ຫວຽດນາມ ຕ້ອນຮັບແຂກທ່ອງທ່ຽວສາກົນກວ່າພັນເທື່ອຄົນ

ຫວຽດນາມ ຕ້ອນຮັບແຂກທ່ອງທ່ຽວສາກົນກວ່າພັນເທື່ອຄົນ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 31 ທັນວາ ຜ່ານມານີ້, ທ່າກຳປັ່ນສາກົນ ຮາລອງ, ແຂວງ ກວາງນິງ ໄດ້ຕ້ອນຮັບກຳປັ່ນທະເລ 2 ລຳທີ່ນຳສົ່ງແຂກທ່ອງທ່ຽວເອີຣົບ, ອາເມຣິກາ ເກືອບ 4000 ເທື່ອຄົນ ທີ່ເດີນທາງມາທ່ອງທ່ຽວ ນະຄອນມໍລະດົກ ອ່າວຮາລອງ. ໃນກຳປັ່ນທະເລສາກົນ 2 ລຳດັ່ງກ່າວ, ມີກຳປັ່ນ ວາສໂກ ດາ ກາມາ ຂອງ ປອກຕຸຍການໄດ້ເຂົ້າທຽບທ່າຮາລອງຄັ້ງທຳອິດ ຊຶ່ງນຳສົ່ງແຂກທ່ອງທ່ຽວເຢຍລະມັນ ເກືອບ 650 ເທື່ອຄົນ. ໃນຂະນະນັ້ນ, ກຳປັ່ນ ເຊເລບບີຕີ ຊອລຕິຊ ຂອງ ມອລຕາ(Malta)ໄດ້ເຂົ້າທຽບທ່າກຳປັ່ນສາກົນຮາລອງເຖິງ 5 ຄັ້ງໃນປີ 2023, ນຳແຂກທ່ອງທ່ຽວເອີຣົບ, ທະວີບ ອາເມຣິກາ ກ່ວາ 300ເທື່ອຄົນ. ນີ້ແມ່ນໜຶ່ງໃນບັນດາຄະນະແຂກທ່ອງທ່ຽວທີ່ຫຼາຍທີ່ສຸດນັບແຕ່ເດືອນເມສາ ປີ 2023 ມານີ້.
ແຂກທ່ອງທ່ຽວມາຈາກທ່າກຳປັ່ນທະເລສາກົນ ຈະທ່ອງທ່ຽວໃນສະຖານທີ່ທີ່ມີຊື່ສຽງບໍລິເວນນະຄອນ ຮາລອງ ຄື: ຫໍພິພິທະພັນ ກວາງນິງ, ທ່ຽວໃນຕົວເມືອງ, ສະຖານທີ່ວັດທະນະທຳ, ແລະ ສະຖານທີ່ທ່ອງທ່ຽວ ຫຼາຍແຫ່ງຢູ່ຮາລອງ. ໃນໂອກາດພັກບຸນປີໃໝ່ສາກົນ 2024, ແຂວງກວາງນິງ ຍັງໄດ້ຈັດຫຼາຍກິດຈະກຳເພື່ອດຶງດູດແຂກທ່ອງທ່ຽວ.

