ຫວຽດນາມ - ຣັດເຊຍ ເຊື່ອມຕໍ່ການຄ້າ ແລະ ການລົງທຶນ

ຫວຽດນາມ - ຣັດເຊຍ ເຊື່ອມຕໍ່ການຄ້າ ແລະ ການລົງທຶນ

ຫວຽດນາມ - ຣັດເຊຍ ເຊື່ອມຕໍ່ການຄ້າ ແລະ ການລົງທຶນ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ຂອບ​ເຂດ​ການ​ໄປ​ປະ​ຕິ​ບັດ​ງານ​ຂອງ ​ທ່ານ ເລ​ມິງຮຶງ ນາ​ຍົ​ກ​ລັ​ດ​ຖະ​ມົນ​ຕີ ຫວຽດ​ນາມ ຢູ່​ສະ​ຫະ​ພັນ ຣັດ​ເຊຍ. ໃນວັນ​ທີ 17 ມິ​ຖຸ​ນາ ຜ່ານມາ, ສະ​ຫະ​ພັນການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ​ນາມ (VCCI) ໄດ້​ສົມ​ທົບ​ກັບ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ສະ​ຫະ​ພັນ ຣັດ​ເຊຍ, ສະ​ມາ​ຄົມສົ່ງ​ອອກ - ນໍາ​ເຂົ້າ​ ສະ​ຫະ​ພັນ ຣັດ​ເຊຍ ແລະ ບໍ​ລິ​ສັດສາຍ​ການ​ບິນ Vietjet ໄດ້​ຈັດ​ລາຍ​ການ​ເຊື່ອ​ມ​ຕໍ່​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ. ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ​ທ່ານ​ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດນາມ ແລະ ການ​ນຳ​ຂັ້ນ​ສູງ 2 ປະ​ເທດ, ພ້ອມ​ກັບ​ວິ​ສາ​ຫະ​ກິດ ​ ຫວຽດ​ນາມ ແລະ ສະ​ຫະ​ພັນ ຣັດ​ເຊຍ 100 ກວ່າແຫ່ງ.

ຂ່າວລະບຸວ່າ: ໜຶ່ງໃນບັນດາຈຸດພົ້ນເດັ່ນຂອງລາຍການແມ່ນພິທີມອບເອກະສານການຮ່ວມມືຫຼາຍສະບັບລະຫວ່າງວິສາຫະກິດຂອງ 2 ປະເທດ, ໂດຍການເປັນສັກຂີພິຍານຂອງທ່ານ ເລມິງຮຶງ ແລະ ການນຳຂັ້ນສູງ 2 ຝ່າຍ. ໃນພິທີໄດ້ມອບຂໍ້ຕົກລົງການຮ່ວມມືທີ່ໄດ້ຮັບການລົງນາມໃນບັນດາຂົງເຂດໜູນຊ່ວຍປະຊາຄົມວິສາຫະກິດ 2 ປະເທດ, ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນ, ພະລັງງານ ແລະ ວິທະຍາສາດເຕັກໂນໂລຊີ (ລະຫວ່າງ Petrovietnam ແລະ Novatek). ພ້ອມທັງ, ປະກາດບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືຫຼາຍສະບັບໃນຂົງເຂດພະລັງງານ, ວິທະຍາສາດເຕັກໂນໂລຊີ, ການພັດທະນາພື້ນຖານໂຄງລ່າງ, ການຫັນເປັນດີຈີຕອນ, ສາທາລະນະສຸກ, ການທ່ອງທ່ຽວ ແລະ ການລົງທຶນ.

ໃນຂອບເຂດຂອງເວທີປາໄສ, ບໍລິສັດສາຍການບິນ Vietjet ໄດ້ປະກາດແຜນການເປີດ 3 ສາຍການບິນໃໝ່ທີ່ເຊື່ອມຕໍ່ບັນດານະຄອນຂອງ ຫວຽດນາມຄື: ດ່ານັງ, ຍາຈາງ ກັບນະຄອນຫຼວງມົສກູ ແລະ 2 ນະຄອນຂອງຣັດເຊຍຄື: ຄາຊານ ແລະ ໂນໂວຊີບຣິກ.

