ທ່ານ ທັນຈຸງ ກ່າວວ່າ: ຈະນຳໃຊ້ເຕັກໂນໂລຊີທີ່ເປັນມິດກັບສິ່ງແວດລ້ອມເພື່ອມາແປຮູບຂີ້ເຫຍື້ອ ພລາສຕິກໂດຍຜ່ານຂະບວນການຂອງ pyrolysis ຫຼື ການລະລາຍຄວາມຮ້ອນ ເພື່ອຜະລິດນໍ້າມັນເຊື້ອໄຟຊີວະມວນ ແລະ ໄຟຟ້າ ຊຶ່ງລັດຖະບານມີເປົ້າໝາຍທີ່ຈະປ່ຽນຂີ້ເຫຍື້ອໃຫ້ເປັນພະລັງງານ ໃນຕົວເມືອງໃຫຍ່ຢ່າງໜ້ອຍ 30 ເມືອງພາຍໃນປີ 2029 ແຕ່ລະເມືອງຄາດວ່າຈະສາມາດຜະລິດກະແສໄຟຟ້າໄດ້ປະມານ 20 ເມກາວັດ.
ນອກນີ້, ໂຄງການລິເລີ່ມດັ່ງກ່າວ ແມ່ນສ່ວນໜຶ່ງຂອງຄວາມພະຍາຍາມຂອງອິນໂດເນເຊຍໃນການບັນລຸເປົ້າໝາຍການບໍລິຫານຈັດການຂີ້ເຫຍື້ອ 100% ໃນປີ 2029.
ຄໍາເຫັນ