ການາດາ ຈະມີການຮ່ວມມື ກັບຈີນຫຼາຍຂຶ້ນ ໃນອະນາຄົດ

ການາດາ ຈະມີການຮ່ວມມື ກັບຈີນຫຼາຍຂຶ້ນ ໃນອະນາຄົດ

ການາດາ ຈະມີການຮ່ວມມື ກັບຈີນຫຼາຍຂຶ້ນ ໃນອະນາຄົດ
“ພວກເຮົາແນມເບິ່ງໂລກຕາມຄວາມເປັນຈິງ ບໍ່ແມ່ນຕາມສິ່ງທີ່ພວກເຮົາຢາກໃຫ້ເປັນ.” ນີ້ແມ່ນຄຳອະທິບາຍຂອງ ມາກຄາເນ (Mark Carney )ນາຍົກລັດຖະມົນຕີຂອງການາດາ ກ່ຽວກັບແນວທາງການຈັດການຄວາມສຳພັນກັບ ສປ ຈີນ. ທ່ານໄດ້ກ່າວຕໍ່ນັກຂ່າວວ່າ “ໂລກໄດ້ມີການປ່ຽນໄປແລ້ວ” ແລະ ການປັບປຸງຄວາມສຳພັນກັບຈີນຈະຊ່ວຍໃຫ້ ການາດາ ມີຈຸດຢືນທີ່ດີໃນ “ລະບຽບໂລກໃໝ່”. ຄຳເຫັນດັ່ງກ່າວຖືກກ່າວຂຶ້ນເມື່ອທ່ານໃນລະຫວ່າງການເດີນທາງຢ້ຽມຢາມ ສປ ຈີນໃນເດືອນມັງກອນທີ່ຜ່ານມາ.

ນັກວິເຄາະຊີ້ວ່າ ອະນາຄົດທາງເສດຖະກິດຂອງການາດາຂຶ້ນກັບວິທີການຈັດການ ແລະ ຄວາມສຳພັນກັບ ສປ ຈີນ ຢ່າງມີຍຸດທະສາດ. ການເດີນທາງມາປັກກິ່ງຂອງ ຄາເນ (Carney) ເຫັນວ່າເປັນການຕັດສິນໃຈຢ່າງແນ່ນອນ ເພື່ອຍອມຮັບຄວາມເປັນຈິງນັ້ນ ແທນທີ່ຈະຫຼີກເວັ້ນມັນ.

ສຳລັບການາດາ ຕະຫຼາດຈີນບໍ່ເປັນພຽງຕະຫຼາດ “ທາງເລືອກ” ແຕ່ເປັນປັດໃຈໂຄງສ້າງທີ່ສຳຄັນຕໍ່ແບບແຜນການເຕີບໂຕ ການກະຈາຍຕະຫຼາດ ແລະ ຄວາມສາມາດແຂ່ງຂັນໃນລະຍະຍາວ.

ນັກເສດຖະສາດທ່ານໜຶ່ງໄດ້ກ່າວວ່າ ຕະຫຼາດຂອງຈີນເປັນໜຶ່ງ ຕະຫຼາດໃນໂລກທີ່ສາມາດຮອງຮັບການສົ່ງອອກຈາກການາດາໃນປະລິມານຫຼາຍ ແລະ ໃນລາຄາທີ່ຊ່ວຍຮັກສາມາດຕະຖານຊີວິດທີ່ສູງ. ສິນຄ້າຕັ້ງແຕ່ນ້ຳມັນພືດ canola ແລະ ກຸ້ງລອບສເຕີ ໄປຈົນເຖິງ LNG ແລະ ແຮ່ທາດສຳຄັນ ຕ່າງກໍ່ມີຄວາມຕ້ອງການຈາກຈີນຫຼາຍຂຶ້ນ.

