ອິນໂດເນເຊຍ ປິດຈຸດຂ້າມທາງລົດໄຟທີ່ຜິດກົດໝາຍ ເພື່ອປັບປຸງຄວາມປອດໄພ

ອິນໂດເນເຊຍ ປິດຈຸດຂ້າມທາງລົດໄຟທີ່ຜິດກົດໝາຍ ເພື່ອປັບປຸງຄວາມປອດໄພ

ອິນໂດເນເຊຍ ປິດຈຸດຂ້າມທາງລົດໄຟທີ່ຜິດກົດໝາຍ ເພື່ອປັບປຸງຄວາມປອດໄພ
ຂ່າວຕ່າງປະເທດລາຍງານໃນວັນທີ 24 ພຶດສະພາ ຜ່ານມາວ່າ: ທ່ານ ດູດີ ປູຣວາກັນທີ ລັດຖະມົນຕີກະຊວງຄົມມະນາຄົມຂອງອິນໂດເນເຊຍ ໄດ້ເປີດເຜີຍວ່າ: ກະຊວງດັ່ງກ່າວໄດ້ຮ່ວມມືກັບບໍລິສັດ PT Kereta Api Indonesia (PT KAI), ບໍລິສັດທາງລົດໄຟຂອງລັດຖະບານອິນໂດເນເຊຍ ເລີ່ມປິດຈຸດຂ້າມທາງລົດໄຟທີ່ບໍ່ໄດ້ຮັບອະນຸຍາດ 172 ແຫ່ງ ເພື່ອເພີ່ມຄວາມປອດໄພທາງລົດໄຟ ແລະ ຫຼຸດຜ່ອນອຸບັດຕິເຫດທີ່ກ່ຽວຂ້ອງກັບຜູ້ໃຊ້ຖະໜົນຫົນທາງ. ໂຄງການດັ່ງກ່າວແມ່ນແນໃສ່ຈຸດຂ້າມທີ່ຖືວ່າເປັນອັນຕະລາຍຕໍ່ທັງການຈະລາຈອນທາງຖະໜົນ ແລະ ການແລ່ນລົດໄຟ.

 

ທ່ານ ປູຣວາກັນທີ ກ່າວວ່າ: ແຜນການປັບປຸງຄວາມປອດໄພລວມມີການຈັດວາງພະນັກງານເພື່ອຕິດຕາມຈຸດຂ້າມທາງ, ການກໍ່ສ້າງປ້ອມຍາມ, ການຕິດຕັ້ງລະບົບການສື່ສານ ແລະ ການເພີ່ມອຸປະກອນຄວາມປອດໄພອື່ນໆ. ລັດຖະບານໄດ້ຈັດສັນງົບປະມານ ປະມານ 800 ຕື້ຣູເປຍ ເພື່ອເລັ່ງການຕິດຕັ້ງພື້ນຖານໂຄງລ່າງດ້ານຄວາມປອດໄພຢູ່ຈຸດຂ້າມທາງລົດໄຟທົ່ວປະເທດ.

ຂໍ້ມູນຈາກກະຊວງດັ່ງກ່າວຊີ້ໃຫ້ເຫັນວ່າ: ໃນໄລຍະ 3 ປີຜ່ານມາ, ມີອຸບັດຕິເຫດບໍລິເວນຈຸດຂ້າມທາງລົດໄຟຫຼາຍກວ່າ 1,000 ຄັ້ງ ຊຶ່ງສ່ວນຫຼາຍເກີດບໍລິເວນຈຸດຂ້າມທີ່ບໍ່ໄດ້ຮັບອະນຸຍາດ, ໂດຍລົດຈັກຄິດເປັນປະມານ 55% ຂອງອຸບັດເຫດທັງໝົດ.

ຄໍາເຫັນ

ຂ່າວຕ່າງປະເທດ

ທ່ານ​ນາງ ​ເຜີງ​ລີ້ຢວນ ​ແລະ ທ່ານ​ນາງ ທາ​ມາ​ຣາ ພັນ​ລະ​ຍາ​ປະ​ທາ​ນາ​ທິ​ບໍ​ດີ​ແຊັກ​ບີ ຢ້ຽມ​ຢາມ​ມະ​ຫາ​ວິ​ທະ​ຍາ​ໄລ​ຟ້ອນ​ລຳ​ປັກ​ກິ່ງ

