ທ່ານ ຣັກມັດ ໄຄມຸດດິນ ຮອງຜູ້ອຳນວຍການດ້ານການປະສານງານໂຄງລ່າງພື້ນຖານພາຍໃຕ້ກະຊວງປະສານງານເພື່ອໂຄງລ່າງພື້ນຖານແລະ ການພັດທະນາພາກພື້ນຂອງ ອິນໂດເນເຊຍ ໃຫ້ຮູ້ວ່າ: ໃນໄລຍະແຕ່ເດືອນມັງກອນຫາກາງເດືອນເມສາປີນີ້. ອິນໂດເນເຊຍໄດ້ຂາຍລົດEVຫຼາຍກວ່າ 16,000 ຄັນ, ເຮັດໃຫ້ເປົ້າໝາຍການຂາຍລົດ EV100,000 ຄັນຂອງປີນີ້ບັນລຸໄດ້ຖ້າເບິ່ງຕາມທ່າອ່ຽງ.
ທ່ານ ໄຄມຸດດິນ ກ່າວວ່າ: ຍອດຂາຍລົດEVໃນອິນໂດເນເຊຍໄດ້ເພີ່ມຂຶ້ນທຸກປີ ນັບແຕ່ປີ 2021ແລະໃນປີ 2024, ຍອດຂາຍໄດ້ເພີ່ມຂຶ້ນ 152.9% ເມື່ອທຽບໃສ່ປີກາຍເປັນ 43,000 ຄັນ, ເພີ່ມຂຶ້ນຈາກ 17,000 ຄັນໃນປີ 2023.
ທ່ານ ໄຄມຸດດິນ ກ່າວຕື່ມວ່າ: ອິນໂດເນເຊຍມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງທີ່ຈະກາຍເປັນສູນກາງການຜະລິດລົດEVລະດັບໂລກ. ພວກເຮົາມີທັງຄວາມສາມາດແລະລະບົບຕ່ອງໂສ້ການສະ ໜອງ. ພ້ອມທັງເນັ້ນໜັກເຖິງຄວາມສຳຄັນຂອງການຫັນເປັນພາຫະນະໄຟຟ້າຂອງອິນໂດເນເຊຍໃນການຊຸກຍູ້ການເຕີບໂຕດ້ານເສດຖະກິດ. ຄວາມເປັນເອກະລາດດ້ານພະລັງງານ ແລະການປັບປຸງຄຸນນະພາບອາກາດ.
ຄໍາເຫັນ