ການາດາ ຈະມການຮວມມ ກບຈນຫາຍຂນ ໃນອະນາຄດ - image 1
 

ຕາມລາຍງານຂອງ Reuters ພາຍໃນອາທິດຜ່ານມານີ້ການເດີນທາງ ຜູ້ນຳເຂົ້າສິນຄ້າ ສປ ຈີນໄດ້ຊື້ສິນຄ້າ canola ຈາກການາດາປະມານ 10 ລຳ ລວມປະມານ 650,000 ຕັນ. ຕົວເລກນີ້ຄິດເປັນເປີເຊັນແມ່ນຫຼາຍກວ່າ 10% ຂອງການນຳເຂົ້າ canola ຂອງຈີນໃນປີ 2024 ແລະ ປະມານ 26% ຂອງການນຳເຂົ້າໃນປີກ່ອນ.

ນອກຈາກນັ້ນ ຫຼັງຈາກການເດີນທາງໄປປັກກິ່ງ ຈີນຍັງໄດ້ເປີດຕະຫຼາດຊິ້ນງົວຄືນໃຫ້ກັບສະຖານປະກອບການຊິ້ນສັດຂອງການາດາ ຈຳນວນ 20 ແຫ່ງ ເຮັດໃຫ້ການາດາສາມາດເຂົ້າເຖິງຕະຫຼາດນຳເຂົ້າຊິ້ນສັດທີ່ໃຫຍ່ທີ່ສຸດໃນໂລກ. ກ່ອນທີ່ການສົ່ງອອກຈະຖືກຢຸດຕິໃນປີ 2021 ມູນຄ່າການສົ່ງອອກຊິ້ນງົວຂອງການາດາໄປຈີນມີປະມານ 200 ລ້ານໂດລາຕໍ່ປີ.

ທ່ານ ທາຍເລີ ຟູລທອນ (Tyler Fulton) ປະທານສະມາຄົມຜູ້ລ້ຽງງົວການາດາ ກ່າວວ່າ: “ພວກເຮົາດີໃຈທີ່ໄດ້ເຫັນການເຂົ້າສູ່ຕະຫຼາດຈີນອີກຄັ້ງ ເຊິ່ງເປັນໜຶ່ງໃນຕະຫຼາດສົ່ງອອກຊິ້ນງົວທີ່ໃຫຍ່ທີ່ສຸດ. ທຸກຕະຫຼາດມີຄວາມສຳຄັນຕໍ່ຊາວກະສິກອນ ແລະ ຜູ້ລ້ຽງງົວ ເພາະມັນຊ່ວຍສະໜັບສະໜູນຄວາມຟື້ນໂຕໄດ້ ແລະ ການເຕີບໂຕທາງດ້ານອຸດສາຫະກຳ.”

ສປ ຈີນ ຍັງໄດ້ຟື້ນຟູການເຂົ້າຕະຫຼາດສຳລັບຊິ້ນໝູຂອງ ການາດາ ແລະ ແນວພັນງົວຈາກສະຖານຜູ້ປະກອບການທີ່ໄດ້ຮັບການອະນຸມັດ ພ້ອມທັງໃຫ້ຄຳມັ່ນສັນຍາວ່າຈະເລັ່ງການເປີດຕະຫຼາດສຳລັບອາຫານຂອງສັດລ້ຽງຈາກການາດາອີກຄັ້ງ ໂດຍລວມມີທັງອາຫານສັດທີ່ຜ່ານການແປຮູບ ອາຫານກະປ໋ອງ ແລະ ຫົວອາຫານສັດ ມາດຕະການເຫຼົ່ານີ້ຊ່ວຍເສີມສ້າງຄວາມຕ້ອງການສິນຄ້າ ຊ່ວຍຮັກສາລາຄາໃຫ້ມີຄວາມສະຖຽນ ແລະ ສ້າງໂອກາດການຂາຍທີ່ໝັ້ນຄົງຫຼາຍຂຶ້ນ ໃຫ້ແກ່ຊາວກະສິກອນທົ່ວປະເທດ.