ທ່ານ​ນາງ ​ເຜີງ​ລີ້ຢວນ ​ແລະ ທ່ານ​ນາງ ທາ​ມາ​ຣາ ພັນ​ລະ​ຍາ​ປະ​ທາ​ນາ​ທິ​ບໍ​ດີ​ແຊັກ​ບີ ຢ້ຽມ​ຢາມ​ມະ​ຫາ​ວິ​ທະ​ຍາ​ໄລ​ຟ້ອນ​ລຳ​ປັກ​ກິ່ງ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນ​ວັນ​ທີ 25 ພຶດ​ສະ​ພາ​ນີ້, ທ່ານ​ນາງ ​ເຜີງ​ລີ້ຢວນ ພັນ​ລະ​ຍາທ່ານ​ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ ແລະ​ ທ່ານ​ນາງ ທາ​ມາ​ຣາວູຊິກ ພັນ​ລະ​ຍາ​ປະ​ທາ​ນາ​ທິ​ບໍ​ດີ​ແຊັກ​ບີ ໄດ້​ໄປຢ້ຽມ​ຢາມມະ​ຫາ​ວິ​ທະ​ຍາ​ໄລ​ຟ້ອນ​ລຳ​ປັກ​ກິ່ງ.
WHO ​ເປີດ​ເຜີຍ ຈຳນວນຜູ້ທີ່ສົງໄສ​ຕິດ​ເຊື້ອ​ອີ​ໂບລາ​ໃນກົງໂກ ​​ເພີ່ມ​ຂຶ້ນຫຼາຍກວ່າ 900 ຄົນ

WHO ​ເປີດ​ເຜີຍ ຈຳນວນຜູ້ທີ່ສົງໄສ​ຕິດ​ເຊື້ອ​ອີ​ໂບລາ​ໃນກົງໂກ ​​ເພີ່ມ​ຂຶ້ນຫຼາຍກວ່າ 900 ຄົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 25 ພຶດສະພາ ຜ່ານມາວ່າ: ທ່ານ ທີໂດຣສ ອັດຮານອມ ກີເບຣເຢຊຸສ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) ໄດ້ເປີດເຜີຍວ່າ, ສາທາລະນະລັດ ປະຊາທິປະໄຕ ກົງໂກ ຫຼື DRC ໄດ້ລາຍງານຈຳນວນຜູ້ທີ່ສົງໃສວ່າເປັນພະຍາດອີໂບລາຫຼາຍກວ່າ 900 ຄົນ, ໂດຍມີກໍລະນີທີ່ຢືນຢັນແລ້ວ 101 ຄົນ. ເຈົ້າໜ້າທີ່ໄດ້ເພີ່ມທະວີມາດຕະການເຝົ້າລະວັງເພື່ອຕ້ານການແຜ່ລະບາດຂອງພະຍາດອີໂບລາ.
ອິນເດຍ ປະເຊີນກັບຄື້ນຄວາມຮ້ອນຮຸນແຮງ

ອິນເດຍ ປະເຊີນກັບຄື້ນຄວາມຮ້ອນຮຸນແຮງ

ຂ່າວຕ່າງປະເທດລາຍງານໃນວັນທີ 25 ພຶດສະພາ ຜ່ານມາວ່າ: ອິນເດຍກຳລັງປະເຊີນກັບຄື້ນຄວາມຮ້ອນຮຸນແຮງ, ໂດຍມີລາຍງານຜູ້ເສຍຊີວິດຢ່າງໜ້ອຍ 16 ຄົນຈາກອາການເປັນລົມແດດ, ໃນຂະນະທີ່ຫຼາຍເມືອງທົ່ວປະເທດອຸນຫະພູມສູງຂຶ້ນເກີນ 45 ອົງສາ ທ່າມກາງຄຳເຕືອນດ້ານສຸຂະພາບ.
ລາຄານ້ຳມັນດິບໂລກຫຼຸດລົງຫຼາຍກວ່າ 5%

ລາຄານ້ຳມັນດິບໂລກຫຼຸດລົງຫຼາຍກວ່າ 5%

ຂ່າວຕ່າງປະເທດລາຍງານວ່າ: ລາຄານ້ຳມັນໂລກຫຼຸດລົງຫຼາຍກວ່າ 5% ໃນການຊື້-ຂາຍໃນວັນ 25 ພຶດສະພາ ຜ່ານມາ ຫຼັງຈາກນັກລົງທຶນມີຄວາມຫວັງວ່າ ສະຫະລັດ ອາເມຣິກາ ແລະ ອີຣານ ອາດຈະບັນລຸຂໍ້ຕົກລົງເພື່ອຢຸດຕິຂໍ້ຂັດແຍ່ງໃນຕາເວັນອອກກາງ, ເຖິງວ່າທ່ານ ໂດໂນ ທຣຳ ປະທານາທິບໍດີ ສະຫະລັດ ອາເມຣິກາ ໄດ້ສົ່ງສັນຍານວ່າຂໍ້ຕົກລົງຍັງບໍ່ທັນສາມາດບັນລຸໄດ້ໃນໄວໆນີ້.
ຈີນ​ ໄດ້​ຮັບໃບ​ຈອງ​ຊື້​ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນຂະ​ໜາດ​ໃຫຍ່ພິເສດຫຼາຍກວ່າ 90% ​ທົ່ວ​ໂລກ

