ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 27 ສິງຫາ ຜ່ານມາວ່າ: ອິນເດຍໄດ້ປະກາດຈະເປັນເຈົ້າພາບຈັດກອງປະຊຸມສຸດຍອດ BRICS ຄັ້ງທີ 18 ທີ່ນະຄອນຫຼວງນິວເດລີ ໃນລະຫວ່າງວັນທີ 12-13 ກັນຍາ ນີ້, ພາຍໃຕ້ຫົວຂໍ້ "ການສ້າງຄວາມຍືດຍຸ່ນ, ນະວັດຕະກໍາ, ການຮ່ວມມື ແລະ ຄວາມຍືນຍົງ." ໂດຍມີປະເທດສະມາຊິກ ແລະ ຄູ່ຮ່ວມງານ BRICS, ພ້ອມທັງແຂກທີ່ຖືກເຊີນເຂົ້າຮ່ວມ.
ກະຊວງການຕ່າງປະເທດອິນເດຍລະບຸວ່າ: ບັນດາຜູ້ນຳຈະແລກປ່ຽນທັດສະນະກ່ຽວກັບການເສີມສ້າງການຮ່ວມມືພາຍໃນ BRICS ແລະ ບັນຫາສໍາຄັນ, ພ້ອມທັງແບ່ງປັນທັດສະນະກ່ຽວກັບບັນຫາທົ່ວໂລກ ແລະ ພາກພື້ນທີ່ມີຄວາມສຳຄັນ. ໂດຍໃນປີນີ້, ມີກອງປະຊຸມ ແລະ ກິດຈະກຳລະດັບສູງ 350 ຄັ້ງທີ່ຈັດຂຶ້ນໃນຫຼາຍກວ່າ 25 ເມືອງທົ່ວປະເທດອິນເດຍ.
ຄໍາເຫັນ