ທ່ານ ມານິນເດີ ສິດຮູ (Maninder Sidhu) ລັດຖະມົນຕີການຄ້າລະຫວ່າງປະເທດຂອງການາດາໄດ້ກ່າວວ່າ ຜ່ານແນວທາງການຮ່ວມມືຢ່າງປະຕິບັດໄດ້ຈິງກັບ ສປ ຈີນ ການາດາກຳລັງໄດ້ຮັບຜົນທີ່ດີທາງການຄ້າທີ່ເຫັນໄດ້ຊັດເຈນ. ທ່ານກ່າວອີກວ່າ ມາດຕະການເຫຼົ່ານີ້ໄດ້ເປີດຕະຫຼາດໃຫຍ່ໃຫ້ກັບຊາວກະສິກອນ ແລະ ຊາວປະມົງ ຂອງການາດາ ພ້ອມທັງສ້າງໂອກາດທາງທຸລະກິດໃໝ່ ແລະ ຊ່ວຍສົ່ງເສີມການຈ້າງງານໃນປະເທດ ພ້ອມທັງຮັກສາຄວາມສາມາດແຂ່ງຂັນຂອງການາດາໃນຕະຫຼາດໂລກອີກດ້ວຍ.

ໃນຂະນະດຽວກັນຍທ່ານ ມາກ ຄາເນ (Mark Carney) ກໍກຳລັງພະຍາຍາມກະຈາຍຕະຫຼາດສົ່ງອອກພະລັງງານຂອງການາດາ ໃຫ້ຫ່າງຈາກການເພິ່ງພາ ບາງປະເທດ. ໃນນີ້ ຄວາມຕ້ອງການຈາກຈີນຕໍ່ LNG ພະລັງງານທີ່ສະອາດ ແລະ ແຮ່ທາດສຳຄັນສຳລັບການຜະລິດແບັດເຕີຣີ ແລະ ລົດໄຟຟ້າ ຈະກາຍເປັນປັດໃຈສຳຄັນ. ຕາມລາຍງານຂອງ ບລູມເບີກ (Bloomberg) ການສົ່ງອອກນ້ຳມັນດິບຂອງການາດາໄປຈີນເພີ່ມຂຶ້ນ 84% ໃນໄລຍະພຽງ 1 ປີ ຫຼັງຈາກການເປີດໃຊ້ທໍ່ສົ່ງນ້ຳມັນ (Trans Mountain) ທີ່ຂະຫຍາຍໃໝ່ ແລະ ຈີນກາຍເປັນຜູ້ຊື້ນ້ຳມັນດິບຂອງການາດາຫຼາຍທີ່ສຸດ.

ນອກຈາກນັ້ນ ການລົງທຶນ ແລະ ການຮ່ວມມືດ້ານເທັກໂນໂລຊີຈາກ ສປ ຈີນ ອາດຊ່ວຍໃຫ້ໂຄງການແຮ່ທາດສຳຄັນຕ່າງໆ ຂອງການາດາຂະຫຍາຍຂະໜາດໄດ້. ທ່ານ ເມລານີ ໂຈລີ (Mélanie Joly) ລັດຖະມົນຕີອຸດສາຫະກຳຂອງການາດາ ກ່າວວ່າ ອຸດສາຫະກຳລົດຍົນເປັນເສົາຫຼັກຂອງພະລັງທາງເສດຖະກິດ ແລະ ການຜະລິດທີ່ທັນສະໄໝຂອງປະເທດ. ຂໍ້ຕົກລົງກັບຈີນຈະເປີດໂອກາດການຄ້າ ແລະ ການລົງທຶນໃໝ່ ພ້ອມທັງຊ່ວຍວາງຕຳແໜ່ງໃຫ້ການາດາເປັນພາກສ່ວນທີ່ໜ້າເຊື່ອຖືໃນການຜະລິດຍານພາຫະນະລຸ່ນໃໝ່.

