ່ານ ກັນ ຄິມຍອງ ຮອງນາຍົກລັດຖະມົນຕີ ເປັນທີ່ປຶກສາ.
ເພີ່ມເຕີມ