ເຫດການສາກົນສຳຄັນ ຈັດຂຶ້ນໂດຍສະຫະພັນ UNESCO ຫວຽດນາມ.
ທ່ານ ຫງວຽນຊວນທັງ ປະທານສະຫະພັນ UNESCO ຫວຽດນາມກຳມະການຄະນະບໍລິຫານງານສະຫະພັນ UNESCO ໂລກ ກ່າວຄຳເຫັນໃນກອງປະຊຸມວ່າ: ກອງປະຊຸມຄັ້ງນີ້ສ້າງຂີດໝາຍບາດກ້າວພັດທະນາໃໝ່ຂອງຂະບວນການ UNESCO ໃນທົ່ວໂລກ, ສ້າງເງື່ອນໄຂໃໝ່ເພື່ອເພີ່ມທະວີການຮ່ວມມືລະຫວ່າງບັນດາສະຫະພັນ ແລະ ສະໂມສອນ UNESCO ບັນດາປະເທດສະມາຊິກ ພ້ອມກັນມຸ່ງໄປເຖິງແຜນງານ, ການກະທຳໃນຂົງເຂດການສຶກສາ, ວິທະຍາສາດ, ວັດທະນະທຳ, ຂໍ້ມູນຂ່າວສານ ຕາມແນວຄິດວັດທະນະທຳມະນຸດທີ່ໃສແຈ້ງຂອງ UNESCO.
ຈຸດພົ້ນເດັ່ນເປັນໜ້າສົນໃຈຂອງກອງປະຊຸມປີນີ້ແມ່ນ ບັນດາຜູ້ແທນຈະແບ່ງປັນບົດຮຽນປະສົບການ ແລະ ປຶກສາຫາລືກ່ຽວກັບບົດບາດຂອງອຸດສາຫະກຳ, ວັດທະນະທຳ ແລະ ພື້ນຖານເສດຖະກິດປະດິດຄິດສ້າງໃນການຊຸກຍູ້ການເຕີບໂຕເສດຖະກິດ, ສ້າງວຽກເຮັດງານທຳ ແລະ ອະນຸລັກຮັກສາມໍລະດົກວັດທະນະທຳ.
ຄໍາເຫັນ