ນັກວິເຄາະຍັງໄດ້ກ່າວອີກວ່າ; ການພັດທະນາຄວາມຮ່ວມມື ລະຫວ່າງ ການາດາ– ສປ ຈີນ ຢ່າງເລິກເຊິ່ງນີ້ ຈະຊ່ວຍກະຈາຍຕະຫຼາດສົ່ງອອກ ເພື່ອຫຼຸດຜົນກະທົບຈາກພາສີ ຫຼື ມາດຕະການການຄ້າຂອງປະເທດໃດໜຶ່ງ. ພ້ອມກັນນັ້ນ ຍັງຊ່ວຍດຶງດູດແຫຼ່ງທຶນລົງທຶນໃໝ່ ເພື່ອພັດທະນາໂຄງສ້າງພື້ນຖານ ອຸດສາຫະກຳ ແລະ ເຄືອຂ່າຍດິຈິຕອນ ພ້ອມທັງຊ່ວຍສົ່ງເສີມການປ່ຽນຜ່ານດ້ານພະລັງງານ.

ໃນໂລກທີ່ກຳລັງແຕກແຍກເປັນກຸ່ມກ້ອນ ປະເທດຂະໜາດກາງເຊັ່ນການາດາ ອາດຢູ່ລອດໄດ້ໂດຍບໍ່ຕ້ອງການເພິ່ງພາຈາກປະເທດມະຫາອຳນາດໃຫຍ່ພຽງຝ່າຍດຽວ ແຕ່ໂດຍການສ້າງເຄືອຂ່າຍຄວາມສຳພັນທາງເສດຖະກິດທີ່ກວ້າງຂວາງ ແລະ ສປ ຈີນ ເປັນປະເທດທີ່ໃຫຍ່ທີ່ບໍ່ຕ້ອງເມີນເສີຍໄດ້.

ຄໍາເຫັນ

ຂ່າວຕ່າງປະເທດ

ຫວຽດ​ນາມ ແລະ ​ອິນ​ໂດ​ເນ​ເຊຍ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຫຼາຍ​ດ້ານ

ຫວຽດ​ນາມ ແລະ ​ອິນ​ໂດ​ເນ​ເຊຍ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຫຼາຍ​ດ້ານ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້ຢູ່ສຳນັກງານລັດຖະບານ ນະຄອນຫຼວງຮ່າໂນ້ຍ, ທ່ານ ຟ້າມຢາຕຸກ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ໄດ້ໃຫ້ການຕ້ອນຮັບ ທ່ານ ອາມານາທາ ຄຣິສຕຽນ ນາຊີຣ ລັດຖະມົນຕີກະຊວງການຕ່າງປະເທດ ສ ອິນໂດເນເຊຍ ເນື່ອງໃນໂອກາດຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 20 – 22 ພະຈິກ ນີ້.
ສຳຜັດສະເໜ່ສະໜາມຫຼວງເກົ່າ ທີ່ບັນຈຸປະຫວັດສາດກວ່າ 100 ປີ ຂອງເມືອງຕ້າຫຼຽນ

ສຳຜັດສະເໜ່ສະໜາມຫຼວງເກົ່າ ທີ່ບັນຈຸປະຫວັດສາດກວ່າ 100 ປີ ຂອງເມືອງຕ້າຫຼຽນ

ຈາກລານກວ້າງໃຈກາງເມືອງ ສູ່ພິພິທະພັນປະຫວັດສາດກາງແຈ້ງ ທີ່ບອກເລົ່າເຖິງຮ່ອງຮອຍໃນອະດີດ ຜ່ານອາຄານເກົ່າແກ່ ແລະ ຖະໜົນທີ່ແຜ່ກະຈາຍອອກໄປຄືລັດສະໝີຂອງດວງຕາເວັນ.
ທ່ານ ສີ​ຈິ້ນ​ຜິງ ແລະ ທ່ານ ​ນາງ​ ເຜີງ​ລີ້ຢວນ ຈັດ​ງານ​ລ້ຽງ​ຕ້ອນ​ຮັບ​ແຂກ​ຜູ້​ມີ​ກຽດ​​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມຜູ້​ນຳ​ເສດ​ຖະ​ກິດ​​ APEC ຄັ້ງ​ທີ 33