ຈີນ​ ໄດ້​ຮັບໃບ​ຈອງ​ຊື້​ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນຂະ​ໜາດ​ໃຫຍ່ພິເສດຫຼາຍກວ່າ 90% ​ທົ່ວ​ໂລກ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 25 ພຶດສະພາຜ່ານມາວ່າ: ນັບຕັ້ງ​ແຕ່​ຕົ້ນ​ປີ​ນີ້​ມາ, ອຸດ​ສາ​ຫະ​ກຳ​​ຕໍ່​ເຮືອຂອງ​ຈີນ​ໄດ້​ຮັບ​ໃບ​ຈອງ​ຊື້​ໃໝ່​ຢ່າງຕໍ່​ເນື່ອງ, ໂດຍ​ສະ​ເພາະ​ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນຂະ​ໜາດ​ໃຫຍ່ພິ​ເສດໄດ້​ກ​ວມ​ເອົາຫຼາຍກວ່າ 90% ​ຂອງ​ໃບ​ຈອງ​ຊື້​ໃໝ່ໃນ​ທົ່ວ​ໂລກ.
ຍີ່ປຸ່ນ ສຳຫຼວດພົບແມ່ຍິງອາຍຸສູງເກືອບເຄິ່ງໜຶ່ງ ເລືອກ AI ຮັບຟັງບັນຫາຊີວິດ

ຍີ່ປຸ່ນ ສຳຫຼວດພົບແມ່ຍິງອາຍຸສູງເກືອບເຄິ່ງໜຶ່ງ ເລືອກ AI ຮັບຟັງບັນຫາຊີວິດ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ຜົນການສຳຫຼວດຫຼ້າສຸດໃນປະເທດຍີ່ປຸ່ນເປີດເຜີຍວ່າ, ແມ່ຍິງອາຍຸສູງແມ່ນກຸ່ມທີ່ມີທ່າອ່ຽງເລືອກໃຊ້ປັນຍາປະດິດ (AI) ຫຼາຍກວ່າກຸ່ມອາຍຸອື່ນໆ ເມື່ອຕ້ອງການຄຳແນະນຳກ່ຽວກັບສາຍພົວພັນລະຫວ່າງບຸກຄົນ ຊຶ່ງກົງກັນຂ້າມກັບກຸ່ມອາຍຸອື່ນໆທີ່ສ່ວນໃຫຍ່ຍັງມັກລົມກັບຄົນຫຼາຍກວ່າ.
GDP ສິງກະໂປ ໃນໄຕຣມາດທີ 1 ປີ 2026 ຂະຫຍາຍຕົວ 6%

GDP ສິງກະໂປ ໃນໄຕຣມາດທີ 1 ປີ 2026 ຂະຫຍາຍຕົວ 6%

ຂ່າວຕ່າງປະເທດລາຍງານວ່າ: ກະຊວງການຄ້າ ແລະ ອຸດສາຫະກຳສິງກະໂປ (MTI) ໄດ້ເປີດເຜີຍໃນວັນທີ 25 ພຶດສະພາ ນີ້ວ່າ, ລວມຍອດຜະລິດຕະພັນພາຍໃນປະເທດ (GDP) ໃນໄຕມາດທຳອິດຂອງປີ 2026 ຂະຫຍາຍຕົວ 6.0% ເມື່ອທຽບກັບປີກ່ອນ ຊຶ່ງສູງກວ່າໂຕເລກການຄາດຄະເນເບື້ອງຕົ້ນຢ່າງເປັນທາງການຢູ່ທີ່ 4.6%.
ອິນໂດເນເຊຍ ຂະຫຍາຍກຳລັງການເກັບຮັກສາເຂົ້າ