ຄໍາເຫັນ

ຂ່າວຕ່າງປະເທດ

ຍີ່ປຸ່ນ ຍັງສືບຕໍ່ປະເຊີນກັບສະພາບອາກາດຮ້ອນຮຸນແຮງ

ຍີ່ປຸ່ນ ຍັງສືບຕໍ່ປະເຊີນກັບສະພາບອາກາດຮ້ອນຮຸນແຮງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 26 ກໍລະກົດ ຜ່ານມາວ່າ: ອົງການອຸຕຸນິຍົມວິທະຍາຍີ່ປຸ່ນລາຍງານວ່າ, 6 ເມືອງໃນພາກກາງຂອງຍີ່ປຸ່ນມີອຸນຫະພູມສູງເຖິງ 40 ອົງສາ ຫຼື ສູງກວ່ານັ້ນຕິດຕໍ່ກັນເປັນເວລາ 5 ມື້ ເມື່ອນັບມາຮອດວັນທີ 25 ກໍລະກົດ ຜ່ານມາ ຊຶ່ງເປັນໄລຍະເວລາທີ່ຮ້ອນທີ່ສຸດຕິດຕໍ່ກັນດົນທີ່ສຸດນັບຕັ້ງແຕ່ມີຂໍ້ມູນປຽບທຽບໃນປີ 2010. ໂດຍທັງ 6 ເມືອງດັ່ງກ່າວຕັ້ງຢູ່ໃນ 4 ແຂວງຂອງພາກພື້ນໂທໄກຄື: ຊິຊູໂອກະ, ກິຟຸ, ມິເອະ ແລະ ໄອຈິ.
ສິງກະໂປ ແລະ ໄທ ເຊັນບົດ MoU ເພີ່ມຄວາມປອດໄພທາງໄຊເບີ

ສິງກະໂປ ແລະ ໄທ ເຊັນບົດ MoU ເພີ່ມຄວາມປອດໄພທາງໄຊເບີ

ສຳນັກຂ່າວສານຊິນຮວາລາຍງານໃນທ້າຍອາທິດຜ່ານມາວ່າ: ອົງການການເງິນສິງກະໂປ ຫຼື ທະນາຄານກາງສິງກະໂປ ແລະ ທະນາຄານແຫ່ງປະເທດໄທ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MoU) ເພື່ອເສີມຂະຫຍາຍການຮ່ວມມືດ້ານຄວາມປອດໄພທາງໄຊເບີ ແລະ ຕ້ານການສໍ້ໂກງທາງດີຈີຕອນ, ຍ້ອນວ່າໄພຂົ່ມຂູ່ທາງໄຊເບີມີຄວາມສັບຊ້ອນຫຼາຍຂຶ້ນໃນລະບົບການເງິນທີ່ເຊື່ອມຕໍ່ກັນໃນທົ່ວພາກພື້ນ.
ການ​ນຳ​ພັກ - ລັດ ຫວຽດນາມ ​ ​ໄຫ​ວ້ອາ​ໄລ​​ປະ​ທານ ​ໂຮ່​ຈິມິນ ແລະ ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ

ການ​ນຳ​ພັກ - ລັດ ຫວຽດນາມ ​ ​ໄຫ​ວ້ອາ​ໄລ​​ປະ​ທານ ​ໂຮ່​ຈິມິນ ແລະ ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເນື່ອງ​ໃນ​ໂອ​ກາດວັນ​ທະ​ຫານ​ເສຍ​ອົງ​ຄະ​ - ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ຫວຽດນາມ ຄົບຮອບ 79 ປີ (27/7/1947 - 27/7/2026), ໃນ​ວັນ​ທີ 26 ກໍ​ລະ​ກົດ ຜ່ານມາ, ຄະ​ນະ​ຜູ້​ແທນ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​, ປະ​ທານ​ປະ​ເທດ, ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ໄດ້​ໄປ​ວາງ​ພວງ​ມາ​ລາຢູ່ສຸສານ ປະທານ ໂຮ່ຈິມິນ ແລະ ຈູດ​ທູບ​ໃຕ້​ທຽນ​ອາ​ໄລ​ຫາ​ບັນ​ດາ​ນັກ​ວິ​ລະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່​ອະ​ນຸ​ສາ​ວະ​ລີ​ບັນ​ດານັກ​ວິ​ລະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດຖະ​ໜົ​ນ ​ບັກ​ເຊີນ ນະຄອນຫຼວງຮ່າ​ໂນ້ຍ.
ຂົງເຂດການຜະລິດຂັ້ນສູງຂອງຈີນສ້າງຜົນງານໂດດເດັ່ນ

ຂົງເຂດການຜະລິດຂັ້ນສູງຂອງຈີນສ້າງຜົນງານໂດດເດັ່ນ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 25 ກໍລະກົດ ຜ່ານມາວ່າ: ໃນລະຫວ່າງເດືອນມັງກອນ ຫາ ເດືອນມິຖຸນາປີນີ້, ຂົງເຂດການຜະລິດຂັ້ນສູງຂອງຈີນສາມາດສ້າງຜົນງານທີ່ໂດດເດັ່ນ.
ລັດຖະບານອົສຕຣາລີ ຈະທົດສອບລະບົບເຕືອນໄພສຸກເສີນຜ່ານໂທລະສັບມືຖື