ທ່ານ ສີ​ຈິ້ນ​ຜິງ ແລະ ທ່ານ ​ນາງ​ ເຜີງ​ລີ້ຢວນ ຈັດ​ງານ​ລ້ຽງ​ຕ້ອນ​ຮັບ​ແຂກ​ຜູ້​ມີ​ກຽດ​​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມຜູ້​ນຳ​ເສດ​ຖະ​ກິດ​​ APEC ຄັ້ງ​ທີ 33

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນຕອນຄ່ຳວັນທີ 18 ພະຈິກ ຜ່ານມາ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ແລະ ທ່ານ ນາງ ເຜີງລີ້ຢວນ ພັນລະຍາ ໄດ້ຈັດງານລ້ຽງຢູ່ສູນແລກປ່ຽນສາກົນເຊີ່ນເຈີ້ນແຂວງກວາງຕຸ້ງຈີນ ເພື່ອຕ້ອນຮັບແຂກຜູ້ມີກຽດທີ່ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີ-ປາຊີຟິກ ຫຼື APEC ຄັ້ງທີ 33.
ອັດຕາການສູບຢາເປັນປະຈຳທຸກວັນໃນນູແວນເຊລັງ ຫຼຸດລົງຕໍ່າກວ່າ 6%

ອັດຕາການສູບຢາເປັນປະຈຳທຸກວັນໃນນູແວນເຊລັງ ຫຼຸດລົງຕໍ່າກວ່າ 6%

ຂ່າວຕ່າງປະເທດລາຍງານວ່າ: ຜົນການສຳຫຼວດສຸຂະພາບຂອງນູແວນເຊລັງສະລັບຫຼ້າສຸດທີ່ເຜີຍແຜ່ໃນວັນທີ 18 ພະຈິກ ຜ່ານມາ ຊີ້ໃຫ້ເຫັນວ່າ: ອັດຕາການສູບຢາເປັນປະຈຳທຸກວັນໃນນູແວນເຊລັງ ຫຼຸດລົງເຫຼືອ 5.9% ໃນປີ 2025/2026 ຊຶ່ງເປັນຄັ້ງທຳອິດທີ່ຫຼຸດລົງຕໍ່າກວ່າ 6%.
ທ່ານ ກາວກິມຮຸນ ເນັ້ນການ​ຮ່ວມ​ມື​ດ້ານດີ​ຈີ​ຕອນ​​ມີ​ຄວາມ​ສຳ​ຄັນ​​ຕໍ່​ການ​ພັດ​ທະ​ນາ​ຂອງ​ຄົນ​ຮຸ່ນ​ຕໍ່​ໄປ

ທ່ານ ກາວກິມຮຸນ ເນັ້ນການ​ຮ່ວມ​ມື​ດ້ານດີ​ຈີ​ຕອນ​​ມີ​ຄວາມ​ສຳ​ຄັນ​​ຕໍ່​ການ​ພັດ​ທະ​ນາ​ຂອງ​ຄົນ​ຮຸ່ນ​ຕໍ່​ໄປ

ວິທະຍຸ, ໂທລະພາບສູນກາງຈີນ (CMG)​ ລາຍງານວ່າ: ຫວ່າງມໍ່ໆມານີ້, ​ໜັງ​ສື​ພິມ China Daily ໄດ້​ລົງ​ພິມ​ບົດ​ຄວາມ​ຂອງ ທ່ານ ກາວ​ກິມ​ຮຸນ ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ ທີ່​ລະ​ບຸ​ວ່າ, ເສດ​ຖະ​ກິດ​ອາ​ຊຽນ​ແລະ​ຈີນ​ພວມ​ຢູ່​ໃນ​ການ​ຫັນ​ປ່ຽນ​ໂຄງ​ປະ​ກອບ, ຕະ​ຫຼາດ​ດີຈີ​ຕອນ​ໄດ້​ກາຍ​ເປັນ​ຫົວ​ຈັກ​ຂັບ​ເຄື່ອນ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ພາກ​ພື້ນ.
ປະຊາຊົນໃນອາຊຽນເລີ່ມສ້າງຄອບຄົວຊ້າລົງ ແລະ ອາໄສຢູ່ໃນຄົວເຮືອນຂະໜາດນ້ອຍລົງ