ອິນໂດເນເຊຍ ຂະຫຍາຍກຳລັງການເກັບຮັກສາເຂົ້າ

ຂ່າວຕ່າງປະເທດລາຍງານໃນທ້າຍອາທິດຜ່ານມາວ່າ: ທ່ານ ອາໝັດ ຣິຊັລ ຣາມທານີຜູ້ອຳນວຍການຝ່າຍບໍລິຫານຂອງອົງການໂລຈິສຕິກແຫ່ງລັດຂອງອິນໂດເນເຊຍ (Bulog) ໄດ້ເປີດເຜີຍແຜນການທີ່ຈະຂະຫຍາຍຄວາມສາມາດໃນການເກັບຮັກສາເຂົ້າເປັນ 7 ລ້ານໂຕນ, ຍ້ອນວ່າປະລິມານຄັງສຳຮອງເຂົ້າຂອງລັດຖະບານຍັງສືບຕໍ່ເພີ່ມຂຶ້ນ, ເຮັດໃຫ້ Bulog ຕ້ອງເຊົ່າພື້ນທີ່ສາງເພີ່ມເຕີມທົ່ວປະເທດ.
ຈີນ ສົ່ງຍານອະວະກາດເສີນໂຈ່ວ 23 ຂຶ້ນສູ່ອະວະກາດດ້ວຍຜົນສຳເລັດອັນຈົບງາມ

ຈີນ ສົ່ງຍານອະວະກາດເສີນໂຈ່ວ 23 ຂຶ້ນສູ່ອະວະກາດດ້ວຍຜົນສຳເລັດອັນຈົບງາມ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານ ໃນວັນທີ 25 ພຶດສະພານີ້ວ່າ: ຫ້ອງການໂຄງການການບິນອະວະກາດບັນທຸກຄົນຈີນແຈ້ງໃຫ້ຮູ້ວ່າ, ເວລາ 23 ໂມງ 8 ນາທີ ຂອງວັນທີ 24 ພຶດສະພາ ຜ່ານມາ. ຈະຫຼວດສົ່ງຍານ “ສາງເຈີ່ງ 2F-Y23” ທີ່ບັນຈຸຍານອະວະກາດບັນທຸກຄົນເສີນໂຈ່ວ 23 ໄດ້ຖືກປ່ອຍອອກຈາກສູນຍິງສົ່ງດາວທຽມຈິວສວນຈີນ, ຈາກນັ້ນປະມານ 10 ນາທີ ຍານອະວະກາດໄດ້ແຍກຕົວອອກຈາກຈະຫຼວດສົ່ງຍານຢ່າງສຳເລັດຜົນ ແລ້ວເຂົ້າສູ່ວົງໂຄຈອນຕາມທີ່ກຳນົດໄວ້, ຈຸນັກບິນອະວະກາດມີສະພາບສົມບູນດີ, ເຮັດໃຫ້ພາລະກິດສົ່ງຍານຂຶ້ນສູ່ອະວະກາດຄັ້ງນີ້ປະສົບຜົນສຳເລັດຢ່າງຈົບງາມ.
ປີ 2025 ຫວຽດນາມ ສົ່ງອອກແກ່ນໝາກມ່ວງຫິມະພານ ບັນລຸ 5.4 ຕື້ກວ່າໂດລາ

ປີ 2025 ຫວຽດນາມ ສົ່ງອອກແກ່ນໝາກມ່ວງຫິມະພານ ບັນລຸ 5.4 ຕື້ກວ່າໂດລາ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 24 ພຶດສະພາ ຜ່ານມາວ່າ: ຕາມໂຕ​ເລກ​ຫຼ້າ​ສຸດ​ຂອງ​ກົມ​ພາ​ສີ, ປີ 2025 ຍອດ​ວົງ​ເງິນ​ສົ່ງ​ອອກ​ແກ່ນໝາກມ່ວງຫິມະພານຂອງ ຫວຽດ​ນາມ ບັນ​ລຸ 5.4 ຕື້ກວ່າໂດລາ, ສົ່ງ​ອອກ​ໄປ​ຍັງ 112 ປະ​ເທດ ແລະ ເຂດ​ແຄວ້ນ ຊຶ່ງຢືນ​ຢັນທີ່​ຕັ້ງ​ອັນ​ດັບ 1 ຂອງ ຫວຽດ​ນາມ ໃນ​ການ​ສົ່ງອອກແກ່ນໝາກມ່ວງຫິມະພານ​ສູ່​ໂລກ ດ້ວຍ​ການກວມ​ເອົາ​ອັດ​ຕາ​ສ່ວນ​ຕະ​ຫຼາດສົ່ງອອກ​ທົ່ວ​ໂລກ 80%.
ເພີ່ມເຕີມ