ທ່ານ ອາກຸງ ຊູການດາຜູ້ອຳນວຍການໃຫຍ່ຂອງກົມລ້ຽງສັດ ແລະ ສຸຂະພາບສັດ ກະຊວງກະສິກຳອິນໂດເນເຊຍ ກ່າວວ່າ: ກຳລັງສົ່ງເສີມການປູກພືດຕະກຸນຖົ່ວທີ່ທົນທານຕໍ່ຄວາມແຫ້ງແລ້ງ ແລະ ຫຍ້າເນເປຍ ທີ່ມີໂປຣຕີນສູງ ຊຶ່ງສາມາດທົນທານຕໍ່ສະພາບແຫ້ງແລ້ງທີ່ຍາວນານໄດ້ ເພື່ອຊ່ວຍໃຫ້ຊາວກະສິກອນຫຼຸດຜ່ອນການເພິ່ງພາອາໄສອາຫານສັດຕາມທຳມະຊາດ ຊຶ່ງມັກຈະຂາດແຄນໃນລະດູແລ້ງທີ່ຍາວນານ.
ກະຊວງດັ່ງກ່າວຍັງສົ່ງເສີມວິທີການຮັກສາອາຫານສັດ ເຊັ່ນ: ການໝັກ ແລະ ການຕາກແຫ້ງ ເພື່ອໃຫ້ສາມາດເກັບຮັກສາ ແລະ ນຳໃຊ້ໃນໄລຍະທີ່ຂາດແຄນອາຫານສັດ.
ຄໍາເຫັນ