ປະຊາຊົນໃນອາຊຽນເລີ່ມສ້າງຄອບຄົວຊ້າລົງ ແລະ ອາໄສຢູ່ໃນຄົວເຮືອນຂະໜາດນ້ອຍລົງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 18 ພະຈິກ ຜ່ານມາວ່າ: ສິງກະໂປໄດ້ເຜີຍແຜ່ບົດລາຍງານພາບລວມຄອບຄົວໃນອາຊຽນ ປີ 2026 ສະບັບທໍາອິດ, ໂດຍອີງໃສ່ຂໍ້ມູນຈາກອົງການຂອງພາກລັດ ແລະ ຜົນການສຳຫຼວດໃນ 10 ຕົວເມືອງອາຊຽນພົບວ່າ, ປະຊາຊົນໃນບັນດາປະເທດສະມາຊິກອາຊຽນມີທ່າອ່ຽງເລີ່ມສ້າງຄອບຄົວຊ້າລົງ ແລະ ອາໄສຢູ່ໃນຄົວເຮືອນຂະໜາດນ້ອຍລົງ. ໃນຂະນະທີ່ຄົວເຮືອນທີ່ໄດ້ຮັບການສຳຫຼວດສ່ວນໃຫຍ່ມີຄວາມເຂັ້ມແຂງ ແລະ ຊີວິດການເປັນຢູ່ທີ່ດີ ໃນລະດັບປານກາງຫາສູງ, ມີຄຸນນະພາບຊີວິດທີ່ດີ ແລະ ມີສາຍພົວພັນໃນຄອບຄົວທີ່ແໜ້ນແຟ້ນ.
ຖະ​ແຫຼງ​ການ​ສັນ​ຕິ​ພາບ​ຂອງ​ປະ​ມຸກລັດ​ຈີນ-ຣັດ​ເຊຍ-ອາ​ເມ​ຣິ​ກາ

ຖະ​ແຫຼງ​ການ​ສັນ​ຕິ​ພາບ​ຂອງ​ປະ​ມຸກລັດ​ຈີນ-ຣັດ​ເຊຍ-ອາ​ເມ​ຣິ​ກາ

ວິທະຍຸ, ໂທລະພາບສູນກາງຈີນ (CMG)​ ລາຍງານວ່າ: ໃນວັນ​ທີ 19 ພະ​ຈິກ ຜ່ານມາ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ, ທ່ານ ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ແລະ ທ່ານ​ ໂດ​ໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ ສະຫະລັດ ​ອາ​ເມ​ຣິ​ກາ​ ໄດ້​​ພົບ​ປະ​ກັນ​ຢູ່​ນະ​ຄອນ​ເຊີ່ນ​ເຈີ້ນ​ແຂວງກວາງ​ຕຸ້ງ​ຈີນ. ຜູ້​ນຳ​ຣັດ​ເຊຍ ແລະ ສະຫະລັດ ອາ​ເມ​ຣິ​ກາ ໄດ້ສະແດງຄວາມຂອບ​ໃຈ​ຕໍ່ຈີນ​ທີ່ໄດ້ຈັດ​ກາ​ນ​ພົບ​ປະ​​ຄັ້ງ​​ປະ​ຫວັດ​ສາດນີ້. ປະ​ມຸກ​ລັດ​ 3 ປະ​ເທດ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ສາ​ກົນ​ໃນ​ປັດ​ຈຸ​ບັນ, ທັງມຸ່ງໝັ້ນທີ່ຈະຮັກ​ສາ​ສະ​ຖຽນ​ລະ​ພາບທາງ​ຍຸ​ດ​ທະ​ສາດ ແລະ ຄວາມ​ໝັ້ນ​ຄົງ​ສາ​ກົນ.
ຫວຽດ​ນາມ ຮັບ​ບົດ​ບາດ​ປະ​ທານ APEC 2027 ຢ່າງ​ເປັນ​ທາງ​ການ​