ລັດຖະບານອົສຕຣາລີ ຈະທົດສອບລະບົບເຕືອນໄພສຸກເສີນຜ່ານໂທລະສັບມືຖື

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 22 ກໍລະກົດ ຜ່ານມາວ່າ: ທ່ານ ຄຣິສຕີ ແມັກເບນລັດຖະມົນຕີກະຊວງຄຸ້ມຄອງເຫດສຸກເສີນຂອງອົສຕຣາລີໄດ້ເປີດເຜີຍວ່າ, ລັດຖະບານອົສຕຣາລີຈະທົດສອບ "AusAlert," ລະບົບເຕືອນໄພສຸກເສີນທາງໂທລະສັບມືຖືທົ່ວປະເທດໃນເວລາ 14:00 ໂມງ ຂອງວັນທີ 27 ກໍລະກົດນີ້ ຕາມເວລາມາດຕະຖານຕາເວັນອອກຂອງອົສຕຣາລີ, ກ່ອນທີ່ຈະເລີ່ມນຳໃຊ້ຢ່າງເຕັມຮູບແບບໃນເດືອນຕຸລາ. ເຖິງແມ່ນວ່າບາງລັດ ແລະ ບາງເຂດມີຄວາມກັງວົນກ່ຽວກັບການເຊື່ອມໂຍງ AusAlertກັບລະບົບເຕືອນໄພທີ່ມີຢູ່ແລ້ວ.
ລັດຖະສະພາຝຣັ່ງ ຜ່ານຮ່າງກົດໝາຍຫ້າມເດັກນ້ອຍອາຍຸຕ່ຳກວ່າ 15 ປີໃຊ້ສື່ສັງຄົມອອນລາຍ

ລັດຖະສະພາຝຣັ່ງ ຜ່ານຮ່າງກົດໝາຍຫ້າມເດັກນ້ອຍອາຍຸຕ່ຳກວ່າ 15 ປີໃຊ້ສື່ສັງຄົມອອນລາຍ

ສຳນັກຂ່າວສານຊິນຮວາລາຍງານ ໃນວັນທີ 22 ກໍລະກົດ ຜ່ານມາວ່າ: ລັດຖະສະພາຝຣັ່ງໄດ້ຜ່ານຮ່າງກົດໝາຍວ່າດ້ວຍການປົກປ້ອງເດັກນ້ອຍຈາກຄວາມສ່ຽງທີ່ກ່ຽວຂ້ອງກັບການໃຊ້ສື່ສັງຄົມອອນລາຍ. ໂດຍຮ່າງກົດໝາຍດັ່ງກ່າວມີຈຸດປະສົງເພື່ອຫ້າມການເຂົ້າເຖິງສື່ສັງຄົມອອນລາຍສຳລັບເດັກນ້ອຍອາຍຸຕ່ຳກວ່າ 15 ປີ, ເພື່ອປົກປ້ອງພວກເຂົາຈາກເນື້ອໃນທີ່ອາດຈະເປັນອັນຕະລາຍ ຫຼື ເຮັດໃຫ້ເກີດຄວາມກັງວົນ. ບັນດາຂໍ້ກຳນົດດັ່ງກ່າວຈະມີຜົນບັງຄັບໃຊ້ໃນວັນທີ 1 ກັນຍາ ນີ້.
EU ສັ່ງໃຫ້ Google ຈ່າຍຄ່າປັບໃໝ 890 ລ້ານເອີໂຣ