ຄໍາເຫັນ

ຂ່າວຕ່າງປະເທດ

ຫ້າປີຕໍ່ມາ, ເມືອງໜານຊາງ ໄດ້ຫັນປ່ຽນຈາກເຂດຫ່າງໄກສອກຫຼີກ ກາຍເປັນເຂດຊາຍແດນທີ່ເປີດກວ້າງ

ຫ້າປີຕໍ່ມາ, ເມືອງໜານຊາງ ໄດ້ຫັນປ່ຽນຈາກເຂດຫ່າງໄກສອກຫຼີກ ກາຍເປັນເຂດຊາຍແດນທີ່ເປີດກວ້າງ

ສຳລັບເມືອງໜານຊາງ ຊຶ່ງເປັນເຂດທີ່ບໍ່ມີທາງອອກສູ່ທະເລ ໃນແຂວງຈຽງຊີ ທາງພາກຕາເວັນອອກຂອງ ສປ ຈີນ, ການສ້າງເຄືອຂ່າຍການຂົນສົ່ງທີ່ເປີດກວ້າງທີ່ແຜ່ລາມໄປທົ່ວພາກກາງຂອງຈີນ ແລະ ເຊື່ອມຕໍ່ກັບໂລກພາຍນອກແມ່ນກຸນແຈສຳຄັນສູ່ການພັດທະນາທີ່ຂັບເຄື່ອນດ້ວຍການເປີດກວ້າງ.
ສປຊ ຮຽກຮ້ອງໃຫ້ທຸກຝ່າຍປະຕິບັດມາດຕະການຮັບມືກັບສະພາບອາກາດຮ້ອນທີ່ຮຸນແຮງ

ສປຊ ຮຽກຮ້ອງໃຫ້ທຸກຝ່າຍປະຕິບັດມາດຕະການຮັບມືກັບສະພາບອາກາດຮ້ອນທີ່ຮຸນແຮງ

ວິທະຍຸໂທລະພາບສູນກາງ (CMG) ລາຍງານຫວ່າງມໍ່ໆມານີ້ວ່າ: ໃນຂະນະທີ່ອົງການອຸຕຸນິຍົມໂລກຫຼື WMO ໄດ້ເຜີຍແຜ່ບົດລາຍງານສະພາບອາກາດຕາມລະດູການທົ່ວໂລກປະຈຳເດືອນສະບັບຫຼ້າສຸດ, ທ່ານອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ (ສປຊ) ກຳລັງຈັດກອງປະຊຸມຖະແຫຼງຂ່າວຢູ່ສຳນັກງານໃຫຍ່ອົງການຫະປະຊາຊາດທີ່ນະຄອນນິວຢອກຂອງອາເມຣິກາ, ໂດຍໄດ້ຮຽກຮ້ອງໃຫ້ທຸກຝ່າຍປະຕິບັດມາດຕະການເພື່ອຮັບມືກັບສະພາບອາກາດຮ້ອນທີ່ຮຸນແຮງ ຊຶ່ງເກີດຈາກປາກົດການແອວນີໂຢ.
ກົງໂກ ປະເຊີນກັບການລະບາດຂອງພະຍາດອີໂບລາຄັ້ງໃຫຍ່ສຸດໃນປະຫວັດສາດ

ກົງໂກ ປະເຊີນກັບການລະບາດຂອງພະຍາດອີໂບລາຄັ້ງໃຫຍ່ສຸດໃນປະຫວັດສາດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 2 ສິງຫາ ຜ່ານມາວ່າ: ອົງການອະນາໄມໂລກ (WHO) ລາຍງານວ່າ, ການລະບາດຂອງພະຍາດອີໂບລາ ໃນສາທາລະນະລັດ ປະຊາທິປະໄຕ ກົງໂກ ຫຼື DR Congo ໃນປັດຈຸບັນກາຍເປັນການລະບາດຄັ້ງໃຫຍ່ທີ່ສຸດໃນປະຫວັດສາດຂອງກົງໂກ, ໂດຍມີຜູ້ຕິດເຊື້ອ Bundibuyo ທີ່ຢືນຢັນແລ້ວ 3,605 ຄົນ, ລວມທັງຜູ້ເສຍຊີວິດ 1,587 ຄົນ ຊຶ່ງຄິດເປັນອັດຕາການຕາຍ 44%. ສູງກວ່າການລະບາດທີ່ໃຫຍ່ທີ່ສຸດກ່ອນໜ້ານີ້ໃນລະຫວ່າງປີ 2018- 2020 ຊຶ່ງມີ 3,317 ຄົນ.
ປະຊາກອນມາເລເຊຍ ​ຈະ​ບັນລຸ 34.4 ລ້ານ​ຄົນ​ໃນ​ປີ 2026

