![]() |
ຈຸດປະສົງຂອງການຈັດຫຼັກສູດການຮຽນດັ່ງກ່າວນີ້ ກໍເພື່ອເປັນການສ້າງບຸກຄະລາກອນໃຫ້ມີຄວາມຮູ້, ມີຄຸນນະທຳ, ຈັນຍາບັນ, ຈັນຍາທຳທາງການແພດໄປຕາມ 3 ລັກສະນະ 5 ຫຼັກມູນການສຶກສາ, ເພື່ອໃຫ້ມີທັກສະ, ທັດສະນະຄະຕິໃນການບໍລິການ ແລະ ການຄົ້ນຄວ້າວິທະຍາສາດທາງການແພດ, ເພື່ອສາມາດບົ່ງມະຕິພະຍາດ, ການປິ່ນປົວ, ການກັນ-ສົ່ງເສີມສຸຂະພາບ ແລະ ເຮັດວຽກຢ່າງມືອາຊີບ ຊຶ່ງມີກຳນົດເປີດສອນໃນສົກຮຽນ 2024-2025, ພາຍຫຼັງຈົບການສຶກສາ 1-2 ຮຸ່ນແລ້ວ ຈຶ່ງມີການປະເມີນຫຼັກສູດຄືນເພື່ອໃຫ້ສອດຄ່ອງກັບສະພາບຕົວຈິງ. ສຳລັບການຄາດຄະເນຮັບນັກສຶກສາ ແຕ່ລະສົກຮຽນຈະຮັບນັກສຶກສາປີລະ 80 ຄົນ, ການຈັດຕັ້ງການຮຽນ-ການສອນແມ່ນຮຽນເປັນລະບົບໜ່ວຍກິດ ແລະ ຮຽນແບບເຕັມ, ໄລຍະຈັດຕັ້ງການຮຽນ-ການສອນ ແມ່ນ 3 ປີ ຫຼື 6 ພາກຮຽນ ແລະ ສູງສຸດບໍ່ໃຫ້ເກີນ 4 ປີ ຫຼື 8 ພາກຮຽນ. ການຈັດຕັ້ງປະຕິບັດການຮຽນ-ການສອນ ແລະ ພາກປະຕິບັດຕົວຈິງແມ່ນຈັດຢູ່ໂຮງໝໍແຂວງຫຼວງພະບາງ, ໂຮງໝໍແຂວງຊຽງຂວາງ, ໂຮງໝໍແຂວງສະຫວັນນະເຂດ ແລະ ໂຮງໝໍແຂວງຈຳປາສັກ.
(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ຄໍາເຫັນ