ຂ່າວລະບຸວ່າ: ກິດຈະກຳດັ່ງກ່າວມີເນື້ອທີ່ກາງແຈ້ງກວ້າງ 1.500 ກວ່າຕາແມັດ ແລະ ໃນຮົ່ມ 1.600 ກວ່າຕາແມັດ, ລວມມີ 2 ຊັ້ນ ໄດ້ອອກແບບຕາມຄວາມຮູ້ສຶກທີ່ກວ້າງໃຫຍ່ຂອງອາວະກາດ. ການຈັດແບ່ງໄດ້ສັບຊ້ອນຈາກອະດີດການກຳເນີດຂອງອາວະກາດ ຕະຫຼອດຮອດບັນດາຜົນສຳເລັດໃນປັດຈຸບັນ ແລະ ອະນາຄົດ.
ທ່ານ ເລຊວັນຮຸຍ ຮອງຜູ້ອຳນວຍການໃຫຍ່ສູນອາວະກາດ ຫວຽດນາມ ກ່າວວ່າ: ຈຸດພົ້ນເດັ່ນຂອງຫໍພິພິຕະພັນອາວະກາດ ຫວຽດນາມ ແມ່ນຕິດພັນກັບການພັດທະນາເຕັກໂນໂລຊີອາວະກາດຂອງ ຫວຽດນາມ. ພວກຂ້າພະເຈົ້າກໍຢາກສົ່ງສານເຖິງເພື່ອນໜຸ່ມທີ່ມີຄວາມສົນໃຈໃນຂົງເຂດວິທະຍາສາດເຕັກໂນໂລຊີອາວະກາດວ່າ: ຫວຽດນາມ ໄດ້ມີການເຄື່ອນໄຫວກ່ຽວກັບວິທະຍາສາດເຕັກໂນໂລຊີພັດທະນາ, ໃນນັ້ນມີວິທະຍາສາດເຕັກໂນໂລຊີອາວະກາດ. ສະນັ້ນ, ຫວັງວ່າ ພວກເພື່ອນໜຸ່ມຈະປະກອບສ່ວນໃຫ້ແກ່ວິທະຍາສາດ ຫວຽດນາມ.
ທ່ານ ຫງວຽນຈິຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນໃນພິທີວ່າ: ສູນອາວະກາດ ຫວຽດນາມ ແມ່ນພື້ນຖານເພື່ອພັດທະນາເຕັກໂນໂລຊີ ແລະ ຜະລິດດາວທຽມແຖວໜ້າຂອງ ຫວຽດນາມ, ກາຍເປັນຫົວໜ່ວຍຄົ້ນຄວ້າແຖວໜ້າຢູ່ພາກພື້ນ ແລະ ໃນໂລກເທື່ອລະກ້າວ.
ຄໍາເຫັນ