ປະຊາກອນມາເລເຊຍ ​ຈະ​ບັນລຸ 34.4 ລ້ານ​ຄົນ​ໃນ​ປີ 2026

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 1 ສິງຫາ ຜ່ານມາວ່າ: ກົມສະຖິຕິຂອງມາເລເຊຍຄາດຄະເນວ່າປະຊາກອນຂອງມາເລເຊຍ ຈະບັນລຸ 34.4 ລ້ານຄົນໃນປີ 2026, ເພີ່ມຂຶ້ນຈາກ 34.2 ລ້ານຄົນໃນປີ 2025 ຊຶ່ງຄິດເປັນອັດຕາການເຕີບໂຕປະຈຳປີ 0.5%.
6 ເດືອນຕົ້ນປີ ລວມຍອດຜະລິດຕະພັນພາຍໃນທາງທະເລຂອງຈີນບັນລຸ 5,500 ຕື້ຢວນ

6 ເດືອນຕົ້ນປີ ລວມຍອດຜະລິດຕະພັນພາຍໃນທາງທະເລຂອງຈີນບັນລຸ 5,500 ຕື້ຢວນ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 3 ສິງຫາ ຜ່ານມາວ່າ: ໃນ 6 ເດືອນຕົ້ນປີນີ້, ລວມຍອດຜະລິດຕະພັນພາຍໃນທາງທະເລຂອງຈີນບັນລຸເຖິງ 5,500 ຕື້ຢວນ, ເພີ່ມຂຶ້ນ 5.1% ເມື່ອທຽບໃສ່ໄລຍະດຽວກັນປີກາຍ, ເສດຖະກິດທາງທະເລໄດ້ພັດທະນາຢ່າງໝັ້ນຄົງ ແລະ ມີທ່າອຽງການພັດທະນາທີ່ດີ.
ນະຄອນຫຼວງມະນີລາ ຈະໃຊ້ໂດຣນພະລັງງານ AI ຄາດຄະເນນໍ້າຖ້ວມລ່ວງໜ້າ 2 ຊົ່ວໂມງ

ນະຄອນຫຼວງມະນີລາ ຈະໃຊ້ໂດຣນພະລັງງານ AI ຄາດຄະເນນໍ້າຖ້ວມລ່ວງໜ້າ 2 ຊົ່ວໂມງ

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ນະຄອນຫຼວງມະນີລາ ປະເທດຟີລິບປິນ, ມີແຜນທີ່ຈະນຳໃຊ້ເຕັກໂນໂລຊີປັນຍາປະດິດ (AI) ເພື່ອຄາດຄະເນນໍ້າຖ້ວມລ່ວງໜ້າໄດ້ເຖິງ 2 ຊົ່ວໂມງ. ໂດຍລະບົບດັ່ງກ່າວຈະໃຊ້ໂດຣນທີ່ໃຊ້ພະລັງງານ AI ແລະ ເຕັກໂນໂລຊີການສ້າງແຜນທີ່ 3D ເພື່ອວິເຄາະປະລິມານນໍ້າຝົນ, ປະລິມານນໍ້າ ແລະ ລະດັບຄວາມສູງຂອງແຜ່ນດິນ ເພື່ອລະບຸພື້ນທີ່ທີ່ສ່ຽງນໍ້າຖ້ວມ.
7 ເດືອນຕົ້ນປີ ການສົ່ງອອກ-ນຳເຂົ້າຂອງຫວຽດນາມ ຈະບັນລຸ 659 ຕື້ໂດລາ