ຫວຽດ​ນາມ ຮັບ​ບົດ​ບາດ​ປະ​ທານ APEC 2027 ຢ່າງ​ເປັນ​ທາງ​ການ​

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 19 ພະ​ຈິກ ຜ່ານມາຢູ່​ນະ​ຄອນເຊິນ​ເຈິນ ປະ​ເທດຈີນ, ໃນ​ຂອບ​ເຂດກອງ​ປະ​ຊຸມ​​ບັນ​ດາ​ການ​ນຳ​ເສດ​ຖະ​ກິດ​ຂອງເວ​ທີ​ປາ​ໄສ​ການຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ອາ​ຊີ-ປາ​ຊີ​ຟິກ (APEC) ​ຄັ້ງ​ທີ 33, ທ່ານໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫ​ຍ່ປະ​ທານ​ປະ​ເທດ ຫວຽດນາມ ໄດ້ຮັບບົດ​ບາດປະ​ທານ APEC2027 ຢ່າງ​ເປັນ​ທາງ​ການ​​ ຈາກທ່ານສີຈິນ​ຜິ້ງ​ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດຈີນ, ສ້າງ​ຂີດ​ໝາຍ​​ສຳ​ຄັນ ແລະ ເປີດ​ສາກປີ​ APEC ຫວຽດ​ນາມ2027 ຢ່າງ​ເປັນ​ທາງ​ການ.
ສິງກະໂປຕິດຕາມຜົນກະທົບຕໍ່ການສົ່ງອອກຊິບຂັ້ນສູງ

ສິງກະໂປຕິດຕາມຜົນກະທົບຕໍ່ການສົ່ງອອກຊິບຂັ້ນສູງ

ຂ່າວຕ່າງປະເທດລາຍງານໃນວັນທີ 18 ພະຈິກ ຜ່ານມາວ່າ: ກະຊວງພະລັງງານ, ການຄ້າ-ອຸດສາຫະກໍາ ແລະ ກະຊວງພັດທະນາດີຈີຕອນ-ຂໍ້ມູນຂ່າວສານສິງກະໂປໄດ້ເປີດເຜີຍວ່າ, ສິງກະໂປກໍາລັງສຶກສາຜົນກະທົບທີ່ອາດເກີດຂຶ້ນຈາກມາດຕະການຄວບຄຸມການສົ່ງອອກເຊມິຄອນດັກເຕີຂັ້ນສູງສະບັບໃໝ່ ຂອງສະຫະລັດ ອາເມຣິກາ. ໂດຍຢູ່ໃນລະຫວ່າງການປຶກສາຫາລືກັບບໍລິສັດທີ່ໄດ້ຮັບຜົນກະທົບ ແລະ ປຶກສາຫາລືກັບອົງການທີ່ກ່ຽວຂ້ອງ ຂອງສະຫະລັດ ອາເມຣິກາ ກ່ຽວກັບຂອບເຂດ ແລະ ການບັງຄັບໃຊ້ມາດຕະການດັ່ງກ່າວ.
ທະນາຄານກາງອິນໂດເນເຊຍ ຂຶ້ນອັດຕາດອກເບ້ຍ 0.25% ເປັນ 6%

ທະນາຄານກາງອິນໂດເນເຊຍ ຂຶ້ນອັດຕາດອກເບ້ຍ 0.25% ເປັນ 6%

ຂ່າວຕ່າງປະເທດລາຍງານໃນວັນທີ 18 ພະຈິກ ຜ່ານມາວ່າ: ທະນາຄານກາງອິນໂດເນເຊຍ (BI) ໄດ້ຂຶ້ນອັດຕາດອກເບ້ຍນະໂຍບາຍ 0.25% ເປັນ 6% ເພື່ອຮັກສາສະຖຽນລະພາບຂອງເງິນຣູເປຍ ທ່າມກາງຄວາມບໍ່ແນ່ນອນທົ່ວໂລກທີ່ເພີ່ມຂຶ້ນ ແລະ ເພື່ອຮັກສາອັດຕາເງິນເຟີ້ໃຫ້ຢູ່ໃນລະດັບເປົ້າໝາຍ.
ເພີ່ມເຕີມ