ທ່ານ ໂຮ່ກວັກຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນໃນກອງປະຊຸມວ່າ: ພັກ ແລະ ລັດ ໄດ້ກຳນົດວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ ແມ່ນກຳລັງໜູນຫຼັກແຫຼ່ງເພື່ອນຳປະເທດຊາດພັດທະນາໂດຍໄວ ແລະ ຍືນຍົງ. ທ່ານຮອງນາຍົກລັດຖະມົນຕີສະເໜີ ຕ້ອງມີຄວາມເປັນເອກະພາບສູງກ່ຽວກັບຄວາມຮັບຮູ້ ແລະ ການກະທຳ, ຄວາມຕັດສິນໃຈເພື່ອນຳວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ ກາຍເປັນກຳລັງໜູນພັດທະນາຢ່າງແທ້ຈິງ.
ພາຍຫຼັງກອງປະຊຸມຄັ້ງນີ້, ແຕ່ລະຂະແໜງ, ແຕ່ລະທ້ອງຖິ່ນ ຕ້ອງມີແຜນການກະທຳລະອຽດຕື່ມອີກ, ແຕ່ລະນັກວິທະຍາສາດຕ້ອງມີບັນດາໂຄງການຕິດພັນກັບຕົວຈິງ, ແຕ່ລະວິສາຫະກິດຕ້ອງມີຄວາມຕັດສິນໃຈລົງທຶນໃຫ້ວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳ. ສ້າງຄວາມຕັດສິນໃຈ ສ້າງສະພາບແວດລ້ອມ ໃນນັ້ນລະບອບລະບຽບການບໍ່ແມ່ນຮົ້ວກີດຂວາງອີກ ຊຶ່ງກາຍເປັນທ່າໄດ້ປຽບໃນການແກ້ງແຍ້ງຢ່າງແທ້ຈິງ; ວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນບໍ່ພຽງແຕ່ແມ່ນຂົງເຂດພັດທະນາເທົ່ານັ້ນ ຫາກຍັງກາຍເປັນກຳລັງໜູນເຕີບໂຕໃໝ່ຂອງປະເທດຊາດຢ່າງແທ້ຈິງອີກດ້ວຍ.
ຄໍາເຫັນ