7 ເດືອນຕົ້ນປີ ການສົ່ງອອກ-ນຳເຂົ້າຂອງຫວຽດນາມ ຈະບັນລຸ 659 ຕື້ໂດລາ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 2 ສິງຫາ ຜ່ານມາວ່າ: ສະພາບການເສດຖະກິດ ຫວຽດນາມ ໃນ 7 ເດືອນຜ່ານມາໄດ້ຮັບຮູ້ຫຼາຍສັນຍານທີ່ຕັ້ງໜ້າຈາກການຜະລິດອຸດສາຫະກຳ, ສົ່ງອອກ-ນຳເຂົ້າ, ບໍລິໂພກ ແລະ ດຶງດູດການລົງທຶນ.
Samsung ຈະສ້າງໂຮງງານຜະລິດຊິບແຫ່ງທີສອງໃນລັດເທັກຊັສ ໃນທ້າຍປີນີ້

Samsung ຈະສ້າງໂຮງງານຜະລິດຊິບແຫ່ງທີສອງໃນລັດເທັກຊັສ ໃນທ້າຍປີນີ້

ຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ ຜ່ານມາວ່າ: ບໍລິສັດ Samsung Electronics, ຜູ້ຜະລິດຊິບໜ່ວຍຄວາມຈຳທີ່ໃຫຍ່ທີ່ສຸດໃນໂລກຈາກ ສ ເກົາຫຼີ ໄດ້ເປີດເຜີຍໃນວັນທີ 30 ກໍລະກົດ ຜ່ານມາວ່າ, ບໍລິສັດ ຈະເລີ່ມກໍ່ສ້າງໂຮງງານຜະລິດເຊມິຄອນດັກເຕີແຫ່ງທີສອງ ຫຼື Taylor Fab 2 ໃນເມືອງເທເລີ ລັດເທັກຊັສ ສະຫະລັດອາເມຣິກາ ໃນທ້າຍປີນີ້.
ມາເລເຊຍ ເປີດໂຄງການຈັດຫາງານ ເພື່ອຊ່ວຍເຫຼືອກຸ່ມຄົນທີ່ມີຄວາມສ່ຽງ

ມາເລເຊຍ ເປີດໂຄງການຈັດຫາງານ ເພື່ອຊ່ວຍເຫຼືອກຸ່ມຄົນທີ່ມີຄວາມສ່ຽງ

ສຳນັກຂ່າວສານຊິນຮວາຍລາຍງານໃນວັນທີ 28 ກໍລະກົດ ຜ່ານມາວ່າ: ປະເທດມາເລເຊຍໄດ້ເປີດໂຄງການສົ່ງເສີມການຈ້າງງານພາຍໃຕ້ໂຄງການການເງິນເພື່ອສັງຄົມ iTEKAD ເພື່ອຊ່ວຍເຫຼືອປະຊາຊົນຈາກກຸ່ມທີ່ມີຄວາມສ່ຽງໃຫ້ມີວຽກເຮັດງານທຳທີ່ໝັ້ນຄົງ ແລະ ລາຍໄດ້ທີ່ຍືນຍົງ.
Microsoft ມີລາຍຮັບເພີ່ມຂຶ້ນ 18% ໃນໄຕຣມາດທີ 4 ຂອງປີງົບປະມານ 2026

Microsoft ມີລາຍຮັບເພີ່ມຂຶ້ນ 18% ໃນໄຕຣມາດທີ 4 ຂອງປີງົບປະມານ 2026

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ກໍລະກົດ ຜ່ານມາວ່າ: ບໍລິສັດ Microsoft ໄດ້ປະກາດຫວ່າງມໍ່ໆມານີ້ວ່າ: ບໍລິສັດມີລາຍໄດ້ 90 ຕື້ໂດລາໃນໄຕມາດທີ 4 ຂອງປີງົບປະມານ 2026 (ສິ້ນສຸດວັນທີ 30 ມິຖຸນາ), ເພີ່ມຂຶ້ນ 18% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ.
ເພີ່ມເຕີມ