ໃນພິທີ, ທ່ານ ສົມເພັດ ເອີດລັດດາ ກໍາມະການພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງເຊກອງ ວ່າດ້ວຍແຕ່ງຕັ້ງຮັກສາການເຈົ້າເມືອງ ແລະ ຮອງເຈົ້າເມືອງກະລຶມ ໂດຍອີງຕາມກົດໝາຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ສະບັບເລກທີ 68/ສພຊ, ລົງວັນທີ 14 ທັນວາ 2015 ພາກທີ III ໝວດທີ 4 ມາດຕາ 20 ວ່າດ້ວຍສິດ ແລະ ໜ້າທີ່ຂອງເຈົ້າແຂວງ ແລະ ອີງຕາມແຈ້ງການ ຂອງຄະນະຈັດຕັ້ງສູນກາງພັກ ວ່າດ້ວຍຄາດຄະເນແບ່ງຄວາມຮັບຜິດຊອບຂອງຄະນະປະຈໍາພັກເມືອງ-ນະຄອນ. ໃນນີ້, ເຈົ້າແຂວງເຊກອງ ຕົກລົງແຕ່ງຕັ້ງທ່ານ ສີເວີນ ສິງຫາລາດ ຮອງເລຂາຄະນະບໍລິຫານງານພັກເມືອງ ເປັນຮັກສາການເຈົ້າເມືອງກະລຶມ, ແຕ່ງຕັ້ງທ່ານ ສຸດສັກສິດ ຍິດແສນຫວັງ ຄະນະປະຈໍາພັກເມືອງ ແລະ ທ່ານ ຄໍາສິງ ໂລຍວິໄລສັກ ຄະນະປະຈໍາພັກເມືອງ ເປັນຮອງເຈົ້າເມືອງກະລຶມ.
ໂອກາດນີ້, ທ່ານ ເຫລັກໄຫລ ສີວິໄລ ກໍໄດ້ເນັ້ນໃຫ້ບັນດາທ່ານທີ່ຖືກແຕ່ງຕັ້ງ ໃຫ້ສືບຕໍ່ເອົາໃຈໃສ່ປະຕິບັດຕາມພາລະບົດບາດຂອງຕົນ ຕາມທີ່ພັກ-ລັດມອບໝາຍໃຫ້ ເພື່ອນໍາພາພັດທະນາເມືອງກະລຶມ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.
(ຂ່າວ-ພາບ: ສັນຍາ)
ຄໍາເຫັນ