EU ສັ່ງໃຫ້ Google ຈ່າຍຄ່າປັບໃໝ 890 ລ້ານເອີໂຣ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 23 ກໍລະກົດ ຜ່ານມາວ່າ: ຄະນະກຳມາທິການເອີຣົບ (EU) ໄດ້ປັບ ໃໝ Google ເປັນຈຳນວນເງິນ 890 ລ້ານເອີໂຣ ສຳລັບການລະເມີດກົດໝາຍຕະຫຼາດດີຈີຕອນຂອງສະຫະພາບເອີຣົບ ໂດຍການໃຫ້ບໍລິການໆຄົ້ນຫາຂອງຕົນໄດ້ຮັບຜົນປະໂຫຍດໃນໜ້າສະແດງຜົນການຄົ້ນຫາ ແລະ ປ້ອງກັນບໍ່ໃຫ້ນັກພັດທະນາແອັບພິເຄເຊິນເຂົ້າເຖິງຜູ້ໃຊ້ເພື່ອແນະນຳທາງເລືອກທີ່ລາຄາຖືກກວ່າ Play Store.
ກອງປະ​ຊຸມ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ອາຊຽນ - ຈີນ ​ອອກຖະ​ແຫຼງ​ການ​ຮ່ວມ

ກອງປະ​ຊຸມ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ອາຊຽນ - ຈີນ ​ອອກຖະ​ແຫຼງ​ການ​ຮ່ວມ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 24 ກໍລະກົດ ຜ່ານມາວ່າ: ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ອາ​ຊຽນ-ຈີນ​ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 22 ກໍ​ລະ​ກົດ​ ຜ່ານມາ​ຢູ່​ນະ​ຄອນ​ຫຼວງ​ມະ​ນີ​ລາ ປະເທດ​ຟິ​ລິບ​ປິນ, ຫຼັງ​ຈາກກອງ​ປະ​ຊຸມ​ສຳ​ເລັດ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ.
ຫວຽດນາມ ວາງເປົ້າໝາຍການສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບ ໃຫ້ບັນລຸ 48 ຕື້ໂດລາ

ຫວຽດນາມ ວາງເປົ້າໝາຍການສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບ ໃຫ້ບັນລຸ 48 ຕື້ໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 23 ກໍລະກົດ ຜ່ານມາວ່າ: ເຄື່ອງ​ຕ່ຳ​ແ​ຜ່ນ​ຕັດ​ຫ​ຍິບ ຫວຽດ​ນາມ ​ພະ​ຍາ​ຍາມ​ຮັກ​ສາ​ໃບ​ສັ່ງ​ຊື້​ສິນ​ຄ້າ, ຍົກ​ສູງ​ປະ​ສິດ​ທິ​ຜົນ, ຄວບ​ຄຸມ​ລາຍ​ຈ່າຍ, ເປັນ​ເຈົ້າ​ແຫຼ່ງວັດ​ຖຸ​ດິບ ແລະ ຫັນ​ຕະ​ຫຼາດ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ ເພື່ອກ້າວ​ໄປ​ເຖິງ​ເປົ້າ​ໝາຍ​ການ​ສົ່ງ​ອອກ​ໃຫ້​ບັນ​ລຸ 48 ຕື້ໂດລາ ໃນ​ປີ 2026.
ງານບຸນວັດທະນະທຳຊີ້ນແກະ ດຶງດູດການທ່ອງທ່ຽວ ແລະ ການບໍລິໂພກອາຫານໃນໄລຍະລະດູຮ້ອນທາງພາກຕາເວັນອອກຂອງຈີນ

ງານບຸນວັດທະນະທຳຊີ້ນແກະ ດຶງດູດການທ່ອງທ່ຽວ ແລະ ການບໍລິໂພກອາຫານໃນໄລຍະລະດູຮ້ອນທາງພາກຕາເວັນອອກຂອງຈີນ

ເມືອງ Xiao ແຂວງອານຮຸຍ ມີຊື່ສຽງດ້ານປະເພນີການບໍລິໂພກຊີ້ນແກະມາເປັນເວລາດົນນານ, ງານສະຫຼອງບຸນວັດທະນະທຳຊີ້ນແກະໃນໄລຍະລະດູຮ້ອນ ຊຶ່ງຈັດຂຶ້ນເປັນເວລາ 21 ວັນກຳລັງດຳເນີນໄປຢ່າງຄຶກຄື້ນແລະ ຈະສິ້ນສຸດໃນວັນທີ 4 ສິງຫາ ນີ້.
ເພີ່ມເຕີມ